![]() |
ການແຂ່ງຂັນກິລາເທຄວັນໂດເປັນອີກໜຶ່ງໃນ 33 ປະເພດກິລາ ທີ່ຈັດໃນການແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນລະຫວ່າງວັນທີ 15-25 ພະຈິກນີ້ ໂດຍຈັດຂຶ້ນເພື່ອເເນ່ໃສໃຫ້ນັກກິລາທັງເຍົາວະຊົນ ແລະ ຊາວໜຸ່ມ ໄດ້ມີການຝຶກແອບຕົນເອງ ເພື່ອພັດທະນາຄວາມສາມາດ ໃຫ້ກາຍເປັນນັກກິລາທີ່ດີເດັ່ນ ແລະ ເພື່ອສ້າງຄວາມສາມັກຄີຮັກແພງ, ແລກປ່ຽນບົດຮຽນທີ່ດີລະຫວ່າງແຂວງກັບບັນດາກະຊວງ ພ້ອມທັງເປັນການຮັດແໜ້ນຄວາມມີນໍາໃຈຂອງນັກກິລາ. ພ້ອມກັນນັ້ນ ຍັງເປັນການພັດທະນາເທຄວັນໂດໃຫ້ກ້າວໜ້າໄປສູ່ລະດັບພາກພື້ນ ແລະ ສາກົນ. ນອກນັ້ນ ຍັງເປັນການທົດສອບນັກກິລາກ່ອນເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາຊີເກມ ຄັ້ງທີ XXXIII ທີ່ປະເທດໄທ ຈະເປັນເຈົ້າພາບ ໃນທ້າຍປີ 2025 ນີ້ອີກດ້ວຍ.
ສໍາລັບການແຂ່ງຂັນກິລາເທຄວັນໂດແຂ່ງຂັນກັນ 2 ປະເພດຄື: ປະເພດຕໍ່ສູ້ ແລະ ປະເພດປຸ່ມເຊ, ມີນັກກິລາເຂົ້າຮ່ວມທັງໜົດ 139 ຄົນ, ຍິງ 59 ຄົນ ທີ່ມາຈາກ 13 ພາກສ່ວນຄື: ແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ນະຄອນຫຼວງວຽງຈັນ ເຈົ້າພາບ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ. ຊຶ່ງໃນງານກິລາຄັ້ງນີ້ ສະເພາະປະເພດກິລາເທຄວັນໂດ ຊີງໄຊທັງໝົດ 26 ຫຼຽນຄຳ, 26 ຫຼຽນເງິນ ແລະ 52 ຫຼຽນທອງ.
ຊຶ່ງໃນມື້ທີ1 ຊີງໄຊທັງໝົດ 6 ລາຍການ ຄື: ຟ້ອນດ່ຽວຊາຍ-ຍິງ, ຟ້ອນທີມຊາຍ-ຍິງ (3 ຄົນ), ຟ້ອມຄູ່ປະສົມ ແລະ ຟ້ອມທີມປະສົມ ຟຣີສະໄຕ (5 ຄົນ). ຜ່ານການແຂ່ງຂັນຜົນປະກົດວ່າ: ຟ້ອມດ່ຽວຊາຍ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ແຂວງຊຽງຂວາງ ແລະ ຫຼຽນທອງ ຮ່ວມ ແຂວງຈຳປາສັກ ແລະ ກະຊວງປ້ອງກັນປະເທດ; ຟ້ອມດ່ຽວຍິງ ຫຼຽນຄຳ ແຂວງຈຳປາສັກ, ຫຼຽນເງິນ ກະຊວງປ້ອງກັນຄວາມສະຫງົບ ແລະ ຫຼຽນທອງ ຮ່ວມ ແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ; ຟ້ອນທີມຊາຍ 3 ຄົນ ຫຼຽນຄຳ ກະຊວງປ້ອງກັນຄວາມສະຫງົບ, ຫຼຽນເງິນ ແຂວງຄຳມ່ວນ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ຟ້ອນທີມຍິງ 3 ຄົນ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ແຂວງຊຽງຂວາງ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ຟ້ອນຄູ່ປະສົມ ຫຼຽນຄຳ ແຂວງຊຽງຂວາງ, ຫຼຽນເງິນ ແຂວງຈຳປາສັກ ແລະ ຫຼຽນທອງ ຮ່ວມ ແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ; ຟ້ອນທີມປະສົມ ຟຣີສະໄຕ 5 ຄົນ ຫຼຽນຄຳ ແຂວງຊຽງຂວາງ, ຫຼຽນເງິນ ແຂວງຄຳມ່ວນ ແລະ ຫຼຽນທອງ ຮ່ວມ ແຂວງຈຳປາສັກ ແລະ ນະຄອນຫຼວງວຽງຈັນ ເຈົ້າພາບ.
ພາບ-ຂ່າວ: ລູກນ້ຳເຊ ອິນທະດາລິນ

ຄໍາເຫັນ