ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ
ພິທີເປີດການນຳໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 2 ທັນວານີ້ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ,ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ,ບັນດາກະຊວງ, ອົງການຂອງລາວ ແລະ ຫວຽດນາມ ແລະ ຊາວໜຸ່ມເຍົາວະຊົນເຂົ້າຮ່ວມ.
ເປດການນຳໃຊສວນສາທາລະນະມດຕະພາບ ລາວ-ຫວຽດນາມ - image 1
 

 

ສະຫາຍຫງວຽນ ຈີ້ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ກ່າວວ່າ: ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ບໍ່ພຽງແຕ່ໂຄງການພູມສັນຖານຮັບໃຊ້ຊຸມຊົນເທົ່ານັ້ນ, ແຕ່ຍັງເປັນສັນຍາລັກທີ່ມີຊີວິດຊີວາ ຂອງສາຍພົວພັນທີ່ຊື່ສັດ ແລະ ຫາຍາກ ລະຫວ່າງສອງຊາດ. ໂຄງການນີ້ສະແດງເຖິງຄວາມຕັ້ງໃຈ ແລະ ເອົາໃຈໃສ່ ຂອງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ໃນການປົກປັກຮັກສາ, ເສີມຂະຫຍາຍມໍລະດົກອັນລ້ຳຄ່າ ທີ່ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ເພີ່ມພູນຄູນສ້າງ.ແມ່ນຂອງຂວັນວັດທະນະທໍາ, ຈິດໃຈ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຝາກໃຫ້ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສໍາຄັນອັນຍິ່ງໃຫຍ່, ໃນເມື່ອນຳໃຊ້ສວນສາທາລະນະຈະກາຍເປັນສະຖາບັນວັດທະນະທໍາ, ນິເວດວິທະຍາທີ່ທັນສະໄໝ, ເປັນບ່ອນປະຊາຊົນນະຄອນຫຼວງວຽງຈັນ ແລະ ຕ່າງປະເທດກໍ່ສາມາດເຂົ້າມາພັກຜ່ອນ, ຈັດກິດ ຈະກໍາຂອງຊຸມຊົນ, ພ້ອມນັ້ນຍັງແມ່ນພື້ນທີ່ສີແດງ ເພື່ອໃຫ້ລຸ້ນໜຸ່ມ ລາວ-ຫວຽດນາມ ຊອກຮູ້ ເຫດການປະຫວັດສາດທີ່ຕິດພັນຂອງສອງຊາດ. ດ້ວຍເຫດນີ້ຈຶ່ງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ຫວຽດນາມ-ລາວ,ໃນສະພາບແວດລ້ອມສາກົນ ແລະ ພາກພື້ນໄດ້ຜັນແປໄປຢ່າງສັບສົນ, ວຽກເສີມສ້າງ ຄວາມສາມັກຄີລາວ-ຫວຽດນາມ ແຫ່ງມີຄວາມໝາຍສໍາຄັນທາງດ້ານຍຸດທະສາດຫຼາຍຂຶ້ນ. ສວນສາທາລະນະມິດຕະພາບລາວ-ຫວຽດນາມ ປະກອບສ່ວນຊຸກຍູ້ການຮ່ວມມືຢ່າງແຂງແຮງຂຶ້ນ ອີກລະຫວ່າງສອງຊາດ ໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ, ສຶກສາ, ທ່ອງທ່ຽວ ແລະ ການແລກປ່ຽນພົບປະປະຊາຊົນ, ດັ່ງນັ້ນ ຈຶ່ງນຳເອົາຄຸນຄ່າຕົວຈິງ ເພື່ອການພັດທະນາ ແບບຍືນຍົງຂອງແຕ່ລະປະເທດ ແລະ ຜົນປະໂຫຍດລວມຂອງພາກພື້ນ.

ເປດການນຳໃຊສວນສາທາລະນະມດຕະພາບ ລາວ-ຫວຽດນາມ - image 2
 

ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ກ່າວວ່າ: ໂດຍປະຕິບັດຕາມການຕົກລົງຂອງສອງພັກ, ສອງລັດຖະບານ ແລະ ກົມການເມືອງ ຂອງສອງປະເທດ ລາວ-ຫວຽດນາມ ກໍຄື ຜັນຂະຫຍາຍ ເນື້ອໃນຈິດໃຈຂອງ ຂໍ້ຕົກລົງວ່າ ດ້ວຍແຜນການຮ່ວມມືປະຈຳປີ 2025 ແລະ ບົດບັນທຶກກອງປະຊຸມ ຄັ້ງທີ 47 ຂອງ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໃນການສ້າງສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢູ່ ສປປ ລາວ, ພາຍຫຼັງທີ່ໄດ້ເປີດພິທີໂຄງການກໍ່ສ້າງສວນສາທາລະນະ ມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ທາງຄະນະຄຸ້ມຄອງໂຄງການທັງສອງຝ່າຍ ກໍໄດ້ມີການປະສານສົມທົບກັນຢ່າງແໜ້ນແຟ້ນ ເຮັດໃຫ້ໂຄງການດັ່ງກ່າວ ໄດ້ເຊັນສັນຍາລິເລີ່ມ ໃນວັນທີ 31 ມີນາ 2025 ທີ່ນະຄອນຫຼວງ ວຽງຈັນ ລະຫວ່າງ ຫ້ອງວ່າການສູນກາງພັກ ໃນນາມຄະນະຄຸ້ມຄອງໂຄງການຝ່າຍລາວ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃນນາມຄະນະຄຸ້ມຄອງໂຄງການຝ່າຍ ຫວຽດນາມ ເຊິ່ງມີມູນຄ່າທັງໝົດ 340,471,500,000 ດົ່ງ; ໃນນັ້ນ ທຶນສົມທົບຂອງ ລັດຖະບານ ສປປ ລາວ ແມ່ນ 9 ຕື້ກີບ (ທຽບເທົ່າ 10,471,500,000 ດົ່ງ) ແລະ ທຶນ ຊ່ວຍເຫຼືອລ້າຂອງລັດຖະບານ ສສ ຫວຽດນາມ ແມ່ນ 330 ຕື້ດົ່ງ. ມາຮອດປັດຈຸບັນ, ໂຄງການດັ່ງກ່າວ ໄດ້ດໍາເນີນໄປຕາມຈິດໃຈຊີ້ນໍາ ຂອງກົມການເມືອງສູນກາງພັກ ແລະ ຄະນະຊີ້ນໍາທັງສອງຝ່າຍ ຊຶ່ງງໄດ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດທີ່ດີຫຼາຍດ້ານ ໂດຍສະເພາະບັນດາໜ້າວຽກຕ່າງໆ ແມ່ນໄດ້ສໍາເລັດ 99 ສ່ວນຮ້ອຍແລ້ວ.

ເປດການນຳໃຊສວນສາທາລະນະມດຕະພາບ ລາວ-ຫວຽດນາມ - image 3
 

ໂຄງການນີ້ ເປັນໂຄງການໜຶ່ງທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດ-ການເມືອງ ຢ່າງເລິກເຊິ່ງ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຊຶ່ງບໍ່ພຽງແຕ່ເປັນສັນຍາລັກແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດພວກເຮົາເທົ່ານັ້ນ, ແຕ່ສວນສາທາລະນະມິດຕະພາບລາວ-ຫວຽດນາມ ທີ່ສວຍສົດງົດງາມແຫ່ງນີ້ ໄດ້ກາຍເປັນບ່ອນ ທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທຳທີ່ສໍາຄັນ ເປັນສະຖານທີ່ຈັດກິດຈະກຳຕ່າງໆ, ເປັນບ່ອນພັກຜ່ອນ, ອອກກໍາລັງກາຍ, ບ່ອນຫຼິ້ນຂອງເດັກນ້ອຍ-ເຍົາວະຊົນຄົນຮຸ່ນໜຸ່ມ ແລະ ເປັນບ່ອນສຶກສາຮໍ່າຮຽນຂອງຄົນຮຸ່ນສືບທອດ ໄດ້ເຂົ້າມາທັດສະນະສຶກສາຄົ້ນຄວ້າ ກ່ຽວກັບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ.

ເປດການນຳໃຊສວນສາທາລະນະມດຕະພາບ ລາວ-ຫວຽດນາມ - image 4
 

ຂ່າວ-ພາບ:ບຸນຕອມ.

ຄໍາເຫັນ

ຂ່າວເດັ່ນ

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ  ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ  ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ  (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

- ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື, - ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ, - ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ,ທ່ານຍິງ, ທ່ານຊາຍທີ່ມີກຽດ, - ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ. ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ, ສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວານີ້ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍພ້ອມຄະນະເຂົ້າຢ້ຽມຂໍ່ານັບ

ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍພ້ອມຄະນະເຂົ້າຢ້ຽມຂໍ່ານັບ

ໃນຕອນບ່າຍຂອງວັນທີ 27 ພະຈິກ 2025, ທີ່ ຫ້ອງວ່າການສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 15 ໃນວັນທີ 26-28 ພະຈິກ 2025.
ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍ

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍ

ໃນວັນທີ 27 ພະຈິກ 2025, ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງຣາຊະອານາຈັກກໍາປູເຈຍ, ໃນໂອກາດເດີນທາງມາຢ້ຽມຢາມທາງການແລະເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ - ກຳປູເຈຍ (JC) ຄັ້ງທີ 15,ທີ່ ສປປລາວ, ໃນລະຫວ່າງວັນທີ 26– 28ພະຈິກ 2025.
ສໍາເລັດກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ສໍາເລັດກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 24-27ພະຈິກ2025ເປັນເວລາ 4 ວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການ.
ສານຂອງ​​ທ່ານ ສອນ​ໄຊ ສີ​ພັນ​ດອນນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປ​ປລາວ  (ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025)  • ພີ່​ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫຼາຍ!

ສານຂອງ​​ທ່ານ ສອນ​ໄຊ ສີ​ພັນ​ດອນນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປ​ປລາວ (ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025) • ພີ່​ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫຼາຍ!

ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຄົບຮອບ 25 ປີ (25/11/2000-25/11/2025)ບັນດາປະເທດໃນທົ່ວໂລກ ກໍຄື ສປປ ລາວ ພວກເຮົາໄດ້ສ້າງຂະບວນການ ລະນຶກວັນດັ່ງກ່າວ, ສໍາລັບ ປີນີ້ແມ່ນພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດີຈີຕອນຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ”, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນໃນຂອບເຂດທົ່ວປະເທດ, ຖືໂອກາດນີ້ເປັນການຢັ້ງຢືນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງວົງຄະນາຍາດສາກົນຮ່ວມກັນໃນການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທັງເປັນໂອກາດທີ່ດີທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເຊິ່ງສາມາດເກີດໄດ້ຫຼາຍຮູບການ ແລະ ຜ່ານຫຼາຍຊ່ອງທາງ ໂດຍສະເພາະໃນສັງຄົມທີ່ນັບມື້ຈະຫັນໄປສູ່ລະບົບດີຈີຕອນ.
ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIໄດ້ໄຂຂຶ້ນໃນວັນທີ 24ພະຈິກ2025ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍກໍາມະການສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການ.ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ໄດ້ຕີລາຄາວ່າ ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງຕໍ່ເນື່ອງ, ສັບສົນ ແລະ ຄາດຄະເນໄດ້ຍາກ ຄືປັດຈຸບັນນີ້, ແຕ່ຄະນະບໍລິຫານງານສູນກາງພັກ ກໍໄດ້ສຸມໃສ່​ນຳພາ-ຊີ້ນຳ ຢ່າງເອົາຈິງເອົາຈັງໃນການແກ້ໄຂບັນຫາເຄັ່ງຮ້ອນຂອງປະເທດ, ໂດຍສະເພາະແມ່ນການແກ້ໄຂບັນດາປັດໄຈສ່ຽງ ທີ່ຈະສົ່ງຜົນກະທົບຕໍ່ສະພາບເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ພ້ອມນີ້ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດ, ແກ້ໄຂ​ປະ​ກົດ​ການ​ຫຍໍ້​ທໍ້ຕ່າງໆ​ໃນ​ສັງ​ຄົມ,ສ້າງໄດ້ການຫັນປ່ຽນ ທີ່ຕັ້ງໜ້າ ແລະ ທ່ວງທ່າ ທີ່ດີໃຫ້ແກ່ການສືບຕໍ່ພັດທະນາປະເທດຊາດເຮົາ ໃຫ້ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ.
ພິທີປະດັບຫຼຽນກາລະນຶກ 50 ປີ ສປປ ລາວ ໃຫ້ແກ່ບັນດາການນຳແລະອະດີດການນຳ

ພິທີປະດັບຫຼຽນກາລະນຶກ 50 ປີ ສປປ ລາວ ໃຫ້ແກ່ບັນດາການນຳແລະອະດີດການນຳ

ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(2ທັນວາ 1975-2ທັນວາ 2025) ໄດ້ມີຂຶຶ້ນໃນຕອນເຊົ້າທີ 20 ພະຈິກ 2025ນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ,ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງມີ ອະດີດ ເລຂາທິການໃຫຍ່,ອະດີດປະທານປະເທດ,ບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ,ບັນດາສະຫາຍ ກຳມະການສູນກາງພັກ ພ້ອມດ້ວຍອະດີດການນຳ,ບັນດາການນຳຂອງກະຊວງ-ອົງການ ພະນັກງານ-ສະມາຊິກພັກເຂົ້າຮ່ວມ
ເພີ່ມເຕີມ