ພິທີຂໍໄຟສັກສິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີຂໍໄຟສັກສິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີຂໍໄຟສັກສິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII
ພິທີຂໍໄຟສັກສິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIIທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບໄດ້ຈັດຂຶ້ນໃນວັນທີ 14 ພະຈິກນີ້ ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ- ປະທານສະພາ ປະຊາຊົນ ນະຄອນຫຼວງວຽງຈັນ,ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນປະທານ ຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ XII, ມີບັນດາທ່ານ ການນໍາ-ພັກ-ລັດ ຂັ້ນສູນກາງທ້ອງຖິ່ນ ພະນັກງານທະຫານຫຼວດ ປະຊາຊົນຊາວເມືອງໄຊເສດຖາ ເຂົ້າຮ່ວມ.
ພທຂໄຟສກສດງານມະຫະກຳກລາແຫງຊາດ ຄງທ XII - image 1
 

 

ໃນການຈັດພິທີຂໍໄຟສັກສິດ ແລະ ທວນໄຟສັກສິດ ຈາກພະທາດຫຼວງທີ່ສັກສິດແຫ່ງນີ້ ຈະກາຍເປັນສັນຍາລັກແຫ່ງຄວາມສາມັກຄີ, ມິດຕະພາບອັນເປັນປຶກແຜ່ນ, ເປັນຈິດໜຶ່ງໃຈດຽວຂອງຄະນະນໍາກິລາຄະນະນັກກິລາ ຈາກບັນດາກະຊວງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ, ພ້ອມນັ້ນ ກໍເພື່ອພັດທະນາວຽກງານກິລາ-ກາຍຍະກຳ ຊຶ່ງເປັນໜຶ່ງໃນ 5 ຫຼັກມູນຂອງການສຶກສາແຫ່ງຊາດ ແລະ ສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນໃນວົງການກິລາກໍຄືການສ້າງປະສົບການ ແລະ ຄວາມເຂັ້ມແຂງໃຫ້ນັກກິລາດ້ວຍຫຼາຍສີສັນໃຫ້ມີຄວາມອຸດົມສົມບູນ ເພື່ອສ້າງເງື່ອນໄຂຍົກລະດັບ ຄວາມສາມາດຂອງນັກກິລາໃຫ້ກາຍເປັນນັກກິລາລະດັບຊາດ ເພື່ອເຂົ້າຮ່ວມການແຂ່ງຂັນໃນລະດັບອະນຸພາກພື້ນ ແລະ ສາກົນ, ພ້ອມກັນນັ້ນ ກໍເພື່ອສືບຕໍ່ຊຸກຍູ້ ແລະ ພັດທະນາຂະບວນການກິລາລາວ ຢູ່ພາຍໃນປະເທດ ໃຫ້ມີຄວາມເຂັ້ມແຂງ ເປັນການສ້າງຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ, ສະນັ້ນການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໃນຄັ້ງນີ້ ໃຫ້ປະສົບຜົນສໍາເລັດຢ່າງມີໝາກຜົນ ແລະ ຈົບງາມ.

ພທຂໄຟສກສດງານມະຫະກຳກລາແຫງຊາດ ຄງທ XII - image 2
 

ການແລ່ນທວນໄຟສັກສິດແມ່ນຈະເລີ່ມຈາກທ່ານ ທອງສະລິດ ມັງໜໍ່ເມກ ນໍາພາຂະບວນແຫ່-ແລ່ນທວນໄຟ ເລີ່ມຈາກຈຸດທີ 1 ແລ້ວມອບທວນໄຟໃຫ້ ທ່ານ ອານຸພາບ ຕຸນາລົມ ນໍາພາຂະບວນສືບຕໍ່ ຈາກຈຸດທີ 2 ນໍາພາຂະບວນສືບຕໍ່ ຈາກຈຸດທີ 2 ແລະ ມອບຕໍ່ໃຫ້ ທ່ານ ອາລຸນໄຊ ສູນນະລາດເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ນໍາພາຂະບວນສືບຕໍ່ ຈາກຈຸດທີ 3 ແລະ ມອບທວນໄຟໃຫ້ຂະບວນນັກກິລາ ສືບຕໍ່ແລ່ນຕາມເສັ້ນທາງທີ່ໄດ້ກຳນົດໄວ້ຕາມເສັ້ນທາງຖະໜົນກຳແພງເມືອງ-ຖະໜົນ 13 ໃຕ້ ເຂົ້າສູ່ສະໜາມກິລາແຫ່ງຊາດ ຫລັກ 16 ແລ້ວສົ່ງມອບທວນໄຟໃຫ້ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ເພື່ອນໍາທວນໄຟໄປໄວ້ຫ້ອງເກັບຮັກສາ (ສະໜາມກິລາແຫ່ງຊາດ ຫລັກ 16).

ພທຂໄຟສກສດງານມະຫະກຳກລາແຫງຊາດ ຄງທ XII - image 3
 

(ຂ່າວ:ບູນອູ້ມ)

ຄໍາເຫັນ

ຂ່າວສືກສາ-ກິລາ

ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ມອບເງິນ ສະໜັບສະໜູນ ທີມກິລາເຕະບານ ແລະ ບານສົ່ງ ນວ 300 ລ້ານກີບ

ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ມອບເງິນ ສະໜັບສະໜູນ ທີມກິລາເຕະບານ ແລະ ບານສົ່ງ ນວ 300 ລ້ານກີບ

ໃນວັນທີ 13 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16), ທ່ານ ນິກສັນ ພົມມະຈິດ ປະທານກຸ່ມບໍລິສັດນິກສັນ ພັດທະນາບໍ່ແຮ່ ຈໍາກັດ ໄດ້ມອບເງິນ ສະໜັບສະໜູນທີມນັກກິລາ ນະຄອນຫຼວງວຽງຈັນ2 ປະເພດ ເຂົ້າຮ່ວມແຂ່ງຂັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ,ໃຫ້ກຽດຮັບເອົາການສະໜັບສະໜູນໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນປະທານ ຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ XII.
ເປີດການແຂ່ງຂັນກິລາໜ້າເກັກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ເປີດການແຂ່ງຂັນກິລາໜ້າເກັກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການແຂ່ງຂັນກິລາຍິງໜ້າເກັກ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນໃນວັນທີ 12 ພະຈິກ 2025 ທີ່ສະຖາບັນກິລາ-ກາຍຍະກຳ, ໂດຍມີ ທ່ານ ສາ ລະພິດ ສູນວໍລະວົງ ປະທານສະຫະພັນໜ້າເກັກ-ໝາກຄ່າງ ນະຄອນຫຼວງວຽງຈັນ ແລະ ທ່ານ ກິ່ງລັດຕະນະ ຟອງສະໝຸດ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຮອງເລຂາທິການສະຫະພັນກິລາໜ້າເກັກແຫ່ງຊາດ ພ້ອມດ້ວຍບັນດາຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ນັກກິລາກອງທັບ ຍາດໄດ້ເຖິງ 7 ຫຼຽນຄຳ ງານມ່ະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາກອງທັບ ຍາດໄດ້ເຖິງ 7 ຫຼຽນຄຳ ງານມ່ະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີມອບ-ຮັບຫຼຽນລາງວັນ ໄດ້ມີຂຶ້ນໃນວັນທີ 12 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນ ຂອງ ທ່ານ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມໃຫຍ່ອົບຮົມ ກົມໃຫຍ່ເສນາທິການກອງທັບ, ທ່ານ ສີທົນ ແສງພະຈັນ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ທັງເປັນປະທານສະຫະພັນກິລາແລ່ນ-ລານແຂວງວຽງຈັນ, ທ່ານ ອານຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ອິນທະວົງ ແດງປະເສີດ ຮອງຫົວໜ້າຂະແໜງກິລາ-ກາຍຍະກຳ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນກິລາແລ່ນ-ລານແຫ່ງຊາດລາວ ແລະ ທ່ານ ນາງ ມາລາ ສາກົນນິຍົມ ເລຂາທິການສະຫະພັນກິລາແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຄະນະຮັບຜິດມອບຫຼຽນ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ລົງທຶນສ້າງບຸກຄະລາກອນຂະແຫນງປ່າໄມ້ ຜ່ານໂຄງການທຶນການສຶກສາ

ລົງທຶນສ້າງບຸກຄະລາກອນຂະແຫນງປ່າໄມ້ ຜ່ານໂຄງການທຶນການສຶກສາ

ອົງການ GIZ, ສະຫະພາບເອີຣົບ (EU) ແລະ ລັດຖະບານລາວຮ່ວມກັບ ສະຖາບັນການສຶກສາ ແລະ ພາກເອກະຊົນ ໄດ້ຈັດພິທີມອບ-ຮັບທຶນການສຶກສາ ພາຍໃຕ້ "ທຶນການສຶກສາຂົງເຂດຂະແໜງປ່າໄມ້ໃນລາວ" (Forestry in Laos – Academic Education Funding Scheme). ທຶນການສຶກສາດັ່ງກ່າວ ມີເປົ້າໝາຍເພື່ອພັດທະນາຜູ້ຊ່ຽວຊານດ້ານປ່າໄມ້ຮຸ່ນໃໝ່ ແລະ ສົ່ງເສີມການຄຸ້ມຄອງຊັບພະຍາກອນປ່າໄມ້ ທີ່ສໍາຄັນຂອງຊາດຢ່າງຍືນຍົງ.
ສ້າງສື່ການຮຽນ-ການສອນໃໝ່ ສົ່ງເສີມການຮຽນຮ່ວມ ສຳລັບນັກຮຽນທີ່ເລີ່ມຮຽນພາສາລາວໃໝ່

ສ້າງສື່ການຮຽນ-ການສອນໃໝ່ ສົ່ງເສີມການຮຽນຮ່ວມ ສຳລັບນັກຮຽນທີ່ເລີ່ມຮຽນພາສາລາວໃໝ່

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ສ້າງຟາຍສຽງໃໝ່ 49 ບົດເລື່ອງ ເພື່ອຊ່ວຍການຮຽນ-ການສອນວິຊາພາສາລາວໃນຫ້ອງຮຽນຂັ້ນ ປ 1 ທົ່ວປະເທດ. ຟາຍສຽງຍັງຈະມີເປັນພາບວິດີໂອປະກອບເພື່ອເຜີຍແພ່ຢ່າງກວ້າງຂວາງໃນຫຼາຍຊ່ອງທາງ ທັງປະເພດຟາຍສຽງ ແລະ ຟາຍວິດີໂອທີ່ມີພາບປະກອບ, ໂດຍສະເພາະແມ່ນຈະອອກທາງຊ່ອງຢູທູບ.
ພິທີມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານຫຼັກສອງ

ພິທີມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານຫຼັກສອງ

ວັນທີ 10 ພະຈິກ 2025, ທີ່ໂຮງຮຽນປະຖົມສົມບູນສົມບູນ ບ້ານຫຼັກສອງ ເມືອງສາລະວັນ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບໂຮງຮຽນບ້ານດັ່ງກ່າວ (ການກໍ່ສ້າງ - ສ້ອມແປງ ແລະ ຕໍ່ເຕີມອາຄານຮຽນ) ຈຳນວນ 2 ຫຼັງ, ມູນຄ່າ 282,700,000 ກີບ ໂດຍໄດ້ຮັບທຶນຈາກສະມາຄົມການສຶກສາ-ກິລາ ເພື່ອສຸຂະພາບລາວ-ສະວິດເຊີແລນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ທ່ານ ອາໂອອິສ ແຄສະເລີ ປະທານສະມາຄົມການສຶກສາ-ກິລາ ເພື່ອສຸຂະພາບລາວ-ສະວິດເຊີແລນ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນສະໜັບສະໜູນທີມນັກກິລແລ່ນ-ລານ ນວ

ຫຼາຍພາກສ່ວນ ມອບເງິນສະໜັບສະໜູນທີມນັກກິລແລ່ນ-ລານ ນວ

ໃນວັນທີ 10 ພະຈິກ 2025, ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ໄດ້ມີພິທີມອບ-ຮັບການສະໜັບສະໜູນຈາກຫຼາຍສ່ວນ ຕາງໜ້າຮັບໂດຍທ່ານ ພອນປະເສີດ ອິນທະສອນ ປະທານກຸ່ມພັດທະນາ 3ເອັດ ພັດທະນາ ຈຳກັດ ທັງເປັນປະທານສະຫະພັນແລ່ນ-ລານ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນເຂົ້າຮ່ວມ ໃນໂອກາດທີ່ລົງຕິດຕາມໃຫ້ກຳລັງໃຈຄະນະນຳ, ຄູຝຶກ ແລະ ນັກກິລາແລ່ນລານ ນະຄອນຫຼວງວຽງຈັນ (ນວ).
ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ ຈັດຂຶ້ນວັນທີ 10 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ໂດຍມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະຮັບຜິດຊອບລະດັບຊາດ ງານມະຫະກຳກິລາຄັ້ງທີ XII, ທ່ານ ສົມພູ ພົງສາ ຮອງປະທານ ຄະນະກຳມະການໂອແລມປິກແຫ່ງຊາດ, ຄະນະຮັບຜິດຊອບ, ຄູຝຶກ, ອະນຸກຳມະການແຕ່ລະພາກສ່ວນ ພ້ອມດ້ວຍກ້ອນກຳລັງຕ່າງໆ ແລະ ສື່ມວນຊົນເຂົ້າຮ່ວມ.
ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ

ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ

ພິທີເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນ ທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ ໃນວັນທີ 10 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ "ເຍົາວະຊົນຍຸກໃໝ່ໃສ່ໃຈສິ່ງແວດລ້ອມສີຂຽວ, ສົ່ງເສີມຍຸດທະສາດການສຶກສາ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ໃນການຫັນສູ່ຄວາມທັນສະໄໝ" ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍບັນດາເລຂາ-ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 17 ແຂວງທົ່ວປະເທດ, ນ້ອງໆທີ່ເປັນຕົວແທນໃຫ້ອະນຸຊົນ, ເຍົາວະຊົນ ແລະ ຊາວໜຸ່ມທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາຄະນະສະຖາປັດຕະຍະກຳສາດ (ຄສປ) ຊະນະເລີດການແຂ່ງຂັນຖາມ-ຕອບວິທະຍາສາດ ຂອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ (ມຊ) ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 29 ປີ (5 ພະຈິກ 2025 - 5 ພະຈິກ 1996). ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພະຈິກນີ້ ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ