ພິທີປະກາດຍົກຍ້າຍ, ບົ່ງຕົວແຕ່ງຕັ້ງຮັກສາການເລຂາພັກເມືອງ

ພິທີມອບ-ຮັບໜ້າທີ່ລະຫວ່າງເຈົ້າເມືອງທົ່ງມີໄຊ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງເຈົ້າເມືອງທົ່ງມີໄຊ ຜູ້ເກົ່າ ແລະ ຜູ້ໃໝ່
ພິທີປະກາດຍົກຍ້າຍ, ບົ່ງຕົວແຕ່ງຕັ້ງຮັກສາການເລຂາພັກເມືອງ, ຮັກສາການເຈົ້າເມືອງ ແລະ ລະຫວ່າງເລຂາພັກເມືອງ, ເຈົ້າເມືອງຜູ້ເກົ່າ ແລະ ຮັກສາການເລຂາພັກເມືອງ, ຮັກສາການເຈົ້າເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຜູ້ໃໝ່ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ມັງກອນ 2025

ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ເຂົ້າຮ່ວມເປັນກຽດມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈໍາພັກແຂວງ, ມີການນໍາຂອງເມືອງ, ພະນັກງານຫຼັກແຫຼ່ງທົ່ວເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄຊຍະບູລີ ໄດ້ຂຶ້ນຜ່ານແຈ້ງການຂອງຫົວໜ້າຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ໄຊຍະບູລີ ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ຄື: ຍົກຍ້າຍ ທ່ານ ກາວີ ເກດດົມລິ ກໍາມະການພັກແຂວງເລຂາພັກເມືອງ, ເຈົ້າເມືອງ ທົ່ງມີໄຊ ໄປປະຈໍາການຢູ່ຫ້ອງການແນວລາວສ້າງຊາດແຂວງ, ຂໍ້ຕົກລົງຂອງກອງພົນທະຫານຮາບທີ 2 ວ່າດ້ວຍການນໍາສົ່ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ແຂວງ ໄຊຍະບູລີ ໂດຍນໍາສົ່ງ ທ່ານ ພັນເອກ ສົມດີ ໄຊຍະລາດ ຫົວໜ້າການທະຫານກອງພັນໃຫຍ່ທະຫານຮາບ 202 ກອງພົນທະຫານຮາບທີ 2 ໄປຮັບໜ້າທີ່ໃໝ່ເປັນຮັກສາການເລຂາພັກເມືອງ, ຮັກສາການເຈົ້າເມືອງທົ່ງມີໄຊ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ໄຊຍະບູລີ ວ່າດ້ວຍການແຕ່ງຕັ້ງຮັກສາການເຈົ້າເມືອງ ທົ່ງມີໄຊ ເຈົ້າແຂວງຕົກລົງແຕ່ງຕັ້ງ ທ່ານ ພັນເອກ ສົມດີ ໄຊຍະລາດ ຫົວໜ້າການທະຫານກອງພັນໃຫຍ່ທະຫານຮາບ 202 ກອງພົນທະຫານຮາບທີ 2 ເປັນຮັກສາການເຈົ້າເມືອງທົ່ງມີໄຊ, ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງວ່າດ້ວຍການພິຈາລະນາຮັບຮອງເອົາການສະເໜີຍົກຍ້າຍບຸກຄະລາກອນແຂວງ ໄຊຍະບູລີ, ຄະນະປະຈໍາສະພາປະຊາຊົນແຂວງຕົກລົງເຫັນດີຮັບຮອງເອົາການສະເໜີຍົກຍ້າຍ ທ່ານ ກາວີ ເກດດົມລິ ກໍາມະການພັກແຂວງເລຂາພັກເມືອງເຈົ້າເມືອງ ທົ່ງມີໄຊ ໄປປະຈໍາການຢູ່ຫ້ອງການແນວລາວສ້າງຊາດແຂວງຕາມການສະເໜີຂອງທ່ານເຈົ້າແຂວງ ໄຊຍະບູລີ, ຜ່ານມະຕິຂອງຄະນະປະຈໍາພັກແຂວງວ່າດ້ວຍການບົ່ງຕົວແຕ່ງຕັ້ງຮັກສາການເລຂາພັກເມືອງ, ຄະນະປະຈໍາພັກແຂວງຕົກລົງ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ສົມດີ ໄຊຍະລາດ ເປັນຮັກສາການເລຂາພັກເມືອງ ທົ່ງມີໄຊ.

(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)

ຄໍາເຫັນ

ຂ່າວການເມືອງ

ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ພິທີປະກາດການຈັດຕັ້ງຍົກຍ້າຍ, ແຕ່ງຕັ້ງ, ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງຜູ້ເກົ່າ ແລະ ຜູ້ໃໝ່ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນານີ້ ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ແຂວງຈໍາປາສັກ​ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນແຜນພັດທະນາເສດຖະກິດ​ - ສັງຄົມ 5 ປີ ຄັ້ງທີ X (2026​ -2030) ກອງປະຊຸມໃຫຍ່ອົງຄະນະພັກແຂວງຈໍາປາສັກ ສະໄໝທີ VIII ຂຶ້ນໃນວັນທີ 20 ມິຖຸນານີ້ ​ທີ່ສະໂມສອນ​ນະຄອນປາກເຊ​ ໂດຍການ​ເປັນປະທານ​ຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການ​ສູນກາງ​ພັກ​ ເລຂາຄະນະ​ບໍລິຫານ​ງານພັກ​ແຂວງ​ ເຈົ້າແຂວງ​ຈໍາປາສັກ.​
ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ຜ່ານ ທີ່ກະຊວງດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການຄະນະພັກກະຊວງ, ຮອງລັດຖະມົນຕີ, ເລຂາໜ່ວຍພັກ, ຄະນະກົມ, ພະນັກງານຫຼັກແຫຼ່ງຈາກກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເຂົ້າຮ່ວມເປັນສັກຂີພິຍານ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະມາຊິກສະຫະພັນກຳມະບານ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະມາຊິກສະຫະພັນກຳມະບານ ຄອສພ

ຄະນະບໍລິຫານງານສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນຂຶ້ນ ໃນວັນທີ 19 ມີຖຸນານີ້ ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານຂອງ ສະຫາຍ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຄອສພ ປະທານຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ; ເປັນກຽດເຂົ້າຮ່ວມມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄອສພປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ ຮອງປະທານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍບັນດາແຂກ ແລະ ຜູ້ຕາງໜ້າຈາກ ຄະນະບໍລິຫານງານສະຫະພັນກຳມະບານອ້ອມຂ້າງສູນກາງພັກ ແລະ ສະມາຊິກສະຫະພັນກຳມະບານ ໃນທົ່ວ ຄອສພ.
ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສກກ) ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ນີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພະນັກງານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປສສ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກສະໄໝທີ XI

ສປສສ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກສະໄໝທີ XI

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານສຳຄັນຂອງພັກ ໃນວັນທີ 19 ມິຖຸນາ ນີ້ ທີ່ ສປສສ ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ, ຫົວໜ້າກົມ, ຮອງກົມ ພ້ອມດວ້ຍພະນັກງານອ້ອມຂ້າງສານເຂົ້າຮ່ວມ.
ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ VIII

ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ VIII

ກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນແມ່ຍິງແຂວງບໍລິຄຳໄຊ ໄດ້ເປີດຂຶ້ນ ແລະ ອັດລົງຢ່າງເປັນທາງການ ໃນວັນທີ 17 ມິຖຸນາຜ່ານມານີ້ ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງແມ່ຍິງລາວ, ສະຫາຍ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ.
ຄະນະພັກຮາກຖານຫ້ອງວ່າການແຂວງຈຳປາສັກ ຈັດກອງປະຊຸມໃຫ່ຍຄັ້ງທີ VIII

ຄະນະພັກຮາກຖານຫ້ອງວ່າການແຂວງຈຳປາສັກ ຈັດກອງປະຊຸມໃຫ່ຍຄັ້ງທີ VIII

ກອງປະຊຸມໃຫ່ຍຄັ້ງທີ VIII ຂອງຄະນະພັກຮາກຖານຫ້ອງວ່າການແຂວງຈຳປາສັກ ໄດ້ຈັດຂຶ້ນໃນ ວັນທີ 18 ມີຖຸນານີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ, ທ່ານ ສຸກກະເສີມ ສີຫານຸວົງ ກຳມະການພັກແຂວງ ຮັກສາການເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງ.
ສສຊ ເຂດເລືອກຕັ້ງທີ 16 ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ

ສສຊ ເຂດເລືອກຕັ້ງທີ 16 ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ

ທ່ານ ດົງເພັດ ພະຍົນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ16 ແຂວງເຊກອງໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາແຫ່ງຊາດ ຊຸດທີIXວ່າ: ຜ່ານມາຄະນະສະມາຊິກສະພາແຫ່ງຊາດ, ສະຊິກສະພາປະຊາຊົນແຂວງ ໄດ້ຕັ້ງໜ້າປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເຄື່ອນໄຫວວຽກງານຂອງຕົນ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນດ້ານນິຕິບັນຍັດເອົາໃຈໃສ່ປະສານສົມທົບກັບ ຄະນະປະຈໍາສະພາປະຊາຊົນແຂວງ ໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃນກອງປະຊຸມທາບທາມຮ່າງກົດໝາຍ ທີ່ສະພາແຫ່ງຊາດສົ່ງໃຫ້ ແລະ ບັນດາກະຊວງຈັດຂຶ້ນ ທັງໝົດ3ຄັ້ງ, ຈໍານວນ5ສະບັບ; ຊຸກຍູ້ສ້າງນິຕິກໍາໃຕ້ກົດໝາຍຮອດກອງປະຊຸມສະໄໝສາມັນເທື່ອທີ 8 ໄດ້ 8 ສະບັບ, ທຽບໃສ່ແຜນ 5 ປີ ໄດ້ 80​% ແຜນ 5 ປີ ໃຫ້ໄດ້ 10 ສະບັບ.
ກົດໝາຍວ່າດ້ວຍສາມັນສຶກສາຖືກຮັບຮອງຈະຄຸ້ມຄອງວຽກງານສາມັນສຶກສາໃຫ້ມີປະສິດທິພາບ

ກົດໝາຍວ່າດ້ວຍສາມັນສຶກສາຖືກຮັບຮອງຈະຄຸ້ມຄອງວຽກງານສາມັນສຶກສາໃຫ້ມີປະສິດທິພາບ

ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ(ສສກ)ໄດ້ຂຶ້ນລາຍງານ ກົດໝາຍວ່າດ້ວຍສາມັນສຶກສາ(ສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ໂດຍພາຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ຈາກນັ້ນບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນ ປະກອບຄຳເຫັນໃສ່ກົດໝາຍດັ່ງກ່າວດ້ວຍຄວາມຮັບຜິດຊອບສູງແນໃສ່ເຮັດໃຫ້ມີເນື້ອໃນຂອງກົດໝາຍດັ່ງກ່າວຄົບຖ້ວນ, ຮັດກຸມ, ຖືກຕ້ອງ ເພື່ຶອນຳໄປຈັດ ຕັ້ງປະຕິບັດ ໃຫ້ມີຄວາມແທດເໝາະກັບສະພາບຄວາມເປັນຈິງ.
ເພີ່ມເຕີມ