ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ຢຶດໝັ້ນຢ່າງແນວແນ່ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໃນສາຍສຳພັນອັນແໜ້ນແຟ້ນກັບການຮັກສາຄວາມເປັນສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ. ຢືດໝັ້ນຄວາມເປັນເອກະລາດ, ຄວາມເປັນ ເຈົ້າ; ຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມດຽວກັນນັ້ນຕ້ອງການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາປະເທດຊາດ.

ປະສານສົມທົບກັບບັນດາປະເທດບ້ານໃກ້ເຮືອນຄຽງຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ເສັ້ນຊາຍແດນສັນຕິພາບ,ຮ່ວມມື ແລະ ພັດທະນາໃຫ້ມີຄວາມເຂັ້ມແຂງ; ສືບຕໍ່ແກ້ໄຂບັນດາບັນຫາຍັງຄົງຄ້າງທີ່ກ່ຽວຂ້ອງກັບຊາຍແດນທາງບົກ. ສືບຕໍ່ຊຸກຍູ້ແກ້ໄຂບັນດາບັນຫາທາງທະເລ, ຄວາມສະຫງົບ, ຄວາມປອດໄພການເດີນທາງທະເລ, ທາງອາກາດ ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ກ່ຽວກັບການພົວພັນຕ່າງປະເທດສອງຝ່າຍ ຫວຽດນາມຈະສືບຕໍ່ເຮັດໃຫ້ສາຍພົວພັນກັບບັນດາຄູ່ຮ່ວມມື ກ່ອນອື່ນໝົດແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມມືທີ່ສຳຄັນ ເຂົ້າສູ່ລວງເລິກ, ໝັ້ນຄົງ, ມີປະສິດທິຜົນ; ໃຫ້ບຸລິມະສິດຮັກສາຄວາມໝັ້ນຄົງ ແລະ ສືບຕໍ່ທ່ວງທ່າສາຍພົວພັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ.

ໃນໂອກາດກ່າວປາໄສຢູ່ພິທີສະເຫຼີມສະຫຼອງສາຍພົວພັນຫວຽດນາມ-ລາວ ຄົບຮອບ 60 ປີ, ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ເນັ້ນໜັກວ່າ: “ພັກ,ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນຕໍ່ພາລະກິດປ່ຽນໃໝ່ຂອງລາວຢ່າງເຂັ້ມແຂງ, ຮອບດ້ານ, ພ້ອມດຽວກັນນັ້ນຖືສຳຄັນຍິ່ງ ແລະ ໃຫ້ບຸລິມະສິດອັນດັບແຖວໜ້າໃຫ້ແກ່ສາຍພົວພັນພິເສດ ທີ່ເປັນຖານສະຫາຍອ້າຍນ້ອງລະຫວ່າງສອງພັກ, ສອງປະເທດລາວ-ຫວຽດນາມ: ຫວຽດນາມ-ລາວ ຍາມໃດກໍຫວັງຢ່າງຍິ່ງວ່າຈະໃຫ້ການຮ່ວມມື, ຊ່ວຍເຫຼືອປະເທດລາວດ້ວຍຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ຖືອັນນີ້ແມ່ນໜ້າທີ່ຍຸດທະສາດ; ຫວັງວ່າຈະຮ່ວມກັບພັກ, ລັດ ແລະ ປະຊາຊົນລາວເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືດ້ານ ປກຊ-ປກສ, ເພີ່ມທະວີການເຊື່ອມຈອດລະຫວ່າງສອງພື້ນຖານເສດຖະກິດຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບການຮ່ວມມືດ້ານບຳລຸງກໍ່ສ້າງຢ່າງບໍ່ຢຸດຢັ້ງ, ຮ່ວມກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າ, ເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງ; ຮ່ວມກັນສູ້ຊົນ ເພື່ອບັນດາຜົນງານໃນການຮ່ວມມືນັບມື້ນັບສົມຄູ່ກັບຖານະບົດບາດຂອງສາຍພົວພັນພິເສດຫວຽດນາມ-ລາວ ກໍຄືສົມກັບຄວາມມຸ່ງຫວັງຂອງການນຳ ແລະ ປະຊາຊົນສອງຊາດ.

ເຖິງແມ່ນວ່າໂລກແຫ່ງນີ້ມີການປ່ຽນແປງແນວໃດກໍຕາມ, ພວກເຮົາຕັດສິນໃຈລະດັບສູງວ່າຈະຮ່ວມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດບໍລິສຸດຜຸດຜ່ອງ, ອັນດູດດື່ມ ຫວຽດນາມ-ລາວ ຕາມຄວາມມຸ່ງຫວັງຂອງປະທານ ໄກສອນ ພົມວິຫານ ກ່າວໄວ້ວ່າ: “ພູອາດຈະຖືກເຊາະເຈື່ອນ, ແມ່ນ້ຳລຳເຊອາດຈະເຫືອດແຫ້ງ, ແຕ່ສາຍພົວພັນ ລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

ບົດສົມບູນເຊີນຕິດຕາມອ່ານໄດ້ໃນໜັງສືພິມປະຊາຊົນ

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ