![]() |
ພິທີເປີດການແຂ່ງຂັນ, ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 14 ຕຸລາຜ່ານມາ ຢູ່ທີ່ສະໜາມກິລາຂອງແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາການນຳຂອງແຂວງ, ເມືອງ, ພາກສ່ວນທຸລະກິດ ແລະ ມວນຊົນເຂົ້າຮ່ວມ.
ການແຂ່ງຂັນໃນຄັ້ງນີ້, ປະກອບ ທີມນັກກິລາເຂົ້າຮ່ວມແຂ່ງຂັນ 8 ທີມ ຈາກ 8 ເມືອງຄື: ເມືອງທ່າແຂກ, ມະຫາໄຊ, ຍົມມະລາດ, ໜອງບົກ, ຫີນບູນ, ໄຊບົວທອງ, ເຊບັ້ງໄຟ ແລະ ເມືອງນາກາຍ ແລະ ໄດ້ກຳນົດເອົາມື້ແຂ່ງຂັນ 4 ວັນ (ວັນທີ 14-17 ຕຸລາ 2025),
ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນວ່າ: ວຽກງານກິລາ-ກາຍະກຳ ກໍແມ່ນວຽກງານທີ່ມີຄວາມສຳຄັນ ຕໍ່ກັບການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ, ມີຄວາມສາມັກຄີຮັກແພງ, ມີຄວາມສີວິໄລທາງດ້ານຮ່າງກາຍ ແລະ ຈິດໃຈ ທັງເປັນການຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳ ໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ, ກ້າວເຂົ້າສູ່ມວນຊົນບັນດາເຜົ່ານັບມື້ນັບກວ້າງຂວາງ ເປັນການສ້າງເງື່ອນໄຂໃຫ້ມວນຊົນຫ່າງໄກຈາກສິ່ງເສບຕິດ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ຮຽກຮ້ອງມາຍັງ ຄະນະນຳ ແລະ ນັກກິລາທຸກຄົນ ຈົ່ງເປັນເຈົ້າການປະຕິບັດຕໍ່ກົດລະບຽບ, ກະຕິກາການແຂ່ງຂັນຢ່າງເຂັ້ມງວດ, ມີນໍ້າໃຈນັກກິລາ ຮູ້ແພ້-ຮູ້ຊະນະ ແລະ ຮູ້ໃຫ້ອະໄພ ເຊິ່ງກັນ ແລະ ກັນ, ເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ ເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມສາມັກຄີຮັກແພງ, ພ້ອມກັນພັດທະນາວົງການກິລາໃຫ້ກ້າວໜ້າຍິ່ງໆ ຂຶ້ນ.
![]() |
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ