![]() |
ການແຂ່ງຂັນຄັ້ງນີ້, ສະເພາະ ນວ ເຈົ້າພາບສົ່ງເຂົ້າຮ່ວມຄົບ 4 ລາຍການ, ແຂວງຊຽງຂວາງສົ່ງເຂົ້າຮ່ວມ 3 ລາຍການ, ທີມຍິງ 3x3 ແລະ 5x5 ແລະ ທີມຊາຍ 3x3, ສ່ວນຈຳປາສັກສົ່ງເຂົ້າຮ່ວມ 2 ລາຍການ, ທີມຊາຍ 3x3 ແລະ 5x5. ແຂ່ງຂັນລະຫວ່າງວັນທີ 15-18 ທັນວານີ້, ສະເພາະວັນທີ 16 ທັນວາ ຊີງຫຼຽນຄໍາ ທີມຍິງ-ທີມຊາຍ 3x3 ແລະ ວັນທີ 18 ທັນວາ ຊີງຫຼຽນຄໍາ ທີມຍິງ-ທີມຊາຍ 5x5.
![]() |
ຜ່ານການແຂ່ງຂັນໃນວັນທີ 15 ທັນວານີ້ມີ 4 ຄູ່: ບານບ້ວງ 3x3 ທີມຊາຍ ຈໍາປາສັກ ຊະນະ ນວ 13-1 ຄະແນນ, ນວ ຊະນະ ຊຽງຂວາງ 13-3 ຄະແນນ, ຈຳປາສັກ ຊະນະ ຊຽງຂວາງ 13-0 ຄະແນນ ແລະ ບານບ້ວງຍິງ 3x3 ຊຽງຂວາງ ເສຍໃຫ້ ນວ 3-7 ຄະແນນ.
ສຳລັບກິລາບານບ້ວງລໍ້ເລື່ອນຄົນພິການແຫ່ງຊາດຄັ້ງນີ້, ມີບຸກຄະລາກອນຮັບໃຊ້ທັງໝົດ 26 ຄົນ ຍິງ 6 ຄົນ ທີ່ມາຈາກ ນວ, ສະຫະພັນບານບ້ວງລໍ້ເລື່ອນແຫ່ງຊາດ ແລະ ນັກຮຽນ ມສ ວຽງຈັນເຂົ້າມາຊ່ວຍວຽກ.
![]() |
ຂ່າວ: ເອກະສັນ ທິບພະຈັກ; ພາບ: ສີພອນ ວຽງຈັນໃໝ່ ແລະ ເອກະສັນ



ຄໍາເຫັນ