ເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 4 ສະໄໝທີ VII

ເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 4 ສະໄໝທີ VII

ເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 4 ສະໄໝທີ VII
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 4 ສະໄໝທີVII ໄດ້​ເປີດ​ຂຶ້ນ ໃນວັນທີ 29 ມິຖຸນາ 2026 ທີ່ ແຂວງວຽງ​ຈັນ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເປດກອງປະຊມຄບຄະນະບລຫານງານພກແຂວງວຽງຈນຄງທ 4 ສະໄໝທ VII - image 1
 
ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງນີ້, ມີຄວາມໝາຍຄວາມສໍາຄັນ ເປັນຢ່າງຍິ່ງ ເພາະເປັນຂີດໝາຍແຫ່ງການປະເມີນ, ທົບທວນ ແລະ ຕີລາຄາຄືນ ຜົນແຫ່ງການນໍາພາ-ຊີ້ນໍາຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ຈະໄດ້ກຳນົດທິດທາງແຜນການ, ມາດຕະການຢ່າງຈະແຈ້ງ ເພື່ອສຸມໃສ່ຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2026 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເຊິ່ງໃນໄລຍະ 6 ເດືອນຜ່ານມາ, ແຂວງວຽງຈັນ ໄດ້ມີການພັດທະນາ ທ່າມກາງສະພາບການສາກົນ ແລະ ພາກພື້ນ ທີ່ມີການຜັນແປຢ່າງສັບສົນ, ໄວວາ, ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ອັດຕາເງິນເຟີ້, ລາຄາສິນຄ້າ, ນໍ້າມັນເຊື້ອໄຟ ແລະ ຄ່າຄອງຊີບທີ່ເໜັງຕິງສູງ ແຕ່ບົນພື້ນຖານຄວາມເປັນເຈົ້າການ, ຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງຂອງບັນດາສະຫາຍ ຈຶ່ງເຮັດໃຫ້ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານທີ່ໜ້າຊົມເຊີຍ; ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີບາງຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ຈຸດອ່ອນ ທີ່ຈະສືບຕໍ່ແກ້ໄຂໃນຕໍ່ໜ້າ.

ໃນກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງ, ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ບັນດາບົດລາຍງານ ແລະ ຫົວຂໍ້ຈຸດສຸມທີ່ສໍາຄັນ ເປັນຕົ້ນ ບົດລາຍງານການນໍາພາ-ຊີ້ນໍາຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ, ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2026 ແລະ ຫົວຂໍ້ອື່ນໆ ອີກຈໍານວນໜຶ່ງ.

ສະຫາຍເລຂາຄະນະບໍລິຫານງານພັກແຂວງ ໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າ ຄິດຫງໍາ, ແລກປ່ຽນຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ ມີເນື້ອໃນທີ່ຄົບຖ້ວນສົມບູນ, ສ້າງຄວາມເປັນເອກະພາບ ແລະ ນຳໄປຈັດຕັ້ງປະຕິບັດ ໃຫ້ເກີດໝາກຜົນຕົວຈິງໃນຕໍ່ໜ້າ.

ຂ່າວ: ແຂວງວຽງຈັນ

ຄໍາເຫັນ

ຂ່າວການເມືອງ

ຫສປທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ

ຫສປທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີເລຂາ, ຮອງເລຂາຄະນະພັກ, ຫົວໜ້າຫ້ອງວ່າການ, ຮອງຫົວໜ້າຫ້ອງວ່າການ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ຄຕພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາ ກົດລະບຽບພັກ ປປ ລາວ

ໃນວັນທີ 9 ກໍລະກົດນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຄໍາແນະນໍາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝ XII. ໃຫ້ກຽດເປັນປະທານ ໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງ​ໝື່ນເຊື່ອມຊຶມ ກົດລະບຽບຂອງພັກ ສະໄໝທີ XII.

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນ​ວັນ​ທີ 8 ກໍ​ລະ​ກົດ​ຜ່ານ​ມາທີ່ ເມືອງ​ໝື່ນໂດຍການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາເລຂາ, ຮອງເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວ ຄັ້ງທີ 5 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ່ນ​ທ້າວແຂວງ​ໄຊ​ຍະ​ບູ​ລີ ຄັ້ງທີ 5 ສະໄໝທີ VIII ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 9 ກໍ​ລະ​ກົດ​ນີ້ ທີ່ ເມືອງ​ແກ່ນ​ທ້າວໂດຍການເປັນປະທານຂອງສະຫາຍ ຄໍາປຸ່ນ ນວນສະບັບກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ,ມີສະຫາຍ ຄຳ​ເຫຼັກ ແກ້ວ​ວິ​ໄລ​ພອນກຳ​ມະ​ການ​ປະ​ຈຳ​ພັກ​ແຂວງປະ​ທານ​ຄະ​ນະ​ກວດ​ກາ​ພັກ​ແຂວງຜູ້​ຊີ້​ນຳ​ເມືອງ​ແກ່ນ​ທ້າວ,ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະ​ມາມ ຄັ້ງທີ 4 ສະໄໝທີ X

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະ​ມາມ ຄັ້ງທີ 4 ສະໄໝທີ X

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະມາມ ຄັ້ງທີ 4 ສະໄໝທີ X ໄດ້​ເປີດ​ຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ສະໂມສອນເມືອງລະມາມ, ໂດຍການເຂົ້າຮ່ວມຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການປະຈໍາພັກແຂວງເລຂາຄະນະບໍລິຫານງານພັກເມືອງລະມາມ, ສະຫາຍ ບົວໄລ ວິໄລວົງ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.
ຄລທ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄລທ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄະນະບໍລິຫານງານພັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄບພ.ຄລທ) ໄດ້ຈັດຕັ້ງພິທີເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ກໍລະກົດນີ້ ທີ່ ຄລທ.
ທະຫານ ຫຼວງພະບາງ ເຜີຍແຜ່ເຊື່ອມຊຶມກົດລະບຽບກອງທັບປະຊາຊົນລາວ

ທະຫານ ຫຼວງພະບາງ ເຜີຍແຜ່ເຊື່ອມຊຶມກົດລະບຽບກອງທັບປະຊາຊົນລາວ

ກອງບັນຊາການທະຫານແຂວງຫຼວງພະບາງ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບຂອງກອງທັບປະຊາຊົນລາວ ຂຶ້ນໃນວັນທີ 29 ມິຖຸນາຜ່ານມາ, ທີ່ກອງບັນຊາການທະຫານດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ເປີດກ້ວາງ ຄັ້ງທີ 3 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ເປີດກ້ວາງ ຄັ້ງທີ 3 ສະໄໝທີ IX

ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຊຽງ​ຂວາງ ເປີດກ້ວາງ ຄັ້ງທີ 3 ສະໄໝທີ IX ໄດ້​ດຳ​ເນີນໃນລະ​ຫວ່າງ ວັນທີ 29-30 ມິຖຸນາ 2026 ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະ​ຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, 2 ກອງບັນຊາການ ປກ​ຊ-ປກ​ສ ເຂົ້າຮ່ວມ.
ທຫລ ເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ທຫລ ເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ອົງຄະນະພັກ ທະນາຄານແຫ່ງ ສປປ ລາວ (ຄພ.ທຫລ) ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນໃຫຍ່ສະຖາບັນການທະນາຄານ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸນຄຳ ວໍລະຈິດ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ທຫລ, ມີບັນດາສະຫາຍ ຄະນະບໍລິຫານງານພັກ ທຫລ, ຄະນະໜ່ວຍພັກ-ຄະນະຮາກຖານ, ຄະນະກົມ, ຄະນະຜູ້ອຳນວຍການທະນາຄານທຸລະກິດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງນໍາພາ ເຂົ້າຮ່ວມຫຼາຍກວ່າ 200 ສະຫາຍ.
ເພີ່ມເຕີມ