ພາລະກິດຂອງພັກກອມມູນິດ ຫວຽດນາມ ແມ່ນນຳພາປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາ

ພາລະກິດຂອງພັກກອມມູນິດ ຫວຽດນາມ ແມ່ນນຳພາປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາ ແລະ ຮັ່ງມີເຂັ້ມແຂງ

ພາລະກິດຂອງພັກກອມມູນິດ ຫວຽດນາມ ແມ່ນນຳພາປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາ ແລະ ຮັ່ງມີເຂັ້ມແຂງ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ກຸມພາ ຜ່ານມາວ່າ: ໃນຕະຫຼອດໄລຍະ 95 ປີຜ່ານມາ, ພັກກອມມູນິດ ຫວຽດນາມ ໂດຍແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ຂອງປະຊາຊົນຜູ້ອອກແຮງງານ

 

 ແລະ ຊົນຊາດຫວຽດນາມ ໄດ້ນຳພາປະເທດຊາດຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍນາໆປະການ ເພື່ອສ້າງໄຊຊະນະ, ຜົນສຳເລັດອັນຍິ່ງໃຫຍ່, ສ້າງຂີດໝາຍທີ່ພົ້ນເດັ່ນໃນປະຫວັດສາດອັນສະຫງ່າລາສີຂອງຊາດ.

ທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກໃນບົດຂຽນທີ່ມີຫົວຂໍ້ວ່າ: “ຫວຽດນາມຟົດຟື້ນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ(3 ກຸມພາ 1930 –3 ກຸມພາ 2025). ໃນບົດຂຽນ, ທ່ານໂຕເລິມ ເນັ້ນໜັກເຖິງຄວາມຈິງໄດ້ຢັ້ງຢືນວ່າ:ຫວຽດນາມ, ບໍ່ມີກຳລັງການເມືອງໃດນອກຈາກພັກກອມມູນິດ ຫວຽດນາມມີຄວາມສາມາດຢ່າງພຽງພໍ, ມີຄຸນວຸດທິ, ພູມປັນຍາ, ບົດຮຽນປະສົບການ ແລະ ອິດທິພົນຊື່ສຽງເພື່ອຊີ້ນຳ-ນຳພາປະເທດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນຳພາໆລະກິດແຫ່ງການປະຕິວັດຂອງຫວຽດນາມ ຍາດໄດ້ຫຼາຍໄຊຊະນະທີ່ນັບມື້ນັບໃຫຍ່ກວ່າ.

ເພື່ອສືບຕໍ່ບົດບາດຄວາມຮັບຜິດຊອບນັ້ນ, ພັກຕ້ອງເຂັ້ມແຂງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ຮັກສາຄຸນທາດປະຕິວັດ, ຍົກສູງຄວາມສາມາດໃນການຊີ້ນຳ-ນຳພາ, ກຳອຳນາດ, ກຳລັງຕໍ່ສູ້ ແລະ ມີຄວາມສະໜິດຕິດພັນຢ່າງໃກ້ຊິດກັບປະຊາຊົນ. ພັກຍາມໃດກໍມີຄວາມປ່ຽນແປງດ້ວຍຕົນເອງ, ປັບປຸງດ້ວຍຕົນເອງ, ເສີມຂະຫຍາຍປະຊາທິປະໄຕພາຍໃນກຸ່ມ, ກໍ່ສ້າງຖັນແຖວພະນັກງານທີ່ເຂັ້ມແຂງ, ປອດໃສ, ຢຶດໝັ້ນກັບເປົ້າໝາຍ, ອຸດົມການຂອງລັດທິມາກ-ເລນິນ, ແນວຄິດປະທານໂຮ່ຈິມິນ.

ໃນຕອນທ້າຍຂອງບົດຂຽນ, ທ່ານເລຂາທິການໃຫຍ່ຢັ້ງຢືນວ່າ: ປັດຈຸບັນ ດ້ວຍສະມາຊິກພັກ5.4 ລ້ານກວ່າຄົນ, ພັກກອມມູນິດຫວຽດນາມມີກຳລັງແຮງຢ່າງພຽງພໍເພື່ອປະຕິບັດຄວາມຮັບຜິດຊອບນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

ຄໍາເຫັນ

ຂ່າວຕ່າງປະເທດ

ມະເຮັງ ພະຍາດຫົວໃຈແລະ ປອດອັກເສບ ແມ່ນສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີ

ມະເຮັງ ພະຍາດຫົວໃຈແລະ ປອດອັກເສບ ແມ່ນສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກັນຍາ ຜ່ານມາວ່າ: ຫ້ອງການສະຖິຕິຂອງ ສ ເກົາຫຼີ ລາຍງານວ່າ,ມະເຮັງ, ພະຍາດຫົວໃຈ ແລະ ປອດອັກເສບ ແມ່ນ 3 ສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີໃນປີ 2025 ຊຶ່ງກວມເອົາ 42.7% ຂອງການເສຍຊີວິດທັງໝົດ, ໂດຍມະເຮັງຍັງຄົງເປັນສາເຫດຫຼັກ. ອັດຕາການເສຍຊີວິດຍ້ອນມະເຮັງ ຢູ່ທີ່ 177.1 ຄົນຕໍ່ 100,000 ຄົນໃນປີ 2025, ເພີ່ມຂຶ້ນ 1.6% ຈາກປີ 2024.
ກຳປູເຈຍຈັດກອງປະຊຸມສາກົນຕ້ານການຫຼອກລວງທາງອອນລາຍ

ກຳປູເຈຍຈັດກອງປະຊຸມສາກົນຕ້ານການຫຼອກລວງທາງອອນລາຍ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍໄດ້ກ່າວໃນລະຫວ່າງກອງປະຊຸມສາກົນກ່ຽວກັບການຕ້ານການຫຼອກລວງທາງອອນລາຍ ຊຶ່ງກຳປູເຈຍເປັນເຈົ້າພາບ ວ່າ, ການຫຼອກລວງທາງອອນລາຍເປັນບັນຫາລະດັບພາກພື້ນ ແລະ ຂ້າມຊາດ, ບໍ່ແມ່ນບັນຫາຂອງປະເທດໃດປະເທດໜຶ່ງ. ທ່ານເນັ້ນໜັກວ່າ, ກຳປູເຈຍບໍ່ສາມາດກຳຈັດອາຊະຍາກຳຂ້າມຊາດນີ້ໄດ້ດ້ວຍຕົວຄົນດຽວ ແລະ ຈຳເປັນຕ້ອງອາໄສການຮ່ວມມືລະຫວ່າງປະເທດ ເພື່ອເອົາຊະນະສິ່ງທ້າທາຍນີ້.
ທ່ານ ໂຕເລິມ ພົບປະການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນ

ທ່ານ ໂຕເລິມ ພົບປະການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ກັນຍາ ຜ່ານມາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນນິວຢອກ, ທ່ານ ໂຕເລິມ ເລຂາທິການໃຫຍ່ປະທານ​ປະ​ເທດໄດ້ພົບປະກັບ​ການນຳບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.
8 ປະເທດ ອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ກາຊາ

8 ປະເທດ ອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ກາຊາ

ວິທະຍຸກະຈາຍຫວຽດນາມລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ລັດຖະມົນຕີການຕ່າງປະເທດຂອງ 8 ປະເທດລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດອາຣັບເອມີເລດ (UAE), ອິນໂດເນເຊຍ, ປາກິສຖານ, ຕວກກີ ແລະ ຊາອຸດິດ ອາຣັບບີ ໄດ້ຮຽກຮ້ອງໃຫ້​ບັນ​ດາຝ່າຍປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາໄລ​ຍະ​ທຳ​ອິດ​ຂອງແຜນການກ່ຽວ​ກັບ​ ກາ​ຊາ ຢ່າງ​ຄົບ​ຖ້ວນ, ພ້ອມກັນ​ນັ້ນ​ຊຸກ​ຍູ້ແຜນການ​ຜັນ​ຂະ​ຫຍາຍໄລຍະທີສອງ ເພື່ອຮັກສາຄຳ​ສັ່ງຢຸດຍິງ, ​ຫຼຸດ​ຜ່ອນ​ສະ​ພາບມະນຸດສະທຳ ແລະ ກ້າວໄປ​ເຖິງການຟື້ນຟູ, ສ້າງ​ສາເຂດ ກາຊາ ຄືນ​ໃໝ່.
ການຄ້າຕ່າງປະເທດຂອງຈີນເລັ່ງຄວາມໄວໃນການຫັນເປັນສີຂຽວ

ການຄ້າຕ່າງປະເທດຂອງຈີນເລັ່ງຄວາມໄວໃນການຫັນເປັນສີຂຽວ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ການ​ຄ້າ​ສີ​ຂຽວຂອງ​ຈີນ(2026) ​ທີ່​ເປີດ​ເຜີຍ​ເມື່ອ​ບໍ່​ດົນ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ2025, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກການ​ຄ້າ​ສີ​ຂຽວ​ຂອງ​ຈີນ​ມີ​ເຖິງ802 ຕື້ 251 ລ້ານ​ໂດ​ລາ, ກວມ​ເອົາ14,68% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ສີ​ຂຽວ​ທົ່ວ​ໂລກເຊິ່ງ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ໃນ8 ເດືອນ​ຕົ້ນ​​ປີນີ້, ​ການ​ນຳ​ເຂົ້າ-ສົ່ງ​ອອກລົດ​ພະ​ລັງ​ງານ​ໄຟ​ຟ້າ, ໝໍ້​ໄຟ​ລີ​ທຽມ, ຜະ​ລິດ​ຕະ​ພັນ​ໂຊ​​ລາ​ເຊວແລະຜ​ະ​ລິດ​ຕະ​ພັນ​ອື່ນໆ​ຂອງ​ຈີນ​ເພີ່ມ​ຂຶ້ນ​ປະ​ມານ40% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃບ​ສັ່​ງ​ຊື້​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​​ແຮງລົມ, ເຮືອ​ພະ​ລັງ​ງານ​ສີ​ຂຽວ, ອຸ​ປະ​ກອນ​ປະ​ຢັດ​ພະ​ລັງ​ງານແລະອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.
ທ່ານ ​ສີ​ຈິ້ນ​ຜິງ ເດີນ​ທາງ​ໄປ​ຮອດ​ນະ​ຄອນຫຼວງວໍ​ຊິງ​ຕັນ ເລີ່ມ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ທາງ​ລັດ​ຖະ​ກິດ ແລະ ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກ​ສອນ

ທ່ານ ​ສີ​ຈິ້ນ​ຜິງ ເດີນ​ທາງ​ໄປ​ຮອດ​ນະ​ຄອນຫຼວງວໍ​ຊິງ​ຕັນ ເລີ່ມ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ທາງ​ລັດ​ຖະ​ກິດ ແລະ ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກ​ສອນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນ​ບ່າຍ​ວັນ​ທີ 23 ກັນ​ຍາ​ນີ້ ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ເດີນ​ທາງ​ໄປ​ຮອດ​ນະ​ຄອນຫຼວງວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ຣິ​ກາ​​ດ້ວຍເຮືອ​ບິນ​ພິ​ເສດ ແລະ ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ທາງ​ລັດ​ຖະ​ກິດ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ໂດໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ.
ເປີດ​ການອະພິປາຍທົ່ວໄປ​ຂອງ​ກອງ​ປະ​ຊຸ​ມສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສະ​ໄໝ​ທີ 81

ເປີດ​ການອະພິປາຍທົ່ວໄປ​ຂອງ​ກອງ​ປະ​ຊຸ​ມສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສະ​ໄໝ​ທີ 81

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 22 ກັນ​ຍາ ຜ່ານມາ, ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝທີ 81 ໄດ້​ເປີດ​ອະ​ພິ​ປາຍ​ທົ່ວ​ໄປ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນະ​ຄອນ​ນິວຢອກ​ ສະຫະລັດ ​ອາ​ເມ​ຣິ​ກາ​ ພາຍ​ໃຕ້​ຫົວ​ຂໍ້ “​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່, ບໍ​ລິ​ຫານ​ການ​ປ່ຽນ​ແປງ ເພື່ອ​ໃຫ້ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້ທຸກ​ຄົນ”.
Google ຖືກປັບໃໝຫຼາຍກວ່າ 400 ລ້ານເອີໂຣ

Google ຖືກປັບໃໝຫຼາຍກວ່າ 400 ລ້ານເອີໂຣ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 21 ກັນ​ຍາ ຜ່ານມາ, ສະຫະພາບເອີຣົບໄດ້ປະກາດວ່າ Google ໄດ້ລະເມີດ "ລະບຽບ ການປົກປ້ອງຂໍ້ມູນທົ່ວໄປ" ຂອງສະຫະພາບເອີຣົບ ແລະ ໄດ້ "ປັບໃໝ" ບໍ​ລິ​ສັດ Google ຫຼາຍກວ່າ 400 ລ້ານເອີໂຣ.
ຍີ່ປຸ່ນ ມີປະຊາກອນອາຍຸ 65 ປີຂຶ້ນໄປເພີ່ມຂຶ້ນສູງແບບບໍ່ເຄີຍມີມາກ່ອນ

ຍີ່ປຸ່ນ ມີປະຊາກອນອາຍຸ 65 ປີຂຶ້ນໄປເພີ່ມຂຶ້ນສູງແບບບໍ່ເຄີຍມີມາກ່ອນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ກັນຍາ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນລາຍງານວ່າ, ຈໍານວນປະຊາກອນທີ່ມີອາຍຸ 65 ປີຂຶ້ນໄປໃນປະເທດຍີ່ປຸ່ນມີປະມານ 36.24 ລ້ານຄົນ ເມື່ອນັບມາຮອດວັນທີ 15 ກັນຍາ ຜ່ານມາ, ເພີ່ມຂຶ້ນປະມານ 20,000 ຄົນ ຈາກປີ 2025 ແລະ ເປັນອັດຕາສ່ວນສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 29.6% ຂອງປະຊາກອນທັງໝົດ.
ກຳປູເຈຍ ພາສື່ມວນຊົນຊົມສູນສໍ້ໂກງທາງອອນລາຍ ຫຼັງຈາກການປາບປາມ

ກຳປູເຈຍ ພາສື່ມວນຊົນຊົມສູນສໍ້ໂກງທາງອອນລາຍ ຫຼັງຈາກການປາບປາມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກັນຍາ ຜ່ານມາວ່າ: ກຳປູເຈຍ ໄດ້ພາສື່ມວນຊົນກຳປູເຈຍ ແລະ ສາກົນຫຼາຍສິບແຫ່ງເດີນທາງໄປທ່ຽວຊົມສູນທີ່ເຄີຍເປັນຖານການສໍ້ໂກງທາງອອນລາຍທີ່ຖືກທຳລາຍ, ລວມທັງຄາສິໂນທີ່ໃຊ້ເປັນສູນສໍ້ໂກງໃນແຂວງສະວາຍຣຽງ ແລະ ອາຄານທີ່ຢູ່ອາໄສຂອງກຸ່ມສໍ້ໂກງໃນແຂວງເປຣຍເວງ. ໃນຂະນະທີ່ກຳປູເຈຍກຳລັງກະກຽມຈັດກອງປະຊຸມສາກົນກ່ຽວກັບການຕ້ານການສໍ້ໂກງທາງອອນລາຍ ໃນລະຫວ່າງວັນທີ 23-24 ກັນຍາ ນີ້.
ເພີ່ມເຕີມ