ເປີດນໍາໃຊ້ສະໜາມກິລາ ຍິງປືນລາວ ເລກ 9

ເປີດນໍາໃຊ້ ສະໜາມກິລາ ຍິງປືນລາວເລກ 9

ເປີດນໍາໃຊ້ ສະໜາມກິລາ ຍິງປືນລາວເລກ 9
ບໍລິສັດ ສະໜາມກິລາຍິງປືນລາວ ເລກ 9 ຈໍາກັດ ຜູ້ດຽວ, ໃນນາມ ຄູ່ຮ່ວມມື ກັບກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ເປີດນໍາໃຊ້ສະໜາມກິລາ ຍິງປືນລາວ ເລກ 9 ໃນວັນທີ 22 ທັນວາ ຜ່ານມາ, ໃຫ້ກຽດເຂົ້າຮ່ວມມີທ່ານ ວຽງສະຫວັດ ສີພັນດອນ

 ເຈົ້າແຂວງຫຼວງນໍ້າທາ ປະທານປ້ອງກັນຊາດ–ປ້ອງກັນຄວາມສະຫງົບແຂວງ, ທ່ານ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ ເສນາທິການ ກອງທັບ ກະຊວງປ້ອງກັນປະເທດ, ທ່ານ ເວີຍກ່ວນຊ່ຽວ ຮອງອຳນວຍການ ບໍລິສັດ ສະໜາມ ກິລາ ຍິງປືນລາວ ເລກ 9 ຈໍາກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນໂທ ຂີງຄໍາ ກູໂພຄໍາ ຄະນະປະສານງານ ໂຄງການ ຕາງໜ້າໃຫ້ບໍລິສັດ ສະໜາມກິລາ ຍິງປືນລາວ ເລກ 9 ຈໍາກັດ ຜູ້ດຽວ ໃນນາມ ຄູ່ຮ່ວມມື ກັບ ກອງບັນຊາການທະຫານແຂວງ ຕາມທິດຊີ້ນຳ ຂອງກະຊວງ ປ້ອງກັນປະເທດ ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ວ່າດ້ວຍການຕົກລົງ ເຫັນດີ ໃຫ້ບໍລິສັດຈິ່ງເພີ່ງຫ່ວງ ແກັດເຈ້ຍ ຫຸ້ມຫໍ່ ລາວ ດຳເນີນການກໍ່ສ້າງ ສະໜາມ ກິລາ ຍິງປືນ ແບບໃນຮົ່ມຂອງແຂວງຫຼວງນໍ້າທາ ທີ່ຂອບເຂດ ບ້ານ ຕີນຕົກ, ເມືອງຫຼວງນໍ້າທາ, ສະບັບ ເລກທີ 114/ກປທ, ລົງວັນທີ26/01/2022, ບົດວິພາກ ເສດຖະກິດ ວ່າດ້ວຍ

ໂຄງການ ກໍ່ສ້າງ ສະໜາມກິລາຍິງປືນລາວ ເລກ 9 ຮ່ວມມື ລະຫວ່າງ ກອງບັນຊາການທະຫານແຂວງຫຼວງນ້ຳທາ ກັບ ບໍລິສັດ ສະໜາມ ກິລາ ຍິງປືນ ລາວເລກ 9 ຈໍາກັດຜູ້ດຽວ ແລະ ສັນຍາວ່າດ້ວຍໂຄງການກໍ່ສ້າງ ສະໜາມກິລາ ຍິງປືນໃນຮົ່ມຂອງບໍລິສັດ ສະໜາມກິລາຍິງປືນລາວ ເລກ 9 ຈໍາກັດ ຜູ້ດຽວ ລະຫວ່າງ ອົງການປົກຄອງແຂວງ ຫຼວງນໍ້າທາ ຕາງໜ້າໂດຍ ພະແນກແຜນການ ແລະ ການລົງທຶນແຂວງ ຫຼວງນ້ຳທາ ກັບ ບໍລິສັດ ສະໜາມ ກິລາຍິງປືນລາວ ເລກ 9 ຈໍາກັດ ຜູ້ດຽວ, ສະບັບເລກທີ 13/ຜທ.ນທ, ລົງວັນທີ 14 ກຸມພາ 2023.

ໂຄງການກໍ່ສ້າງສະໜາມກິລາ ຍິງປືນດັ່ງກ່າວ ສ້າງຂຶ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ ວົງການກິລາຍິງປືນ ຂອງແຂວງ ແລະ ເປັນການດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີພອນສະຫວັນໃນດ້ານ ວົງການກິລາຍິງປືນ ເຂົ້າມາບໍລິການ ຢູ່ສະຖານທີ່ດັ່ງກ່າວ, ຊຶ່ງເປັນການສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການອົບຮົມ, ຫັດແອບ ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃນການຍິງລູກປືນແທ້ ແລະ ຈັດງານແຂ່ງຂັນກິລາຍິງປືນ, ເພື່ອຫຼີກເວັ້ນ ບັນຫາປະກົດການ ຫຍໍ້ທໍ້ໃນສັງຄົມ, ຊຶ່ງໂຄງການດັ່ງກ່າວເລີ້ມລົງມືກໍ່ສ້າງມາແຕ່ ເດືອນມີນາ 2023 ປະກອບມີ 9 ຫ້ອງຍິງໂດຍນຳໃຊ້ທຶນເອກະຊົນ 100%. ໂດຍນໍາໃຊ້ປືນສັ້ນ K-59, ປືນແວ່ງຍາວ - ສັ້ນ, ປືນເຫຼັກຍາວ AK ແລະ ປືນລົມ. ການຍິງມີ 2 ໄລຍະຄື: 25 ແມັດ ແລະ 100ແມັດ ໂດຍນຳໃຊ້ທຶນເອກະຊົນ 100%

ໂອກາດນີ້, ບັນດາການນໍາທີ່ເຂົ້າຮ່ວມໄດ້ຮ່ວມກັນຕັດແຖບຜ້າ ເພື່ອເປີດນໍາໃຊ້ສະໜາມກິລາ ຍິງປືນລາວ ເລກ 9 ຢ່າງເປັນທາງການ.

(ຂ່າວ: ແກ້ວ ກ໋ວາງ)

ຄໍາເຫັນ

ຂ່າວສືກສາ-ກິລາ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 16 ກັນຍາ 2026 ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ມີຮອງຫົວໜ້າພະແນກ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຫົວໜ້າພະແນກ- ຮອງພະແນກການ, ຜູ້ບໍລິຫານການສຶກສາ ແລະ ກິລາເມືອງ 8 ເມືອງ, ຄະນະສຶກສາສົງ, ຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ນັກຮຽນ ທີ່ຂາດເຂີນແຕ່ມີຜົນການຮຽນດີ ຢູ່ເມືອງຜາອຸດົມ 30ຄົນໄດ້ຮັບລົດຖີບ

ນັກຮຽນ ທີ່ຂາດເຂີນແຕ່ມີຜົນການຮຽນດີ ຢູ່ເມືອງຜາອຸດົມ 30ຄົນໄດ້ຮັບລົດຖີບ

ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມອບລົດຖີບຈຳນວນ 30 ຄັນ ໃຫ້ນັກຮຽນທີ່ຂາດເຂີນດ້ານງົບປະມານໃນການຈັດຊື້ອຸປະກອນພາຫະນະ ແຕ່ມີຄວາມດຸໝັ່ນ, ຜົນການຮຽນດີ ໃນບັນດາໂຮງຮຽນເປົ້າໝາຍ ພາຍໃນເມືອງຜາອຸດົມ ໃນວັນທີ 16 ກັນຍາ 2026 ຕາງໜ້າມອບໂດຍທ່ານ ນາງ ຄຳພັນ ຄຳປ໋ອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ແລະ ຕາງໜ້າຮັບໂດຍນັກຮຽນຜູ້ທີ່ມີລາຍຊື້ຮັບຈຳນວນ 30ຄົນ, ຍິງ 18ຄົນ, ມີຄູ-ອາຈານ ເຂົ້າຮ່ວມເພື່ອເປັນສັກຂີພິຍານ.
ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ເມື່ອບໍ່ດົນມານີ້, ສະຫະພັນກຳມະບານ ແຂວງອຸດົມໄຊ ນຳພາໂດຍ ທ່ານ ນາງ ທຸມມາ ປັນຍາສິດ ປະທານສະຫະພັນກຳມະບານ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນຳພາສະມາຊິກກຳມະບານ ຈາກບັນດາຮາກຖານອ້ອມຂ້າງແຂວງ ສ້າງຂະບວນການອອກແຮງງານລວມ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ໂຮງຮຽນປະຖົມ ບ້ານນາງິ້ວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ.
ເມືອງສາມັກຄີໄຊ ບັນລຸແຜນພັດທະນາການສຶກສາ 9 ຄາດໝາຍ

ເມືອງສາມັກຄີໄຊ ບັນລຸແຜນພັດທະນາການສຶກສາ 9 ຄາດໝາຍ

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວເມືອງສາມັກຄີໄຊ, ແຂວງອັດຕະປື ປະຈຳສົກຮຽນ 2025-2026 ແລະ ຜ່ານທິດທາງແຜນການປະຈຳສົກຮຽນ 2026-2027 ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2026 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງ, ໂດຍການເປັນປະທານຂອງ ທ່ານ ຄູນສະຫວັນ ເວັນມະສອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິ ການ ແລະ ກິລາແຂວງ, ມີຄະນະຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສສຍລ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I

ສສຍລ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I

ສູນກາງສະພັນແມ່ຍິງລາວ (ສສຍລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປິດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ ຄັ້ງທີ I ຂຶ້ນໃນວັນທີ 14 ກັນຍາ ນີ້ ທີ່ ສສຍລ (ຕຶກບຶງຂະຫຍອງ) ໂດຍການເປັນປະທານ ຂອງທ່ານ ນາງ ທໍາມາ ເພັດວິໄຊ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານຄະນະບໍລິຫານງານ ສສຍລ ຊຶ່ງມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ, ມີຜູ້ຕາງໜ້າຈາກສູນກາງສະພັນແມ່ຍິງລາວ, ຫົວໜ້າກົມ, ຮອງກົມ ແລະ ຕາງໜ້າຈາກ ຄອສພ, ພ້ອມດ້ວຍວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມ.
ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບວຽກງານກິລາ-ກາຍຍະກຳ, ປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງຊຸດໃໝ່, ປຶກສາຫາລືປະເພດກິລາ ເຂົ້າຮ່ວມງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ວັນທີ 15 ກັນຍາ 2026 ນີ້ ທີ່ສະໂມສອນຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງ ແຂວງ, ປະທານຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງໄຊສົມບູນ, ມີ ທ່ານ ພຸດລຳໄພ ທຽມພຣະສອນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ຮອງປະທານຄະນະບໍລິຫານງານສະມາຄົມກິລາ-ກາຍະກຳແຂວງ, ມີບັນດາປະທານສະຫະພັນກິລາ, ຜູ້ຕາງໜ້າສະຫະພັນກິລາປະເພດຕ່າງໆ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງພຽງ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2025-2026

ເມືອງພຽງ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2025-2026

ໃນວັນທີ 15 ກັນຍາ 2026 ນີ້ ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2025-2026 ຂຶ້ນ. ກອງປະຊຸມຄັ້ງນີ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ,ມີທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ), ມີບັນດາຄະນະພັດທະນາການສຶກສາຂັ້ນເມືອງ, ຜູ້ບໍລິຫານການສຶກສາ, ພະນັກງານວິຊາການ ແລະ ຜູ້ອໍານວຍການໂຮງຮຽນເຂົ້າຮ່ວມ.
ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

‎ ວັນທີ 11 ກັນຍາ 2026 ນີ້ , ໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ຊາວໜຸ່ມ ລາວ ແລະ ຊາວໜຸ່ມ ມຽນມາ ທີ່ເດີ່ນກິລາແຂວງທ່າຂີ້ເຫຼັກ, ສາທາລະນະລັດ ສະຫະພາບ ມຽນມາ, ເພື່ອສ້າງຂະບວນການຟົດຟື້ນ ແລະ ຮັດແໜ້ນສາຍພົວພັນໄມຕີຈິດມິດຕະພາບອັນດີງາມຖານບ້ານໃກ້ເຮືອນຄຽງ.
ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ແຂວງ​ຄຳ​ມ່ວນໄດ້​ຈັດພິທີ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໃນວັນທີ 11 ກັນຍາຜ່ານ​ມາທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງ ສະ​ຫາຍ ອານຸພາບ ຕຸນາລົມ ຄະ​ນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ສົມໃຈ ພານິຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ(Start Smart Schools for Foundational Learning) ຢູ່ 8 ໂຮງຮຽນ ໃນ 4 ເມືອງ ຂອງແຂວງ ເພື່ອປັບປຸງຜົນການຮຽນຮູ້ພື້ນຖານຂອງນັກຮຽນ ຜ່ານການໃຊ້ອຸປະກອນດິຈິຕອນ ສໍາລັບນັກຮຽນຊັ້ນປະຖົມ ປີທີ 1-3.
ເພີ່ມເຕີມ