ເປີດງານກິລາໂລກຄັ້ງທີ 12 ຢ່າງເປັນທາງການ

ເປີດງານກິລາໂລກຄັ້ງທີ 12 ຢ່າງເປັນທາງການ

ເປີດງານກິລາໂລກຄັ້ງທີ 12 ຢ່າງເປັນທາງການ
ຂ່າວສານຊີອາໄອລາຍງານວ່າ: ງານກິລາໂລກຄັ້ງທີ 12 ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 7 ສິງຫານີ້ຢູ່ນະຄອນເສີງຕູ່ ແຂວງເສສວນ ປະເທດຈີນ.

 

ເປດງານກລາໂລກຄງທ 12 ຢາງເປນທາງການ - image 1
 

ຂ່າວລະບຸວ່າ: ຈີນໄດ້ສົ່ງນັກກິລາທີມຊາດເຂົ້າຮ່ວມແຂ່ງຂັນ 321 ຄົນ ໂດຍຈະເຂົ້າຮ່ວມການແຂ່ງຂັນ 28 ລາຍການໃຫຍ່ລວມທັງໝົດ 152 ລາຍການຍ່ອຍ. ບໍ່ວ່າຈະເປັນຈຳນວນນັກກິລາ ຫຼື ຈຳນວນລາຍການແຂ່ງຂັນ, ຄະນະນັກກິລາທີມຊາດຈີນລ້ວນແຕ່ໄດ້ສ້າງສະຖິຕິສູງຄັ້ງໃໝ່ໃນປະຫວັດສາດການເຂົ້າຮ່ວມງານກິລາໂລກ.

ງານກິລາໂລກຄັ້ງທີ 12 ຈັດຂຶ້ນລະຫວ່າງວັນທີ 7-17 ສິງຫານີ້ ຢູ່ນະຄອນເສີງຕູ່ ແຂວງເສສວນ ໂດຍມີນັກກິລາ, ເຈົ້າໜ້າທີ່ຄະນະນຳ ແລະ ເຈົ້າໜ້າທີ່ເຕັກນິກວິຊາການຈາກ 112 ປະເທດ ແລະ ເຂດແຄວ້ນທົ່ວໂລກເຂົ້າຮ່ວມລວມທັງໝົດ 6,679 ຄົນ, ໃນນີ້, ມີນັກກິລາ 3,942 ຄົນ, ເປັນງານກິລາໂລກຄັ້ງໜຶ່ງທີ່ມີຂະໜາດໃຫຍ່ທີ່ສຸດ ແລະ ມີຈຳນວນຄົນເຂົ້າຮ່ວມຫຼາຍທີ່ສຸດໃນປະຫວັດສາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ເກາະບາຫຼີ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 4 ລ້ານກວ່າຄົນ

ເກາະບາຫຼີ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 4 ລ້ານກວ່າຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ສິງຫາ ຜ່ານມາວ່າ: ທ່ານ ອີ ວາຍັນ ສຸມາຣາຈາຍາ ຫົວໜ້າຫ້ອງການທ່ອງທ່ຽວແຂວງບາຫຼີ ອິນໂດເນເຊຍ ກ່າວວ່າ, ເກາະບາຫຼີ ເປັນຈຸດໝາຍການທ່ອງທ່ຽວຊັ້ນນໍາຂອງປະເທດ, ໂດຍໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 4 ລ້ານຄົນ ໃນລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດ 2025 ເພີ່ມຂຶ້ນຈາກ 3.89 ລ້ານຄົນໃນໄລຍະດຽວກັນຂອງປີ 2024. ສ່ວນຈຳນວນທ່ອງທ່ຽວພາຍໃນປະ​ເທດ​​ສູງເຖິງ 5 ລ້ານ​ເທື່ອ​ຄົນ.
ເດັກນ້ອຍທີ່ຕິດໜ້າຈໍ ສ່ຽງຕໍ່ໂຣກຫົວໃຈ - ລະບົບເຜົາຜານ ຫຼາຍກວ່າຜູ້ໃຫຍ່

ເດັກນ້ອຍທີ່ຕິດໜ້າຈໍ ສ່ຽງຕໍ່ໂຣກຫົວໃຈ - ລະບົບເຜົາຜານ ຫຼາຍກວ່າຜູ້ໃຫຍ່

ຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂກເປັນຮາກ ປະເທດດານມາກ ໃນວັນທີ 7 ສິງຫາ ຜ່ານມາວ່າ: ການຄົ້ນຄວ້າທີ່ລົງພິມໃນວາລະສານຂອງສະມາຄົມໂຣກຫົວໃຈ ສະຫະລັດ ອາເມຣິກາ (Journal of the American Heart Association) ໄດ້ສຶກສາພຶດຕິກຳການໃຊ້ໜ້າຈໍ ແລະ ການນອນຫຼັບຂອງໄວໜຸ່ມ ອາຍຸ 10 ແລະ 18 ປີ ຫຼາຍກວ່າ 1,000 ຄົນ ລວມເຖິງຄວາມສ່ຽງຕໍ່ຫົວໃຈ ແລະ ລະບົບເຜົາຜານ.
ຟິລິບ​ປິນ​ ຈະ​​ໂຈະການ​ນຳ​ເຂົ້າ​ເຂົ້າ​ສານ​ເປັນ​ເວ​ລາ 60 ວັນ​

ຟິລິບ​ປິນ​ ຈະ​​ໂຈະການ​ນຳ​ເຂົ້າ​ເຂົ້າ​ສານ​ເປັນ​ເວ​ລາ 60 ວັນ​

ຂ່າວຕ່າງປະເທດລາຍງານວ່າ: ໃນວັນ​ທີ 6 ສິງ​ຫາ ຜ່ານມາ, ລັດ​ຖະ​ບານ​​ຟີ​ລິບ​ປິນ​ໄດ້​ອອກ​ຄຳ​ສັ່ງ​ຈະ​​ໂຈະ​ການ​ນຳ​ເຂົ້າ​ເຂົ້າ​ສານ​ເປັນ​ການ​ຊົ່ວ​ຄາວ ​​ເປັນ​ເວ​ລາ 60 ວັນ ເລີ່ມ​ແຕ່​ວັນ​ທີ 1 ກັນ​ຍາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ເພື່ອ​ປົກ​ປ້ອງ​ຊາວ​ກະ​ສິ​ກອນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຍ້ອນ​ລາ​ຄາ​ເຂົ້າ​ສານ​ຫຼຸດ​ລົງ​ໃນ​ລະ​ດູ​ການ​ເກັບ​ກ່ຽວ. ລັດ​ຖະ​ບານ​ຟີ​ລິບ​ປິນ​ຫວັງ​​ຈະ​ເຮັດ​ໃຫ້​ລາ​ຄາ​ເຂົ້າ​ສານ​ໝັ້ນ​ທ່ຽງ​ໂດຍ​ຜ່ານ​ການ​​ໂຈະການ​ນຳ​ເຂົ້າ​ເຂົ້າ​ສານ​ເປັນ​ການ​ຊົ່ວ​ຄາວ.
ກອງປະຊຸມສະໄໝສາມັນປະຈຳເດືອນກໍລະກົດ ຂອງລັດຖະບານຫວຽດນາມ

ກອງປະຊຸມສະໄໝສາມັນປະຈຳເດືອນກໍລະກົດ ຂອງລັດຖະບານຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 7 ສິງຫາ ຜ່ານມາ ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນກໍລະກົດ ຂອງລັດຖະບານ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກກັບ 34 ແຂວງ, ນະຄອນຂຶ້ນກັບສູນກາງ ເພື່ອປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ໃນເດືອນກໍລະກົດ ແລະ 7 ເດືອນຂອງປີ 2025; ສະພາບການປ່ອຍເງິນລົງທຶນສາທາລະນະ, 3 ໂຄງການເປົ້າໝາຍແຫ່ງຊາດ, ການຮັບມືກັບນະໂຍບາຍພາສີອາກອນຂອງ ສະຫະລັດ ອາເມຣິກາ.
ໃນຍຸກແຫ່ງການພັດທະນາ ຊາວຫວຽດນາມ ຢູ່ຕ່າງປະເທດ ແມ່ນຄູ່ຮ່ວມຍຸດທະສາດ ການເຊື່ອມໂຍງສາກົນ

ໃນຍຸກແຫ່ງການພັດທະນາ ຊາວຫວຽດນາມ ຢູ່ຕ່າງປະເທດ ແມ່ນຄູ່ຮ່ວມຍຸດທະສາດ ການເຊື່ອມໂຍງສາກົນ

ເມື່ອກ້າວເຂົ້າສູ່ຍຸກສະໄໝໃໝ່, ຍຸກຂອງການປະຕິວັດອຸດສາຫະກຳ 4.0, ການຫັນປ່ຽນດີຈີຕອນ, ການຫັນເປັນທົ່ວໂລກ ແລະ ເຊື່ອມໂຍງສາກົນ ຢ່າງເລິກເຊິ່ງກວ້າງຂວາງ, ປະເທດຫວຽດນາມ ໄດ້ຢັ້ງຢືນສະຖານະບົດບາດຂອງຕົນ ໃນເວທີສາກົນ ເທື່ອລະກ້າວ. ໃນສະພາບແວດລ້ອມແຫ່ງການພັດທະນາ, ວົງຄະນາຍາດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ແລະ ເຂດແຄ້ວນ ປະມານ 6 ລ້ານຄົນ ໃນ 130 ກວ່າປະເທດ ຊຶ່ງບໍ່ພຽງແຕ່ແມ່ນພາກສ່ວນໜຶ່ງໃນເລືອດເນື້ອເຊື້ອຊາດຂອງຊາດເທົ່ານັ້ນ, ແຕ່ຍັງແມ່ນຄູ່ຮ່ວມຍຸດທະສາດພິເສດ ແລະ ເປັນກຳລັງອັນໃຫຍ່ຫຼວງ ທີ່ມີບົດບາດເປັນຂົວຕໍ່ ລະຫວ່າງ ຫວຽດນາມກັບໂລກ ໃນທຸກຂົງເຂດວຽກງານ: ເສດຖະກິດ, ວິທະຍາສາດ–ເຕັກໂນໂລຊີ, ວັດທະນະທຳ, ການຕ່າງປະເທດ ແລະ ສື່ມວນຊົນສາກົນ.
ເກັບ​ກຳ​ຄວາມ​ເຫັນ​ຜ່ານ​ທາງ​ອິນ​ເຕີ​ເນັດກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ - ສັງ​ຄົມ​ແຫ່ງ​ຊາດ​ຈີນ 5 ປີ ຄັ້ງ​ທີ 15

ເກັບ​ກຳ​ຄວາມ​ເຫັນ​ຜ່ານ​ທາງ​ອິນ​ເຕີ​ເນັດກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ - ສັງ​ຄົມ​ແຫ່ງ​ຊາດ​ຈີນ 5 ປີ ຄັ້ງ​ທີ 15

ໃນລະຫວ່າງວັນທີ 20 ພຶດສະພາ ຫາ 20 ມິຖຸນາປີນີ້, ຈີນໄດ້ຈັດການເກັບກຳຄວາມເຫັນຜ່ານທາງອິນເຕີເນັດກ່ຽວກັບການວາງແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ໂດຍໄດ້ຕັ້ງເວທີແລກປ່ຽນລະເພາະ ຫຼື ຄໍລຳຢູ່ຫຼາຍເວທີເພື່ອຮັບຟັງຄວາມເຫັນ ແລະ ຂໍ້ສະເໜີຈາກທົ່ວສັງຄົມ.
ອິນໂດເນເຊຍ-ມາເລເຊຍ-ໄທ ຂະຫຍາຍເຄືອຂ່າຍການເຮັດທຸລະກໍາດ້ວຍສະກຸນເງິນທ້ອງຖິ່ນ

ອິນໂດເນເຊຍ-ມາເລເຊຍ-ໄທ ຂະຫຍາຍເຄືອຂ່າຍການເຮັດທຸລະກໍາດ້ວຍສະກຸນເງິນທ້ອງຖິ່ນ

ຂ່າວຕ່າງປະເທດລາຍງານໃນວັນ 5 ສິງຫາ ຜ່ານມາວ່າ: ທະນາຄານແຫ່ງອິນໂດເນເຊຍ, ທະນາຄານກາງມາເລເຊຍ ແລະ ທະນາຄານແຫ່ງປະເທດໄທ ໄດ້ເພີ່ມທະນາຄານທີ່ເຂົ້າຮ່ວມໃນໂຄງການຕົວແທນບໍລິການແລກປ່ຽນເງິນຕາຂ້າມສະກຸນ (Cross-Currency Counterparty; ACCD) ເພື່ອແນໃສ່ຂະຫຍາຍການບໍລິການການເຮັດທຸລະກໍາທະວິພາຄີດ້ວຍສະກຸນເງິນທ້ອງຖິ່ນລະຫວ່າງສາມປະເທດ.
ສ ເກົາຫຼີ ມີພະນັກງານອາຍຸ 50 ປີຂຶ້ນໄປ ຫຼາຍກວ່າຜູ້ທີ່ມີອາຍຸ 20 ປີ

ສ ເກົາຫຼີ ມີພະນັກງານອາຍຸ 50 ປີຂຶ້ນໄປ ຫຼາຍກວ່າຜູ້ທີ່ມີອາຍຸ 20 ປີ

ຂ່າວຕ່າງປະເທດລາຍງານວ່າ: Leaders Index ບໍລິສັດຕິດຕາມຂໍ້ມູນຂອງອົງການຈັດຕັ້ງ ເປີດເຜີຍໃນວັນທີ 5 ສິງຫາ ຜ່ານມາວ່າ: ບໍລິສັດຊັ້ນນໍາຂອງ ສ ເກົາຫຼີ ມີພະນັກງານປະຈຳ ອາຍຸ 20 ປີ ໜ້ອຍກວ່າຜູ້ທີ່ມີອາຍຸ 50 ປີຂຶ້ນໄປ ຊຶ່ງສະທ້ອນໃຫ້ເຫັນເຖິງການຫຼຸດລົງຂອງການຈ້າງງານໄວໜຸ່ມ ທ່າມກາງສະພາບເສດຖະກິດທີ່ຊ້າລົງ.
ຍີ່ປຸ່ນ ມີມະຕິປັບຄ່າແຮງງານຂັ້ນຕໍ່າທົ່ວປະເທດ

ຍີ່ປຸ່ນ ມີມະຕິປັບຄ່າແຮງງານຂັ້ນຕໍ່າທົ່ວປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ສິງຫາ ຜ່ານມາວ່າ: ຄະ​ນະ​ກຳມະການທີ່​ປຶກ​ສາ​ກະ​ຊວງ​ແຮງ​ງານ ຂອງ​ຍີ່​ປຸ່ນ​ ໄດ້​ມີມະຕິ​ໃນ​ວັນ​ທີ 4 ສິງ​ຫາ ຜ່ານມາ​ ປັບ​ຂຶ້ນ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ຊົ່ວ​ໂມງ​ໂດຍສະ​ເລ່ຍ​ທົ່ວ​ປະ​ເທດ​ 63 ເຢນ ຫຼື 6% ສູ່ລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 1,118 ເຢນ (7.6 ໂດ​ລາ) ສຳລັບ​ປີ​ງົບ​ປະ​ມານ 2025, ທ່າມກາງ​ຄ່າ​ຄອງ​ຊີບ​ທີ່​ເພີ່ມ​ຂຶ້ນ.
6 ເດືອນຕົ້ນປີນີ້ ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກ ດ້ານການບໍລິການຂອງຈີນເພີ່ມຂຶ້ນ 8%

6 ເດືອນຕົ້ນປີນີ້ ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກ ດ້ານການບໍລິການຂອງຈີນເພີ່ມຂຶ້ນ 8%

ຂ່າວສານຊີອາໄອລາຍງານ ໃນວັນທີ 5 ສິງຫາ ຜ່ານມາວ່າ: 6 ເດືອນຕົ້ນປີນີ້, ການ​ຄ້າການບໍລິການຂອງຈີນໄດ້ເຕີບໂຕຢ່າງໝັ້ນທ່ຽງ, ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກດ້ານການບໍລິການບັນລຸ 3,887 ຕື້ 260 ລ້ານຢວນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ການສົ່ງອອກມີເຖິງ 1,688 ຕື້ 300 ລ້ານຢວນ, ເພີ່ມຂຶ້ນ 15%; ການນໍາເຂົ້າມີເຖິງ 2,198 ຕື້ 960 ລ້ານຢວນ, ເພີ່ມຂຶ້ນ 3.2%. ມູນຄ່າການຄ້າການບໍລິການຂາດດຸນ 510 ຕື້ 660 ລ້ານຢວນ, ຫຼຸດລົງ 152 ຕື້ 210 ລ້ານຢວນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ເພີ່ມເຕີມ