ເປີດການແຂ່ງຂັນກິລາໜ້າເກັກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ເປີດການແຂ່ງຂັນກິລາໜ້າເກັກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ເປີດການແຂ່ງຂັນກິລາໜ້າເກັກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII
ການແຂ່ງຂັນກິລາຍິງໜ້າເກັກ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນໃນວັນທີ 12 ພະຈິກ 2025 ທີ່ສະຖາບັນກິລາ-ກາຍຍະກຳ, ໂດຍມີ ທ່ານ ສາ ລະພິດ ສູນວໍລະວົງ ປະທານສະຫະພັນໜ້າເກັກ-ໝາກຄ່າງ ນະຄອນຫຼວງວຽງຈັນ ແລະ ທ່ານ ກິ່ງລັດຕະນະ ຟອງສະໝຸດ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຮອງເລຂາທິການສະຫະພັນກິລາໜ້າເກັກແຫ່ງຊາດ ພ້ອມດ້ວຍບັນດາຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ເປດການແຂງຂນກລາໜາເກກ ງານມະຫະກຳກລາແຫງຊາດ ຄງທ XII - image 1
 

ການແຂ່ງຂັນມີ 12 ລາຍການ ຄື: ທີມຍິງ ໄລຍະ 10 ແມັດ ມີ 14 ພາກສ່ວນ, ທີມຍິງ ໄລຍະ 15 ແມັດ ມີ 14 ພາກສ່ວນ, ລາຍການແຂ່ງຂັນຄູ່ຍິງ ໄລຍະ 10 ແມັດ ມີ 13 ພາກສ່ວນ, ລາຍການຄູ່ຍິງ ໄລຍະ15 ແມັດ ມີ 12 ພາກ ສ່ວນ, ລາຍການແຂ່ງຂັນ ດ່ຽວຍິງ ໄລຍະ 10 ແມັດ 14 ພາກ ສວນ, ດ່ຽວຍິງ ໄລຍະ 15 ແມັດ 12 ພາກສ່ວນ, ແຂ່ງ ຂັນລາຍການທີມຊາຍ ໄລຍະ 15 ແມັດ ມີ 16 ພາກສ່ວນ, ໄລຍະ 20 ແມັດ ມີ 11 ພາກສ່ວນ, ແຂ່ງຂັນລາຍການ ຄູ່ຊາຍ ໄລຍະ 15 ແມັດ ມີ 15 ພາກສ່ວນ,ຄູ່ຊາຍ ໄລຍະ 20 ແມັດ ມີ 13 ພາກສ່ວນ, ລາຍການດ່ຽວຊາຍ ໄລຍະ 15 ແມັດ ມີ 15 ພາກສ່ວນ,ດ່ຽວຊາຍ ໄລຍະ 30 ແມັດ ມີ 14 ພາກສ່ວນ.

ເປດການແຂງຂນກລາໜາເກກ ງານມະຫະກຳກລາແຫງຊາດ ຄງທ XII - image 2
 

ສຳລັບການແຂ່ງຂັນກິລາຍິງໜ້າເກັກຄັ້ງນີ້ ຈະໄດ້ແຂ່ງຂັນ ໃນລະຫວ່າງວັນທີ 12-18 ພະຈິກ 2025.ຂ່າວ: ລູກນ້ຳເຊ ອິນທະດາລິນ

ຄໍາເຫັນ

ຂ່າວສືກສາ-ກິລາ

ນັກກິລາກອງທັບ ຍາດໄດ້ເຖິງ 7 ຫຼຽນຄຳ ງານມ່ະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາກອງທັບ ຍາດໄດ້ເຖິງ 7 ຫຼຽນຄຳ ງານມ່ະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີມອບ-ຮັບຫຼຽນລາງວັນ ໄດ້ມີຂຶ້ນໃນວັນທີ 12 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນ ຂອງ ທ່ານ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມໃຫຍ່ອົບຮົມ ກົມໃຫຍ່ເສນາທິການກອງທັບ, ທ່ານ ສີທົນ ແສງພະຈັນ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ທັງເປັນປະທານສະຫະພັນກິລາແລ່ນ-ລານແຂວງວຽງຈັນ, ທ່ານ ອານຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ອິນທະວົງ ແດງປະເສີດ ຮອງຫົວໜ້າຂະແໜງກິລາ-ກາຍຍະກຳ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນກິລາແລ່ນ-ລານແຫ່ງຊາດລາວ ແລະ ທ່ານ ນາງ ມາລາ ສາກົນນິຍົມ ເລຂາທິການສະຫະພັນກິລາແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຄະນະຮັບຜິດມອບຫຼຽນ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ລົງທຶນສ້າງບຸກຄະລາກອນຂະແຫນງປ່າໄມ້ ຜ່ານໂຄງການທຶນການສຶກສາ

ລົງທຶນສ້າງບຸກຄະລາກອນຂະແຫນງປ່າໄມ້ ຜ່ານໂຄງການທຶນການສຶກສາ

ອົງການ GIZ, ສະຫະພາບເອີຣົບ (EU) ແລະ ລັດຖະບານລາວຮ່ວມກັບ ສະຖາບັນການສຶກສາ ແລະ ພາກເອກະຊົນ ໄດ້ຈັດພິທີມອບ-ຮັບທຶນການສຶກສາ ພາຍໃຕ້ "ທຶນການສຶກສາຂົງເຂດຂະແໜງປ່າໄມ້ໃນລາວ" (Forestry in Laos – Academic Education Funding Scheme). ທຶນການສຶກສາດັ່ງກ່າວ ມີເປົ້າໝາຍເພື່ອພັດທະນາຜູ້ຊ່ຽວຊານດ້ານປ່າໄມ້ຮຸ່ນໃໝ່ ແລະ ສົ່ງເສີມການຄຸ້ມຄອງຊັບພະຍາກອນປ່າໄມ້ ທີ່ສໍາຄັນຂອງຊາດຢ່າງຍືນຍົງ.
ສ້າງສື່ການຮຽນ-ການສອນໃໝ່ ສົ່ງເສີມການຮຽນຮ່ວມ ສຳລັບນັກຮຽນທີ່ເລີ່ມຮຽນພາສາລາວໃໝ່

ສ້າງສື່ການຮຽນ-ການສອນໃໝ່ ສົ່ງເສີມການຮຽນຮ່ວມ ສຳລັບນັກຮຽນທີ່ເລີ່ມຮຽນພາສາລາວໃໝ່

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ສ້າງຟາຍສຽງໃໝ່ 49 ບົດເລື່ອງ ເພື່ອຊ່ວຍການຮຽນ-ການສອນວິຊາພາສາລາວໃນຫ້ອງຮຽນຂັ້ນ ປ 1 ທົ່ວປະເທດ. ຟາຍສຽງຍັງຈະມີເປັນພາບວິດີໂອປະກອບເພື່ອເຜີຍແພ່ຢ່າງກວ້າງຂວາງໃນຫຼາຍຊ່ອງທາງ ທັງປະເພດຟາຍສຽງ ແລະ ຟາຍວິດີໂອທີ່ມີພາບປະກອບ, ໂດຍສະເພາະແມ່ນຈະອອກທາງຊ່ອງຢູທູບ.
ພິທີມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານຫຼັກສອງ

ພິທີມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານຫຼັກສອງ

ວັນທີ 10 ພະຈິກ 2025, ທີ່ໂຮງຮຽນປະຖົມສົມບູນສົມບູນ ບ້ານຫຼັກສອງ ເມືອງສາລະວັນ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບໂຮງຮຽນບ້ານດັ່ງກ່າວ (ການກໍ່ສ້າງ - ສ້ອມແປງ ແລະ ຕໍ່ເຕີມອາຄານຮຽນ) ຈຳນວນ 2 ຫຼັງ, ມູນຄ່າ 282,700,000 ກີບ ໂດຍໄດ້ຮັບທຶນຈາກສະມາຄົມການສຶກສາ-ກິລາ ເພື່ອສຸຂະພາບລາວ-ສະວິດເຊີແລນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ທ່ານ ອາໂອອິສ ແຄສະເລີ ປະທານສະມາຄົມການສຶກສາ-ກິລາ ເພື່ອສຸຂະພາບລາວ-ສະວິດເຊີແລນ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນສະໜັບສະໜູນທີມນັກກິລແລ່ນ-ລານ ນວ

ຫຼາຍພາກສ່ວນ ມອບເງິນສະໜັບສະໜູນທີມນັກກິລແລ່ນ-ລານ ນວ

ໃນວັນທີ 10 ພະຈິກ 2025, ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ໄດ້ມີພິທີມອບ-ຮັບການສະໜັບສະໜູນຈາກຫຼາຍສ່ວນ ຕາງໜ້າຮັບໂດຍທ່ານ ພອນປະເສີດ ອິນທະສອນ ປະທານກຸ່ມພັດທະນາ 3ເອັດ ພັດທະນາ ຈຳກັດ ທັງເປັນປະທານສະຫະພັນແລ່ນ-ລານ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນເຂົ້າຮ່ວມ ໃນໂອກາດທີ່ລົງຕິດຕາມໃຫ້ກຳລັງໃຈຄະນະນຳ, ຄູຝຶກ ແລະ ນັກກິລາແລ່ນລານ ນະຄອນຫຼວງວຽງຈັນ (ນວ).
ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ ຈັດຂຶ້ນວັນທີ 10 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ໂດຍມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະຮັບຜິດຊອບລະດັບຊາດ ງານມະຫະກຳກິລາຄັ້ງທີ XII, ທ່ານ ສົມພູ ພົງສາ ຮອງປະທານ ຄະນະກຳມະການໂອແລມປິກແຫ່ງຊາດ, ຄະນະຮັບຜິດຊອບ, ຄູຝຶກ, ອະນຸກຳມະການແຕ່ລະພາກສ່ວນ ພ້ອມດ້ວຍກ້ອນກຳລັງຕ່າງໆ ແລະ ສື່ມວນຊົນເຂົ້າຮ່ວມ.
ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ

ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ

ພິທີເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນ ທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ ໃນວັນທີ 10 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ "ເຍົາວະຊົນຍຸກໃໝ່ໃສ່ໃຈສິ່ງແວດລ້ອມສີຂຽວ, ສົ່ງເສີມຍຸດທະສາດການສຶກສາ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ໃນການຫັນສູ່ຄວາມທັນສະໄໝ" ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍບັນດາເລຂາ-ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 17 ແຂວງທົ່ວປະເທດ, ນ້ອງໆທີ່ເປັນຕົວແທນໃຫ້ອະນຸຊົນ, ເຍົາວະຊົນ ແລະ ຊາວໜຸ່ມທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາຄະນະສະຖາປັດຕະຍະກຳສາດ (ຄສປ) ຊະນະເລີດການແຂ່ງຂັນຖາມ-ຕອບວິທະຍາສາດ ຂອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ (ມຊ) ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 29 ປີ (5 ພະຈິກ 2025 - 5 ພະຈິກ 1996). ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພະຈິກນີ້ ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ ແຂວງຫຼວງພະບາງ ມີຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້,ນັກກິລາດອກປີກໄກ່ແຂວງຫຼວງພະບາງ ໄດ້ສຸມໃສ່ການຝຶກຊ້ອມດ້ານເຕັກນິກ ແລະກໍາລັງ, ແນໃສ່ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ຕັ້ງໄວ້.
ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ວັນທີ 5 ພະຈິກນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະມາຄົມກິລາ - ກາຍຍະກໍາ ແຂວງຫຼວງພະບາງ ໄດ້ໂອ້ລົມທັບນັກກິລາຈາກດິນແດນ ເມືອງມໍຣະດົກໂລກ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025.
ເພີ່ມເຕີມ