ເປີດສອບເສັງ ມ4 - ມ7 ທົ່ວປະເທດ ມີນັກຮຽນຫຼາຍກວ່າ 112,000 ຄົນ

ເປີດສອບເສັງ ມ4 - ມ7 ທົ່ວປະເທດ ມີນັກຮຽນຫຼາຍກວ່າ 112,000 ຄົນ

ເປີດສອບເສັງ ມ4 - ມ7 ທົ່ວປະເທດ ມີນັກຮຽນຫຼາຍກວ່າ 112,000 ຄົນ
ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ແລະ ມັດທະຍົມສຶກສາຕອນປາຍ (ມ7) ປະຈຳສົກຮຽນ 2025-2026 ເອກະພາບທົ່ວປະເທດ ໃນວັນທີ 4 ມິຖຸນານີ້ ທີ່ກະຊວງ ສສກ, ໂດຍເປັນປະທານ ແລະ ກ່າວເປີດຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ ແລະ ສະຖາບັນ ພາຍໃນກະຊວງ ສສກ, ບັນດາຮອງປະທານຄະນະກຳມະການປົກຄອງ-ປະທານການສອບເສັງທົ່ວປະເທດ 18 ແຂວງ ພ້ອມດ້ວຍແຂກຖືກເຊີນທັງແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ.
ເປດສອບເສງ ມ4 - ມ7 ທວປະເທດ ມນກຮຽນຫາຍກວາ 112,000 ຄນ - image 1
 

ການສອບເສັງຊັ້ນ ມ4 ຈະຈັດຂຶ້ນໃນລະຫວ່າງວັນທີ 10-12 ມິຖຸນາ 2026 ແລະ ມ7 ໃນວັນທີ 17-19 ມິຖຸນາ 2026 ໂດຍສອບເສັງ 5 ວິຊາຫຼັກ. ໂດຍມີນັກສອບເສັງ ມ4 ຈຳນວນ 71,427 ຄົນ ແລະ ມ7 ຈຳນວນ 40,722 ຄົນ ລວມຫຼາຍກວ່າ 112,000 ຄົນ, 866 ສູນສອບເສັງທົ່ວປະເທດ. ພ້ອມກັນນີ້, ຍັງມີນະໂຍບາຍຈັດສອບເສັງຄືນໃຫ້ນັກຮຽນທີ່ມີເຫດຈຳເປັນ ເຊັ່ນ: ເຈັບເປັນ ຫຼື ຕິດພາລະກິດໃນນາມຕົວແທນປະເທດ.

ກະຊວງ ສສກ ໄດ້ວາງມາດຕະການຮັດກຸມ ເພື່ອປ້ອງກັນການຮົ່ວໄຫຼ ໂດຍໃຊ້ຫົວບົດສອບເສັງ 2 ຊຸດ (A ແລະ B) ພ້ອມລະບົບກວດຂໍ້ສອບອັດຕະໂນມັດ ແລະ ປະສານງານກັບຫຼາຍພາກສ່ວນເພື່ອຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ. ພ້ອມທັງເນັ້ນໜັກໃຫ້ນັກຮຽນສອບເສັງດ້ວຍຄວາມຊື່ສັດ ບໍ່ນຳໂທລະສັບ ຫຼື ອຸປະກອນສື່ສານເຂົ້າຫ້ອງສອບ ແລະ ບໍ່ຫຼົງເຊື່ອຂ່າວປອມກ່ຽວກັບການຊື້-ຂາຍຂໍ້ສອບໃນສື່ອອນລາຍ.

ຂ່າວ-ພາບ: ສສກ

ຄໍາເຫັນ

ຂ່າວສືກສາ-ກິລາ

ສ້າງຂະບວນການແຂ່ງຂັນກິລາມວນຊົນ ເນື່ອງໃນວັນເດັກນ້ອຍສາກົນ 1 ມິຖຸນາ

ສ້າງຂະບວນການແຂ່ງຂັນກິລາມວນຊົນ ເນື່ອງໃນວັນເດັກນ້ອຍສາກົນ 1 ມິຖຸນາ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026, ຢູ່ທີ່ ເດີ່ນກິລາຫ້ອງການສະຫະພັນແມ່ຍິງເມືອງມຸນລະປາໂມກ, ແຂວງຈໍາປາສັກ ໄດ້ມີການຈັດກິດຈະກຳແຂ່ງຂັນກິລາມວນຊົນ ຢ່າງຟົດຟື້ນ ແລະ ເຕັມໄປດ້ວຍບັນຍາກາດແຫ່ງຄວາມສຸກ, ເພື່ອເປັນການສ້າງຂະບວນການອັນມີຄວາມໝາຍ ໃຫ້ແກ່ຫຼານໆເຍົາວະຊົນ ແລະ ອະນຸຊົນ.
ສອງໂຮງຮຽນການເມືອງ ແລະ ການປົກຄອງ ສໍາມະນາວິທະຍາສາດດ້ານວິຊາການ

ສອງໂຮງຮຽນການເມືອງ ແລະ ການປົກຄອງ ສໍາມະນາວິທະຍາສາດດ້ານວິຊາການ

ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສໍາມະນາວິທະຍາສາດດ້ານວິຊາການ ລະຫວ່າງໂຮງ ຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ - ໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງປັກກິ່ງ ສປ ຈີນ ໃນວັນທີ 4 ມິຖຸນານີ້ ທີ່ສະໂມສອນຂອງໂຮງຮຽນການເມືອງແລະ ການປົກຄອງ ນວ.
ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ຍົກລະດັບການນຳໃຊ້ສື່ການຮຽນການສອນ

ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ຍົກລະດັບການນຳໃຊ້ສື່ການຮຽນການສອນ

ໃນວັນທີ 3 ມິຖຸນາ ນີ້ ທີ່ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້ “ການພັດທະນາສື່ການຮຽນ-ການສອນ” ໂດຍເປັນປະທານຮ່ວມຂອງ ທ່ານ ບຸນເພັງ ແຈ່ມມາໄລ ຮອງຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ, ມີວິທະຍາກອນ ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ.
ໂຮງຮຽນອະນຸບານມິດຕະພາບວຽງຈັນ-ຮາຍເຢືອງ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ໂຮງຮຽນອະນຸບານມິດຕະພາບວຽງຈັນ-ຮາຍເຢືອງ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ວັນທີ 2 ມິຖຸນາ ນີ້ ທີ່ໂຮງຮຽນອະນຸບານມິດຕະພາບວຽງຈັນ-ຮາຍເຢືອງ ໄດ້ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ພ້ອມດ້ວຍຄະນະນຳຂອງແຂວງ, ຜູ້ບໍລິຫານງານການສຶກສາຂັ້ນແຂວງ, ຂັ້ນເມືອງ, ຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມ.
ມອບ-ຮັບ ອາຄານຮຽນຫຼັງໃໝ່ໂຮງຮຽນປະຖົມສົມບູນນາກອຍຫ້ວຍ

ມອບ-ຮັບ ອາຄານຮຽນຫຼັງໃໝ່ໂຮງຮຽນປະຖົມສົມບູນນາກອຍຫ້ວຍ

ໃນທ້າຍເດືອນພຶດສະພາຜ່ານມາ ທີ່ໂຮງຮຽນປະຖົມສົມບູນນາກອຍຫ້ວຍ ບ້ານສາມັກຄີໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ສີສະຫວາດ ເພັງທະລັງສີ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ ແລະ ທ່ານ ເນດຄຳ ສຸດທະລັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງອາດສະພັງທອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ປູກຕົ້ນໄມ້ ຕ້ອນຮັບວັນສ້າງຕັ້ງ ມຊ, ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ປູກຕົ້ນໄມ້ ຕ້ອນຮັບວັນສ້າງຕັ້ງ ມຊ, ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປູກຕົ້ນໄມ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງ ມຊ ຄົບຮອບ 30 ປີ, ວັນເດັກນ້ອຍສາກົນ (1 ມິຖຸນາ) ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ຂຶ້ນໃນວັນທີ 1 ມິຖຸນານີ້, ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ, ການນໍາຂັ້ນສູງ, ບັນດາກະຊວງ ພ້ອມດ້ວຍພະນັກງານຄູ-ອາຈານນັກສຶກສາ-ເຍົາວະຊົນເຂົ້າຮ່ວມ.
ເປີດການແຂ່ງຂັນກິລາກ໊ອຟ ຊີງຂັນທ່ານຮອງນາຍົກລັດຖະມົນຕີ ລະດົມທຶນສ້າງກອງທຶນສະພາປະຊາຊົນແຂວງຫຼວງພະບາງ

ເປີດການແຂ່ງຂັນກິລາກ໊ອຟ ຊີງຂັນທ່ານຮອງນາຍົກລັດຖະມົນຕີ ລະດົມທຶນສ້າງກອງທຶນສະພາປະຊາຊົນແຂວງຫຼວງພະບາງ

ໃນວັນທີ 30 ພຶດສະພາຜ່ານມາ ທີ່ສະໜາມກິລາກ໊ອຟ ຫຼວງພະບາງ ໄດ້ຈັດການແຂ່ງຂັນກິລາກ໊ອຟ ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ມີທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາ ຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ປະທານກວດກາສູນກາງພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ພ້ອມດ້ວຍການນໍາຈາກສູນກາງ-ແຂວງ, ອະດີດການນໍາແຂວງ, ຕະຫຼອດຮອດນັກກິລາກ໊ອຟທັງພາຍໃນ ແລະ ຕ່າງແຂວງຫຼາຍກວ່າ 100 ຄົນເຂົ້າຮ່ວມ.
ຈຳປາສັກ ແຂ່ງຂັນສິລະປະ-ວັນນະຄະດີນັກຮຽນທົ່ວແຂວງ

ຈຳປາສັກ ແຂ່ງຂັນສິລະປະ-ວັນນະຄະດີນັກຮຽນທົ່ວແຂວງ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນສິລະປະ-ວັນນະຄະດີນັກຮຽນທົ່ວແຂວງຂຶ້ນໃນວັນທີ 27 ພຶດສະພາຜ່ານມາ, ທີ່ສູນການຄ້າຕະຫຼາດສະບາຍດີ ນະຄອນປາກເຊ ເພື່ອສ້າງຂະບວນການຕ້ອນຮັບວັນເດັກນ້ອຍສາກົນ (ວັນທີ 1 ມິຖຸນາ) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍມີ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກ ສກຂ, ທ່ານ ຂຸນທຶງ ສະຫງວນພັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນປາກເຊ ພ້ອມດ້ວຍຄູ-ອາຈານ, ນັກຮຽນ-ນັກສະແດງເຂົ້າຮ່ວມ.
ນະຄອນໄກສອນ ພົມວິຫານ ມີນັກສອບເສັງ ປ5 ເກືອບ 2 ພັນຄົນ

ນະຄອນໄກສອນ ພົມວິຫານ ມີນັກສອບເສັງ ປ5 ເກືອບ 2 ພັນຄົນ

ໃນວັນທີ 26 ພຶດສະພາຜ່ານມາ, ທີ່ສູນສອບເສັງໂຮງຮຽນປະຖົມສາທິດ ນະຄອນໄກສອນ ພົມວິຫານ, ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງສະຫວັນນະເຂດ ໄດ້ມອບໝາຍໃຫ້ຄະນະຮັບຜິດຊອບຂັ້ນຂະ ແໜງການ ຂອງພະແນກ ສກຂ ແຂວງ ນຳໂດຍທ່ານ ສະຫງວນຮັກ ທົງພັກດີ ຫົວໜ້າຂະແໜງຈັດຕັ້ງ, ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ, ມີທ່ານ ອານຸຊາ ໄກສອນ ຮອງປະທານຄະນະກຳມະການປົກຄອງນະຄອນໄກສອນ ພົມວິຫານ, ຄະນະກຳມະການຮັບຜິດຊອບ, ຄູ-ອາຈານທີ່ເຂົ້າຮ່ວມຊຸກຍູ້, ຕິດຕາມ ແລະ ເປີດຫົວບົດສອບເສັງ ພ້ອມດ້ວຍນັກຮຽນເຂົ້າຮ່ວມ.
ທົ່ວເມືອງອຸທຸມພອນ ມີນັກສອບເສັງຈົບຊັ້ນ ປ5 1 ພັນກວ່າຄົນ

ທົ່ວເມືອງອຸທຸມພອນ ມີນັກສອບເສັງຈົບຊັ້ນ ປ5 1 ພັນກວ່າຄົນ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ເປີດຫົວບົດສອບເສັງຈົບຊັ້ນປະຖົມປີທີ 5 ທົ່ວເມືອງ ໃນວັນທີ 27 ພຶດສະພານີ້, ທີ່ສູນສອບເສັງໂຮງຮຽນມັດທະຍົມສົມບູນອຸທຸມພອນ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດຕັດຫົວບົດສອບເສັງຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີຄູ-ອາຈານ, ນັກ ຮຽນເຂົ້າຮ່ວມ.
ເພີ່ມເຕີມ