![]() |
ທ່ານ ໄວພົດ ປັນຍາສອນ ຫົວໜ້າຫ້ອງການສຶກສາທິການແລະ ກິລາເມືອງຕາງໜ້າຄະນະຮັບຜິຊອບຈັດງານແຂ່ງຂັນ ໄດ້ລາຍງານຄວາມພ້ອມໃນການຈັດການແຂ່ງຂັນກິລາ ປະຈໍາປີ 2026 ຊີງຂັນຂອງສະຫາຍເລຂາພັກເມືອງໆເງິນ, ຊຶ່ງມີທີມນັກກິລາ ທີ່ມາຈາກທຸກພາກສ່ວນເຂົ້າຮ່ວມ ມີ 3 ລຸ້ນຄື: ລຸ້ນເຍົາວະຊົນ (ຊັ້ນປະຖົມສຶກສາ), ລຸ້ນຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ລຸ້ນຊາວໜຸ່ມທົ່ວໄປ; ປະກອບມີ 3 ປະເພດກິລາ ຄື:ບານເຕະ(ຍິງ-ຊາຍ), ບານສົ່ງ(ຍິງ-ຊາຍ) ແລະ ກະຕໍ້(ຊາຍ)ມີທັງໝົດ 46 ທິມເຂົ້າຮ່ວມແຂ່ງຂັນ, ມີຄະນະນໍາ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 701 ຄົນຍີງ 130 ຄົນ.ເລີ່ມແຂ່ງຂັນຕັ້ງແຕ່ວັນທີ 22 ທັນວາ 2025 ເປັນຕົ້ນມາ.ຄາດວ່າການຈັດງານແຂ່ງຂັນ ຈະໄປສີ້ນສຸດໃນກາງເດືອນ ກຸມພາ ປີ 2026.
![]() |
ຈຸດປະສົງ ເພຶ່ອເປັນການ ສົ່ງເສີມ ແລະ ພັດທະນານັກກິລາໃຫ້ມີຄຸນລັກສະນະດ້ານຕ່າງໆໄດ້ແກ່ການເຮັດວຽກເປັນໝູ່ຄະນະ, ມີຄວາມຮັບຜິດຊອບ, ມີວິໄນ, ມີນໍ້າໃຈເສຍສະຫຼະ, ມີຄວາມສັດຊື່ບໍລິສຸດ, ມີຄວາມອົດທົນ, ມີຄວາມຄິດລິເລີ່ມສ້າງສັນ, ການຍອມຮັບໃນກົດກະຕິກາ, ມາລະຍາດ ທັກສະໃນການຢູ່ຮ່ວມກັນ, ຄວາມສາມັກຄີໃນໝູ່ຄະນະ, ປະຕິບັດເພື່ອໃຫ້ບັນລຸເປົ້າໝາຍຂອງການຈັດການແຂ່ງຂັນຄື: ກິລາສ້າງຄວາມສາມັກຄີ ມີຊີວິດສົດໃສ ຫ່າງໄກຢາເສບຕິດ.
(ຂ່າວ: ອິນແປງ ແຫວນຄຳ)


ຄໍາເຫັນ