ເປີດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ເປີດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ເປີດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII
ໃນຕອນເຊົ້າຂອງວັນທີ 19 ພຶດສະພານີ້, ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປີດຂຶ້ນຢ່າງເປັນທາງການທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ໂດຍການເຂົ້າຮ່ວມຂອງບັນດາສະຫາຍກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກສົມບູູນ ແລະ ສໍາຮອງ.
ເປດກອງປະຊມຄບຄະນະຄງທ 3 ຂອງຄະນະບລຫານງານສນກາງພກ ສະໄໝທ XII - image 1
 

 

ກອງປະຊຸມໃນຄັ້ງນີ້ ຈະໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ບັນຫາເນື້ອໃນສໍາຄັນ ດັ່ງນີ້:

1. ຜົນການນໍາພາ-ຊີ້ນໍາ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ປະຈໍາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026;

2. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026;

3. ຮ່າງບົດສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ວຽກງານສາມສ້າງ ຂອງຄະນະບໍລິຫານງານສູນກາງພັກ ໃນນັ້ນຈະຍົກລະດັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນວາລະແຫ່ງຊາດ.

4. ຮ່າງມະຕິວ່າດ້ວຍການຕ້ານ, ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂພະຍາດອາຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງຈັກການຈັດຕັ້ງ ແລະ ໃນສັງຄົມ;

ນອກຈາກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຂອງສູນກາງພັກ ຈຳນວນໜຶ່ງເປັນຕົ້ນ: ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການຊີ້ນໍາ ຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນວ່າ: ເມື່ອທົບທວນຄືນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກເຮົາໃນຫຼາຍສິບປີຜ່ານມາ, ພວກເຮົາເຫັນໄດ້ຢ່າງຊັດເຈນວ່າການນໍາພາພັດທະນາປະເທດຊາດໃຫ້ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ຍົກລະດັບຄຸນນະ ພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ ແລະ ບືນຕົວກ້າວຂຶ້ນເປັນປະເທດກໍາລັງພັດທະນາແມ່ນພາລະກໍາປະຫວັດສາດແຫ່ງການນໍາພາຂອງພັກຍຸກໃໝ່.

ພັກເຮົາເວລາໃດກໍຢືນຢັນຢ່າງໜັກແໜ້ນວ່າການພັດທະນາແມ່ນຄວາມຈຳເປັນແຖວໜ້າ ຫຼືຄວາມຈຳເປັນອັນດັບໜຶ່ງ ແລະ ເປັນໜ້າທີ່ປະຫວັດສາດໃນຍຸກໃໝ່ຂອງພັກ, ທັງເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງປະຊາຊົນເຮົາ. ການນໍາພາພັດທະນາຂອງພັກເຮົາຕ້ອງບັນລຸເຖິງການແກ້ໄຂບັນຫາພື້ນຖານກວມລວມນັ້ນຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຄວາມດ້ອຍພັດທະນາຂອງປະເທດຊາດໃຫ້ໄດ້; ຍູ້ກຳລັງການຜະລິດໃຫ້ຂະຫຍາຍຕົວເພື່ອມີພື້ນຖານວັດຖຸເຕັກນິກທີ່ທັນສະ ໄໝຂຶ້ນເລື້ອຍໆ ເພື່ອຮັບປະກັນໃຫ້ຈັງຫວະການເຕີບໂຕຂອງເສດຖະກິດແຫ່ງຊາດດຳເນີນໄປຢ່າງຕໍ່ເນື່ອງ, ເຮັດໃຫ້ປະເທດຊາດນັບມື້ນັບຈະເລີນກ້າວໜ້າ, ປະຊາຊົນມີຄຸນະພາບຊີວິດດີຂຶ້ນ, ສັງຄົມມີຄວາມຍຸຕິທຳຫຼາຍຂຶ້ນ ແລະ ມີຄວາມສະຫງົບປອດໄພ.

ພັກເຮົາໄດ້ກໍານົດທິດນໍາສໍາຄັນໃນການພັດທະນາຄື: “ຕ້ອງຮັບປະກັນຄວາມຍືນຍົງ, ນໍາໃຊ້ທ່າແຮງດ້ານຊັບພະຍາກອນທີ່ມີໃຫ້ສົມສ່ວນ, ຄຸ້ມຄ່າ, ມີປະສິດທິຜົນ, ທັງຮັບປະກັນບໍ່ໃຫ້ບົກແຫ້ງ. ການພັດທະນາເສດຖະກິດຕ້ອງໄປຄຽງຄູ່ກັບການພັດທະນາຄົນ, ສ້າງຄົນໃຫ້ມີທັງຄວາມຮູ້ຄວາມສາ ມາດ, ມີຄວາມໜັກແໜ້ນທາງດ້ານທາດແທ້ການເມືອງ, ມີຄຸນສົມບັດສິນທໍາ, ມີຄວາມກະຕືລືລົ້ນ ແລະ ມີຄວາມບຸກບືນສູ້ຊົນສູງໃນການພັດທະນາ; ອັນສໍາຄັນຕ້ອງໃຫ້ຄົນໃນຊາດໄດ້ຮັບຜົນປະໂຫຍດຢ່າງສົມເຫດສົມຜົນຈາກການພັດທະນາເພື່ອໃຫ້ຄົນກາຍເປັນກໍາລັງແຮງທີ່ແທ້ຈິງຂອງການພັດທະນາ”. ເພື່ອບັນລຸທິດນໍານັ້ນຕ້ອງກໍ່ສ້າງຮາກຖານການເມືອງ, ສ້າງຄວາມເຂັ້ມແຂງແຕ່ຮາກຖານຂຶ້ນມາ, ເອົາປະ ຊາຊົນເປັນກົກ, ເອົາຊົນນະບົດເປັນເປົ້າໝາຍການພັດທະນາຢ່າງມີແຜນການ ແລະ ມີຈຸດສຸມທີ່ຈະແຈ້ງ. ຖ້າຄວາມທຸກຍາກຂອງປະຊາຊົນບໍ່ໄດ້ຮັບການແກ້ໄຂຢ່າງເປັນຮູບປະທຳ, ພັກເຮົາຕ້ອງມີຄວາມຮັບຜິດຊອບ.

ເປດກອງປະຊມຄບຄະນະຄງທ 3 ຂອງຄະນະບລຫານງານສນກາງພກ ສະໄໝທ XII - image 2
 

ພ້ອມກັນນັ້ນເລຂາທິການໃຫຍ່, ຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍສູນກາງ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບການເມືອງ ສຸມສະຕິປັນຍາ ຄົ້ນຄວ້າ, ຄິດຫງໍາ, ຕຶກຕອງ ແລະ ປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ, ກະທັດຮັດ ຕໍ່ເນື້ອໃນຕ່າງໆໃຫ້ມີຄວາມເລິກເຊິ່ງ, ໜັກແໜ້ນ, ເປັນສະຕິປັນຍາລວມໝູ່ຂອງສູນກາງພັກ ໃນການບູລະນະແນວທາງ, ນະໂຍບາຍ ເພື່ອເປັນທິດຊີ້ນໍາ ໃຫ້ແກ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຈິງ ເຮັດໃຫ້ຄາດໝາຍ ທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ວາງອອກ ບັນລຸຜົນສໍາເລັດຢ່າງຈົບງາມ.

(ຂ່າວ: ຫສພ; ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ

ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນວຽກງານປະຈໍາປີ 2026, ບົດລາຍງານຜົນການກວດສອບປະຈໍາປີ 2026 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2027 ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ

ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ

ກະຊວງສາທາລະນະສຸກ ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ປີ 2026 ເຫັນວ່າອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດມີຄວາມຄືບໜ້າຊ້າ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸ ຍ້ອນມາຈາກຫຼາຍສາເຫດ. ສະນັ້ນ, ກະຊວງສາທາລະນະສຸກ ກໍຄືຂະແໜງສາທາລະນະສຸກ ຈຶ່ງກຳນົດມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ.
ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ໃນວັນທີ 6 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການ ປີ 2027 ໂດຍເນັ້ນໃສ່ຫຼາຍບັນຫາ ແລະ ປະເດັນສໍາຄັນ ທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ.
ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ແລະ ບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ