![]() |
ທ່ານ ສີສະຫວາດ ຫອມດາລາ ໄດ້ກ່າວເຖິງປະຫວັດຄວາມເປັນມາຂອງໂຄງການຄວບຄຸມ ແລະ ຕ້ານການລະບາດພະຍາດສັດໃຫຍ່ຢູ່ ສປປ ລາວ. ໂຄງການດັ່ງກ່າວນີ້, ແມ່ນໂຄງການຂອງລັດ ໂດຍແມ່ນກົມລ້ຽງສັດ ແລະ ການປະມົງເປັນຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ຮ່ວມກັບ ບໍລິສັດ ລັດ ລວມສູນຜະລິດຕະພັນກະສິກໍາລາວ ແລະ ຂົນສົ່ງສາກົນຈໍາກັດ (ບສຂ) ໂດຍທີ່ ບສຂ ເປັນຜູ້ຈັດຫາແຫຼ່ງທືນມາຈັດຕັ້ງປະຕິບັດ. ບສຂ ແມ່ນໜື່ງໃນບໍລິສັດລັດວິສາຫະກິດ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ.
. ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ມີການຄົ້ນຄວ້າປະກອບຄໍາຄິດເຫັນໂ ດຍສະເພາະແມ່ນໃນຂົງເຂດວຽກງານລ້ຽງສັດ ແລະ ການປະມົງເປັນຕົ້ນ: ແມ່ນການໂຄສະນາເຜີຍແຜ່ການສັກຢາປ້ອງກັນພະຍາດສັດ,ງົບປະມານໃນການລົງໄປເຄື່ອນໄຫວ . ຈາກນັ້ນ, ກໍໄດ້ມີການມອບ-ຮັບເຄື່ອງອຸປະກອນເພື່ອຮັບໃຊ້ວຽກງານການປ້ອງກັນພະຍາດສັດໃຫຍ່ ຊຶ່ງມອບໂດຍທ່ານ ທ່ານ ສີສະຫວາດ ຫອມດາລາ ຜູ້ປະສານງານ ແລະ ຫົວໜ້າສາຂາ ບໍລິສັດລັດ ລວມສູນຜະລິດຕະພັນ ສິນຄ້າກະສິກໍາລາວ ແລະ ຂົນສົ່ງສາກົນ ຈໍາກັດ ແລະ ຮັບໂດຍທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
(ແຫຼ່ງຂ່າວ: ແຂວງຄໍາມ່ວນ)

ຄໍາເຫັນ