ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ
ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ນຳໂດຍ ທ່ານ ວັນນະສັກ ຊາດຕະກຸນ ຮອງປະທານສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ພ້ອມ​ຄະ​ນະ ໄດ້ລົງເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຈຳປາສັກ ຊຸດທີ V ຢູ່ສະໂມສອນວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ ເມືອງບາຈຽງ ຈະເລີນສຸກ ແຂວງຈຳປາສັກ ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້.
ເຜຍແຜຜນສຳເລດກອງປະຊມປະຖມມະລກ ຢວທະຍາໄລເຕກນກ-ວຊາຊບ ຈຳປາສກ - image 1
 

ທ່ານຄຳຜ່ອນ ລາດຊະວົງສາ ຜູ້ອຳນວຍການ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈຳປາສັກ ໄດ້ຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບສະພາບລວມຂອງວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກ.ຈາກນັ້ນ, ຄະນະ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນນຳສະເໜີເຜີຍແຜ່ຜົນສຳເລັດຂອງກອງປະຊຸມປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໂດຍໄດ້ນຳສະເໜີເນື້ອໃນສຳຄັນຂອງບັນດາມະຕິ, ກົດໝາຍ, ມາດຕະການ ແລະ ແນວທາງພັດທະນາທີ່ສຳຄັນ ຊຶ່ງເປັນພື້ນຖານໃນການພັດທະນາປະເທດ ແລະ ທ້ອງຖິ່ນໃນໄລຍະໃໝ່. ພ້ອມນັ້ນ ບັນດາທ່ານຜູ້ເຂົ້າຮັບຟັງ ໂດຍສະເພາະປະທານບ້ານ ແລະ ປະຊາຊົນຈາກບັນດາບ້ານ ໄດ້ສະເໜີຄຳຄິດເຫັນ, ຂໍ້ສະເໜີ ແລະ ບັນຫາຕ່າງໆ ທີ່ກ່ຽວພັນກັບຊີວິດການເປັນຢູ່ ແລະ ການພັດທະນາທ້ອງຖິ່ນ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປພິຈາລະນາ ແລະ ແກ້ໄຂຕາມຄວາມເໝາະສົມ.

ໃນໂອກາດດຽວກັນນີ້ ອຳນາດການປົກຄອງເມືອງຮ່ວມກັບຄະນະສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນແຂວງໄດ້ຮ່ວມກັນມອບອຸປະກອນກິລາ ປະເພດບານເຕະ ຈຳນວນ 5 ໜ່ວຍ ໃຫ້ແກ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ ເພື່ອນຳໃຊ້ໃນການສົ່ງເສີມກິດຈະກຳກິລາ ແລະ ພັດທະນາສຸຂະພາບຂອງນັກສຶກສາ.

ພາບ-ຂ່າວ:ນາງວຽງອຳໄພ

ຄໍາເຫັນ

ຂ່າວສືກສາ-ກິລາ

ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຝຶກອົບຮົມວຽກງານໂຄສະນາເພດສຶກສາຜ່ານທາງໂທລະພາບ-ວິທະຍຸ ແລະ ສື່ຕ່າງໆ ສຳລັບແຂວງເປົ້າໝາຍຄື: ແຂວງຜົ້ງສາລີ ແລະ ແຂວງບໍລິຄຳໄຊ ພາຍໃຕ້ການສະໜັບສະໜູນຈາກອົງການ UNFPA ເພື່ອສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ ຮັບຮູ້ເຂົ້າໃຈວິທີປ້ອງກັນຕົນເອງກ່ຽວກັບເພດສຶກສາໃຫ້ຫຼາຍຂຶ້ນ.
ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ວັນທີ 23 ກັນຍາຜ່ານມາ, ທີ່ວິທະຍາໄລຄູບ້ານເກີນ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດຜ່ານເນື້ອໃນຫຼັກສູດ ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາ ເປັນປະທານໂດຍທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ-ຮອງກົມ, ຄະນະສະຖາບັນຜູ້ອາວຸໂສ ຄູ-ອາຈານ ພ້ອມດ້ວຍນັກວິຊາການເຂົ້າຮ່ວມ.
ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ວັນທີ 23 ກັນຍາຜ່ານມາ, ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ VI ປະຈຳສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ການແຂ່ງຂັນຍົກນໍ້າໜັກລຸ້ນ 49 ກິໂລເພດຍິງ ໃນຮອບຊີງຊະນະເລີດ ຣີ ຊ໋ອງກືມ ນັກກິລາຈາກ ສປປ ເກົາຫຼີ ສາມາດສ້າງສະຖິຕິໂລກ ດ້ວຍຄະແນນລວມ 215 ກິໂລ ຄ້ວາຫຼຽນຄຳມາຄອງໃຫ້ກັບທີມຊາດ. ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 5 ໃນການຊີງຄວາມຍິ່ງໃຫຍ່ຂອງບັນດາທັບນັກກິລາຈາກປະເທດສະມາຊິກ 45 ປະເທດ ໃນພາກພື້ນອາຊີ ເພື່ອຍາດຊີງເອົາຫຼຽນຄຳ. ການແຂ່ງຂັນໃນວັນທີ 24 ກັນຍານີ້ ມີການຊີງຫຼຽນຄຳທັງໝົດ 56 ຫຼຽນ ຊຶ່ງປະກອບມີ: ເຮືອພາຍ 7 ຫຼຽນ, ກິລາທາງນໍ້າ 8 ຫຼຽນ, ວູຊູ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 5 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ດອກປີກໄກ່ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ປິ່ງປ໋ອງ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ອີສປອດ 2 ຫຼຽນ.
ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ຜົນການແຂ່ງຂັນບານສົ່ງຍິງ ຮອບຊີງຊະນະເລີດ ຫຼື ຊີງຫຼຽນຄຳ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ເປັນການພົບກັນ ລະຫວ່າງ ທີມຊາດຍີ່ປຸ່ນເຈົ້າພາບລົງສະໜາມ ພົບກັບ ທີມຊາດຈີນ. ຜົນການແຂ່ງຂັນ ທີມຊາດຈີນ ເອົາຊະນະໄປໄດ້ 3 – 0 ເຊັດ ດ້ວຍຄະແນນ 25-19, 25-20 ແລະ 25-23 ສົ່ງຜົນໃຫ້ຈີນ ຄ້ວາຫຼຽນຄຳມາຄອງເປັນສະໄໝທີ 3 ຕິດຕໍ່ກັນ ແລະ ເປັນສະໄໝທີ 10 ໃນເອຊຽນເກມ. ສ່ວນທີມຊາດຍີ່ປຸ່ນໄດ້ຫຼຽນເງິນ ເປັນຄັ້ງທີ 5, ຫຼຽນທອງທີມຊາດໄທ ທີ່ເອົາຊະນະ ທີມຊາດ ສ ເກົາຫຼີ 3-0 ເຊັດ.
ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ນຳໂດຍທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມ ແລະ ກວດກາສະພາບຕົວຈິງຂອງອາຄານຮຽນໃນວັນທີ 18 ກັນຍາຜ່ານມາ, ທີ່ໂຮງຮຽນປະຖົມໂທນນ້ອຍ ເພື່ອສືບຕໍ່ປັບປຸງອາຄານຮຽນທີ່ເກົ່າແກ່ຊຸດໂຊມ ໃຫ້ສາມາດດຳເນີນການຮຽນ-ການສອນໄດ້ຕາມປົກກະຕິ ໂດຍມີຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 3 ຂອງການແຂ່ງຂັນ ຊຶ່ງໃນວັນທີ 22 ກັນຍານີິ້, ມີຊີງໄຊກັນ 25 ຫຼຽນຄຳ ໃນ 10 ປະເພດກິລາຄື: ລອຍນໍ້າ 6 ຫຼຽນ, ສິລະປະການຕໍ່ສູ້ 6 ຫຼຽນ, ຄາຣາເຕ້ 4 ຫຼຽນ, ຟັນດາບ 2 ຫຼຽນ, ວູຊູ 2 ຫຼຽນ, ຄຣິກເກັດ 1 ຫຼຽນ, ລົດຖີບ 1 ຫຼຽນ, ຍິມນາສຕິກ 1 ຫຼຽນ, ບານສົ່ງຍິງ 1 ຫຼຽນ ແລະ ຍິງປືນ 1 ຫຼຽນ.
ກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງນາໂກຢ່າ

ກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19 ກັນຍາ ຜ່ານມາ ທີ່ໄອຈິ ນາໂກຢ່າ ປະເທດຍີ່ປຸ່ນ ໂດຍການຊີງໄຊກັນ 43 ຊະນິດກິລາ 71 ປະເພດ ຊຶ່ງຈະມີການຊີງຫຼຽນຄຳ 469 ຫຼຽນ ລະຫວ່າງການແຂ່ງຂັນ 19 ກັນຍາ ຫາ ວັນທີ 4 ຕຸລາ 2026.
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 16 ກັນຍາ 2026 ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ມີຮອງຫົວໜ້າພະແນກ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຫົວໜ້າພະແນກ- ຮອງພະແນກການ, ຜູ້ບໍລິຫານການສຶກສາ ແລະ ກິລາເມືອງ 8 ເມືອງ, ຄະນະສຶກສາສົງ, ຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ນັກຮຽນ ທີ່ຂາດເຂີນແຕ່ມີຜົນການຮຽນດີ ຢູ່ເມືອງຜາອຸດົມ 30ຄົນໄດ້ຮັບລົດຖີບ

ນັກຮຽນ ທີ່ຂາດເຂີນແຕ່ມີຜົນການຮຽນດີ ຢູ່ເມືອງຜາອຸດົມ 30ຄົນໄດ້ຮັບລົດຖີບ

ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມອບລົດຖີບຈຳນວນ 30 ຄັນ ໃຫ້ນັກຮຽນທີ່ຂາດເຂີນດ້ານງົບປະມານໃນການຈັດຊື້ອຸປະກອນພາຫະນະ ແຕ່ມີຄວາມດຸໝັ່ນ, ຜົນການຮຽນດີ ໃນບັນດາໂຮງຮຽນເປົ້າໝາຍ ພາຍໃນເມືອງຜາອຸດົມ ໃນວັນທີ 16 ກັນຍາ 2026 ຕາງໜ້າມອບໂດຍທ່ານ ນາງ ຄຳພັນ ຄຳປ໋ອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ແລະ ຕາງໜ້າຮັບໂດຍນັກຮຽນຜູ້ທີ່ມີລາຍຊື້ຮັບຈຳນວນ 30ຄົນ, ຍິງ 18ຄົນ, ມີຄູ-ອາຈານ ເຂົ້າຮ່ວມເພື່ອເປັນສັກຂີພິຍານ.
ເພີ່ມເຕີມ