![]() |
ທ່ານ ສົມພອນ ດີລີວົງ ຫົວໜ້າຂະແໜງອາຊີວະ ແລະ ການສຶກສາຊັ້ນສູງ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2026-2027 ແຂວງຫຼວງພະບາງ ໄດ້ຮັບທຶນການສຶກສາລວມທັງໝົດ 121 ທຶນ, ໃນນັ້ນ ທຶນຂອງ ສສ ຫວຽດນາມ 55 ທຶນ ແລະທຶນຂອງ ສປ ຈີນ 66 ທຶນ, ໄດ້ເລີ່ມເປີດຮັບຄໍາຮ້ອງການສອບເສັງແຕ່ວັນທີ 8 ມິຖຸນາ 2026 ຫາ ວັນທີ 29 ມິຖຸນາ 2026 ມີຜູ້ເຂົ້າມາສະໝັກລົງທະບຽນສອບເສັງທັງໝົດ 247 ຄົນ, ໃນນີ້ ມີຜູ້ສະໝັກເສັງເອົາທຶນຂອງ ສປ ຈີນ 152 ຄົນ, ກວມ 61.53% ແລະຜູ້ສະໝັກເສັງເອົາທຶນຂອງ ສສ ຫວຽດນາມ 95 ຄົນ, ກວມ 38.47%, ສຳລັບການຈັດຕັ້ງການສອບເສັງປະກອບມີ 4 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ພາສາຈີນ ແລະ ພາສາຫວຽດນາມ ຊຶ່ງຈະໄດ້ຄັດເລືອກເອົາຜູ້ທີ່ໄດ້ຄະແນນສູງ ແລະຖັດລົງນາມມາຕາມຕາມລໍາດັບ ເພື່ອຈັດເຂົ້າຕາມທຶນທີ່ໄດ້ຮັບ ແລະລາຍວິຊາ ຂອງນັກສອບເສັງທີ່ໄດ້ລົງທະບຽນ.ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ

ຄໍາເຫັນ