![]() |
ເປັນກຽດໃນພິທີ ມີ ທ່ານ ສູນທະລີ ບົວສີສະຫວັດ ຮອງຫົວໜ້າຫ້ອງສັງລວມ ແລະ ພົວພັນຕ່າງປະເທດມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ວຽງຄໍາ ສຸວົງ ຮອງຫົວໜ້າຄະນະໂຄສະນາອົບຮົມ ນວ, ທ່ານ ຄໍາພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ, ຄູ-ອາຈານ ພ້ອມດ້ວຍນັກສຶກສາປັນຍາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ເພື່ອຮັບຟັງການເຜີຍແຜ່ກ່ຽວກັບ ຄວາມໝາຍສໍາຄັນ ຂອງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ, ການປ່ຽນແປງທິດທາງການສັນຈອນຕາມເສັ້ນທາງ ໃນຕົວເມືອງ 9 ເສັ້ນ ຂອບເຂດໃຈກາງ ນວ, ແລກປ່ຽນປະກອບຄວາມຄິດເຫັນ ພ້ອມທັງ ຖາມ-ຕອບ ກ່ຽວກັບເສັ້ນທາງດັ່ງກ່າວ.
(ຂ່າວ: ແສງຈັນ)

ຄໍາເຫັນ