ປະຊາຊົນທີ່ອາໄສຢູ່ແຂວງຄູນາ ຂອງອັຟການິສຖານ ກ່າວວ່າ: ແຜ່ນດິນໄຫວໄດ້ເກີດຂຶ້ນໃນຕອນກາງຄືນ. ທຸກຄົນພາກັນຫຼົບໜີອອກຈາກເຮືອນ, ເຮືອນຫຼາຍຫຼັງໄດ້ພັງທະລາຍລົງ. ໃນເມືອງດຽວມີຜູ້ເສຍຊີວິດ ປະມານ 100-150 ຄົນ ແລະ ຍັງບໍ່ຮູ້ຈຳນວນຜູ້ໄດ້ຮັບບາດເຈັບ, ຖະໜົນຫົນທາງຫຼາຍແຫ່ງຖືກປິດ.
ສື່ມວນຊົນທ້ອງຖິ່ນລາຍງານວ່າ: ໜ່ວຍກູ້ໄພຈາກກະຊວງປ້ອງກັນປະເທດ, ກະຊວງພາຍໃນ ແລະ ກະຊວງສາທາລະນະສຸກ ໄດ້ນຳສົ່ງຜູ້ບາດເຈັບໄປໂຮງໝໍເຂດນັນກາຣຮາຣ.
ທັງນີ້, ກົມສໍາຫຼວດທໍລະນີວິທະຍາຂອງສະຫະລັດ ອາເມຣິກາ ລາຍງານວ່າ: ພາກຕາເວັນອອກຂອງອັຟການິສຖານ ໄດ້ປະສົບກັບແຜ່ນດິນໄຫວຂະໜາດ 6.0 ຣິກເຕີ ໃນເວລາ 11:47 ໂມງ (ຕາມເວລາທ້ອງຖິ່ນ) ໃນວັນທີ 31 ສິງຫາ ຜ່ານມາ, ໂດຍມີຈຸດສູນກາງຢູ່ທີ່ຄວາມເລິກ 8 ກິໂລແມັດ.
ຄໍາເຫັນ