ເປົ້າໝາຍທີ 1: ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງ ເພື່ອເຮັດໃຫ້ເສດຖະກິດ ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ປະກອບມີ 6 ແຜນວຽກຈຸດສຸມ ຄື: ນໍາໃຊ້ທ່າແຮງບົ່ມຊ້ອນ ເພື່ອຍູ້ແຮງເສດຖະກິດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບສູງ; ພັດທະນາເສດຖະກິດ ມະຫາພາກມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ; ຍົກສູງປະສິດທິພາບການລົງທຶນ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ; ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ; ພັດທະນາລັດວິສາຫະກິດ ແລະ ເສດຖະກິດລວມໝູ່ຂອງປະຊາຊົນ ໃຫ້ມີຄຸນນະພາບ ແລະ ມີຄວາມເຂັ້ມແຂງ; ພັດທະນາເສດຖະກິດດີຈີຕອນ ໃຫ້ມີຄວາມເຂັ້ມແຂງ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວທີ່ຍືນຍົງ.
ເປົ້າໝາຍທີ 2: ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງຂຶ້ນ ແລະ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ປະກອບມີ 4 ແຜນວຽກຈຸດສຸມຄື: ພັດທະນາການສຶກສາ ໃຫ້ມີຄຸນນະພາບ ເພື່ອຮອງຮັບການພັດທະນາຂອງປະເທດຊາດ; ພັດທະນາວຽກງານສາທາລະນະສຸກ ແລະ ການບໍລິການດ້ານສາທາລະນະສຸກ ໃຫ້ມີຄຸນນະພາບ ແລະ ທົ່ວເຖິງ; ພັດທະນາສີມືແຮງງານ ໃຫ້ໄດ້ປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ ແລະ ພັດທະນາບຸກຄະລາກອນຂອງພາກລັດ ໃຫ້ມີຄຸນນະພາບສູງຂຶ້ນ.
ເປົ້າໝາຍທີ 3: ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດລົງເທື່ອລະກ້າວ ປະກອບມີ 6 ແຜນວຽກຈຸດສຸມ ຄື: ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ມີຄຸນນະພາບດີຂຶ້ນ (ລວມມີວຽກງານປັບປຸງ ແລະ ກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ); ປັບປຸງວຽກງານຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃຫ້ທົ່ວເຖິງ ແລະ ມີຄຸນນະພາບສູງຂຶ້ນ; ສົ່ງເສີມ ແລະ ພັດທະນາໄວໜຸ່ມ, ແມ່ຍິງ, ເດັກ ແລະ ຄວາມສະເໝີພາບຍິງ-ຊາຍ ໃຫ້ມີຄຸນນະພາບດີຂຶ້ນ; ພັດທະນາວຽກງານຖະແຫຼງຂ່າວ ໃຫ້ທັນສະໄໝ ແລະ ວ່ອງໄວ, ສົ່ງເສີມວັດທະນະທຳ ທີ່ເປັນເອກະລັກຂອງຊາດ, ກ້າວໜ້າ ແລະ ສ້າງໃຫ້ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ ແລະ ສີວິໄລ; ປັບປຸງລະບົບປະກັນສັງຄົມ-ປົກປ້ອງສັງຄົມ ໃຫ້ກວ້າງຂວາງ ແລະ ມີຄຸນນະພາບ; ແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ໃຫ້ດີຂຶ້ນເທື່ອລະກ້າວ.
ເປົ້າໝາຍທີ 4: ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ ປະກອບມີ 3 ແຜນວຽກຈຸດສຸມ ຄື: ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດປ່າໄມ້, ທີ່ດິນ, ນໍ້າ ແລະ ແຮ່ທາດ ຢ່າງມີແຜນການ, ປະຢັດ, ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ; ສົ່ງເສີມວຽກງານການເຕີບໂຕສີຂຽວ ແລະ ວຽກງານການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ ເພື່ອຫຼຸດຜ່ອນ ແລະ ເພີ່ມການດູດຊັບທາດອາຍພິດເຮືອນແກ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ ແລະ ກວ້າງຂວາງ; ເພີ່ມທະວີການປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູ ຫຼັງໄພພິບັດຕ່າງໆ.
ເປົ້າໝາຍທີ 5: ພັດທະນາເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ ປະກອບມີ 4 ແຜນວຽກຈຸດສຸມ ຄື: ພັດທະນາໂຄງລ່າງພື້ນຖານ ທີ່ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ເພື່ອເອື້ອອໍານວຍໃຫ້ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ; ເສີມຂະຫຍາຍການພົວພັນຮ່ວມມື, ການເຊື່ອມໂຍງການຄ້າ ແລະ ການລົງທຶນກັບພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ ແລະ ກວ້າງຂວາງກວ່າເກົ່າ; ພັດທະນາເຂດແຄວ້ນ ແລະ ທ້ອງຖິ່ນ ໃຫ້ມີຄວາມສົມດຸນ, ເຂັ້ມແຂງ ແລະ ສອດຄ່ອງ ກັບທ່າແຮງບົ່ມຊ້ອນ; ພັດທະນາຕົວເມືອງ ແລະ ເຂດເສດຖະກິດພິເສດ ໃຫ້ກາຍເປັນຖານການຜະລິດ, ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ທີ່ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ເປົ້າໝາຍທີ 6: ພັດທະນາຄຸ້ມຄອງ-ບໍລິຫານລັດ ໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ ປະກອບມີ 3 ແຜນວຽກຈຸດສຸມ ຄື: ຍົກສູງປະສິດທິພາບການປົກຄອງ-ການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ເຂັ້ມງວດ ຕາມກົດໝາຍ ແລະ ຕາມທິດ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ ແລະ ປະຕິບັດຕົວຈິງ ຢ່າງມີປະສິດທິຜົນສູງ; ປັບປຸງກົນໄກ, ລະບຽບການປະສານງານ ລະຫວ່າງພາກລັດດ້ວຍກັນ ໃຫ້ມີຄວາມເປັນເອກະພາບ ແລະ ວ່ອງໄວຂຶ້ນ; ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ+ພູວຽງຄໍາ)
ຄໍາເຫັນ