![]() |
ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ງານພົບປະ-ຕັ້ງຄ້າຍເຍົາວະຊົນໃນຄັ້ງນີ້ ເປັນການຫວນຄືນມູນເຊື້ອ, ຄວາມຮັບຮູ້ຂອງອົງການຈັດຕັ້ງເຍົາວະຊົນທັນວາ ແມ່ນອົງການຈັດຕັ້ງໜຶ່ງຂອງພັກ, ເປັນອົງການຈັດຕັ້ງສູງສຸດຂອງເດັກນ້ອຍລາວບັນດາເຜົ່າແຫ່ງ ສປປ ລາວ, ຊຶ່ງມີໜ້າທີ່ເຕົ້າໂຮມຄວາມສາມັກຄີເອົາຫລານນ້ອຍເຍົາວະຊົນ-ອະນຸຊົນນັບແຕ່ອາຍຸ 9-14 ປີ ໃນທົ່ວປະເທດ ໂດຍມີຜູ້ເຂົ້າຮ່ວມ ທັງໝົດ 2,000 ກວ່າຄົນ, ງານພົບປະ-ຕັ້ງຄ້າຍຂອງພວກເຮົາໃນຄັ້ງນີ້: ແມ່ນເພື່ອຝຶກຝົນຫຼໍ່ຫຼອມສະມາຊິກເຍົາວະຊົນໃຫ້ກາຍ
ເປັນກໍາລັງ ທີ່ເຂັ້ມແຂງຂອງປະເທດຊາດ ກາຍເປັນກຳລັງຜູ້ສືບທອດເສີມຂະຫຍາຍມູນເຊື້ອອັນດີງາມຂອງບັນພະບູລຸດ ເພື່ອປະກອບສວນສະຕິປັນຍາ, ເຫື່ອແຮງຂອງຕົນເຂົ້າໃນພາລະກິດປົກປັກຮັກສາ ສ້າງສາພັດທະນາປະເທດຊາດ, ໃຫ້ກາຍເປັນລູກຮັກຫຼານແພງຂອງພໍ່ແມ່, ເປັນນັກຮຽນດີຂອງຄູອາຈານ, ເປັນ ຊາວໜຸ່ມທີ່ດີໃນອະນາຄົດ, ກາຍເປັນຜູ້ສືບທອດທີ່ດີຂອງພັກ-ລັດ, ເປັນພົນລະເມືອງດີຂອງປະເທດຊາດ, ນໍາພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຕາມອຸດົມການຂອງພັກທີ່ກຳນົດໄວ້. ພ້ອມນີ້, ຈະໄດ້ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານກິດຈະກຳຕ່າງໆ ບໍ່ວ່າຈະເປັນກິດຈະກຳແລກປ່ຽນ ແລະ ກິດຈະກຳແຂ່ງຂັນ ເພື່ອແນໃສ່ການສຶກສາອົບຮົມ ການເມືອງແນວຄິດໃຫ້ສະມາຊິກເຍົາວະຊົນ ໃຫ້ກາຍເປັນລູກທີ່ດີຂອງພໍ່ແມ່, ເປັນພົນລະເມືອງດີຂອງຊາດ, ເປັນຜູ້ສືບທອດທີ່ດີຂອງພັກ, ເປັນຜູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຂົ້າໃນການຈັດຕັ້ງປະຕິບັດມະຕິ XI ກ້າວສູ່ມະຕິ XII ຂອງພັກ ປະຊາຊົນ ປະຕິວັດລາວ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ແຜນພັດທະນາ ເສດຖະກິດ ຄັ້ງທີ XI ຂອງນະຄອນ ຫຼວງວຽງຈັນ ໃຫ້ປະກົດຜົນເປັນຈິງ.
![]() |
ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ສໍາລັບກິດຈະກຳແຂ່ງຂັນ ປະກອບມີ: ແຂ່ງຂັນຕີກອງດຸລິຍາງແປຕົວສອນ, ແຂ່ງຂັນແຕ້ມຮູບ, ແຂ່ງຂັນ ການນໍາສະເໜີ ພາຍໃຕ້ຫົວຂໍ້: ການຕ້ານ ແລະ ສະກັດກັ້ນສິ່ງເສບຕິດ, ການປົກປັກຮັກສາສິ່ງແວດລ້ອມ, ການຂັບຂີ່ປອດໄພທາງທ້ອງຖະໜົນ, ການນໍາໃຊ້ເຄື່ອງມືເຕັກໂນໂລຊີ ແລະ ນໍາໃຊ້ປັນຍາປະດິດ (AI), ຂະບວນແຫ່ພາເລດຈາກຫໍພິພິຕະພັນ ປະທານ ໄກສອນ ພົມວິຫານ ໄປຕາມເສັ້ນທາງຫລວງ ໄປຫາຈຸດຕັ້ງຄ້າຍສະໜາມກິລາແຫ່ງຊາດ ຫຼັກ 16. ສຳລັບ ກິດຈະກຳແລກປ່ຽນ ປະກອບມີ: ກິດຈະກຳຊອກຫາເພື່ອນແທ້, ຟ້ອນລວມໝູ່, ຮ້ອງເພັງດ່ຽວ- ຮ້ອງລວມໝູ່, ກິລາ ແລະ ທັດສະນະສຶກສາ ອະນຸສອນສະຖານປະທານ ໄກສອນ ພົມວິຫານ, ອະນຸສອນສະຖານປະທານສຸພານຸວົງ, ທາດຫຼວງ, ປະຕູໄຊ, ເຂດເສດຖະກິດພິເສດໄຊເສດຖາ ແລະ ສະຖານທີ່ອື່ນໆ. ໃນການຈັດງານຄັ້ງນີ້, ຍັງຈະໄດ້ຟັງການໂອ້ລົມຈາກການນໍານະຄອນຫຼວງວຽງຈັນ, ການນໍາຈາກສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ການນໍາຈາກກະຊວງສຶກສາທິການ ແລະ ກິລາ. ພ້ອມນີ້, ຍັງຈະໄດ້ພົບປະ ແລະ ຮັບຟັງການໂອ້ລົມ ຈາກທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວຕື່ມອີກ.
![]() |
ຂ່າວ-ພາບ: ສົມຫວັງ



ຄໍາເຫັນ