ເປີດຊຸດອົບຮົມທິດສະດີການເມືອງໄລຍະສັ້ນໃຫ້ພະນັກງານ-ນັກຮົບ ບັນດາກົມກອງສື່ມວນຊົນກອງທັບ

ເປີດຊຸດອົບຮົມທິດສະດີການເມືອງໄລຍະສັ້ນໃຫ້ພະນັກງານ-ນັກຮົບ ບັນດາກົມກອງສື່ມວນຊົນກອງທັບ

ເປີດຊຸດອົບຮົມທິດສະດີການເມືອງໄລຍະສັ້ນໃຫ້ພະນັກງານ-ນັກຮົບ ບັນດາກົມກອງສື່ມວນຊົນກອງທັບ
ພິທີເປີດຊຸດອົບຮົມທິດສະດີການເມືອງໄລຍະສັ້ນໃຫ້ພະນັກງານ-ນັກຮົບ ບັນດາກົມກອງສື່ມວນຊົນກອງທັບ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກ ກົມໃຫຍ່ການເມືອງກອງທັບ ຫົວໜ້າກົມໂຄສະນາອົບຮົມ, ມີບັນດາຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ, ຄະນະຊີ້ນໍາລວມ, ຄະນະຮັບຜິດຊອບຝຶກອົບຮົມ, ຄູ-ອາຈານ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມ.

 

 

ສະຫາຍ ພັນເອກ ທິມສາວ ດວງຈໍາປາ ຮອງຫົວໜ້າກົມໂຄສະນາອົບຮົມ ໄດ້ຜ່ານບົດລາຍງານແຜນ ການກະກຽມຄວາມພ້ອມໃນການຈັດຕັ້ງເປີດຊຸດຝຶກອົບຮົມວ່າ: ການຝຶກອົບຮົມຄັ້ງນີ້ຈັດຂຶ້ນເພື່ອຍົກລະດັບທິດສະດີການເມືອງ, ຫຼັກການ, ແບບແຜນວິທີເຮັດວຽກໃຫ້ພະນັກງານ-ນັກຮົບ, ນັກຂ່າວຢູ່ບັນດາກົມກອງສື່ມວນຊົນໃຫ້ມີປະສິດທິພາບສູງຂຶ້ນ, ສືບຕໍ່ນໍາເອົາບັນດາແນວທາງແຜນນະໂຍບາຍຂອງພັກ-ລັດ, ສຶກສາອົບຮົມໃຫ້ພະນັກງານ-ນັກຮົບຢູ່ກົມກອງສື່ມວນຊົນກອງທັບ ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ຕໍ່ການປະຕິວັດ ແລະ ປະເທດຊາດ. ການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 70 ສະຫາຍ ຍິງ 32 ສະຫາຍ, ຈັດຕັ້ງເປັນ 2 ຊຸດ ມາຈາກ 8 ກົມກອງສື່ມວນຊົນກອງທັບ ຊຶ່ງເນື້ອໃນທີ່ນໍາມາຝຶກມີ 3 ບົດ, ໃຊ້ເວລາຝຶກ 14 ວັນ (ວັນທີ 12-27 ພຶດສະພາ 2025) ຈຶ່ງຈະສຳເລັດ.

ໂອກາດນີ້, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ນັກຝຶກອົບຮົມບັນດາກົມກອງສື່ມວນຊົນກອງທັບ ພ້ອມກັນເອົາໃຈໃສ່ຍົກສູງໜ້າທີ່ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໂດຍສະເພາະແມ່ນປະຕິບັດໂມງເວລາໃນການຂຶ້ນຫ້ອງຮຽນ ທັງສຸມຈິດໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນໃຫ້ເລິກເຊິ່ງເພື່ອໃຫ້ກໍາໄດ້ເນື້ອໃນຂອງການຝຶກອົບຮົມຄັ້ງນີ້ຢ່າງມີປະສິດທິພາບ ແລະ ໄດ້ຮັບໝາກຜົນສໍາເລັດຢ່າງຈົບງາມ.

ຂ່າວ: ສົມຄິດ ພູມມີຈິດ

ຄໍາເຫັນ

ຂ່າວສືກສາ-ກິລາ

ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ພິທີເປີດການສອບເສັງ ຈົບຊັ້ນສາຍສາມັນສຶກສາ (ມ7) ປະຈຳສົກຮຽນ 2024-2025 ທົ່ວນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນພ້ອມກັນ ໃນວັນທີ 18 ມິຖຸນາ ນີ້ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໂດຍມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ,ຄະນະຜູ້ບໍລິຫານການສຶກສາ, ຫ້ອງການສຶກສາທິການ-ກິລາເມືອງ, ອຳນວຍການໂຮງຮຽນ, ກຳມະການຍາມຫ້ອງສອບເສັງ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 18 ມິຖຸນານີ້ ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ (ມສ) ແຂວງ ອຸດົມໄຊ ໄດ້ມີພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ຊັ້ນ ມ7) ປະຈຳສົກຮຽນ 2024-2025 ຂຶ້ນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ.
ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ທີ່ແຂວງຄໍາມ່ວນ

ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ທີ່ແຂວງຄໍາມ່ວນ

ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ເອກະພາບທົ່ວປະເທດ ສົກຮຽນ 2024-2025 ຂອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 18 ມີຖຸນານີ້ ທີ່ສະໂມສອນໂຮງຮຽນ ມໍ ປາຍທ່າແຂກ, ໃຫ້ກຽດເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.
ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ພິທີເປີດຫົວບົດສອບເສັງຈົບຊັ້ນ ມ7 ປະຈໍາສົກຮຽນ 2024-2025 ທົ່ວເມືອງໂຂງ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ໂຮງຮຽນ ມສ ຂີ້ນາກ ໂດຍການໃຫ້ກຽດເປັນປະທານຂອງທ່ານ ໜູແສງ ຜຸຍບັນດິດ ຮອງເຈົ້າເມືອງໆໂຂງ.
ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ - ການປົກຄອງຂັ້ນຕົ້ນ ຊຸດທີ I ຂຶ້ນໃນວັນທີ 16 ມິຖຸນາ ນີ້ ທີ່ ສປສສ, ໂດຍມີ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ສະຫາຍ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຫາຍ ຂຸນສຸວັນ ສຸທຳມະວົງຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສປສສ ພ້ອມດ້ວຍບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ ຂອງສານປະຊາຊົນສູງສຸດ ແລະ ບັນດານັກສໍາມະນາກອນ ເຂົ້າຮ່ວມ.
ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ນາງ ມະໄລລັກ ຫຼື ດິໄລຣາ ສາວລູກເຄິ່ງ ລາວ-ຊູແອດ ຈັບຄູ່ກັບ ແມັກຊີມັສ ນັກກິລາເທັນນິສຊາວສິງກະໂປ ສາມາດໄລ່ເອົາຊະນະ ຄຣີສ ໂປລິດເທັກ ນັກກິລາຊາວສະວິດ ແລະ ແສນທະນົງວັດ (ລາວ) 2-0 ເຊັດ ດ້ວຍຄະແນນ 6-2 ແລະ 6-3 ຄອງຂັນຊະນະເລີດ ໃນການແຂ່ງຂັນລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025 ຫຼື Tigerhead Tennis Open 2025 ໄດ້ຮັບຂັນຊະນະເລີດ ພ້ອມຮັບເງິນລາງວັນ 30 ລ້ານກີບໄປຄອງ ສ່ວນອັນດັບທີ 2 ໄດ້ຮັບຂັນພ້ອມເງິນລາງວັນ 10 ລ້ານກີບ.
ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ຈາກ ສສ ຫວຽດນາມ ໄດ້ລົງນາມໃນບົດບັນທຶກການຮ່ວມມືກັບສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນໄລຍະ 3 ປີ ໂດຍເນັ້ນໃສ່ໃຫ້ການຊຸກຍູ້ສົ່ງເສີມການພັດທະນາວົງການກິລາເຖິງ 9 ລາຍການ ຊຶ່ງໃນນັ້ນໄດ້ສະໜັບສະໜູນຊຸດເຄື່ອງນຸ່ງເຄື່ອງກິລາ ຍີ່ຫໍ້ ດົງລຶກ ແລະ ໝາກບານ ເຂົ້າໃນການເຄື່ອນໄຫວຂອງທີມນັກກິລາເຕະບານທີມຊາດລາວທຸກຮຸ່ນ ແລະ ລາຍການແຂ່ງຂັນຕ່າງໆຂອງ ສຕລ ຈັດຂຶ້ນໃນໄລຍະ 3 ປີ ຕາມສັນຍາທີ່ໄດ້ຕົກລົງກັນໄວ້.
ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ວິທະຍາຄານຕໍາຫຼວດປະຊາຊົນໄດ້ຈັດກອງປະຊຸມມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງສັງຄົມ ຂຶ້ນໃນວັນທີ 11 ມິຖຸນານີ້ ໂດຍການເຂົ້າຮ່ວມຂອງທ່ານ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໃນຕອນເຊົ້າຂອງວັນທີ 11 ມີຖຸນານີ້ ຢູ່ໂຮງຮຽນມັດທະຍົມສົມບູນ ເມືອງໂພນໄຊ ແຂວງຫຼວງພະບາງໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4)ສົກຮຽນ2024-2025 ຢ່າງເປັນທາງການ ໂດຍເປັນປະທານຂອງ ທ່ານ ພອນປະດິດ ສຸເດດຊານໄຊ ຮອງເຈົ້າເມືອງໂພນໄຊ.
ເມືອງລອງ ສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ປະຈຳສົກຮຽນ 2024-2025

ເມືອງລອງ ສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ປະຈຳສົກຮຽນ 2024-2025

ເມືອງລອງ ແຂວງຫຼວງນໍາທາ ໄດ້ຈັດພິທີສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4)ປະຈຳສົກຮຽນ 2024-2025 ຂຶ້ນໃນຕອນເຊົ້າຂອງວັນທີ 11 ມີຖຸນານີ້ທີ່ໂຮງຮຽນມັດທະຍົມສົມບູນເທດສະບານເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຈັກກະວານ ແກ້ວບຸນພັນ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມເມືອງລອງ.
ເພີ່ມເຕີມ