ພາຍຸພັດເຂົ້ານະຄອນຫຼວງນິວເດລີ ເຮັດໃຫ້ຖິຽວບິນຫຼາຍ 100 ຖ້ຽວໄດ້ຮັບຜົນກະທົບ

ພາຍຸພັດເຂົ້ານະຄອນຫຼວງນິວເດລີ ເຮັດໃຫ້ຖິຽວບິນຫຼາຍ 100 ຖ້ຽວໄດ້ຮັບຜົນກະທົບ

ພາຍຸພັດເຂົ້ານະຄອນຫຼວງນິວເດລີ ເຮັດໃຫ້ຖິຽວບິນຫຼາຍ 100 ຖ້ຽວໄດ້ຮັບຜົນກະທົບ
ຂ່າວຕ່າງປະເທດລາຍງານວ່າ: ໃນຄືນວັນທີ 24 ພຶດສະພາ ຜ່ານມາ, ເຂດນະຄອນຫຼວງນິວເດລີ ແລະ ລັດໃກ້ຄຽງຂອງອິນເດຍ ໄດ້ເກີດພາຍຸ, ຟ້າຮ້ອງ ຢ່າງຮຸ່ນແຮງ, ມີຝົນຕົກໜັກ ແລະ ຟ້າຜ່າ, ສົ່ງຜົນໃຫ້ເກີດນ້ຳຖ້ວມ, ຕົ້ນໄມ້ຫັກ ແລະ ສົ່ງຜົນກະທົບຕໍ່ຖ້ຽວບິນຫຼາຍກວ່າ 100 ຖ້ຽວ ໃນຫຼາຍລັດທາງພາກເໜືອຂອງປະເທດ.

 

 

ລາຍງານລະບຸວ່າ: ລົດເມ, ລົດຍົນ ແລະ ພາຫະນະອື່ນໆ ຫຼາຍຄັນໄດ້ຈົມນໍ້າຢູ່ໃນອຸໂມງທາງລອດຕ່າງໆ ໃນຫຼາຍເຂດທົ່ວນະຄອນຫຼວງນິວເດລີ ແລະ ໄດ້ເກີດລະບົບໄຟຟ້າຂັດຂ້ອງເປັນເວລາຫຼາຍຊົ່ວໂມງໃນຫຼາຍເຂດຍ້ອນສະພາບອາກາດບໍ່ດີ.

ໃນຕອນເຊົ້າວັນທີ 25 ພຶດສະພາຜ່ານມານີ້, ໄດ້ເກີດໄພນ້ຳຖ້ວມລະດັບຫົວເຂົ່າເຖິງແອວຢູ່ເຂດທີ່ຕໍ່າຫຼາຍຈຸດ. ໂດຍສະເພາະໃນພາກກາງ ແລະ ພາກໃຕ້ຂອງນິວເດລີ ສົ່ງຜົນໃຫ້ການຈະລາຈອນຕິດຂັດ.

ສະໜາມບິນເດລີ, ໄດ້ອອກແຈ້ງການໃຫ້ຜູ້ໂດຍສານກວດສອບສະຖານະຖ້ຽວບິນຂອງຕົນກ່ອນອອກເດີນທາງໄປສະໜາມບິນ. ໂດຍມີລາຍງານວ່າສະພາບດິນຟ້າອາກາດບໍ່ເອື້ອອຳນວຍ ໃນລະຫວ່າງເວລາ 23:30-04:00 ໂມງ, ໂດຍມີຖ້ຽວບິນຈຳນວນ 49 ຖ້ຽວຖືກປ່ຽນເສັ້ນທາງໄປສູ່ສະໜາມບິນອື່ນແທນສະໜາມບິນປາຍທາງເດີມ. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ການບໍລິການການບິນໄດ້ກັບຄືນສູ່ສະພາບປົກກະຕິແລ້ວ.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນໂດເນເຊຍ ຈະສຸມໃສ່ການຜະລິດພະລັງງານແສງຕາເວັນ ແລະ ນໍ້າ

ອິນໂດເນເຊຍ ຈະສຸມໃສ່ການຜະລິດພະລັງງານແສງຕາເວັນ ແລະ ນໍ້າ

ຂ່າວຕ່າງປະເທດລາຍງານໃນວັນທີ 26 ພຶດສະພາ ຜ່ານມາ; ກະຊວງພະລັງງານ ອິນໂດເນເຊຍ ໄດ້ເປີດເຜີຍໃນແຜນການພະລັງງານແຫ່ງຊາດສະບັບຫຼ້າສຸດວ່າ: ອິນໂດເນເຊຍ ຕັ້ງເປົ້າເພີ່ມອັດຕາສ່ວນພະລັງງານໝູນວຽນ ໂດຍຈະຫຼຸດການເພີ່ມກຳລັງການຜະລິດໄຟຟ້າຈາກອາຍແກ໊ສລົງ.
ສິງກະໂປ ສືບສວນຜູ້ຕ້ອງສົງໄສ 335 ຄົນ ໃນການປາບປາມພວກຫຼອກລວງ

ສິງກະໂປ ສືບສວນຜູ້ຕ້ອງສົງໄສ 335 ຄົນ ໃນການປາບປາມພວກຫຼອກລວງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ພຶດສະພາ ຜ່ານມາວ່າ: ຫຼັງຈາກດຳເນີນການບັງຄັບໃຊ້ກົດໝາຍເປັນເວລາ 2 ອາທິດ, ຕຳຫຼວດສິງກະໂປໄດ້ຖະແຫຼງໃນວັນທີ 24 ພຶດສະພາ ຜ່ານມາວ່າ: ໄດ້ດຳເນີນການສືບສວນຄະດີຫຼອກລວງຫຼາຍກວ່າ 850 ຄະດີ ຊຶ່ງມີລາຍງານຄວາມເສຍຫຼາຍກວ່າ 15,4 ລ້ານໂດລາ.
ຫວຽດນາມ - ຟີລິບປິນ ສູ້ຊົນຍົກວົງເງິນການຄ້າໃຫ້ບັນລຸ 10 ຕື້ໂດລາ

ຫວຽດນາມ - ຟີລິບປິນ ສູ້ຊົນຍົກວົງເງິນການຄ້າໃຫ້ບັນລຸ 10 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ໃນວັນທີ 26 ພຶດສະພາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະກັບທ່ານ ເຟີດີນານ ມຣາໂກສ ປະທານາທິບໍດີ ຟີລິບປິນ.
BOJ ຈັດກອງປະຊຸມທະນາຄານກາງທົ່ວໂລກ ເພື່ອປຶກສາຫາລືວິກິດການເງິນເຟີ້

BOJ ຈັດກອງປະຊຸມທະນາຄານກາງທົ່ວໂລກ ເພື່ອປຶກສາຫາລືວິກິດການເງິນເຟີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ພຶດສະພາ ນີ້ວ່າ: ທະນາຄານກາງຍີ່ປຸ່ນ (BOJ) ກຽມເປີດກອງປະຊຸມປະຈຳປີຮ່ວມກັບບັນດາສະຖາບັນຄົ້ນຄວ້າທີ່ກ່ຽວຂ້ອງຂອງຕົນ ເປັນເວລາ 2 ວັນ ທີ່ສຳນັກງານໃຫຍ່ໃນນະຄອນຫຼວງໂຕກຽວ. ໂດຍມີເຈົ້າໜ້າທີ່ຂັ້ນສູງຈາກທະນາຄານກາງສະຫະລັດ ອາເມລິກາ (Fed) ແລະ ທະນາຄານກາງເອີຣົບ, ທະນາຄານກາງການາດາ ແລະ ທະນາຄານກາງອົສຕຣາລີ ລວມທັງນັກວິຊາການຈາກອາຊີ ແລະ ເອີຣົບ ຊຶ່ງຖືວ່າເປັນເວທີທີ່ສໍາຄັນຂອງໂລກທີ່ຄ້າຍຄືກັນກັບກອງປະຊຸມປະຈໍາປີຂອງ Fed ທີ່ Jackson Hole ໃນສະຫະລັດ ອາເມຣິກາ.
ວິສາຫະກິດຕ່າງປະເທດທີ່ລົງທຶນຢູ່ຈີນ ໄດ້ຊົມໃຊ້ຜົນປະໂຫຍດຈາກນະໂຍບາຍ “ການເອົາລົດເກົ່າແລກຊື້ລົດໃໝ່”

ວິສາຫະກິດຕ່າງປະເທດທີ່ລົງທຶນຢູ່ຈີນ ໄດ້ຊົມໃຊ້ຜົນປະໂຫຍດຈາກນະໂຍບາຍ “ການເອົາລົດເກົ່າແລກຊື້ລົດໃໝ່”

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້, ກະຊວງການຄ້າຈີນໄດ້ເປີດເຜີຍໂຕເລກຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ຈີນໄດ້ປະຕິບັດນະໂຍບາຍການເອົາລົດເກົ່າແລກຊື້ລົດໃໝ່ໃນປີ 2024 ເປັນຕົ້ນມາ, ຈຳນວນຜູ້ຍື່ນຄຳຮ້ອງຂໍເງິນອຸດໜູນໄລ່ລວມແລ້ວມີຫຼາຍກວ່າ 10 ລ້ານຄັ້ງ. ວິສາຫະກິດຕ່າງປະເທດທີ່ລົງທຶນຢູ່ຈີນໄດ້ຊົມໃຊ້ຜົນປະໂຫຍດຈາກການປະຕິບັດນະໂຍບາຍ “ການເອົາລົດເກົ່າແລກຊື້ລົດໃໝ່” ເຊັ່ນກັນ.
ກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ເປີດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ

ກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ເປີດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 26 ພຶດສະພານີ້, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໄດ້ເປີດຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ. ໃນຖານະເປັນປະເທດປະທານໝູນວຽນຂອງກອງປະຊຸມສຸດຍອດອາຊຽນໃນປີນີ້, ມາເລເຊຍໄດ້ສະເໜີຫົວຂໍ້ກອງປະຊຸມຄື: “ກວມລວມ ແລະ ຍືນຍົງ”.
ກຳປູເຈຍ ໃກ້ບັນລຸເປົ້າໝາຍປອດພະຍາດໄຂ້ມາເລເຣຍ

ກຳປູເຈຍ ໃກ້ບັນລຸເປົ້າໝາຍປອດພະຍາດໄຂ້ມາເລເຣຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ພຶດສະພາ ຜ່ານມາວ່າ: ທ່ານ ຮຸນມາເນດ ນາຍົກລັດຖະມົນຕີກໍາປູເຈຍ ກ່າວປາໄສເນື່ອງໃນໂອກາດວັນມາເລເຣຍແຫ່ງຊາດຂອງກຳປູເຈຍວ່າ: ກຳປູເຈຍ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງ ເພື່ອກ້າວໄປສູ່ເປົ້າໝາຍການເປັນປະເທດປອດພະຍາດໄຂ້ມາເລເຣຍໃນທ້າຍປີ 2025, ໂດຍກຳປູເຈຍມີລາຍງານຄົນເຈັບພະຍາດໄຂ້ມາເລເຣຍ ພຽງ 355 ຄົນ ໃນປີ 2024 ຊຶ່ງຫຼຸດລົງ 75% ເມື່ອທຽບໃສ່ປີ 2023.
ເຮືອບິນບໍ່ມີຄົນຂັບທີ່ຈີນຜະລິດ ໄດ້ຮັບຄວາມນິຍົມຈາກລູກຄ້າຕ່າງປະເທດ

ເຮືອບິນບໍ່ມີຄົນຂັບທີ່ຈີນຜະລິດ ໄດ້ຮັບຄວາມນິຍົມຈາກລູກຄ້າຕ່າງປະເທດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 25 ພຶດສະພາ ຜ່ານມານີ້, ກອງປະຊຸມເຮືອບິນບໍ່ມີຄົນຂັບໂລກຄັ້ງທີ 9 ທີ່ຈັດຂຶ້ນເປັນເວລາ 3 ວັນ ໄດ້ປິດລົງຢູ່ນະຄອນເຊີ່ນເຈີ້ນ ແຂວງກວາງຕຸ້ງ ຂອງຈີນ. ກອງປະຊຸມຄັ້ງນີ້ໄດ້ດຶງດູດວິສາຫະກິດ 825 ແຫ່ງມາເຂົ້າຮ່ວມ ແລະ ໄດ້ເຊັນໃບສັ່ງຈອງຊື້ທີ່ມີມູນຄ່າ 20 ຕື້ຢວນ.
ພິທີໄວ້ອາໄລອະດີດປະທານປະເທດ ຫວຽດນາມ

ພິທີໄວ້ອາໄລອະດີດປະທານປະເທດ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ພຶດສະພາ ຜ່ານມາ, ພິທີໄວ້ອາໄລ ທ່ານ ເຈິ່ນດຶກເລືອງ ອະດີດປະທານປະເທດ ຫວຽດນາມ ໄດ້ຈັດຂຶ້ນຢູ່ຫໍຈັດງານສົບແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ; ສະໂມສອນຖົງເຍິກ ນະຄອນໂຮ່ຈິມິນ ແລະ ສະໂມສອນ T50 ກອງບັນຊາການທະຫານແຂວງກວາງງາຍ ແລະ ເຮືອນເລກທີ 142 ເລຈູງດິ່ງ ນະຄອນກວາງງາຍ (ບ້ານເກີດຂອງອະດີດປະທານປະເທດ ເຈິ່ນດຶກເລືອງ).
ຈາກ “ການເຂົ້າເມືອງເພື່ອທ່ອງທ່ຽວ” ໄປສູ່ “ການເຂົ້າເມືອງເພື່ອຊື້ສິນຄ້າ” ທ່າອ່ຽງໃໝ່ແຫ່ງການບໍລິໂພກດ້ານການທ່ອງທ່ຽວຢູ່ຈີນ

ຈາກ “ການເຂົ້າເມືອງເພື່ອທ່ອງທ່ຽວ” ໄປສູ່ “ການເຂົ້າເມືອງເພື່ອຊື້ສິນຄ້າ” ທ່າອ່ຽງໃໝ່ແຫ່ງການບໍລິໂພກດ້ານການທ່ອງທ່ຽວຢູ່ຈີນ

ຊຸມປີມໍ່ໆມານີ້, ຄຽງຄູ່ກັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຢູ່ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການເຂົ້າເມືອງຈີນເພື່ອທ່ອງທ່ຽວທັງຈັດຊື້ສິນຄ້າ ພວມກາຍເປັນທ່າອ່ຽງໃໝ່ໃນດ້ານການບໍລິໂພກ, ຕົວຢ່າງ: ສາມາດທ່ອງທ່ຽວປະເທດຈີນທີ່ມີຫຼາກຫຼາຍສີສັນຍ້ອນມີນະໂຍບາຍຍົກເວັ້ນວີຊາ, ຈັດຊື້ສິນຄ້າຢູ່ທ້ອງຖິ່ນຍັງສາມາດຄືນເງິນພາສີຢູ່ກັບທີ່
ເພີ່ມເຕີມ