![]() |
ການແຂ່ງຂັນຄັ້ງນີ້, ຈະດໍາເນີນໄປນັບແຕ່ວັນທີ 15-17 ທັນວາ 2025, ໂດຍມີ 11 ແຂວງຄື: ແຂວງຄໍາມ່ວນ, ຈໍາປາສັກ, ເຊກອງ, ຊຽງຂວາງ, ບໍລິຄຳໄຊ, ຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ, ອັດຕະປື, ຫົວພັນ ແລະ ນະຄອນຫຼວງວຽງຈັນ ລວມມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 43 ຄົນ ຍິງ 11 ຄົນ; ກຳນົດການແຂ່ງທັງໝົດ 41 ລາຍການ, ມີ 41 ຫຼຽນຄໍາ, ຫຼຽນເງິນ ແລະ ຫຼຽນທອງ, ມີການແຂ່ງຂັນໄລຍະທາງ 50 ແມັດ, 100 ແມັດ, 200 ແມັດ ແລະ 400 ແມັດ, ແຂ່ງຂັນໃນທ່າລອຍທຳມະດາ (freestyle), ທ່າລອຍຫງາຍ (backstroke), ທ່າລອຍກົບ (breaststroke) ແລະ ທ່າລອຍດ່ຽວປະສົມ (medley).
![]() |
ການແຂ່ງຂັນຄັ້ງນີ້, ສະແດງໃຫ້ເຫັນເຖິງການຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງການສຶກສາ ແລະ ກິລາກາຍຍະກຳສະເພາະຄົນພິການຢ່າງເປັນຂະບວນຟົດຟື້ນກ້ວາງຂວາງ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອ ສ້າງຊື່ສຽງໃຫ້ບັນດາແຂວງເປັນຕົວແທນພາກພື້ນ, ອະນຸພາກພື້ນ ແລະ ສາກົນ.
![]() |
ຂ່າວ: ບຸນຕອມ



ຄໍາເຫັນ