ພັກຍາມໃດ ກໍຖືວຽກປັບປຸງກົງຈັກການຈັດຕັ້ງເປັນວຽກໜຶ່ງທີ່ສຳຄັນ

ພັກຍາມໃດ ກໍຖືວຽກປັບປຸງກົງຈັກການຈັດຕັ້ງເປັນວຽກໜຶ່ງທີ່ສຳຄັນ

ພັກຍາມໃດ ກໍຖືວຽກປັບປຸງກົງຈັກການຈັດຕັ້ງເປັນວຽກໜຶ່ງທີ່ສຳຄັນ
ພັກຍາມໃດ ກໍຖືວຽກງານປັບປຸງກົງຈັກການຈັດຕັ້ງ ເປັນວຽກງານໜຶ່ງທີ່ສຳຄັນໃນການນຳພາ-ຊີ້ນຳ ເພື່ອຂັບເຄື່ອນການພັດທະນາຕາມແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະໃຫ້ມີປະສິດທິຜົນສູງ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດປະເທດ.

 

 

ສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ເມື່ອບໍ່ດົນຜ່ານມາໃນຫົວຂໍ້: “ການນຳພາຂອງພັກ ໃນການປັບປຸງກົງຈັກການຈັດຕັ້ງ” ວ່າ: ພັກມີຄວາມຮັບຜິດຊອບຕໍ່ການກໍ່ສ້າງ, ການບຳລຸງພະນັກງານ, ການບັນຈຸສັບຊ້ອນ ແລະ ນຳໃຊ້ພະນັກງານ ໃນຕຳແໜ່ງງານທີ່ສຳຄັນຂອງອົງການພັກ-ລັດ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຖືກຕ້ອງເໝາະສົມ. ພັກຍາມໃດກໍຖືວຽກງານປັບປຸງກົງຈັກການຈັດຕັ້ງ ເປັນວຽກງານໜຶ່ງທີ່ສຳຄັນໃນການນຳພາ-ຊີ້ນຳ ເພື່ອຂັບເຄື່ອນການພັດທະນາ ຕາມແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະໃຫ້ມີປະສິດທິຜົນສູງ, ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດປະເທດ ແຕ່ຕ້ອງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກມີຄວາມຮັບຮູ້ເຂົ້າໃຈ, ມີຄວາມເປັນເອກະພາບສູງ, ມີຄວາມອຸ່ນອ່ຽນທຸ່ນທ່ຽງບໍ່ທໍ້ຖອຍຄອນແຄນ.

ຕະຫຼອດໄລຍະຜ່ານມາ, ຄອສພ ກໍໄດ້ເອົາໃຈໃສ່ຄົ້ນຄວ້າປັບປຸງພາລະບົດບາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນແຕ່ລະໄລຍະ. ໃນປີ 2022 ກົມການ ເມືອງສູນກາງພັກໄດ້ອອກມະຕິຕົກລົງ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງ ຄອສພ ໂດຍເຫັນດີສັບຊ້ອນຫ້ອງການສະພາທິດສະດີສູນກາງພັກ ຈາກຫ້ອງວ່າການສູນກາງພັກຕາມຂໍ້ຕົກລົງ ເລກທີ 413/ຫສພ, ໜັງສືພິມປະຊາຊົນ ຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕາມດຳລັດເລກທີ 176/ນຍ, ມາຂຶ້ນກັບ ຄອສພ ແລະ ໂຮມກົມສັງລວມ ເຂົ້າກັບຫ້ອງການ ຄອສພ, ໂຮມວາລະສານໂຄສະນາ ເຂົ້າກັບກົມໂຄສະນາ. ມາຮອດປີ 2025 ຄະນະບໍລິຫານງານພັກ ໄດ້ອອກມະຕິ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ. ໃນນັ້ນ, ໄດ້ໂອນເອົາວຽກຖະແຫຼງຂ່າວ-ວຽກສື່ມວນຊົນ ແລະ ຍົກຍ້າຍບຸກຄະລາກອນ ພ້ອມທັງອາຄານຫ້ອງການ, ພາຫະນະວັດຖຸອຸປະກອນຮັບໃຊ້ວຽກງານ, ທີ່ດິນ ແລະ ອຸປະກອນອື່ນໆ ຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບ ຄອສພ.

ສະຫາຍ ອານົງສັກ ອິນທະວົງ ໃຫ້ຮູ້ຕື່ມວ່າ: ສໍາລັບທິດທາງ ໃນການສືບຕໍ່ປັບປຸງກົງຈັກການຈັດຕັ້ງຄື: ສືບຕໍ່ປັບປຸງພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງບັນດາກົມ, ທຽບເທົ່າກົມໃຫ້ໄປຕາມທິດ; ປັບປຸງ, ສັບຊ້ອນ, ຈັດວາງບຸກຄະລາກອນຄືນໃໝ່ໃຫ້ແທດເໝາະກັບຕົວຈິງ, ເນັ້ນຄຸນນະພາບເປັນຕົ້ນຕໍ ແລະ ຊຸກຍູ້-ສົ່ງເສີມຜູ້ດີ-ຜູ້ເກັ່ງ ພຽບພ້ອມຄຸນນະທຳ, ຄຸນສົມບັດສິນທຳປະຕິວັດ ກໍຄືດຶງດູດໄດ້ຜູ້ທີ່ມີຄວາມຮູ້, ຄວາມສາມາດ ເຮັດວຽກມີຄຸນນະພາບ, ຜູ້ໜຶ່ງເຮັດໄດ້ຫຼາຍວຽກ; ປັບປຸງກົນໄກ, ລະບອບນໍາພາ, ແບບແຜນວິທີເຮັດວຽກຂອງຄະນະພັກ, ຄະນະນໍາ, ຮາກຖານພັກ, ກົມກອງໃຫ້ມີຄວາມຄ່ອງຕົວ, ສອດຄ່ອງກັບສະພາບ, ແທດກັບຕົວຈິງ ແລະ ມີວິທະຍາສາດ ຮັບປະກັນໄດ້ຄວາມສະຫງົບຢູ່ພາຍໃນ; ຮັບປະກັນດ້ານງົບປະມານ ເພື່ອຮັບໃຊ້ເຂົ້າໃນການປັບປຸງກົງຈັກ ກໍຄືຮອງຮັບໃຫ້ການເຄື່ອນໄຫວວຽກງານໃຫ້ມີປະສິດທິຜົນ ບົນຈິດໃຈປະຢັດ.

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ