ພັກປະຊາຊົນປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ

ພັກປະຊາຊົນປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ຊຶ່ງຖືເປັນເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນຂີດໝາຍສຳຄັນທີ່ສະທ້ອນໃຫ້ເຫັນເຖິງການກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາຂອງການປະຕິວັດລາວ. ໃນໂອກາດນີ້, ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມີບົດຄວາມ: “ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ”ໂດຍມີເນື້ອໃນສໍາຄັນດັ່ງຕໍ່ໄປນີ້:

ພັກປະຊາຊົນປະຕິວັດລາວ (ກ່ອນໜ້ານີ້ມີຊື່ວ່າ ພັກປະຊາຊົນລາວ) ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955, ເປັນກຳລັງສືບທອດພາລະກິດອັນມີກຽດສະຫງ່າຂອງພັກກອມມູນິດອິນດູຈີນ ແລະ ສືບທອດມູນເຊື້ອວິລະຊົນການປະຕິວັດ. ພັກແມ່ນກຳລັງນໍາໜ້າທີ່ມີການຈັດຕັ້ງ, ເປັນອົງການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກຳມະກອນ ແລະ ລະບອບປະຊາທິປະໄຕປະຊາຊົນລາວ, ເປັນຜູ້ແທນທີ່ຊື່ສັດ ແລະ ເດັດດ່ຽວຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຜູ້ອອກແຮງງານບັນດາເຜົ່າ ແລະ ປະຊາຊົນລາວທົ່ວປະເທດ. ພັກປະຊາຊົນປະຕິວັດລາວ ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານທາງດ້ານແນວຄິດ ແລະ ທິດສະດີ, ເປັນເຂັມຊີ້ທິດເຍືອງທາງໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງພັກ.

ພັກປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຂອງພັກມາແລ້ວ XIຄັ້ງ; ໃນໄລຍະເວລາ 70 ກວ່າປີທີ່ຜ່ານມາ, ພັກໄດ້ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນທ່າມກາງແປວໄຟແຫ່ງການປະຕິວັດອັນດຸເດືອດ, ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ການເສຍສະຫຼະຢ່າງຫຼວງຫຼາຍ ເພື່ອເອກະລາດຂອງຊາດ ແລະ ອິດສະຫຼະພາບຂອງປະຊາຊົນລາວບັນດາເຜົ່າ. ພັກໄດ້ຢືນຢັນບົດບາດໃນຖານະເປັນແກນກາງຂອງລະບົບການເມືອງລາວ, ນຳພາການປະຕິວັດລາວຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ຈົນປະສົບຜົນສຳເລັດໃນການປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນປີ 1975.

ພາຍຫຼັງການສ້າງຕັ້ງປະເທດ, ພັກປະຊາຊົນປະຕິວັດລາວ ໄດ້ກຳນົດແນວທາງ ແລະ ພາລະກິດຂອງການປະຕິວັດໃນໄລຍະໃໝ່ ເຊັ່ນ: ການປົກປັກຮັກສາລະບອບໃໝ່, ການຟື້ນຟູເສດຖະກິດຂອງຊາດ, ການປິ່ນປົວບາດແຜສົງຄາມ, ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການດຳເນີນການສ້າງສາສັງຄົມນິຍົມ. ພັກໄດ້ພັດທະນາຢ່າງຕໍ່ເນື່ອງ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງຈາກປະຊາຊົນ, ໂດຍໄດ້ເປັນຜູ້ນຳພາກຳລັງປະກອບອາວຸດ ແລະ ປະຊາຊົນລາວທັງໝົດ ໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ. ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມໄດ້ຮັບການຄຸ້ມຄອງໃນລະດັບພື້ນຖານ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ວັດທະນະທຳ ແລະ ການສຶກສາມີຄວາມກ້າວໜ້າໃໝ່ໆ ແລະ ລະບົບການປົກຄອງຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.

ເມື່ອກ້າວເຂົ້າສູ່ໄລຍະໃໝ່ແຫ່ງການປົກປັກຮັກສາແລະ ສ້າງສາພັດທະນາປະເທດ, ພັກປະຊາຊົນປະຕິວັດລາວ ຍັງຄົງເປັນຜູ້ນຳພາປະຊາຊົນລາວບັນລຸຜົນສຳເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ ຊຶ່ງມີຄວາມໝາຍທາງປະຫວັດສາດໃນຂະບວນການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ. ໂດຍສຸມໃສ່ການປັບປຸງແນວຄິດເປັນອັນດັບທຳອິດ, ເລີ່ມຈາກການຫັນປ່ຽນຈາກລະບົບເສດຖະກິດແບບລວມສູນເກື້ອກູນ ໄປສູ່ລະບົບເສດຖະກິດກົນໄກຕະຫຼາດ ພາຍໃຕ້ການຄຸ້ມຄອງຂອງລັດ, ໂດຍຖືເອົາການພັດທະນາເສດຖະກິດເປັນພາລະກິດໃຈກາງ, ສົ່ງເສີມທ່າແຮງຂອງທຸກພາກສ່ວນເສດຖະກິດຢ່າງສະເໝີພາບພາຍໃຕ້ກົດໝາຍ, ຄວບຄູ່ໄປກັບການຂະຫຍາຍການຮ່ວມມືກັບສາກົນ.ພັກໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາດ້ານວັດທະນະທຳ-ສັງຄົມ, ສຸມໃສ່ການພັດທະນາຊັບພະຍາກອນມະນຸດຢ່າງຮອບດ້ານ, ສົ່ງເສີມຮີດຄອງປະເພນີ, ຄຸນຄ່າອັນໂດດເດັ່ນທາງດ້ານວັດທະນະທຳ ແລະ ມູນເຊື້ອຂອງຊາດ, ປັບປຸງສະຫວັດດີການສັງຄົມ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ. ກຳລັງປະກອບອາວຸດປະຊາຊົນ, ພາຍໃຕ້ການຢຶດໝັ້ນ ແລະ ປະຕິບັດຕາມແນວທາງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ແລະ ຮອບດ້ານ ພາຍໃຕ້ການນຳພາໂດຍກົງຂອງພັກ, ແມ່ນມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ.ແນວທາງການຕ່າງປະເທດຂອງພັກແມ່ນມີຄວາມສອດຄ່ອງກັບການປ່ຽນແປງຂອງໂລກ ແລະ ພາກພື້ນ, ມີສ່ວນສຳຄັນໃນການຍົກສູງບົດບາດ ແລະ ຖານະຂອງພັກ ແລະ ລັດລາວ ໃນເວທີພາກພື້ນ ແລະ ສາກົນ. ຄວບຄູ່ໄປກັບການປັບປຸງ ແລະ ຈັດຕັ້ງການເຄື່ອນໄຫວຂອງພັກທຸກຂັ້ນ, ການພັດທະນາວິທີການນຳພາ ແລະ ແບບແຜນວິທີເຮັດວຽກຂອງພັກ, ຕະຫຼອດຮອດການປະສານງານຢ່າງໃກ້ຊິດລະຫວ່າງການນຳພາຂອງພັກ ກັບການເຄື່ອນໄຫວຂອງອົງການຈັດຕັ້ງລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອເສີມຂະຫຍາຍຂີດຄວາມສາມາດ ແລະ ບົດບາດການນຳພາຂອງພັກໃນລະບົບການເມືອງ ໃຫ້ສອດຄ່ອງກັບພາລະກິດປະຕິວັດໃນໄລຍະໃໝ່. ພ້ອມກັນນັ້ນ, ກໍເພື່ອສົ່ງເສີມພະລັງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆຂອງລາວ ໃຫ້ກາຍເປັນພະລັງລວມຂອງຊາດ ແລະ ເຮັດໃຫ້ລະບອບປະຊາທິປະໄຕປະຊາຊົນໄດ້ຮັບການພັດທະນາໃຫ້ສົມບູນຍິ່ງໆຂຶ້ນ.

ທ່າມກາງສະພາບການໂລກ ແລະ ພາກພື້ນທີ່ມີຄວາມສະຫຼັບສັບຊ້ອນ, ມີການປ່ຽນແປງຢ່າງວ່ອງໄວ ແລະ ຜັນຜວນຢ່າງແຮງ ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງໂລກ. ເຖິງຢ່າງໃດກໍຕາມ, ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສາມາດບັນລຸຜົນສຳເລັດອັນຍິ່ງໃຫຍ່ ແລະ ສຳຄັນໃນຫຼາຍດ້ານ ດັ່ງນີ້:

ດ້ານການເມືອງ-ສັງຄົມ:ສາມາດຮັກສາສະຖຽນລະພາບຢ່າງຕໍ່ເນື່ອງ; ລະບົບການເມືອງຂອງລາວໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາໃຫ້ສົມບູນແບບຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ; ບົດບາດການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ຮັບການຢືນຢັນຢ່າງໝັ້ນຄົງກວ່າເກົ່າ; ການກໍ່ສ້າງ ແລະ ປັບປຸງພັກ ໄດ້ຮັບການເອົາໃຈໃສ່ໃນການຈັດຕັ້ງປະຕິບັດ; ລະບຽບວິໄນ ແລະ ແບບແຜນໃນລະບົບການເມືອງຂອງລາວທັງໝົດ ໄດ້ຮັບການເສີມຂະຫຍາຍຄວບຄູ່ໄປກັບການປະຕິຮູບການບໍລິຫານລັດ, ເຮັດໃຫ້ການຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການຄຸ້ມຄອງລັດ ບັນລຸຜົນສຳເລັດໃນທາງບວກຢ່າງຈະແຈ້ງ.

ດ້ານການປ້ອງກັນຊາດ ແລະ ຄວາມສະຫງົບ:ໄດ້ຮັບການປົກປັກຮັກສາໄວ້ຢ່າງໝັ້ນຄົງ; ລາວໄດ້ເສີມຂະຫຍາຍຂີດຄວາມສາມາດດ້ານການປ້ອງກັນຊາດຢ່າງຕໍ່ເນື່ອງ, ຮັກສາຄວາມສະຫງົບພາຍໃນປະເທດພ້ອມທັງມີບົດບາດເປັນເຈົ້າການ ແລະ ສ້າງສັນໃນການເຂົ້າຮ່ວມກົນໄກການຮ່ວມມືດ້ານການປ້ອງກັນຊາດ ແລະ ຄວາມສະຫງົບໃນລະດັບພາກພື້ນ, ປະກອບສ່ວນຢ່າງມີປະສິດທິພາບເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ດ້ານເສດຖະກິດ:ມີການຟື້ນຕົວເປັນກ້າວໆໄປ ແລະ ເຕີບໂຕໃນລະດັບທີ່ມີຄວາມໝັ້ນຄົງສົມຄວນ; ໂຄງປະກອບເສດຖະກິດຍັງຄົງປັບປ່ຽນໄປໃນທິດທາງບວກ ໂດຍຮັກສາອັດຕາການເຕີບໂຕສະເລ່ຍໄວ້ທີ່ 4.2%;ອັດຕາເງິນເຟີ້ໄດ້ຮັບການຄວບຄຸມ ໂດຍຫຼຸດລົງຈາກ 22.96% ໃນປີ 2022 ມາເປັນ8.3% ໃນປີ 2025;ລາຍຮັບງົບປະມານແຫ່ງລັດບັນລຸເກີນແຜນຕິດຕໍ່ກັນເປັນເວລາ 5 ປີ. ມູນຄ່າການຄ້າລວມຢູ່ທີ່ 84,406.01 ລ້ານໂດລາ (ເກີນດູນການຄ້າ 8,475.75 ລ້ານໂດລາ); ເງິນທຶນທີ່ລະດົມໄດ້ທັງໝົດ 387,372 ຕື້ກີບ (ເທົ່າກັບ 189% ຂອງແຜນການ); ເງິນຊ່ວຍເຫຼືອລວມ 54,493 ຕື້ກີບ (ເທົ່າກັບ 146% ຂອງແຜນການ); ການລົງທຶນຈາກພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດລວມ 266,494 ຕື້ກີບ (ເທົ່າກັບ 266% ຂອງແຜນການ) ແລະ ການລົງທຶນຈາກແຫຼ່ງອື່ນໆລວມ 44,305 ຕື້ກີບ.

ລາຍໄດ້ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຢູ່ທີ່ 2,138 ໂດລາ; ຄຸນນະພາບຊີວິດທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ; ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເຂດຫ່າງໄກສອກຫຼີກ ປະສົບຜົນສຳເລັດຢ່າງແທ້ຈິງ; ອັດຕາຄອບຄົວທຸກຍາກຫຼຸດລົງຈາກ 18.3% ໃນປີ 2019 ມາເຫຼືອ 15% ໃນປີ 2025;ໂຄງການໂຄງລ່າງພື້ນຖານທີ່ສຳຄັນດ້ານຄົມມະນາຄົມ, ພະລັງງານ, ໄຟຟ້ານໍ້າຕົກ ແລະ ໂລຈິສຕິກຈຳນວນຫຼາຍໄດ້ຮັບການຈັດຕັ້ງປະຕິບັດ, ຊ່ວຍຍົກສູງການເຊື່ອມໂຍງທັງພາຍໃນປະເທດ ແລະ ໃນລະດັບພາກພື້ນ.

ດ້ານວັດທະນະທຳ-ສັງຄົມ:ໄດ້ຮັບການໃຫ້ຄວາມສຳຄັນ ແລະ ພັດທະນາຢ່າງຕໍ່ເນື່ອງ; ມີການປະຕິຮູບລະບົບການສຶກສາແຫ່ງຊາດ, ຍົກສູງຄຸນນະພາບການຮຽນ-ການສອນ, ສົ່ງເສີມວຽກງານຄົ້ນຄວ້າທາງວິທະຍາສາດ ແລະ ການພັດທະນານະວັດຕະກໍາໃໝ່; ໃຫ້ຄວາມສຳຄັນກັບການເບິ່ງແຍງ, ປົກປ້ອງ ແລະ ຍົກສູງສຸຂະພາບຂອງປະຊາຊົນ, ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ວຽກງານສະຫວັດດີການສັງຄົມ ເພື່ອຄຸ້ມຄອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວ, ການອະນຸລັກ ແລະ ສົ່ງເສີມຄຸນຄ່າມູນເຊື້ອທາງວັດທະນະທຳທີ່ສະທ້ອນເຖິງເອກະລັກຂອງຊາດ; ວຽກງານຄຸ້ມຄອງແຮງງານໄດ້ຮັບການເອົາໃຈໃສ່, ສົ່ງເສີມໃຫ້ທັງພາກລັດ ແລະ ເອກະຊົນມີສ່ວນຮ່ວມໃນການພັດທະນາ ແລະ ຝຶກອົບຮົມວິຊາຊີບໃຫ້ແຮງງານຈຳນວນ 159,837 ຄົນ ແລະ ສ້າງວຽກເຮັດງານທຳໃຫ້ແຮງງານພາຍໃນ ແລະ ແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດລວມ 464,514 ຄົນ.

ອົງການອຳນາດລັດໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງຍິ່ງຂຶ້ນ, ເປັນພື້ນຖານທີ່ໝັ້ນຄົງສຳລັບການບໍລິຫານປະເທດດ້ວຍກົດໝາຍສອດຄ່ອງກັບເປົ້າໝາຍການສ້າງລັດປະຊາທິປະໄຕປະຊາຊົນໃຫ້ພັດທະນາເປັນລັດແຫ່ງກົດໝາຍ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍໂຄງປະກອບອົງການຂອງລັດທຸກຂັ້ນ ໄດ້ຮັບການຈັດລະບຽບໃຫ້ມີຄວາມກະທັດຮັດ, ຄ່ອງຕົວ, ມີປະສິດທິພາບ ແລະ ມີປະສິດທິຜົນ. ຈຳນວນຂະແໜງການບໍລິຫານສູນກາງຫຼຸດລົງຈາກ 17 ກະຊວງ ແລະ 3 ອົງການທຽບເທົ່າກະຊວງ ມາເຫຼືອ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ. ການກວດກາ, ການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດຫຼັງການກວດກາ ມີຄວາມເຂັ້ມແຂງຢ່າງແທ້ຈິງ ແລະ ເດັດຂາດ.

ດ້ານການຕ່າງປະເທດ:ສາຍພົວພັນຂອງລາວກັບບັນດາປະເທດຕ່າງໆ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ; ບົດບາດ ແລະ ຄວາມໄວ້ວາງໃຈຂອງລາວໃນເວທີສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ; ລາວມີສ່ວນຮ່ວມຢ່າງຕັ້ງໜ້າໃນອາຊຽນ ແລະ ອົງການຈັດຕັ້ງລະດັບພາກພື້ນ ແລະ ສາກົນ, ພ້ອມທັງມີຄວາມຮັບຜິດຊອບຕໍ່ບັນຫາລວມຕ່າງໆ; ລາວໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 151 ປະເທດ ແລະ ສາຍພົວພັນລະຫວ່າງພັກກັບພັກການເມືອງຈຳນວນ 145 ພັກ ໃນ 82 ປະເທດ. ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຢ່າງປະສົບຜົນສຳເລັດ ໄດ້ສ້າງຄວາມປະທັບໃຈອັນດີ ແລະ ຝາກຮ່ອງຮອຍໃນທາງບວກໄວ້ໃນລະດັບພາກພື້ນ ແລະ ສາກົນ.

ເມື່ອກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍການກຽມພ້ອມຢ່າງຮອບຄອບ, ຄວາມເອົາໃຈໃສ່ສູງ, ມີຄວາມເປັນລະບົບ ແລະ ມີວິທະຍາສາດ; ມີການຫັນປ່ຽນທາງດ້ານແນວຄິດຢ່າງສ້າງສັນ, ເນັ້ນໃສ່ຄຸນນະພາບ, ປະສານສົມທົບລະຫວ່າງທິດສະດີກັບການປະຕິບັດຢ່າງກົມກຽວ, ຢຶດໝັ້ນຄວບຄູ່ກັບການປະຕິຮູບ, ສືບທອດຄວບຄູ່ກັບການພັດທະນາ ຊຶ່ງແມ່ນຂະບວນການປະກອບສ່ວນສຳຄັນ ແລະ ເຮັດໃຫ້ແນວທາງການປ່ຽນແປງໃໝ່ທີ່ກຳນົດໄວ້ໂດຍກອງປະຊຸມໃຫຍ່ຂອງພັກໃນຄັ້ງກ່ອນໆໃຫ້ສົມບູນຍິ່ງຂຶ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະປະສົບຜົນສຳເລັດຢ່າງຈົບງາມ.

ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ, ມີຄວາມໝາຍສຳຄັນທີ່ສຸດໃນຂະບວນການຊຸກຍູ້ການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຈຸດສຸມ, ເປີດສາກໄລຍະໃໝ່ແຫ່ງການພັດທະນາຂອງການປະຕິວັດລາວ. ຈາກຜົນສຳເລັດຂອງກອງປະຊຸມໃຫຍ່, ພັກປະຊາຊົນປະຕິວັດລາວ ຈະຍັງຄົງເປັນຜູ້ນຳພາປະຊາຊົນລາວ ໃນການບັນລຸຜົນສຳເລັດໃໝ່ໆ ທີ່ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ, ມຸ່ງໄປສູ່ການສ້າງປະເທດລາວ ໃຫ້ເປັນປະເທດທີ່ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ ແລະ ກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນຕາມເປົ້າໝາຍສັງຄົມນິຍົມ.

ຄວບຄູ່ກັບກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ,ໃນໄລຍະອັນໃກ້ນີ້ພັກກອມມູນິດຫວຽດນາມ ກໍຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ດ້ວຍມູນເຊື້ອແຫ່ງສາຍພົວພັນຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ; ສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈະຍິ່ງໄດ້ຮັບການພັດທະນາເຂົ້າສູ່ລວງເລິກ, ແທ້ຈິງ ແລະ ມີປະສິດທິຜົນໃນທຸກດ້ານ, ນຳມາຜົນປະໂຫຍດຕົວຈິງໃຫ້ປະຊາຊົນສອງປະເທດ ແລະ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ທົ່ວໂລກ.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ກອງປະຊຸມຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ໃນວັນທີ 18 ກັນຍານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ເປັນປະທານກອງປະຊຸມຄົ້ນຄວ້າ ແລະ ຜ່ານນິຕິກຳ ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ; ມີທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຮອງປະທານຄະນະຊີ້ນຳລະດັບຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານຄະນະຊີ້ນໍາ ແລະ ກອງເລຂາຄະນະຊີ້ນໍາລະດັບຊາດ, ຕາງໜ້າຈາກກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ເນື່ອງໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM), ພວກເຮົາຂໍຫວນຄືນເຖິງຄຳເວົ້າອັນຊົງຄຸນຄ່າຂອງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດແຫ່ງ ສປປ ລາວ ທີ່ເຄີຍກ່າວໄວ້ໃນພິທີລົງນາມສົນທິສັນຍາດັ່ງກ່າວໃນປີ 2008 ວ່າ:
ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 14 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ,
ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ໃນວັນທີ 9 ກັນຍາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນຮັບທ່ານພົນໂທ ອະດຸນ ບຸນທໍາຈະເຣີນ ລັດຖະມົນຕີວ່າການກະຊວງກະລາໂຫມແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທຄັ້ງທີ 30 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.
ເລຂາທິການໃຫຍ່ໂອ້ລົມ ກອງປະຊຸມສໍາມະນາ “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກ ຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ“

ເລຂາທິການໃຫຍ່ໂອ້ລົມ ກອງປະຊຸມສໍາມະນາ “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກ ຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ“

ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສໍາມະນາ ຫົວຂໍ້: “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ ໃນວັນທີ 8 ກັນຍານີ້ ”ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ (ຫຼັກ 6) ໂດຍການເປັນປະທານ ຂອງສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງຄະນະຈັດຕັ້ງສູນກາງພັກ, ເລຂາ-ຮອງເລຂາພັກແຂວງ, ປະທານສະພາປະຊາຊົນນະຄອນຫຼວງ-ແຂວງ, ປະທານຄະນະກໍາມະການປົກຄອງນະຄອນຫຼວງ-ແຂວງ, ບັນດາຫົວໜ້າຄະນະຈັດຕັ້ງນະຄອນຫຼວງ-ແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນທີ່ຂຶ້ນກັບຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ; ໃຫ້ກຽດບັນລະຍາຍບົດຮຽນໃນກອງປະຊຸມສໍາມະນາຄັ້ງນີ້ໂດຍສະຫາຍ ຫງວຽນ ບ໋າ ຈຽນ ຜູ້ອໍານວຍການສະຖາບັນການປົກຄອງ ແລະ ບໍລິຫານລັດ ຂອງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະ.
ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ໃນວັນທີ 1 ກັນຍາຜ່ານມານີ້ ທີ່ ນະຄອນຫຼວງບິສະເກັກ ສ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).
ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ໃນຕອນຄໍ່າຂອງວັນທີ 2 ກັນຍາ ຜ່ານມາ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງອາສຕານາ ສາທາລະນະລັດ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.
ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ: ການປະກອບສ່ວນຂອງບັນດາປະເທດ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງໂລກຫຼາຍຂົ້ວ (the United Nations as a Key Element of a Fair World Order: the Contribution of the SCO Plus States to the Formation of a Multipolar World)” ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ປະເທດສັງເກດການຂອງອົງການຮ່ວມມືຊຽງໄຮ້ (SCO) ເຂົ້າຮ່ວມ. ພິເສດ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ທີ່ ສປປ ລາວ ໄດ້ເຂົ້າຮ່ວມ ໃນນາມປະເທດຄູ່ເຈລະຈາຂອງ ອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນທາງການ.
ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ ໃນໂອ ກາດເດີນທາງເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ທີ່ ນະຄອນຫຼວງ ບິສະເກັກ ສ ກຽກກິດສະຖານ.
ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່  2026 - 2027

ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່ 2026 - 2027

ເນື່ອງໃນໂອກາດເປີດສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດມານະໂອກາດນີ້.
ເພີ່ມເຕີມ