ພິທີມອບທຶນສົ່ງເສີມການສຶກສາໃນໂຄງການແບ່ງປັນຄວາມຝັນກັບ ເອັດສຊີຈີ

ພິທີມອບທຶນສົ່ງເສີມການສຶກສາ ແບ່ງປັນຄວາມຝັນກັບ ເອັດສຊີຈີ

ພິທີມອບທຶນສົ່ງເສີມການສຶກສາ ແບ່ງປັນຄວາມຝັນກັບ ເອັດສຊີຈີ
ເອັດສຊີຈີ(SCG)ໄດ້ຈັດພິທີມອບທຶນສົ່ງເສີມການສຶກສາໃນໂຄງການແບ່ງປັນຄວາມຝັນກັບ ເອັດສຊີຈີ "SCG Sharing the Dream" ປະຈຳປີ 2024

ເພື່ອສົ່ງເສີມໂອກາດທາງການສຶກສາໃຫ້ຊາວໜຸ່ມລາວ ແລະ ສ້າງຄົນຮຸ່ນໃໝ່ ໃຫ້ມີຈິດສຳນຶກດ້ານສິ່ງແວດລ້ອມ ຮັບມືກັບສະພາວະໂລກຮ້ອນ. ໃນສົກຮຽນ 2024-2025 ມີນັກຮຽນລະດັບມັດທະຍົມ ມ.ປາຍຈາກໂຮງຮຽນລັດ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ໄດ້ຮັບທຶນລວມທັງໝົດ180 ທຶນ ແລະ ນັກຮຽນລະດັບປະລິນຍາຕີ ທົ່ວປະເທດ 21 ທຶນ.

ໄລຍະຜ່ານມາ SCG ໄດ້ຮ່ວມກັບພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ພະແນກສຶກສາທິການ ແລະກິລາ ແຂວງຄຳມ່ວນ ມອບທຶນ SCG Sharing the Dream ຢ່າງຕໍ່ເນື່ອງມາເປັນປີທີ 13. ໃນປີນີ້ SCG ເນັ້ນສົ່ງເສີມ ແລະໃຫ້ໂອກາດຊາວໜຸ່ມທີ່ມີຄວາມຕັ້ງໃຈຮຽນແຕ່ຂາດເຂີນດ້ານທຶນ ແລະ ມີຈິດສຳນຶກອະນຸລັກສິ່ງແວດລ້ອມ ດ້ວຍການເພີ່ມການເອົາໃຈໃສ່ສິ່ງແວດລ້ອມ."ພວກເຮົາກຳລັງປະເຊີນກັບທຳມະຊາດທີ່ປ່ຽນແປງ ຊຶ່ງເກີດຈາກບັນຫາວິກິດໂລກຮ້ອນ. SCG ຈຶ່ງໄດ້ມີແນວຄວາມຄິດດຳເນີນທຸລະກິດຕາມແນວທາງ 'Inclusive Green Growth' ຫຼື ການສ້າງເສດຖະກິດໃຫ້ເຕີບໂຕຄຽງຄູ່ໄປກັບສິ່ງແວດລ້ອມທີ່ຍືນຍົງ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ. ສຳລັບປີນີ້, SCG ໄດ້ເປີດໂອກາດໃຫ້ຄົນຮຸ່ນໃໝ່ມີສ່ວນຮ່ວມໃນການແກ້ໄຂບັນຫາສັງຄົມ ແລະ ສິ່ງແວດລ້ອມ ໂດຍມີທີມຊາວໜຸ່ມອາຊຽນກວ່າ 20 ທີມ ສົ່ງຜົນງານເຂົ້າປະກວດ ແລະ ມີຕົວແທນຈາກ ສປປ ລາວ ໄດ້ຮັບເລືອກເປັນ ESG Ambassador ດ້ວຍຜົນງານສົ່ງເສີມຊຸມຊົນພັດທະນາບັນຈຸພັນອາຫານຈາກໃບໄມ້ ທີ່ສ້າງລາຍໄດ້ ແລະ ຮັກສາສິ່ງແວດລ້ອມໄປພ້ອມໆກັນ ແລະ ໄດ້ຮ່ວມທັດສະນະສຶກສາແລກປ່ຽນບົດຮຽນກ່ຽວກັບປະສົບການສີຂຽວກັບໝູ່ເພື່ອນ ຈາກບັນດາປະເທດອື່ນ ໃນໄລຍະງານ ESG Symposium ທີ່ປະເທດໄທ ເມື່ອເດືອນຕຸລາຜ່ານມາ. ທ່ານ ປະລະເມດ ນິສາກອນເສນຜູ້ຊ່ວຍຜູ້ຈັດການໃຫຍ່ ການບໍລິຫານກາງ SCG ກ່າວວ່າ:ຮູ້ສຶກດີໃຈຫຼາຍທີ່ໄດ້ເຫັນພະລັງຂອງຄົນຮຸ່ນໃໝ່ ແລະ ເຊື່ອໝັ້ນວ່ານັກຮຽນ, ນັກສຶກສາໃນໂຄງການ Sharing the Dream ຈະເຕີບໃຫຍ່ເປັນກຳລັງສຳຄັນໃນການພັດທະນາ ສປປ ລາວ ໃຫ້ຈະເລີນກ້າວໜ້າຍິ່ງຂຶ້ນຕໍ່ໄປ.

ທ່ານ ສຳລານ ພັນຄະວົງຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໂຄງການດັ່ງກ່າວ ໂດຍສະເພາະ ກຸ່ມບໍລິສັດ SCG ແຫ່ງປະເທດໄທແລະ ຂໍຊົມເຊີຍຕໍ່ຄະນະກຳມະການທຸກໆທ່ານ ຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຕະຫຼອດເຖິງຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ພ້ອມດ້ວຍນັກຮຽນ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດໂຄງການ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ. ໂຄງການດັ່ງກ່າວເປັນໂຄງການທີ່ດີ ແລະ ມີປະໂຫຍດຕໍ່ການສຶກສາໃນນະຄອນຫຼວງວຽງຈັນ ທັງເປັນການປະກອບສ່ວນບັນລຸຕາມແຜນການທີ່ນະຄອນຫຼວງວຽງຈັນວາງອອກ.ທຶນການສຶກສາ SCG Sharing the Dream ເປັນ

ໜຶ່ງໃນໂຄງການທີ່ SCG ດຳເນີນການເພື່ອເພີ່ມໂອກາດທາງການສຶກສາໃຫ້ແກ່ຊາວໜຸ່ມ, ຫຼຸດຜ່ອນຄວາມບໍ່ເທົ່າທຽມກັນໃນສັງຄົມ ຕາມຍຸດທະສາດ ESG 4 Plus ຊຶ່ງມີດັ່ງນີ້:1. ມຸ່ງ Net Zero, 2. GO Green, 3. ຫຼຸດຄວາມບໍ່ເທົ່າທຽມກັນ ແລະ 4. ການຮ່ວມມື plus ຄວາມໂປ່ງໃສ ແລະ ເປັນທຳ. ໃນແຕ່ລະປີ SCG ໄດ້ມອບທຶນນີ້ແກ່ຊາວໜຸ່ມໃນພາກພື້ນອາຊຽນ ຄື: ສປປ ລາວ, ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ກຳປູເຈຍ ແລະ ໄທ ລວມຫຼາຍກວ່າ 5,000ຄົນ.(ຂ່າວ-ພາບ:ຕຸໄລເພັດ )

ຄໍາເຫັນ

ຂ່າວສືກສາ-ກິລາ

 ແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ

ແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ໄດ້ຈັດງານແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສກລ ໂດຍມີທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານ ສກລ, ມີຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນພັດທະນາກຳມະບານ, ມີຕາງໜ້າສະຫະພັນກໍາມະບານກະຊວງ-ອົງ ການ, ນະຄອນຫຼວງວຽງຈັນ (ນວ), ມີບັນດານັກກິລາ ພ້ອມດ້ວຍຜູ້ຊົມ-ເຊຍເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ພິທີເຊັນສັນຍາການຮ່ວມມື ດ້ານວຽກງານການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດ ສຳລັບລາວ ຈັດຂຶ້ນໃນວັນທີ 21 ມັງກອນນີ້ ທີ່ຫ້ອງການດີວີ ວີອິນເຕີເນເຊີນອນ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຮ່ວມລົງນາມລະຫວ່າງທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ສາຍ ພອນແກ້ວ ຮອງຄະນະບໍດີຄະນະສຶກສາສາດ, ທ່ານ ສີໄທ ໂຄດສີເມືອງ ຮອງຜູ້ອຳນວຍການສູນພັດທະນາການສຶກສານອກໂຮງຮຽນ ແລະ ທ່ານ Uwe Gartenschlaeger ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງຫ້ອງການ DV International, ມີທ່ານ Hans-Ulrich Sudbeck ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ງານມະຫະກຳກິລາຄົນພິການອາຊຽນພາຣາເກມ ຄັ້ງທີ 13 (ASEAN Para Games 2025) ທີ່ປະ ເທດໄທຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 20 ມັງກອນຜ່ານມາ ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ໂດຍມີພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງຣາຊະອານາຈັກໄທ ໄດ້ມອບໝາຍໃຫ້ທ່ານ ພົນເອກ ພະວໍລະວົງເທີ ພະອົງເຈົ້າສະເຫຼີມສຶກຢຸຄົນ ເປັນຕົວແທນເຂົ້າຮ່ວມເປັນປະທານໃນພິທີເປີດ. ສ່ວນ ສປປ ລາວ ເຮົານຳໂດຍທ່ານ ນາງ ຂັນທະລີ ສິຣິພົງພັນ ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ). ນອກນີ້, ຍັງມີຄະນະນຳ, ຄູຝຶກ ແລະ ນັກກິລາຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ ບໍ່ມີພຽງແຕ່ຣາຊະອານາຈັກກຳປູເຈຍທີ່ຂໍຖອນຕົວຈາກການແຂ່ງຂັນ.
ໂຮງຮຽນພອນນະພາ ໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ໂຮງຮຽນພອນນະພາ ໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂອງນະຄອນຫຼວງວຽງຈັນ (ນວ) ໂຮງຮຽນປະຖົມສົມບູນພອນນະພາ ຈັດຂຶ້ນເມື່ອບໍ່ດົນມານີ້, ມີທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ, ບັນດາຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ມຊ ຈັດງານສະຫຼອງບຸນກຸດຈີນ 2026 ຢ່າງຄຶກຄື້ນ

ມຊ ຈັດງານສະຫຼອງບຸນກຸດຈີນ 2026 ຢ່າງຄຶກຄື້ນ

ຄະນະນັກສຶກສາຈີນ ທີ່ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານພົບປະສັງສັນສະຫຼອງບຸນກຸດຈີນ 2026 ຂຶ້ນຢ່າງເປັນທາງການໃນວັນທີ 19 ມັງກອນຜ່ານມາ ທີ່ສະໂມສອນໃຫຍ່ ມຊ ທັງເປັນການສະ ເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ; ທ່ານ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ; ທ່ານ ວົງສິນ ໃຊຍະວົງ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ; ທ່ານ ຄຳແກ້ວ ຮັນຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລາວ ຊະນະ ຟີລິບປິນ 8-5 ບານບ້ວງລໍ້ເລື່ອນຄົນພິການທີມຍິງອາຊຽນ ພາຣາເກມ 2025

ລາວ ຊະນະ ຟີລິບປິນ 8-5 ບານບ້ວງລໍ້ເລື່ອນຄົນພິການທີມຍິງອາຊຽນ ພາຣາເກມ 2025

ທັບນັກຊູດບານບ້ວງສາວຄົນພິການທີມຊາດລາວ ລົງສະໜາມໃນນັດທີ 2 ໃນຕອນບ່າຍວັນທີ 19 ມັງກອນນີ້ ໄລ່ເອົາຊະນະ ສາວຄົນພິການຟີລິບປິນ 8-5 ຄະແນນ ຕໍ່ຄວາມຫວັງທີ່ຈະໄດ້ແກ້ມືກັບເຈົ້າພາບໄທ ໃນຮອບຊີງຫຼຽນຄຳ ງານກິລາອາຊຽນ ພາຣາເກມ 2025.
2 ພາກສ່ວນເຊັນສັນຍາຍົກລະດັບການສຶກສາມັດທະຍົມ 4 ແຂວງ

2 ພາກສ່ວນເຊັນສັນຍາຍົກລະດັບການສຶກສາມັດທະຍົມ 4 ແຂວງ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກອງທຶນການສຶກສາເພື່ອພັດທະນາ (EDF Lao) ໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ໃນ 4 ແຂວງເປົ້າໝາຍ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ ແລະ ແຂວງ ສາລະວັນ ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ.
ແຂ່ງຂັນກິລາພື້ນເມືອງ ສືບສານວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ປະຈຳປີ 2026

ແຂ່ງຂັນກິລາພື້ນເມືອງ ສືບສານວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ປະຈຳປີ 2026

ໃນວັນທີ 14 ມັງກອນ 2026 ທີ່ສະໜາມກິລາແຂວງອຸດົມໄຊ ໄດ້ຈັດຈັດງານແຂ່ງຂັນກິລາພື້ນເມືອງ (ໝາກຂ່າງ) ໃນງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວ ແຂວງອຸດົມໄຊ ປະຈຳປີ 2026 ໂດຍການ ເປັນປະທານຂອງ ທ່ານ ນາງ ອຳໄພວອນ ປັນຍາລັກ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງ ຮອງປະທານຈັດງານບຸນບັນດາເຜົ່າ.
ບາງວຽກງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ແລະ ກິລາ

ບາງວຽກງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ແລະ ກິລາ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບວຽກງານທີ່ພົ້ນເດັ່ນປະຈໍາປີ 2025 ວ່າ: ໃນສົກຮຽນປີ 2024-2025 ຜ່ານມາ,
ເປີດການແຂ່ງຂັນ ກິລາປະຈຳປີຢູ່ເມືອງເງິນ

ເປີດການແຂ່ງຂັນ ກິລາປະຈຳປີຢູ່ເມືອງເງິນ

ວັນທີ 8 ມັງກອນຜ່ານມານີ້ ຢູ່ທີເດີນກິລາເມືອງເງິນ ແຂວງ ໄຊຍະບູລີໄດ້ເປີດງານແຂ່ງຂັນກິລາປະຈຳປີ 2026 ຂອງເມືອງເງິນຂຶ້ນ,ພາຍໃຕ້ການເປັນປະທານຂອງທ່ານ ອຸ່ນຄຳ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງເງິນ.
ເພີ່ມເຕີມ