ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ
ພິທີເປີດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນ ຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນ” ໄລຍະພັກແລ້ງ ປະຈຳສົກຮຽນ 2025-2026 ໄດ້ມີຂຶ້ນໃນວັນທີ 6 ກໍລະກົດ ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ສິນທະວອນ ດາລາວົງ ຄະນະປະຈຳພັກກະຊວງ ປະທານຄະນະກວດກາພັກ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງເລຂາຄະນະພັກ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ປະທານສະຫະພັນຊາວໜຸ່ມລາວ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມກະຊວງ, ຜູ້ຕາງໜ້າຈາກກົມອົບຮົມສູນກາງຊາວໜຸ່ມ, ຄະນະຮັບຜິດຊອບໂຄງການ ຕະ ຫຼອດຮອດຖັນແຖວອາສາສະໝັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ເປດໂຄງການອາສາສະໝກຕະລມບອນບຳລງນກຮຽນ ແລະ ນຳນອງຄນສໂຮງຮຽນ ໄລຍະພກແລງ - image 1
 

 

ໂຄງການດັ່ງກ່າວ, ເປັນການຮ່ວມມືຄັ້ງສຳຄັນລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ກົມອົບຮົມຊາວໜຸ່ມ) ແລະ ກະຊວງສຶກສາທິການ ແລະ ກິລາ (ຄະນະບໍລິຫານງານຊາວໜຸ່ມ ສສກ) ໂດຍໄດ້ຮັບການຜັນຂະຫຍາຍມາຈາກມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນທົ່ວປະເທດ 5 ປີ ຄັ້ງທີ III ແລະ ແຜນພັດທະນາ 5 ປີ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໂດຍມີຈຸດປະສົງຫຼັກເພື່ອແກ້ໄຂບັນຫາຄວາມແຕກໂຕນກັນທາງດ້ານການສຶກສາລະຫວ່າງຕົວເມືອງ ແລະ ຊົນນະບົດ, ສະກັດກັ້ນອັດຕາການປະລະການຮຽນຂອງນັກຮຽນຊັ້ນປະຖົມທີ່ເພີ່ມຂຶ້ນ, ປູກຈິດສຳນຶກໃຫ້ນັກຮຽນໃນເຂດຫ່າງໄກສອກຫຼີກຮັກການຮຽນ ແລະ ສົ່ງເສີມໃຫ້ຊາວໜຸ່ມຂັ້ນສູນກາງໄດ້ນຳເອົາຄວາມຮູ້ລົງໄປເຄື່ອນໄຫວຮັບໃຊ້ສັງຄົມ ແລະ ຊຸມຊົນທ້ອງຖິ່ນຕົວຈິງ.

ໃນພິທີ, ທ່ານ ສິນທະວອນ ດາລາວົງ ໄດ້ໃຫ້ກຽດກ່າວເປີດໂຄງການວ່າ: “ຊາວໜຸ່ມ ແມ່ນກຳລັງໜູນທີ່ໄວ້ໃຈໄດ້ ແລະ ເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ, ໂຄງການນີ້ແມ່ນໜ້າວຽກໜຶ່ງທີ່ສຳຄັນ ທີ່ຜັນຂະຫຍາຍທິດຊີ້ນຳຂອງຄະນະພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX ຕິດພັນກັບຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ.” ພ້ອມກັນນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບໂຄງການທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ປະສານງານກັນຢ່າງກົມກຽວລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ອາສາສະໝັກໃນທຸກໆດ້ານ; ເອົາໃຈໃສປະຕິບັດຮີດຄອງປະເພນີລາວ ໂດຍສະເພາະປະເພຂອງທ້ອງຖິ່ນຂອງບ້ານ, ຍົກສູງສະຕິ ຮຽນຮູ້ຮີດຄອງປະເພນີອັນດີງາມ; ສ້າງຈິດສຳນຶກໃຫ້ນັກຮຽນຢາກມາຮຽນຫຼາຍຂຶ້ນ ປູກຈິດສຳນຶກໃຫ້ນັກຮຽນຮັກ-ມັກໂຮງຮຽນ ຢາກມາຮຽນ; ການຮຽນການສອນໃຫ້ປະຕິບັດສອນຕາມຄູ່ມືທີ່ແນະນຳ ຕາມທີ່ໄດ້ຝຶກຝົນມາ ເພື່ອເຮັດໃຫ້ການຮຽນການສອນຄົນຕາມເນື້ອໃນ ສ້າງແຜນເຄື່ອນໄຫວເກັບກຳແຜນສະຫຼຸບລາຍງານໃຫ້ລະອຽດ; ປະສານສົມທົບ ແລະ ຂໍທິດຊີ້ນໍາຈາກອຳນາດການປົກຄອງທ້ອງຖິ່ນຢ່າງໃກ້ສິດ; ມີການກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນດ້ານສຸຂະພາບຮ່າງກາຍ ແລະ ອຸປະກອນການໃຊ້ຊອຍຕ່າງໆກໍ່ໃຫ້ມີຄວາມພ້ອມຮອບດ້ານ.

ໂອກາດດຽວກັນ, ສະຫາຍ ຈັນທະວົງ ປັນຍາສິລິ ເລຂາທິການສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ສສກ ທັງເປັນຄະນະພັກກະຊວງ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳແຫ່ງຊາດ ໄດ້ກ່າວວ່າ: ສຳລັບສົກຮຽນ 2025-2026 ນີ້, ໂຄງການໄດ້ຄັດເລືອກເອົາບັນດາເມືອງທີ່ດ້ອຍໂອກາດທາງດ້ານການສຶກສາ ເປັນເມືອງເປົ້າໝາຍໃນການລົງປະຕິບັດງານຕົວຈິງທັງໝົດ 8 ເມືອງ ໃນ 8 ແຂວງ ທົ່ວປະເທດ ປະກອບມີ: ເມືອງລອງ ແຂວງຫຼວງນ້ຳທາ, ເມືອງສົບເບົາ ແຂວງຫົວພັນ, ເມືອງຜາໄຊ ແຂວງຊຽງຂວາງ, ເມືອງປາກອູ ແຂວງຫຼວງພະບາງ, ເມືອງນາກາຍ ແຂວງຄຳມ່ວນ, ເມືອງພີນ ແຂວງສະຫວັນນະເຂດ, ເມືອງຕະໂອ້ຍ ແຂວງສາລະວັນ ແລະ ເມືອງໂຂງ ແຂວງຈຳປາສັກ ມີໂຮງຮຽນປະຖົມທັງໝົດ 32 ແຫ່ງ.

ເປດໂຄງການອາສາສະໝກຕະລມບອນບຳລງນກຮຽນ ແລະ ນຳນອງຄນສໂຮງຮຽນ ໄລຍະພກແລງ - image 2
 

ໂຄງການນີ້ ແມ່ນໄດ້ລະດົມ ແລະ ນຳສົ່ງກຳລັງອາສາສະໝັກທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນທັງໝົດ 96 ຄົນ ຍິງ 50 ຄົນ ຊຶ່ງສ່ວນໃຫຍ່ແມ່ນນັກສຶກສາ ໂດຍຈະໄດ້ລົງໄປປະຈຳການຢູ່ພາກສະໜາມຕົວຈິງເປັນເວລາ 2 ເດືອນ ໂດຍຈະເລີ່ມລົງປະຕິບັດວັນທີ 10 ກໍລະກົດ ຫາ ວັນທີ 20 ສິງຫາ 2026 ເພື່ອເຮັດໜ້າທີ່ຈັດການຮຽນ-ການສອນ ບຳລຸງ 3 ວິຊາຫຼັກ ຄື: ວິຊາພາສາລາວ, ຄະນິດສາດ ແລະ ວິທະຍາສາດ (ໂລກອ້ອມຕົວ) ໃຫ້ແກ່ນັກຮຽນຊັ້ນ ປ.3, ປ.4 ແລະ ປ.5 ພ້ອມທັງຈັດກິດຈະກຳສ້າງສັນຕ່າງໆ ເພື່ອດຶງດູດ ແລະ ສ້າງແຮງຈູງໃຈໃຫ້ນ້ອງໆນັກຮຽນກັບຄືນສູ່ໂຮງຮຽນໃນສົກຮຽນຕໍ່ໄປ.

ກ່ອນການລົງພາກສະໜາມ, ຄະນະຮັບຜິດຊອບກໍໄດ້ຈັດຕັ້ງການຝຶກອົບຮົມຍົກລະດັບດ້ານເນື້ອໃນຫຼັກສູດ ແລະ ວິທີການສິດສອນຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ອາສາສະໝັກທຸກສະຫາຍທີ່ມີຄວາມຕັ້ງໃຈ ແລະ ກະຕືລືລົ້ນຢູ່ແລ້ວນັ້ນ ມີຄວາມພ້ອມດ້ານວິຊາການຢ່າງເຕັມຮ້ອຍ ເນື່ອງຈາກອາສາສະໝັກບາງສ່ວນແມ່ນຍັງຂາດປະສົບການໃນການສິດສອນຕົວຈິງ.

ສຳລັບໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ ສົກຮຽນ 2025-2026 ໃນ 8 ເມືອງ 8 ແຂວງເປົ້າໝາຍ ມີຜູ້ອຸປະຖຳທັງໝົດ ຄື: ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ອຸປະຖຳ 500,000,000 ກີບ, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຊ່ວຍອຸປະກອນ 15,000,000 ກີບ, ບໍລິສັດ ລາວຟອດ ຊິດຕີ້ ອຸປະຖຳເສື້ອ ແລະ ໝວກ 22,900,000 ກີບ, ສະຫາຍ ສິນທະວອນ ດາລາວົງ ອຸປະທຳໃນນາມສ່ວນຕົວ 10,000,000 ກີບ, ສະມາຄົມການສຶກສາພາກເອກະຊົນ 3,000,000 ກີບ, ວິທະຍາໄລເຕັກນິກສັບພະວິຊາ 6,500,000 ກີບ, ກົມກວດກາ 300,000ກີບ, ສະໜາມກິລາແຫ່ງຊາດ (ຫຼັກ 16) 300,000 ກີບ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ 900,000 ກີບ, ວິທະຍາໄລສົງອົງຕື້ 300,000 ກີບ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມອບປຶ້ມແບບຮຽນ, ປຶ້ມບົດຝຶກຫັດກຽມປະຖົມ ແລະ ປຶ້ມນິທານ ລວມທັງໝົດ 1,347 ຫົວ.

ຂ່າວ-ພາບ: ບົວລະພາ

ຄໍາເຫັນ

ຂ່າວສືກສາ-ກິລາ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 5 ພະຈິກນີ້, ທີ່ ມຊ. ທ່ານ ບຸນທ່ຽງ ລັດຕະນະວົງ ອະດີດນັກສຶກສາຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ ມຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຕົນເອງ ເປັນຜູ້ໜຶ່ງທີ່ໄດ້ສຶກສາຮໍ່າຮຽນຢູ່ໃນຮົ້ວ ມຊ ແຫ່ງນີ້ ແລະ ຮູ້ສຶກດີໃຈ ແລະ ປະທັບໃຈທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ແລະ ໄດ້ແບ່ງປັນບົດຮຽນຈາກການສຶກສາ ແລະ ປະສົບການສ້າງທຸລະກິດຂອງຕົນເອງ ໂດຍຊີ້ໃຫ້ເຫັນວ່າອົງຄວາມຮູ້ທີ່ໄດ້ຮັບຈາກການສຶກສາຮໍ່າຮຽນ ສາມາດນຳໄປໝູນໃຊ້, ປະຕິບັດຕົວຈິງຢ່າງມີປະສິດທິຜົນ ຈາກພະນັກງານກິນເງິນເດືອນ ກາຍມາເປັນຜູ້ປະກອບການສ້າງວຽກເຮັດງານທຳໃຫ້ແຮງງານລາວຫຼາຍຮ້ອຍຄົນ.
ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ. ມຊ ໄດ້ຈັດກອງປະຊຸມວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ ໃນວັນທີ 4 ພະຈິກນີ້, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີທ່ານ ນາງ ວັນແສງ ຈຸນລະມະນີ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ມີນັກຄົ້ນ ຄ້ວາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກເທັນນິດດາວຮຸ່ງເຍົາວະຊົນລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດ ດ້ວຍການຄວ້າແຊັມໃນການແຂ່ງຂັນເທັນນິດເຍົາວະຊົນ ລາຍການ Junior Tennis Championship 2026 ຮຸ່ນອາຍຸບໍ່ເກີນ 14 ປີ (U-14) ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນລະຫວ່າງວັນທີ 31 ຕຸລາ ຫາ 1 ພະຈິກ ຜ່ານມາ.
ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ທ້າວ ສຸພົນສາ ນິຍົມ ແລະ ທ້າວ ເພັດນະຄອນ ພາມີສິດ ສອງໜຸ່ມນັກກິລາແມ້ນປືນໄອພີເອັດຊີ ທີມຊາດລາວ ນັກແມ້ນປືນລະດັບຕົ້ນຂອງປະເທດລາວ ຄວ້າແຊັມການແຂ່ງຂັນກິລາຍິງປືນ IPSC ຊີງແຊັມປະເທດລາວ ປະຈຳປີ 2026 ໄປຄອງ ຂະນະທີ່ ແຊັມປະເພດປືນໂປຣດັກຊັນຍິງເປັນຂອງນາງ ກົງຄຳ ບົວແສງພະຈັນ.
ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດການນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ 5 ປີ ຄັ້ງທີ V ໃນວັນທີ 3 ພະຈິກຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຊູຮຸນ ຄິມ ຜູ້ອຳນວຍການພາກພື້ນຂອງອົງການ UNESCO ບາງກອກ ແລະ ທ່ານ ນາງ ເບັນນິຕ້າ ຊຳເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ, ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກົມ ແລະ ພະແນກການ, ຄູ່ຮ່ວມພັດທະນາ, ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ມີບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນ ເຂົ້າຮ່ວມ.
U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

ຫຼານນ້ອຍສະໂມສອນບານເຕະ ເບ ສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສ້າງຜົນງານຄ້ວາແຊັມບານເຕະນາໆຊາດ ລາຍການ Singa Cup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີດເມືອງນອນດ້ວຍຄວາມສະຫວັດດີພາບແລ້ວ ໃນຕອນແລງວັນທີ 3 ພະຈິກຜ່ານມາ, ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັຟຊີ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະ ທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.
ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ສນຊ) ປີ 2026 ພາຍໃຕ້ຫົວຂໍ້: ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ພະຈິກຜ່ານມານີ້, ທີ່ເດີ່ນກິລາບານເຕະລ້ານຊ້າງສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາ, ຄູຝຶກ, ກຳມະການ ແລະ ຊາວໜຸ່ມ-ເຍົາວະຊົນ, ມວນຊົນ, ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ເພີ່ມເຕີມ