ກ່ຽວກັບການພົວພັນຕ່າງປະເທດສອງຝ່າຍ ຫວຽດນາມ ຈະສືບຕໍ່ເຮັດໃຫ້ສາຍພົວພັນກັບບັນດາຄູ່ຮ່ວມມື ກ່ອນອື່ນໝົດແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມມືທີ່ສຳຄັນ ເຂົ້າສູ່ລວງເລິກ, ໝັ້ນຄົງ, ມີປະສິດທິຜົນ; ໃຫ້ບູລິມະສິດຮັກສາຄວາມໝັ້ນຄົງ ແລະ ສືບຕໍ່ທ່ວງທ່າສາຍພົວພັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ.
ໃນໂອກາດກ່າວປາໄສຢູ່ພິທີສະເຫຼີມສະຫຼອງສາຍພົວພັນຫວຽດນາມ-ລາວ ຄົບຮອບ 60 ປີ, ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ໄດ້ເນັ້ນໜັກວ່າ: “ພັກ,ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນຕໍ່ພາລະກິດປ່ຽນແປງໃໝ່ຂອງລາວຢ່າງເຂັ້ມແຂງ, ຮອບດ້ານ, ພ້ອມດຽວກັນນັ້ນຖືສຳຄັນຍິ່ງແລະ ໃຫ້ບຸລິມະສິດອັນດັບແຖວໜ້າໃຫ້ແກ່ສາຍພົວພັນພິເສດ ທີ່ເປັນຖານສະຫາຍອ້າຍນ້ອງລະຫວ່າງສອງພັກ, ສອງປະເທດລາວ-ຫວຽດນາມ, ຫວຽດນາມ-ລາວ ຍາມໃດກໍຫວັງຢ່າງຍິ່ງວ່າຈະໃຫ້ການຮ່ວມມື,ຊ່ວຍເຫຼືອປະເທດລາວດ້ວຍຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ຖືອັນນີ້ແມ່ນໜ້າທີ່ຍຸດທະສາດ; ຫວັງວ່າຈະຮ່ວມກັບພັກ, ລັດ ແລະ ປະຊາຊົນລາວເພີ່ມພູນຄຸນສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືດ້ານ ປກຊ-ປກສ, ເພີ່ມທະວີການເຊື່ອມຈອດລະຫວ່າງສອງພື້ນຖານເສດຖະກິດຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບການຮ່ວມມືດ້ານບຳລຸງກໍ່ສ້າງຢ່າງບໍ່ຢຸດຢັ້ງ, ຮ່ວມມກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າ, ເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງ; ຮ່ວມກັນສູ້ຊົນ ເພື່ອບັນດາຜົນງານໃນການຮ່ວມມືນັບມື້ນັບສົມຄູ່ກັບຖານະບົດບາດຂອງສາຍພົວພັນພິເສດຫວຽດ-ລາວ ກໍຄືສົມກັບຄວາມມຸ່ງ ຫວັງຂອງການນຳ ແລະ ປະຊາຊົນສອງຊາດ.
ເຖິງແມ່ນວ່າໂລກແຫ່ງນີ້ມີການປ່ຽນແປງແນວໃດກໍຕາມ, ພວກເຮົາຕັດສິນໃຈລະດັບສູງວ່າຈະຮ່ວມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດບໍລິສຸດຜຸດຜ່ອງ, ອັນດູດດື່ມ ຫວຽດນາມ - ລາວ ຕາມຄວາມມຸ່ງຫວັງ ຂອງປະທານ ໄກສອນ ພົມວິຫານ ກ່າວໄວ້ວ່າ: “ພູອາດຈະຖືກເຊາະເຈື່ອນ, ແມ່ນ້ຳລຳເຊອາດຈະເຫືອດແຫ້ງ, ແຕ່ສາຍພົວພັນ ລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.
ບົດສົມບູນເຊີນຕິດຕາມອ່ານໄດ້ໃນໜັງສືພິມປະຊາຊົນ
ຄໍາເຫັນ