![]() |
ໂດຍເປັນປະທານຂອງພະອາຈານ ມະຫາໂສພາ ສີບຸນເຮືອງ ປະທານອົງການພຸດທະສາສະ
ໜາສຳພັນ ແຫ່ງ ສປປ ລາວ (ອພສ) ເມືອງໄຊທານີ ເຈົ້າອະທິການວັດພະເຈົ້າໃຫຍ່ໄຊທານີສີຣິມຸງຄຸນວິຫານ ມີພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຮອງປະທານສູນກາງ ອພສ ຫົວໜ້າກຳມາທິການເຜີຍແຜ່ສີນລະທຳ ແລະ ກຳມະຖານສູນກາງ ທ່ານ ເພັດສົມພອນ ແສນສີ ປະທານຄະນະກຳມະການປົກຄອງເມືອງໄຊທານີ ທ່ານປະທານແນວລາວສ້າງຊາດເມືອງໄຊທານີ ເຈົ້າພາບເຈົ້າສັດທາ ຜູ້ປົກຄອງ ຄະນະກຳ ມະການໂຄງການ ຄູອາຈານ ແລະ ນັກຮຽນເຍົາວະຊົນເຂົ້າຮ່ວມ.
ໂຄງການດັ່ງກ່າວຈັດຂຶ້ນໂດຍກຳມາທິການເຜີຍແຜ່ສິນລະທຳ ແລະ ກຳມະຖານສູນ ກາງຮ່ວມກັບອົງການ ອພສ ເມືອງໄຊທານີ ເພື່ອເປັນການສ້າງພື້ນຖານໃຫ້ເຍົາວະ ຊົນໄດ້ເຂົ້າໃກ້ສິດຕິດແທດກັບພະພຸດທະສາສະໜາ ນໍາໃຊ້ຫຼັກທຳຄຳສັ່ງສອນມາເປັນເຂັມທິດຊີ້ທາງໃນການດຳລົງຊີວິດ ແລະ ຮ່ວມກັນສືບທອດຮີດຄອງປະເພນີອັນດີງາມຂອງຊາດໃຫ້ຄົງຢູ່ຄູ່ສັງຄົມລາວສືບຕໍ່ໄປ ຊຶ່ງໂຄງການນີ້ຈັດຂຶ້ນເພື່ອໃຫ້ເຍົາວະ ຊົນ ແລະ ອານຸຊົນໄດ້ນໍາໃຊ້ເວລາຫວ່າງໃນໄລຍະພັກຮຽນໃຫ້ເກີດປະໂຫຍດສູງສຸດ ຫ່າງໄກຈາກອະບາຍຍະມຸກ ແລະ ສິ່ງເສບຕິດຕ່າງໆ ເພື່ອປູກຝັງຄຸນສົມບັດ ສິນລະທຳ ມາລະຍາດ ແລະ ຄວາມກະຕັນຍູຮູ້ບຸນຄຸນຕໍ່ບິດາມານດາ ຄູອາຈານຕາມຫຼັກທຳຄຳສອນຂອງພະພຸດມະສາສະໜາ ເພື່ອຮັກສາ ແລະ ສືບທອດວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງພຸດທະສາສະນິກະຊົນລາວໃຫ້ຍືນຍົງຕະຫຼອດໄປ.ໂຄງການບັນພະຊາສາມະເນນພາກລະດູຮ້ອນປະຈຳປີ 2026 ຈັດຂຶ້ນທີ່ວັດພະເຈົ້າໃຫຍ່ໄຊທານີສີຣິມຸງຄຸນວິຫານ ບ້ານໜອງພະຍາ ຄັ້ງນີ້ມີສາມະເນນ ແລະ ເຍົາວະຊົນທີ່ເປັນນັກຮຽນໂຮງຮຽນຕ່າງໆພາຍໃນເມືອງໄຊທານີ ໂດຍສະເພາະບ້ານອ້ອມຂ້າງບ້ານໜອງພະຍາເຂົ້າຮ່ວມ 60 ກວ່າອົງ ແລະ ຈະໃຊ້ເວລາຮໍ່າຮຽນ 8 ວັນຈຶ່ງສຳເລັດ. ຂ່າວ:ວຽງຈັນໃໝ່

ຄໍາເຫັນ