ເພີ່ມທະວີການນໍາພາ-ຊີ້ນໍາ ສື່ມວນຊົນໃຫ້ກ້າວໄປສູ່ຄວາມທັນສະໄໝ

ເພີ່ມທະວີການນໍາພາ-ຊີ້ນໍາ ສື່ມວນຊົນໃຫ້ກ້າວໄປສູ່ຄວາມທັນສະໄໝ

ເພີ່ມທະວີການນໍາພາ-ຊີ້ນໍາ ສື່ມວນຊົນໃຫ້ກ້າວໄປສູ່ຄວາມທັນສະໄໝ
ໃນໄລຍະ 5 ປີຕໍ່ໜ້າ (2026-2030) ອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຕ້ອງສືບຕໍ່ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຄຸ້ມຄອງບັນດາສື່ມວນຊົນທັງສື່ສິ່ງພິມ ແລະ ສື່ ເອເລັກໂຕຣນິກ ໃຫ້ກ້າວໄປສູ່ຄວາມທັນສະໄໝ. ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າ ຄອສພ ໄດ້ຜ່ານຮ່າງລາຍການເມືອງ ຕໍ່ກອງຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI ອົງຄະນະພັກ ຄອສພ ເມື່ອບໍ່ດົນຜ່ານມາ.
ເພມທະວການນາພາ-ຊນາ ສມວນຊນໃຫກາວໄປສຄວາມທນສະໄໝ - image 1
 

 

ໄລຍະ 5 ປີຕໍ່ໜ້າ, ຕ້ອງສືບຕໍ່ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຄຸ້ມຄອງບັນດາສື່ມວນຊົນ ທັງສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ ໃຫ້ກ້າວໄປສູ່ຄວາມທັນສະໄໝ ໂດຍເນັ້ນການມີສ່ວນຮ່ວມຂອງສັງຄົມ. ສູ້ຊົນຫັນປ່ຽນຢ່າງແຂງແຮງທັງດ້ານເນື້ອໃນ ແລະ ຮູບແບບການນໍາສະເໜີ ເພື່ອສ່ອງແສງລາຍງານເຫດການຕ່າງໆ ໃຫ້ມີຄວາມໂດດເດັ່ນ, ຊັດເຈນ ແລະ ມີຊີວິດຊີວາ ໂດຍຮັບປະກັນໃຫ້ໄດ້ 4 ລັກສະນະຂອງສື່ມວນຊົນ (ລັກສະນະພັກ, ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ ແລະ ລັກສະນະມະຫາຊົນ). ສຸມໃສ່ການສະໜອງຂໍ້ມູນຂ່າວສານທີ່ຫຼາກຫຼາຍ ແລະ ທັນເຫດການ ໂດຍຜ່ານການປະສານສົມທົບຢ່າງກົມກຽວກັບພາກສ່ວນກ່ຽວຂ້ອງ ເພື່ອສ້າງກະແສສັງຄົມທີ່ຕັ້ງໜ້າ ແລະ ຄຸ້ມຄອງຂໍ້ມູນຂ່າວສານໃຫ້ມີຄວາມຮັດກຸມ, ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ. ພ້ອມກັນນັ້ນ, ຕ້ອງຍູ້ແຮງການພັດທະນາບຸກຄະລາກອນສື່ມວນຊົນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ ແລະ ເປັນມືອາຊີບ; ສຸມໃສ່ການຝຶກອົບຮົມຍົກລະດັບວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍົກສູງເຕັກນິກການຜະລິດເນື້ອໃນໃຫ້ມີຄຸນນະພາບສູງ, ທັງປຸກລະດົມຂະຫຍາຍຕາໜ່າງເພື່ອນຮ່ວມງານໃຫ້ກວ້າງຂວາງ ແລະ ເຂັ້ມແຂງໃນທົ່ວປະເທດ.

ວຽກຄຸ້ມຄອງສື່ ຈະໄດ້ສຸມໃສ່ການຫັນວຽກງານສື່ມວນຊົນເປັນດີຈີຕອນຢ່າງຮອບດ້ານ ໂດຍການສ້າງຖານຂໍ້ມູນລວມສູນເພື່ອຂຶ້ນທະບຽນສື່ ແລະ ອອກບັດນັກຂ່າວແບບອອນລາຍ (E-Licensing), ພ້ອມທັງນໍາໃຊ້ AI ເຂົ້າໃນການກວດກາຂ່າວປອມ ແລະ ເລັ່ງຫັນປ່ຽນລະບົບກະຈາຍ ສຽງ-ພາບ ຈາກອານາລັອກໄປສູ່ດີຈີຕອນໃນທົ່ວປະເທດ. ດ້ານນິຕິກຳ, ຈະມີການປັບປຸງກົດໝາຍສື່ມວນຊົນໃຫ້ທັນສະໄໝ ເພື່ອຄຸ້ມຄອງບັນດາຜູ້ຜະລິດເນື້ອໃນ (Content Creators) ແລະ Influencers ໃຫ້ເຄື່ອນໄຫວຢ່າງມີຈັນຍາບັນ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ສະຫາຍ ວັນສີ ກົວມົວ ກ່າວຕື່ມວ່າ: ສໍາລັບການພັດທະນາຊັບພະຍາກອນມະນຸດ, ຈະຍົກລະດັບທັກສະ "ນັກຂ່າວດີຈີຕອນ" ທີ່ສາມາດຜະລິດເນື້ອໃນໄດ້ຮອບດ້ານ (Multi-skilling) ຄວບຄູ່ໄປກັບການບຳລຸງແນວຄິດການເມືອງໃຫ້ໜັກແໜ້ນ. ນອກຈາກນີ້, ຈະສືບຕໍ່ຂະຫຍາຍຕາໜ່າງໂທລະໂຄ່ງດີຈີຕອນ ໃຫ້ເຂົ້າເຖິງເຂດຫ່າງໄກສອກຫຼີກໄດ້ 100% ແລະ ຊຸກຍູ້ການຜະລິດເນື້ອໃນທີ່ສ້າງສັນເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມ. ດ້ານການຮ່ວມມື, ຈະເພີ່ມທະວີການເປັນຄູ່ຮ່ວມກັບພາກເອກະຊົນ ແລະ ສາກົນ ເພື່ອຍາດແຍ່ງທຶນຮອນ ແລະ ເຕັກນິກທີ່ທັນສະໄໝ ແນໃສ່ເຮັດໃຫ້ສື່ມວນຊົນລາວມີຄຸນນະພາບ, ວ່ອງໄວ ແລະ ຮັບໃຊ້ສັງຄົມໄດ້ຢ່າງມີປະສິດທິຜົນສູງສຸດ; ສະມາຄົມນັກຂ່າວແຫ່ງ ສປປ ລາວ ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດໃຫ້ມີຄວາມສອດຄ່ອງກັບສະພາບເງື່ອນໄຂໄລຍະໃໝ່, ເສີມຂະຫຍາຍການພົວພັນຮ່ວມມືກັບສະມາຄົມນັກຂ່າວຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອພັດທະນາວຽກງານສື່ມວນຊົນໃຫ້ນັບມື້ດີຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ