ເປີດກອງປະຊຸມສະໄໝສາມັນເທື່ອທີ6ຂອງສະພາປະຊາຊົນນວ ຊຸດທີII

ເປີດກອງປະຊຸມສະໄໝສາມັນເທື່ອທີ6ຂອງສະພາປະຊາຊົນນວ ຊຸດທີII

ກອງປະຊຸມສະໄໝສາມັນເທື່ອທີ6ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີIIໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ5ທັນວານີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ1ນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວເປີດກອງປະຊຸມ ວ່າ:ກອງປະຊຸມຄັ້ງນີ້, ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນຄື:
1.    ພິຈາລະນາແລະຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ2023ແລະທິດທາງແຜນການປະຈໍາປີ2024ຂອງນະຄອນຫຼວງວຽງຈັນ, ຕິດພັນກັບການຈັດຕັ້ງປະຕິບັດ2ວາລະແຫ່ງຊາດໃນໄລຍະປີ2021-2023ຢູ່ນະຄອນຫຼວງວຽງຈັນ;
2.    ພິຈາລະນາແລະຮັບຮອງເອົາຮ່າງຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນຈໍານວນ2ສະບັບຄື:
1)    ຮ່າງຂໍ້ຕົກລົງວ່າດ້ວຍການກໍານົດລາຄາຫົວໜ່ວຍຊົດເຊີຍທົດແທນຄ່າເສຍຫາຍຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງແລະພັດທະນາແຄມຂອງໄລຍະII;
2)    ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນພັດທະນາກິລາ-ກາຍຍະກໍານະຄອນຫຼວງວຽງຈັນ.
3.    ພິຈາລະນາແລະຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ2023ແລະທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ2024ຂອງອົງການກວດສອບປະຈໍາພາກກາງ; ຜົນການກວດສອບປະຈໍາປີ2022ຂອງອົງການກວດສອບປະຈໍາພາກກາງ1;
4.    ພິຈາລະນາແລະຮັບຮອງເອົາບົດລາຍງານຂອງອົງການກວດກາລັດນະຄອນຫຼວງກ່ຽວກັບຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ2023ແລະທິດທາງແຜນການປະຈໍາປີ2024, ຜົນການກວດກາຕາມຜົນການກວດສອບປີ2018ແລະປີ2022;
5.    ພິຈາລະນາແລະຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ2023ແລະທິດທາງແຜນການປະຈໍາປີ2024ຂອງອົງການໄອຍະການປະຊາຊົນພາກກາງແລະອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ;
6.    ພິຈາລະນາແລະຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ2023ແລະທິດທາງແຜນການປະຈໍາປີ2024ຂອງສານປະຊາຊົນພາກກາງແລະສານປະຊາຊົນນະຄອນຫຼວງວຽງຈັນ;
7.    ພິຈາລະນາແລະຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ2023ແລະທິດທາງແຜນການປະຈໍາປີ2024ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີIIຕິດພັນກັບແຜນການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ6ຂອງສະພາແຫ່ງຊາດຊຸດທີIXແລະສະພາປະຊາຊົນນະຄອນຫຼວງຊຸດທີII;
8.    ຮັບຟັງການປະກອບຄໍາເຫັນຂອງອົງການແນວລາວສ້າງຊາດນະຄອນຫຼວງຕໍ່ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍປີ2023ແລະທິດທາງແຜນການປະຈໍາປີ2024ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ;
9.    ຮັບຟັງການຊີ້ແຈງບາງບັນຫາສໍາຄັນແລະພົ້ນເດັ່ນຂອງນະຄອນຫຼວງຈໍານວນໜຶ່ງເປັນຕົ້ນ:
1)    ວິທີການ, ມາດຕະການໃນການຊຸກຍູ້ສົ່ງເສີມແລະຂະຫຍາຍແຫຼ່ງລາຍຮັບໃໝ່ຂອງນະຄອນຫຼວງວຽງຈັນທີ່ຕິດພັນກັບຂົງເຂດກະສິກໍາແລະປ່າໄມ້, ຂົງເຂດອຸດສາຫະກໍາແລະການຄ້າ, ຂົງເຂດຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວແລະຂົງເຂດເສດຖະກິດພິເສດ;
2)    ກົນໄກ, ມາດຕະການສົ່ງເສີມແລະປົກປ້ອງການຜະລິດພາຍໃນລວມທັງການແບ່ງຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດ;
3)    ການຈັດຕັ້ງປະຕິບັດຜັງເມືອງແລະມາດຕະການຄຸ້ມຄອງຜັງເມືອງຢູ່ນະຄອນຫຼວງວຽງຈັນ;
4)    ການຄຸ້ມຄອງຄົນຕ່າງປະເທດຢູ່ນະຄອນຫຼວງວຽງຈັນ;
5)    ການຄຸ້ມຄອງ, ຕິດຕາມກວດກາການສຶກສາສໍາຫຼວດ, ຂຸດຄົ້ນຫຼືສໍາປະທານແຮ່ເກືອໂປຕັສ (ເກືອກາຣີ) ຢູ່ນະຄອນຫຼວງວຽງຈັນ;
6)    ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມເພື່ອຕ້ອນຮັບການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນແລະປີທ່ອງທ່ຽວລາວ2024ແລະການແກ້ໄຂບັນຫາເລື່ອງປ້າຍທີ່ບໍ່ຖືກຕ້ອງຢູ່ນະຄອນຫຼວງ.

ນອກຈາກບັນດາເນື້ອໃນທີ່ກ່າວມາຂ້າງເທິງແລ້ວກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາພົ້ນເດັ່ນທີ່ສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນນະຄອນຫຼວງຍົກຂຶ້ນຫຼືຊັກຖາມໃນກອງປະຊຸມຈາກອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນແລະພາກສ່ວນກ່ຽວຂ້ອງຕື່ມອີກ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນວັນທີ 7 ເມສານີ້, ໂດຍການເປັນປະທານເຜີຍແຜ່ຂອງສະຫາຍ ພົຕ ຄອນສະຫວັນ ສົມພາໄຊ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ, ສະຫາຍ ພົຕ ສຸລິນະ ແກ້ວປະ ເສີດ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ, ກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ ພ້ອມດ້ວຍນາຍຕຳຫຼວດເຂົ້າຮ່ວມ.
ອົງການກາແດງເຜີຍແຜ່ເອກະສານສຳຄັນຂອງພັກ

ອົງການກາແດງເຜີຍແຜ່ເອກະສານສຳຄັນຂອງພັກ

ອົງການກາແດງແຫ່ງຊາດລາວ (ກດລ) ໄດ້ຈັດພິທີເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງພັກ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71ປີ, ໃນວັນທີ 31 ມີນານີ້ ທີ່ຫ້ອງປະຊຸມ ຂອງສະຖາບັນເລືອດແຫ່ງຊາດ, ໂດຍການເປັນປະທານ ພ້ອມທັງໃຫ້ກຽດ ເຜີຍແຜ່, ເຊື່ອມຊຶມ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ, ປະທານອົງການກາແດງອຫ່ງຊາດລາວ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນໍາ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ.
ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງພັກ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ, ໃນວັນທີ 18 ມີນານີ້ ທີ່ສະໂມສອນຂອງ ຄອສພ, ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມ.
ສະພາທິດສະດີສູນກາງພັກສະຫຼຸບວຽກງານ 5 ປີ ແລະ ທິດທາງແຜນການຕໍ່ໜ້າ

ສະພາທິດສະດີສູນກາງພັກສະຫຼຸບວຽກງານ 5 ປີ ແລະ ທິດທາງແຜນການຕໍ່ໜ້າ

ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ຂອງສະພາທິດສະດີສູນກາງພັກ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ (2026-2030) ຂຶ້ນໃນວັນທີ 13 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ສະພາທິດສະດີສູນກາງພັກ (ສທພ) ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ສະຫາຍ ຄຳມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ, ສະຫາຍ ດາວສະຫວັນ ເຄືອມີໄຊ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍຄະນະປະຈໍາສະພາທິດສະດີສູນກາງພັກ, ບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ແລະ ພະນັກງານຫ້ອງການສະພາທິດສະດີສູນກາງພັກເຂົ້າຮ່ວມ.
ແຂວງວຽງຈັນ ເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ແຂວງວຽງຈັນ ເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໃນວັນທີ 12 ມີນານີ້, ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງວຽງຈັນ, ມີ ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ບັນດາເມືອງ ພາຍໃນແຂວງເຂົ້າຮ່ວມຮັບຟັງ.
ອອປສ ເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ອອປສ ເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 10 ມີນາ ຜ່ານມາ ທີ່ອົງການໄອຍະການປະຊາຊົນສູງສຸດ, ໂດຍການເປັນປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ), ມີບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະນໍາກົມ, ພະນັກຫຼັກແຫຼ່ງ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນທ້ອງຖິ່ນ ເຂົ້າຮ່ວມ.
ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງເຊື່ອມຊຶມເອກະສານສໍາຄັນຂອງພັກ

ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງເຊື່ອມຊຶມເອກະສານສໍາຄັນຂອງພັກ

ວັນທີ 11 ມີນານີ້ ທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໂດຍເປັນປະທານຂອງ ສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ, ພະແນກການ-ກົມກອງ, ບັນດາເມືອງ-ນະຄອນ ຫຼວງພະບາງເຂົ້າຮ່ວມ.
ຫ້ອງວ່າການກະຊວງ ປກສ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ຫ້ອງວ່າການກະຊວງ ປກສ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ໃນວັນທີ 10 ມີນາ ຜ່ານມາ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມເຊື່ອມຊຶມເອກະສານບັ້ນດໍາເນີນຊີວິດການເມືອງ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026), ໃຫ້ກຽດເຜີຍແຜ່ເອກະສານໂດຍ ສະຫາຍ ພົຈວ ອານຸເດດ ຄູນຄຳ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການ ແລະ ສະຫາຍ ພົຈວ ແສງທອງ ເກື້ອບຸນລໍ່າ ຄະນະປະຈຳພັກຫ້ອງວ່າການ ກະຊວງ ປກສ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ມີຄະນະພັກ-ຄະນະຫ້ອງວ່າການ ພ້ອມດ້ວຍສະມາຊິກພັກ, ນາຍ ແລະ ພົນຕຳຫຼວດທົ່ວຫ້ອງວ່າການເຂົ້າຮ່ວມ.
ກອງປະຊຸມວິສາມັນ ຄົບຄະນະບໍລິຫານງານພັກຄັ້ງທີ 4 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມວິສາມັນ ຄົບຄະນະບໍລິຫານງານພັກຄັ້ງທີ 4 ສະໄໝທີ V ສານປະຊາຊົນສູງສຸດ

ໃນວັນທີ 11 ມີນາ ນີ້, ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມວິສາມັນ ຄົບຄະນະບໍລິຫານງານພັກຄັ້ງທີ 4 ສະໄໝທີ V ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງຮອງເລຂາຄະນະປະຈຳພັກ ຄະນະພັກເຂົ້າຮ່ວມ.
ສນຫລ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສນຫລ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຂຶ້ນໃນວັນທີ 11 ມີນານີ້ ທີ່ ສນຫລ ໂດຍການເປັນປະທານຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານ ສນຫລ, ມີຮອງປະທານ ສນຫລ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ