![]() |
ພັກເຮົາໄດ້ເອົາໃຈໃສ່ ພັດທະນາຊັບພະຍາກອນມະນຸດ ເປັນໜ້າທີ່ແຖວໜ້າ, ປັບປຸງຄຸນນະພາບການຮຽນ-ການສອນ, ສຸມໃສ່ແກ້ໄຂສະພາບຂາດຄູສອນ, ແກ້ໄຂການປະລະການຮຽນ ຂອງນັກຮຽນ-ນັກສຶກສາ, ສົ່ງເສີມການຄົ້ນຄວ້າວິທະຍາສາດ, ການສ້າງນະວັດຕະກໍາ.
![]() |
ພ້ອມດຽວກັນນີ້, ພັກເຮົາຍັງໄດ້ເອົາໃຈໃສ່ຍົກລະດັບການສົ່ງເສີມວຽກງານກັນພະຍາດ, ການປິ່ນປົວສຸຂະພາບ ແລະ ການບໍລິການດ້ານສາທາລະນະສຸກ; ໄດ້ອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ ທີ່ເປັນເອກະລັກຂອງຊາດ; ໄດ້ຖືສຳຄັນການຄຸ້ມຄອງແຮງງານ, ສົ່ງເສີມການພັດທະນາສີມືແຮງງານ, ເອົາໃຈໃສ່ປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ, ການຊ່ວຍເຫຼືອສົງເຄາະຕ່າງໆ ໄດ້ເປັນຢ່າງດີ.
![]() |
(ຂ່າວ: ບຸນຕອມ)



ຄໍາເຫັນ