ພ້ອມນີ້, ສະຫາຍ ວົງມະນີ ເພື່ອປະຊາ ກໍໄດ້ກ່າວວ່າ: ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຖືເປັນເຫດການທາງການເມືອງທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ; ໃນວາລະກອງປະຊຸມ ໄດ້ມີການຮັບຮອງເອົາບັນດາເອກະສານສຳຄັນ ຄື: ຮັບຮອງເອົາຮ່າງໂຄງການການເມືອງ ສະບັບທີ III ຂອງພັກ, ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X, ຮ່າງກົດລະບຽບພັກສະໄໝທີ XII. ນອກຈາກນັ້ນ, ຈະໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກສະໄໝທີ XII ເພື່ອສືບຕໍ່ນຳພາ ພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດຂອງພວກເຮົາ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໃນ 5 ປີຕໍ່ໜ້າ.
ໃນນາມຄະນະນຳຂອງແຂວງ, ການທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຂ້າພະເຈົ້າສາມາດກຳໄດ້ເນື້ອໃນຫຼາຍດ້ານ ໂດຍສະເພາະແມ່ນຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຊຶ່ງຈະນຳເອົາເນື້ອໃນຈິດໃຈທີ່ຕິດພັນກັບວຽກງານ ທີ່ຕົນເອງຮັບຜິດຊອບ ເປັນຕົ້ນດ້ານການພັດທະນາຊັບພະຍາກອນມະນຸດ, ຂົງເຂດວຽກງານການສຶກສາ ແລະ ກິລາ, ວຽກງານສາທາລະນະສຸກ, ວຽກງານວັດທະນະທຳ-ການທ່ອງທ່ຽວ, ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ ໄປຜັນຂະຫຍາຍໃນວຽກງານຕົວຈິງ ເຮັດໃຫ້ວຽກງານທີ່ຂ້າພະເຈົ້ານໍາພາ-ຊີ້ນຳ ສາມາດຫັນເຂົ້າສູ່ຕົວຈິງ ແລະ ໝູນໃຊ້ເຂົ້າໃນຊີວິດການເປັນຢູ່ ໃຫ້ເກີດດອກອອກຜົນສູງສຸດ.
ໂອກາດດັ່ງກ່າວ, ໃນນາມຜູ້ແທນສົມບູນ ທີ່ເຂົ້າຮ່ວມກອງປະຊຸມ ອັນສຸດທີ່ມີຄວາມໝາຍຄວາມສໍາຄັນຄັ້ງນີ້, ສະຫາຍ ວົງມະນີ ເພື່ອປະຊາ ກໍໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ, ທະຫານຕໍາຫຼວດ, ຊາວຄ້າຂາຍ, ນັກທຸລະກິດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ທັງສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ທີ່ຕິດຕາມກອງປະຊຸມໃນຄັ້ງນີ້ທາງອອນລາຍ ຫຼື ໂທລະພາບແຫ່ງຊາດ ຈົ່ງພ້ອມພາກັນ ເອົາໃຈໃສ່ຕິດຕາມ ແລະ ຮັບຟັງເນື້ອໃນຈິດໃຈກອງປະຊຸມ ໃຫ້ເລິກເຊິ່ງເຖິງຖອງ ເພື່ອນໍາໄປຜັນຂະຫຍາຍ ນໍາໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນ ໃຫ້ເກີດດອກອອກຜົນ, ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.
ຄໍາເຫັນ