ເປີດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III

ເປີດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III

ເປີດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ກົມຈັດຕັ້ງ-ພະນັກງານ ໄດ້ເປີດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂຶ້ນໃນວັນທີ 12 ມັງກອນນີ້ ທີ່ ຄອສພ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

 

ເປດການຮຽນ-ການສອນທດສະດການເມອງຂນຕນ ຊດທ III - image 1
 
 

ການເປີດຊຸດອົບຮົມຄັ້ງນີ້, ມີສະມາຊິກພັກ-ພະນັກງານທັງໝົດ 39 ສະຫາຍ ຍິງ 20 ສະຫາຍ ຊຶ່ງບັນດາສຳມະນາກອນຈະໄດ້ຄົ້ນຄວ້າຮໍ່າຮຽນ 6 ກຸ່ມວິຊາ ແລະ ຂຽນບົດເກັບກ່ຽວຈົບຊັ້ນ ລວມ 420 ຊມ ຊຶ່ງມີກຸ່ມວິຊາປັດຊະຍາມາກ-ເລນິນ 7 ບົດ; ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ 9 ບົດ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ 12 ບົດ; ກຸ່ມວິຊາແນວຄິດ ໄກສອນ ພົມວິຫານ 5 ບົດ; ກຸ່ມວິຊາທິດສະດີລັດ ແລະ ກົດໝາຍ 7 ບົດ; ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ 10 ບົດ. ນອກນີ້, ຍັງມີບົດຮຽນກ່ຽວກັບວຽກງານຂອງ ຄອສພ ປະກອບມີວຽກງານອົບຮົມ, ວຽກງານໂຄສະນາ, ວຽກງານສັງລວມຫາງສຽງສັງຄົມ ແລະ ວຽກງານສື່ສານມວນຊົນ ຊຶ່ງການຮຽນແມ່ນໄດ້ດໍາເນີນເລີ່ມແຕ່ວັນທີ 12 ມັງກອນ 2026 ຫາ 12 ເມສາ 2026.

ເປດການຮຽນ-ການສອນທດສະດການເມອງຂນຕນ ຊດທ III - image 2
 

ການເປີດຊຸດຮຽນທິດສະດີການເມືອງຄັ້ງນີ້, ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈເປັນເອກະພາບ ກ່ຽວກັບພື້ນຖານທາງດ້ານທິດສະດີການເມືອງໃຫ້ສະມາຊິກພັກ-ພະນັກງານ ພາຍໃນ ຄອສພ ໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການເມືອງເປັນພື້ນຖານ ໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ. ຍົກສູງຄວາມສາມາດໃນການວິເຄາະບັນຫາຢ່າງມີວິທະຍາສາດ, ຮູ້ນຳໃຊ້ວິທີວິທະຍາເຂົ້າໃນການນໍາພາ-ຄຸ້ມຄອງ, ວິທີການຝຶກຝົນຫຼໍ່ຫຼອມບຸກຄະລິກຂອງພະ ນັກງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານພາຍໃນ ຄອສພ; ເພື່ອເຮັດໃຫ້ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ແນວ ທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໄດ້ຮັບການຄົ້ນຄວ້າ, ເຊື່ອມຊຶມເຂົ້າສູ່ວຽກງານຕົວຈິງ, ທັງເປັນພື້ນຖານໃຫ້ສະມາຊິກພັກ-ພະນັກງານໃນການຍົກລະດັບຄວາມຮູ້ກ່ຽວກັບທັດສະນະຂອງພັກ, ນະໂຍບາຍຂອງລັດຢ່າງເລິກເຊິ່ງ, ມີຫຼັກໝັ້ນຢ່າງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈິດໃຈຮັກຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ; ເຮັດໃຫ້ສະມາຊິກພັກ-ພະນັກງານພາຍໃນ ຄອສພ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກ ເຊິ່ງຕໍ່ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງ ຄອສພ, ຂອງແຕ່ລະກົມ ແລະ ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ, ວຽກງານໂຄສະນາ, ວຽກງານສື່ສານມວນຊົນ ແລະ ວຽກງານສັງລວມ-ຫາງສຽງສັງຄົມ ເພື່ອສາມາດຮັບໃຊ້ໜ້າທີ່ການເມືອງໃຫ້ມີປະສິດທິພາບສູງ.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວສືກສາ-ກິລາ

ເມືອງຫຼວງນໍ້າທາ ສອບເສັງນັກຮຽນເກັ່ງ ປ5, ມ4 ແລະມ7 ສົກຮຽນ 2025-2026

ເມືອງຫຼວງນໍ້າທາ ສອບເສັງນັກຮຽນເກັ່ງ ປ5, ມ4 ແລະມ7 ສົກຮຽນ 2025-2026

ໃນວັນທີ 6 ມັງກອນ 2026ຜ່ານມາທີ່ສະໂມສອນໂຮງຮຽນ ມສ ຊົນເຜົ່າແຂວງຫຼວງນໍ້າທາ, ຫ້ອງການສຶກສາທິການ ແລະ ກິລາເມືອງຫຼວງນໍ້າທາ ໄດ້ຈັດພິທີສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ປ5, ມ4, ມ7 ຂັ້ນເມືອງຫຼວງນໍ້າທາ ສົກຮຽນ 2025-2026ໂດຍການເປັນປະທານຂອງທ່ານ ພັນໃຈ ຫົງພະຈັນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີພາກສ່ວນທີ່ກ່ຽວຂ້ອງແລະ ນັກສອບເສັງ ປໍ5, ມໍ4 ແລະ ມໍ7 ເຂົ້າຮ່ວມ.
ທົດສອບປັນຍາ ນັກຮຽນ 120 ຄົນ ຈາກ 4 ໂຮງຮຽນ ແຂ່ງຂັນຖາມ-ຕອບວິທະຍາສາດ

ທົດສອບປັນຍາ ນັກຮຽນ 120 ຄົນ ຈາກ 4 ໂຮງຮຽນ ແຂ່ງຂັນຖາມ-ຕອບວິທະຍາສາດ

ວັນທີ 6 ມັງກອນ ຜ່ານມາ ທີ່ໂຮງຮຽນ ມ.ສ ສາລະວັນ ແຂວງສາລະວັນ ໄດ້ຈັດກິດຈະກໍາຖາມ-ຕອບ ຄວາມຮູ້ວິທະຍາສາດປະຈໍາສົກຮຽນ 2025-2026, ໂດຍການເປັນປະທານຮ່ວມຂອງ ທ່ານ ວິແຊນ ແກ້ວມະນີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ຈັນທະວີ ອິນທະດວງຈິດ ຜູ້ອຳນວຍການໂຮງຮຽນ ມ.ສ ສາລະວັນ, ທ່ານ ມີໂນ ໄຊຍະສານ ຮອງຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາແຂວງ, ມີຂະແໜງການທີ່ກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຮຽນທີ່ເປັນຕົວແທນເຂົ້າຮ່ວມ.
ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ໃນວັນທີ 5 ມັງກອນ ນີ້ ທີ່ຫ້ອງປະຊຸມຂອງວິທະຍາໄລວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ, ບັນດາທ່ານຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາແພດຊັ້ນສູງໄດ້ເຂົ້າຮ່ວມໃນກອງປະຊຸມກະກຽມ ເປີດການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດ ປະຈຳສົກສຶກສາ 2025-2026. ກອງປະຊຸມຄັ້ງນີ້, ເຂົ້າຮ່ວມເປັນປະທານຂອງທ່ານ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການວິທະຍາໄລ ວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ.
ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ວັນທີ 5 ມັງກອນ ນີ້ ທີ່ສະໂມສອນໃຫຍ່ເມືອງຕະໂອ້ຍ ແຂວງສາລະວັນ, ໄດ້ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5, ມ4, ມ7 ໂດຍການເຂົ້າຮ່ວມ ແລະ ເປີດຊອງຫົວບົດສອບເສັງຂອງທ່ານນາງ ບຸນຖິນ ແກ່ນພົມມາ ປະທານຄະນະກຳມະການປົກຄອງເມືອງຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມໃນທົ່ວເມືອງ, ມີບັນດາຄະນະກຳມະການ, ຄູ-ອາຈານ ແລະ ນັກຮຽນເກັ່ງທົ່ວເມືອງເຂົ້າຮ່ວມ.
ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ພິທີວາງສີລາເລີກ ໂຄງການກໍ່ສ້າງຫໍພັກນັກຮຽນ-ນັກສຶກສາ ແລະ ຄູ-ອາຈານ ວິທະຍາໄລສິລະປະແຫ່ງຊາດ (ວສຊ) ຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ວິທະຍາໄລດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ); ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ວທ, ມີພະເຖຣານຸເຖຣະ, ຕາງໜ້າກົມ, ຫ້ອງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ພິທີແຂ່ງຂັນກິລານັກຮຽນສາມັນສຶກສາຂັ້ນເມືອງຈັນທະບູລີປະຈໍາສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 23 ທັນວາຜ່ານມາ ທີ່ເດີ່ນບານເຕະຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງທ່ານນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສີທົນ ດາວຜາສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຫົວໜ້າ-ຮອງຫົວຫ້ອງການ, ນາຍບ້ານ, ພະນັກງານ, ຄູ-ອາຈານນັກຮຽນເຂົ້າຮ່ວມ.
"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

ໃນເດືອນພະຈິກ 2025 ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງທຸລະກິດຈີນ ແລະ ລາວ ແລະ ນັກຂ່າວຈາກແຂວງ ກວາງຊີ ໄດ້ມາຢ້ຽມຢາມສູນຮ່ວມມືການນຳໃຊ້ປັນຍາປະດິດຈີນ-ລາວ (ຊື່ງມີຊື່ຫຍໍ້ວ່າ "ສູນລາວ") ທີ່ນະຄອນຫຼວງວຽງຈັນ,ເພື່ອຮຽນຮູ້ເກັບກໍາສະພາບການຂອງສູນ ໃນປັດຈຸບັນ.
ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ເພີ່ມເຕີມ