ພະທາດສີໂຄດຕະບອງ ເປັນປູສະນີຍະສະຖານທີ່ສຳຄັນແຫ່ງໜຶ່ງຂອງຊາດລາວ

ພະທາດສີໂຄດຕະບອງ ເປັນປູສະນີຍະສະຖານທີ່ສຳຄັນແຫ່ງໜຶ່ງຂອງຊາດລາວ
ໂດຍ: ກອງຄຳ
   ພະທາດສີໂຄດຕະບອງ ນອນຢູ່ໃນແຂວງຄຳມ່ວນ, ຕັ້ງຢູ່ແຄມແມ່ນໍ້າຂອງ ຫ່າງຈາກຕົວເມືອງທ່າແຂກ ອອກໄປທາງທິດໃຕ້ປະມານ 6 ກິໂລແມັດ, ລັກສະນະຂອງພະທາດແມ່ນກໍ່ດ້ວຍດິນຈີ່, ທາປູນ, ຖານເປັນຮູບສີ່ຫຼ່ຽມຫັກມຸມ, ຍອດແຫຼມ, ສ່ວນເທິງຂອງພະທາດມີລັກສະນະເປັນສີ່ຫຼ່ຽມແບບດວງປີ. ໂຄງສ້າງຢູ່ໃນສະໄໝດຽວກັນກັບພະທາດພະນົມ (ປະເທດໄທ), ພະທາດອີງຮັງ (ແຂວງສະຫວັນນະເຂດ), ພະທາດບັງພວນ, ພະທາດຫຼວງວຽງຈັນ ຊຶ່ງເປັນສະກຸນຊ່າງສີລະປະກໍ່ສ້າງຂອງລາວລ້ານຊ້າງ, ຖານແຕ່ລະດ້ານຍາວ 14,33 ຊມ, ສູງ 28-29 ຊມ, ຍອດປະດັບດ້ວຍເສດຕະສັດ 7 ຊັ້ນ, ໃນແກນເປັນເຫຼັກ, ເສດຕະສັດເຮັດດ້ວຍເງິນ ແລະ ຄໍາ, ປາຍເສດຕະສັດມີໂຄມແກ້ວ, ສະເພາະເສດຕະສັດສູງ 2 ແມັດ, ບໍລິເວນຕີນພະທາດກວ້າງດ້ານລະ 25 ແມັດ, ສູງ 30 ແມັດ, ມີພະທາດນ້ອຍຂອງພະອໍລະຫັນທັງຫ້າຕັ້ງຢູ່ທາງດ້ານຕາເວັນຕົກ 3 ໜ່ວຍ ແລະ ຕາເວັນອອກ 2 ໜ່ວຍ (ປັດຈຸບັນເພໝົດແລ້ວ).
     ພະທາດສີໂຄດຕະບອງ ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງ (ສະຕະວັດທີ 6-8), ເປັນບ່ອນເກັບມ້ຽນອັດຖິຂອງພະພຸດທະເຈົ້າ. ພະເຈົ້າຊີວິດໂພທິສາລາດ ຊຶ່ງເປັນກະສັດລາວອົງໜຶ່ງໃນສະໄໝນັ້ນ ໄດ້ທຳການປະຕິສັງຂອນພະທາດນີ້ ແລະ ຕິດຮູບດອກບົວໃສ່ຈອມທາດ ໃນສະຕະວັດທີ 16, ຕໍ່ມາພະເຈົ້າໄຊຍະເສດຖາທິລາດ ກໍໄດ້ປະຕິຮູບຊົງທາດ ໃຫ້ເປັນຮູບທີ່ເຫັນໃນປັດຈຸບັນ, ສ່ວນອື່ນໆແມ່ນສ້າງຂຶ້ນໃນຊຸມປີ 1950 ແລະ ປີ 1970 ກໍໄດ້ມີການກໍ່ສ້າງເພີ່ມເຕີມ, ປີ 2009 ພັກ ແລະ ລັດຖະບານ ກໍຄືປະຊາຊົນຊາວແຂວງຄຳມ່ວນ ໄດ້ທຳການຫຼໍ່ຮູບປັ້ນພະຍາສີໂຄດຕະບອງ ເພື່ອປະດິດສະຖານໄວ້ຢູ່ບໍລິເວນເດີ່ນພະທາດ ພ້ອມປັບປຸງ ແລະ ຕົບແຕ່ງເດີ່ນໃຫ້ມີຄວາມຈົບງາມຂຶ້ນຕື່ມເປັນແຕ່ລະໄລຍະ.
ນອກຈາກນັ້ນ, ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງ ຢືນຢ່າງສະຫງ່າລາສີ. ຄຳວ່າ ສີໂຄດຕະບອງ ມີຄວາມໝາຍມາຈາກພາສາບາລີວ່າ: ເມືອງທີ່ມີຄວາມສວຍງາມ ແລະ ຈະເລີນຮຸ່ງເຮືອງໄປດ້ວຍສິນທຳ. ດ້ວຍເຫດນັ້ນ ຮູບປັ້ນຂອງພະຍາສີໂຄດຕະບອງ ຈຶ່ງປຽບ                      ເໝືອນທວນໄຟເຍືອງທາງໃຫ້ແສງສະຫວ່າງແກ່ຄົນຮຸ້ນຕໍ່ໄປ ແລະ ກໍເປັນສູນລວມແຫ່ງຈິດໃຈຂອງຊາວແຂວງຄໍາມ່ວນ ມາຈົນເທົ່າທຸກວັນນີ້. 

ຄໍາເຫັນ

ຂ່າວທ່ອງທ່ຽວ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ໃນວັນທີ 8 ພຶດສະພາຜ່ານມາ, ເມືອງຈໍາປາສັກ ແຂວງຈໍາປາສັກ ຈັດພິທີເປີດນໍາໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກຂຶ້ນ ເພື່ອຮອງຮັບນັກທ້ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວເມືອງຈຳປາສັກ ເມືອງມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພູ ສີພົມມາ ຮອງເລຂາພັກເມືອງຈຳປາສັກ.
ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບສຳລັບປີ 2025-2035 ຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຊຸດທີ 32 ຂຶ້ນໃນລະຫວ່າງວັນທີ 5 ພຶດສະພາ ຫາ ວັນທີ 22 ກໍລະກົດ 2025 ໂດຍມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ,
ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກທີ່ລີ້ຊ້ອນໄວ້ໃນດົງ​ສະຫງວນ ຢູ່ເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້, ມີ​ປ່າ, ໝາກ​ໄມ້, ​ສັດປ່າ​ນາໆ​ຊະນິດ​ທີ່​ຄວນ​ຮຽນ​ຮູ້.

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານດ່ານ ເມືອງລະມາມ ແຂວງເຊກອງ, ຫ່າງຈາກເທສະບານເມືອງລະມາມ ປະມານ 15 ກິໂລແມັດກວ່າ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ
ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເມື່ອບໍ່ດົນມານີ້ ທີ່ໂຮງແຮມດອກຈຳປາ ແຂວງຫຼວງນໍ້າທາ ໄດ້ເຊັນສັນຍາຄວາມເຂົ້າໃຈ (MOU) ວ່າດ້ວຍການເກັບກໍາຂໍ້ມູນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວຖໍ້າເກົາເຫຼົາ
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ເພື່ອເປັນທິດທາງໃນການພັດທະນາວຽກງານທ່ອງທ່ຽວໃນຕໍ່ໜ້າ, ທ່ານ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວປະທານຄະນະກໍາມະການຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024
ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ
ເພີ່ມເຕີມ