![]() |
ໂຄງການດັ່ງກ່າວ ຖືເປັນບາດກ້າວຜົນສຳເລັດທີ່ສຳຄັນ ຕໍ່ການປະກອບສ່ວນຈັດຕັ້ງຜັນຂະຫຍາຍ ວິໄສທັດ ແລະ ຍຸດທະສາດ ທາງດ້ານການເຊື່ອມໂຍງ-ເຊື່ອມຈອດຂອງປະເທດ ທີ່ນອນໃນແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ ໄລຍະປີ 2026-2030, ເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ ໃຫ້ການສະໜັບສະໜູນ ແລະ ຖືກບັນຈຸເຂົ້າເປັນໂຄງການບຸລິມະສິດຂອງການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ຊຶ່ງສອດຄ່ອງກັບແຜນການເຊື່ອມໂຍງແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ຕາມນະໂຍບາຍ ການຫັນຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດ ດ້ານການຄົມມະນາຄົມຂົນສົ່ງ-ໂລຈິສຕິກ ແລະ ການຄ້າ ກັບພາກພື້ນ ແລະ ສາກົນ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
![]() |
ຕາງໜ້າລັດຖະບານ ລົງນາມສັນຍາສຳປະທານໂດຍທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະ ມົນຕີ ຮອງປະທານ-ຜູ້ປະຈຳການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກັບທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງບໍລິສັດ ທາງລົດໄຟ ລາວ-ຫວຽດນາມ ຈຳກັດ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)


ຄໍາເຫັນ