ເຜີຍແຜ່ ການກະກຽມກອງປະຊຸມອາຊຽນທີ່ກ່ຽວຂ້ອງຕ່າງໆ ໃນໄລຍະການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 

ເຜີຍແຜ່ ການກະກຽມກອງປະຊຸມອາຊຽນທີ່ກ່ຽວຂ້ອງຕ່າງໆ ໃນໄລຍະການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 
ໃນຕອນເຊົ້າຂອງວັນທີ 9 ມັງກອນ ນີ້ ທີ່ ໂຮງແຮມແລນມາກ ແມ່ຂອງ ຣີເວີໄຊ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການກະກຽມສຳລັບກອງປະຊຸມອາຊຽນທີ່ກ່ຽວຂ້ອງຕ່າງໆ ໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ແກ່ບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດຮອງລັດຖະມົນຕີກະຊວງການຕ່າງປະເທດ  ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ. ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຂົ້າຮ່ວມບັນຍາຍ ແລະມີຜູ້ເຂົ້າຮ່ວມຈາກບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງປະຈໍາ ສປປ ລາວ 
    ຈຸດປະສົງຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ປະຈຳ ສປປ ລາວ ກ່ຽວກັບ ການດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປິ 2024 ໂດຍສະເພາະແມ່ນກ່ຽວກັບ ຄໍາຂວັນ ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ”  (ASEAN: Enhancing Connectivity and Resilience) ແລະ ບັນດາບຸລິມະສິດປີ່ນອ້ອມຄໍາຂວັນດັ່ງກ່າວ ກໍຄື ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນຄື: ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ. ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການແຈ້ງຂໍ້ມູນເບື້ອງຕົ້ນ ກ່ຽວກັບການກະກຽມຄວາມພ້ອມໃນດ້ານຕ່າງໆໃນການຈັດບັນດາກອງປະຊຸມທີ່ສຳຄັນ ຊຶ່ງຈະມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມມືພາຍນອກອື່ນໆ ເຂົ້າຮ່ວມເປັນຕົ້ນແມ່ນດ້ານເນື້ອໃນ, ພິທີການ, ສະຖານທີ່ປະຊຸມ ແລະ ສະຖານທີ່ພັກເຊົາຂອງຄະນະຜູ້ແທນ, ລວມທັງການກະກຽມຄວາມພ້ອມໃນການສະໜອງຂໍ້ມູນຂ່າວສານໃຫ້ແກ່ບັນດາສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເພື່ອເປັນຂໍ້ມູນໃຫ້ແກ່ບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ປະຈໍາ ສປປ ລາວ.
    ສປປ ລາວ ເປັນປະທານອາຊຽນມາແລ້ວ 2 ຄັ້ງຄື: ໃນປີ 2004-2005 ແລະ 2016. ສປປ ລາວໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 3 ເລີ່ມແຕ່ວັນທີ 1 ມັງກອນ-31 ທັນວາ 2024. 
ຂ່າວ-ພາບ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະໂຄສະນາອົບຮົມ ແຂວງຄໍາມ່ວນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍມະຫາຊົນພັກ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2026, ທີ່ ແຂວງຄໍາມ່ວນ ເພື່ອຕີລາຄາການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືແລກປ່ຽນບັນດາເນື້ອໃນທີ່ຈະສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ.
ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

​ພິ​ທີ​ພົບ​ປະ ລະ​ຫວ່າງ​ການ​ນຳ​ແຂວງຫຼວງ​ພະ​ບາງ ແລະ ການ​ນຳ​ແຂວງກວາງ​ນິ່ງ ສ​ສ ຫວຽດ​ນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ຜ່ານ​ມາ, ທີ່ ແຂວງຫຼວງ​ພະ​ບາງ, ຝ່າຍ​ແຂວງຫຼວງ​ພະ​ບາງ ນຳ​ໂດຍສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ຝ່າຍ​ແຂວງກວາງນິ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ກວານ ມິ່ງ ເກືອງ ກຳມະການສູນກາງພັກ ເລຂາພັກແຂວງ ຫົວໜ້າຄະນະສະມາຊິກສະພາປະຊາຊົນ ແຂວງກວາງນິ່ງ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ໃນລະຫວ່າງວັນທີ 3-4 ມິຖຸນາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ; ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສະພາກວດສອບປະເທດຍີ່ປຸ່ນທີ່ ນະຄອນຫຼວງໂຕກຽວ ປະເທດຢີປຸ່ນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຮາຣາດະ ຢູເຮອິ ປະທານສະພາກວດສອບປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ.
ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ກອງບັນຊາການທະຫານອາກາດ ລາວ-ຣັດເຊຍ ຈັດກອງປະຊຸມພົບປະ ປຶກສາຫາລື ແລະ ຄົ້ນຄວ້າເອກະພາບເນື້ອໃນຮ່າງສັນຍາ ໃນຂົງເຂດວຽກງານຄວາມປອດໄພທາງດ້ານການບິນ ໃນວັນທີ 3 ມິຖຸນາຜ່ານມາ, ໂດຍມີສະຫາຍ ພັນເອກ ບົວວັນ ກັນຍາວົງ ຮອງຫົວໜ້າກອງບັນຊາການທະຫານອາກາດ ຫົວໜ້າຫ້ອງອົບຮົມການບິນ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ອາເລັກຊັນເດີ ເຢບໂດກີມົບ ຮອງຫົວໜ້າກົມ (ໜ່ວຍງານ) ຄວາມປອດໄພດ້ານການບິນ ກຳລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ 2026

ກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ 2026

ໃນໂອກາດການຢ້ຽມຢາມ ສາທາລະນະລັດ ອິນເດຍ ຢ່າງເປັນທາງການ ຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນລະຫວ່າງວັນທີ 1-3 ມິຖຸນາ 2026, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າອິນເດຍ ຮ່ວມກັບ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ ອິນເດຍ ພ້ອມດ້ວຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງສອງປະເທດ ໄດ້ຈັດກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ ຄັ້ງທີ 2 ຂຶ້ນໃນຕອນບ່າຍຂອງວັນທີ 3 ມິຖຸນາ 2026 ທີ່ ນະຄອນຫຼວງນິວແດນລີ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງລາວ ແລະ ອິນເດຍ ໃຫ້ຂຶ້ນສູ່ລະດັບໃໝ່ ກໍຄືເປັນການປະກອບສ່ວນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນປີ 2026 ນີ້ ໂດຍການໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກ ຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Prashant Agrawal ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດອິນເດຍພ້ອມດ້ວຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີເອກອັກຄະລັດຖະທູດທັງສອງປະເທດ ແລະ ຜູ້ຕາງໜ້າຈາກພາກທຸລະກິດລາວ-ອິນເດຍເຂົ້າຮ່ວມ ຫຼາຍກວ່າ 50 ຄົນ.
ລາວ - ອິນເດຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ - ອິນເດຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ສຸບຣາມານຍຳ ໄຈຊັງກາ (H. E. Dr. Subrahmanyam Jaishankar) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການ​ ແລະ ເປັນປະທານກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງ ​ວັນທີ 1-3 ມິຖຸນາ 2026 ທີ່ນະຄອນຫຼວງນິວແດນລີ ປະເທດອິນເດຍ.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບປະທານາທິບໍດີ ແຫ່ງ ສ ອິນເດຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບປະທານາທິບໍດີ ແຫ່ງ ສ ອິນເດຍ

ໃນວັນທີ 3 ມິຖຸນາ ນີ້ ທີ່ນະຄອນຫຼວງນິວແດນລີ ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ນາງ ດຣໍປາດີ ເມີມູ (H.E. Droupadi Murmu) ປະທານາທິບໍດີ ແຫ່ງ ສ ອິນເດຍ ໃນໂອກາດເດີນທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການ ​ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງ ​ວັນທີ 1-3 ມິຖຸນາ 2026.
ບໍລິສັດ ລາວຄາຍຢວນບໍ່ແຮ່ ມອບປຸ໋ຍ 27 ໂຕນ ຊ່ວຍເຫຼືອປະຊາຊົນ 7 ບ້ານ

ບໍລິສັດ ລາວຄາຍຢວນບໍ່ແຮ່ ມອບປຸ໋ຍ 27 ໂຕນ ຊ່ວຍເຫຼືອປະຊາຊົນ 7 ບ້ານ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ຈັດພິທີມອບ-ຮັບປຸ໋ຍສູດປະສົມຄຸນນະພາບດີ ຈຳນວນ 27 ໂຕນ ລວມມູນຄ່າ 900 ລ້ານກີບ ໃຫ້ແກ່ປະຊາຊົນ 7 ບ້ານໃນເຂດໂຄງການ ເພື່ອສະໜັບສະໜູນການຜະລິດກະສິກຳໃນລະດູຝົນ ແລະ ຊ່ວຍຍົກຄຸນນະພາບຜົນຜະລິດໃຫ້ສູງຂຶ້ນ.
ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ສປ ຈີນ ໄດ້ເປີດງານວາງສະແດງການສຶກສາສາກົນ “ຮຽນຕໍ່ກວາງຊີ” 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 3 ມິຖຸນານີ້ ທີ່ສະໂມສອນໃຫຍ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ທ່ານ ຫວູຈິນຊາງ ຮອງຫົວໜ້າພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ, ທ່ານ ເຕີງລີ້ສຽງ ທີ່ປຶກສາທູດ ຜູ້ຊີ້ນໍາສຶກສາ-ວັດທະນະທໍາສະຖານເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນສອງຝ່າຍລາວ-ຈີນເຂົ້າຮ່ວມ.
ພັກປະຊາຊົນ ປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ

ພັກປະຊາຊົນ ປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ

ໃນໂອກາດທີ່ ຄະນະຜູ້ແທນພັກ ປປ ລາວ ນຳໂດຍ ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ໃນຫົວຂໍ້: “ອະທິປະໄຕແຫ່ງລັດ ແລະ ຫຼັກການພົວພັນສາກົນ ໃນສະພາບການຂອງໂລກຫຼາຍຂົ້ວອຳນາດ ແລະ ຄວາມຫຼາກຫຼາຍ ໃນສະຕະວັດທີ 21" (State Sovereignty and Principles of International Relations in the Context of Multipolarity and Diversity in the 21" Century) ທີ່ ເມືອງ ເບຣັດສທ໌ ສ ເບລາຣຸດຊີ ແຕ່ວັນທີ 27-30 ພຶດສະພາ 2026.
ເພີ່ມເຕີມ