ຜົ້ງສາລີ ວາງຍຸດທະສາດການແກ້ໄຂຄວາມທຸກຍາກຮອດປີ 2030

ຜົ້ງສາລີ ວາງຍຸດທະສາດການແກ້ໄຂຄວາມທຸກຍາກຮອດປີ 2030

ຜົ້ງສາລີ ວາງຍຸດທະສາດການແກ້ໄຂຄວາມທຸກຍາກຮອດປີ 2030
ໜຶ່ງໃນແຜນພັດທະນາ 5 ປີຄັ້ງທີ X (2026-2030), ແຂວງຜົ້ງສາລີໄດ້ກຳນົດໃຫ້ວຽກງານແກ້ໄຂຄວາມ ທຸກຍາກເປັນພາລະກິດສຳຄັນອັນເປັນຍຸດທະສາດ, ໂດຍມີຄາດໝາຍສຳຄັນຄື ສ້າງຄອບຄົວພົ້ນທຸກ 5,037 ຄອບຄົວ, ບ້ານພົ້ນທຸກ 97 ບ້ານ, ຄອບຄົວພັດທະນາ 4,091 ຄອບຄົວ ແລະ ບ້ານພັດທະນາ 53 ບ້ານ ເພື່ອບັນລຸຄາດໝາຍດັ່ງກ່າວ, ແຂວງຈະສຸມໃສ່ການເສີມສ້າງຮາກຖານການເມືອງໃຫ້ເຂັ້ມແຂງ, ພັດທະນາພື້ນ ຖານໂຄງລ່າງໃຫ້ເຊື່ອມໂຍງລະຫວ່າງເມືອງ-ບ້ານ ແລະ ພື້ນທີ່ການຜະລິດ, ສ້າງເມືອງພັດທະນາ ແລະ ຈຸດສຸມບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍ, ພ້ອມທັງຊຸກຍູ້ການດຶງດູດການລົງທຶນ ເພື່ອເປັນແຮງຂັບເຄື່ອນໃນການສ້າງວຽກເຮັດງານທຳ, ພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຢ່າງຍືນຍົງ.

 

ຜງສາລ ວາງຍດທະສາດການແກໄຂຄວາມທກຍາກຮອດປ 2030 - image 1
 

 

 

5 ທ່າແຮງບົ່ມຊ້ອນປາຍແຫຼມ ສຳລັບການພັດທະນາຮອດປີ 2030 ເພື່ອເປັນຖານຮອງຮັບການພັດທະ ນາໃນໄລຍະຕໍ່ໄປ, ແຂວງຜົ້ງສາລີໄດ້ກຳນົດ 5 ທ່າແຮງບົ່ມຊ້ອນປາຍແຫຼມເປັນຈຸດສຸມສຳຄັນ ປະກອບດ້ວຍ ການປູກຝັງ ແລະ ຕັ້ງໂຮງງານປຸງແຕ່ງເປັນສິນຄ້າ; ການລ້ຽງສັດໃຫຍ່ເປັນສິນຄ້າ; ການພັດທະນາບໍລິການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ; ການພັດທະນາເສດຖະກິດດີຈີຕອນ ແລະ ການພັດ ທະນາຕົວເມືອງ, ອຸດສາຫະກຳສະອາດ ແລະ ພະລັງງານ. ທ່າແຮງເຫຼົ່ານີ້ຈະເປັນພື້ນຖານສຳຄັນສຳລັບການຍົກລະດັບເສດຖະກິດແຂວງໃຫ້ມີຄວາມເປັນເອກະລາດ, ມີຄວາມສາມາດແຂ່ງຂັນ ແລະ ພັດທະນາໄປຕາມທິດທາງສີຂຽວ ແລະ ຍືນຍົງ.

ຜງສາລ ວາງຍດທະສາດການແກໄຂຄວາມທກຍາກຮອດປ 2030 - image 2
 

ຄາດໝາຍໃຫຍ່ຮອດປີ 2030 ແຂວງຜົ້ງສາລີ ຕັ້ງຄາດໝາຍນຳພາເສດຖະກິດໃຫ້ຂະຫຍາຍຕົວສະເລ່ຍ 5.5% ຕໍ່ປີ, ໃຫ້ GDP ບັນລຸ 56,510 ຕື້ກີບ ແລະ GDP ຕໍ່ຫົວຄົນ 3,021 ໂດລາ. ໂຄງປະກອບເສດຖະກິດຈະຖືກປັບໃຫ້ມີຄວາມສົມດຸນຫຼາຍຂຶ້ນ ລະຫວ່າງຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການ. ໃນດ້ານສັງ ຄົມ, ແຂວງວາງຄາດໝາຍໃຫ້ອັດຕາເດັກເຂົ້າຮຽນຊັ້ນ ປ1 ບັນລຸ 98%, ອັດຕາຈົບຊັ້ນປະຖົມ 97%, ການໃຊ້ນ້ຳສະອາດ 95%, ການມີວິດຖ່າຍ 100%, ອາຍຸສະເລ່ຍ 75 ປີ ແລະ ບ້ານມາດຕະຖານສາທາລະນະສຸກ 100%. ໃນດ້ານແຮງງານ ຈະສ້າງວຽກເຮັດງານທຳໃຫ້ 5,000 ຄົນ, ຝຶກອົບຮົມວິຊາຊີບ 1,250 ຄົນ ແລະ ຂະຫຍາຍປະກັນສັງຄົມໃຫ້ບັນລຸ 8,405 ຄົນ.

ຜງສາລ ວາງຍດທະສາດການແກໄຂຄວາມທກຍາກຮອດປ 2030 - image 3
 

ໂດຍພາບລວມ, ຕະຫຼອດໄລຍະ 40 ປີແຫ່ງການຈັດຕັ້ງຜັນຂະຫຍາຍແນວທາງການປ່ຽນແປງໃໝ່, ແຂວງຜົ້ງສາລີ ໄດ້ບັນລຸໝາກຜົນສຳຄັນຫຼາຍດ້ານ. ຈາກແຂວງທີ່ປະສົບຄວາມຫຼ້າຫຼັງຢ່າງໜັກໃນອະດີດ, ປັດຈຸ ບັນໄດ້ກ້າວຂຶ້ນ ມີການພັດທະນາຢ່າງໝັ້ນຄົງທາງດ້ານເສດຖະກິດ, ການຄ້າ, ໂຄງລ່າງພື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ຄວາມສະຫງົບທາງການເມືອງ. ພ້ອມກັນນັ້ນ, ວຽກງານແກ້ໄຂຄວາມທຸກຍາກຍັງຄົງເປັນພາລະກິດສຳຄັນທີ່ຈະຕ້ອງສືບຕໍ່ສຸມໃສ່ດ້ວຍຄວາມມຸ່ງໝັ້ນ, ຈິງຈັງ ແລະ ຕໍ່ເນື່ອງ. ດັ່ງນັ້ນ, ໃນແຜນພັດທະນາ 5 ປີ ຄັ້ງທີ X (2026-2030), ແຂວງຈຶ່ງໄດ້ວາງທິດທາງອັນຈະແຈ້ງໂດຍອີງໃສ່ 5 ທ່າແຮງບົ່ມຊ້ອນປາຍແຫຼມເປັນຈຸດສຸມໃນການພັດທະນາ ເພື່ອນຳພາປະຊາຊົນບັນດາເຜົ່າໃຫ້ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກ ແລະກ້າວໄປສູ່ການພັດທະນາທີ່ຍືນຍົງ.

ພາຍໃຕ້ຄຳຂວັນ “ສາມັກຄີປອງດອງ, ຫ້າວຫັນປະຕິບັດ, ພັດທະນາຮອບດ້ານ, ຍືນຍົງ”, ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງຜົ້ງສາລີ ຈະສືບຕໍ່ຮ່ວມແຮງຮ່ວມໃຈກັນນຳພາແຂວງໃຫ້ກ້າວໜ້າຢ່າງໜັກແໜ້ນ, ສ້າງເງື່ອນໄຂໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ກ້າວສູ່ຄວາມຈະເລີນກ້າວໜ້າຢ່າງໝັ້ນຄົງຕະຫຼອດໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ