ຜົນການສຶກສາພົບວ່າ ຝຸ່ນ PM ພົວພັນກັບມະເຮັງປອດໃນຜູ້ທີ່ບໍ່ສູບຢາ

ຜົນການສຶກສາພົບວ່າ ຝຸ່ນ PM ພົວພັນກັບມະເຮັງປອດໃນຜູ້ທີ່ບໍ່ສູບຢາ

ຜົນການສຶກສາພົບວ່າ ຝຸ່ນ PM ພົວພັນກັບມະເຮັງປອດໃນຜູ້ທີ່ບໍ່ສູບຢາ
ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ວາລະສານ Nature ໄດ້ພິມເຜີຍແຜ່ຜົນການສຶກສາຄົ້ນຄວ້າໃໝ່ທີ່ພົບວ່າການສໍາຜັດກັບມົນລະພິດທາງອາກາດເຊັ່ນ: ຝຸ່ນລະອອງຂະໜາດນ້ອຍ (PM) ມີຄວາມກ່ຽວຂ້ອງກັບການປ່ຽນແປງທາງພັນທຸກໍາທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍຂອງເນື້ອງອກມະເຮັງປອດຂອງຜູ້ທີ່ບໍ່ເຄີຍສູບຢາ.

 

ການສຶກສານໍາພາໂດຍສະຖາບັນສຸຂະພາບແຫ່ງຊາດຂອງສະຫະລັດ ອາເມຣິກາ ໄດ້ນໍາສະເໜີຜົນການວິເຄາະgenome ຂອງມະເຮັງປອດໃນຜູ້ທີ່ບໍ່ເຄີຍສູບຢາ ຊຶ່ງສະໜອງຂໍ້ມູນໃໝ່ກ່ຽວກັບກໍລະນີມົນລະພິດທາງສິ່ງແວດລ້ອມອາດຈະເຮັດໃຫ້ເກີດການເປັນມະເຮັງ ເຖິງແມ່ນວ່າບໍ່ເຄີຍສູບຢາ.

ຄະນະນັກຄົ້ນຄວ້າຈາກສະຖາບັນມະເຮັງແຫ່ງຊາດ ສັງກັດສະຖາບັນສຸຂະພາບແຫ່ງຊາດຂອງ ສະຫະລັດ ອາເມຣິກາ ແລະ ມະຫາວິທະຍາໄລຄາລິຟໍເນຍ, ຊານດິເອໂອ ໄດ້ກວດສອບເນື້ອງອກໃນປອດຈາກຄົນເຈັບທີ່ບໍ່ເຄີຍສູບຢາ ຈຳນວນ 871 ຄົນ ໃນ 28 ພາກພື້ນທົ່ວໂລກ ຊຶ່ງເປັນສ່ວນໜຶ່ງຂອງການສຶກສາ Sherlock-Lung ຊຶ່ງມີຈຸດປະສົງເພື່ອຕິດຕາມການກາຍພັນຂອງມະເຮັງປອດ.

ການກວດສອບພົບວ່າ: ການສໍາຜັດກັບມົນລະພິດທາງອາກາດ, ໂດຍສະເພາະຈາກການຈະລາຈອນ ແລະ ແຫຼ່ງອຸດສາຫະກໍາແມ່ນກ່ຽວຂ້ອງກັບການກາຍພັນທີ່ເຮັດໃຫ້ເກີດມະເຮັງ ຊຶ່ງລວມທັງການກາຍພັນໃນພັນທຸກຳ TP53 ແລະ ສັນຍານການກາຍພັນອື່ນໆທີ່ເຊື່ອມຕໍ່ກັບມະເຮັງທີ່ມີສາເຫດຈາກການສູບຢາ.

ນອກຈາກນັ້ນ, ມົນລະພິດທາງອາກາດຍັງພົວພັນກັບກໍລະນີ telomeres ຫຼື ສ່ວນທີ່ຢູ່ບໍລິເວນປາຍສຸດຂອງໂຄໂມໂຊມທີ່ສັ້ນລົງ ຊຶ່ງເປັນກໍລະນີທີ່ກ່ຽວຂ້ອງກັບຄວາມແກ່ຊະລາ ແລະ ຄວາມສາມາດການແບ່ງຈຸລັງຫຼຸດລົງທີ່ມີທ່າອ່ຽງຈະເລັ່ງການແຜ່ລາມຂອງມະເຮັງ.

ການເຮັດຄວາມເຂົ້າໃຈວ່າມົນລະພິດທາງອາກາດມີສ່ວນສົ່ງເສີມການກາຍພັນຂອງເນື້ອງອກໃນປອດອາດຊ່ວຍອະທິບາຍຄວາມສ່ຽງຂອງການເກີດມະເຮັງໃນຜູ້ທີ່ບໍ່ສູບຢາ ແລະ ເນັ້ນໜັກເຖິງຄວາມຈຳເປັນອັນຮີບດ່ວນໃນການປົກປັກຮັກສາສິ່ງແວດລ້ອມໃຫ້ຫຼາຍຂຶ້ນ.

ທັງນີ້, ມະເຮັງປອດໃນກຸ່ມຜູ້ທີ່ບໍ່ສູບຢາກວມເອົາ 25% ຂອງຄົນເຈັບມະເຮັງປອດທັງໝົດໃນທົ່ວໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ພັກກອມມູນິດຫວຽດນາມ ວາງບາງທິດທາງໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ວາງບາງທິດທາງໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ຢຶດໝັ້ນຢ່າງແນວແນ່ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໃນສາຍສຳພັນອັນແໜ້ນແຟ້ນກັບການຮັກສາຄວາມເປັນສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ. ຢືດໝັ້ນຄວາມເປັນເອກະລາດ, ຄວາມເປັນ ເຈົ້າ; ຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມດຽວກັນນັ້ນຕ້ອງການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາປະເທດຊາດ.
ນັກຄົ້ນຄວ້າ AI ເກືອບ 60% ຂອງໂລກ ມາຈາກ ສະຫະລັດ ອາເມຣິກາ ແລະ ຈີນ

ນັກຄົ້ນຄວ້າ AI ເກືອບ 60% ຂອງໂລກ ມາຈາກ ສະຫະລັດ ອາເມຣິກາ ແລະ ຈີນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ບົດລາຍງານກ່ຽວກັບສະຖານະການຄົ້ນຄວ້າປັນຍາປະດິດ (AI) ລະດັບໂລກ (2015-2024) ຈາກກອງປະຊຸມເສດຖະກິດດີຈີຕອນໂລກ 2025 ລະບຸວ່າ, ເກືອບ 60% ຂອງນັກຄົ້ນຄວ້າ AI ຂອງໂລກແມ່ນມາຈາກ ສະຫະລັດ ອາເມຣິກາ ແລະ ຈີນ ຊຶ່ງນັກຄົ້ນຄວ້າຈາກ ສະຫະລັດ ອາເມຣິກາ ແລະ ຈີນ ກວມເອົາ 57.7% ຂອງຈຳນວນທັງໝົດທົ່ວໂລກ.
ມາເລເຊຍ ຈະສືບຕໍ່ເປັນຜູ້ນຳດ້ານພື້ນຖານໂຄງລ່າງດີຈີຕອນໃນອາຊີຕາເວັນອອກສ່ຽງໃຕ້

ມາເລເຊຍ ຈະສືບຕໍ່ເປັນຜູ້ນຳດ້ານພື້ນຖານໂຄງລ່າງດີຈີຕອນໃນອາຊີຕາເວັນອອກສ່ຽງໃຕ້

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ບົດ​ລາຍ​ງານ​ການ​ຄົ້ນ​ຄວ້າ​ຄວາມ​ສ່ຽງ​ຂອງ​ປະ​ເທດ ​ແລະ ​ອຸດສາຫະກຳ ຊຶ່ງເຮັດໂດຍ ບໍລິສັດ BMI ຊຶ່ງເປັນບໍລິສັດຍ່ອຍຂອງ Fitch Solutions ຄາດ​ຄະ​ເນ​ວ່າ: ມາ​ເລ​ເຊຍ​ຈະ​ສືບ​ຕໍ່​ເປັນ​ຜູ້ນຳ​ໜ້າ​ໃນ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ​ໃນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້.
5 ເດືອນຕົ້ນປີນີ້ ມູນຄ່າການຄ້າຂາເຂົ້າ-ຂາອອກ ເຂດທົດລອງການຄ້າເສລີຊຽງໄຮ້ ກວມເອົາຫຼາຍກວ່າ 26%

5 ເດືອນຕົ້ນປີນີ້ ມູນຄ່າການຄ້າຂາເຂົ້າ-ຂາອອກ ເຂດທົດລອງການຄ້າເສລີຊຽງໄຮ້ ກວມເອົາຫຼາຍກວ່າ 26%

ຂ່າວສານຊີອາໄອລາຍງານວ່າ: ໃນກອງປະຊຸມຖະແຫຼງຂ່າວຂອງຫ້ອງການຖະແຫຼງຂ່າວລັດຖະບານຈີນ ທີ່ຈັດຂຶ້ນຫວ່າງມໍ່ໆມານີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການພາສີແຫ່ງ ສປ ຈີນ ແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນພຶດສະພາປີນີ້, ມູນຄ່າການຄ້າຂາເຂົ້າ-ຂາອອກຂອງເຂດທົດລອງການຄ້າເສລີຊຽງໄຮ້ບັນລຸຫຼາຍກວ່າ 900 ຕື້ຢວນ, ກວມເອົາຫຼາຍກວ່າ 26% ຂອງມູນຄ່າການຄ້າຂາເຂົ້າ-ຂາອອກຂອງເຂດທົດລອງການຄ້າເສລີທົ່ວປະເທດຈີນ.
GDP ຫວຽດນາມ 6 ເດືອນ​ຕົ້ນ​ປີ 2025 ເພີ່ມ​ຂຶ້ນ 7.52%

GDP ຫວຽດນາມ 6 ເດືອນ​ຕົ້ນ​ປີ 2025 ເພີ່ມ​ຂຶ້ນ 7.52%

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 5 ກໍລະກົດ ຜ່ານມາ; ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມສະຖິຕິ ໃຫ້ຮູ້ວ່າ: ການເຕີບໂຕ GDP ຂອງຫວຽດນາມບັນລຸລະດັບສູງສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ໄດ້ຮັກສາການເຕີບໂຕເປັນປົກກະຕິ.
CDC ເຕືອນໄພໄຂ້ເລືອດອອກ ໃນ ສະຫະລັດ ອາເມຣິກາ

CDC ເຕືອນໄພໄຂ້ເລືອດອອກ ໃນ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານ; KFF Health News ລາຍງານໃນວັນທີ 2 ກໍລະກົດ ຜ່ານມາວ່າ: ເຈົ້າໜ້າທີ່ສາທາລະນະສຸກໃນລັດຄາລິຟໍເນຍ, ລັດຟລໍຣິດາ ແລະ ລັດເທັກຊັສ ກໍາລັງປະເຊີນກັບຄວາມເປັນຈິງທີ່ຫຍຸ້ງຍາກ ເນື່ອງຈາກຈໍານວນຜູ້ຕິດເຊື້ອພະຍາດໄຂ້ເລືອດອອກໃນທົ່ວປະເທດເພີ່ມຂຶ້ນເກືອບສອງເທົ່າ ຊຶ່ງເປັນສັນຍານທີ່ສະແດງໃຫ້ເຫັນວ່າພະຍາດໄຂ້ເລືອກອອກອາດກາຍເປັນບັນຫາທີ່ຍັງຄົງຄ້າງຢູ່ໃນຊຸມຊົນ.
ອິນໂດເນເຊຍ ວາງເປົ້າໝາຍຜະລິດນໍ້າ 1 ລ້ານບາເຣວຕໍ່ມື້

ອິນໂດເນເຊຍ ວາງເປົ້າໝາຍຜະລິດນໍ້າ 1 ລ້ານບາເຣວຕໍ່ມື້

ຂ່າວຕ່າງປະເທດລາຍງານວ່າ: ທ່ານ ຍູລິອອດ ຕັນຈຸງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ອິນໂດເນເຊຍ ກ່າວຫວ່າງມໍ່ໆມານີ້ວ່າ: ລັດຖະບານອິນໂດເນເຊຍ ໄດ້ວາງເປົ້າໝາຍຄັ້ງໃຫຍ່ທີ່ຈະເພີ່ມກໍາລັງການຜະລິດນໍ້າມັນພາຍໃນປະເທດເປັນ 1 ລ້ານບາເຣວຕໍ່ມື້ ພາຍໃນປີ 2029 ຫຼື 2030 ເພື່ອສ້າງຄວາມໝັ້ນຄົງດ້ານພະລັງງານຂອງປະເທດ.
ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ ​ພົບ​ປະ​ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ

ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ ​ພົບ​ປະ​ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ

ຂ່າວສານຊີອາໄອລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານນາງ​ ເອີຊູ​ລາ ວອນ ເດີ ເລ​ເຢນ ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ ໄດ້​ພົບ​ປະ​ກັບ​ທ່ານ ​ຫວາງຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຢູ່ນະ​ຄອນຫຼວງບ​ຣຸກ​ແຊນ​ ປະ​ເທດ​ແບນ​ຊິກ.
ຫວຽດນາມ ຈັດກອງ​ປະ​ຊຸມ​ລັດ​ຖະ​ບານ ​ກັບ ບັນ​ດາ​ທ້ອງ​ຖິ່ນ​​

ຫວຽດນາມ ຈັດກອງ​ປະ​ຊຸມ​ລັດ​ຖະ​ບານ ​ກັບ ບັນ​ດາ​ທ້ອງ​ຖິ່ນ​​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ກໍລະກົດ ຜ່ານມານີ້, ຢູ່ສຳນັກງານລັດຖະບານ ຫວຽດນາມ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານກັບ ທ້ອງຖິ່ນ. ກອງປະຊຸມໄດ້ປະຕິບັດແບບທາງໄກ ກັບ 34 ແຂວງ, ນະຄອນຂຶ້ນກັບສູນກາງ ແລະ ເຊື່ອມຕໍ່ກັບຕາແສງ, ເຂດພິເສດ 3,321 ແຫ່ງ ໃນທົ່ວປະເທດ.
ຍ້ອນ​ຫຍັງ​ຈຶ່ງຮັກ​ສາ​ການ​ພົວ​ພັນຢ່າງ​ແໜ້ນ​ແຟ້ນ​ກັບ​ຈີນ

ຍ້ອນ​ຫຍັງ​ຈຶ່ງຮັກ​ສາ​ການ​ພົວ​ພັນຢ່າງ​ແໜ້ນ​ແຟ້ນ​ກັບ​ຈີນ

ໃນຊຸມປີມໍ່ໆມານີ້, ກອງປະຊຸມເວທີປຶກສາຫາລືດາໂວສລະດູຮ້ອນໄດ້ສ້າງພະລັງຊີວິດໃຫ້ແກ່ໄລຍະລະດູຮ້ອນຢ່າງບໍ່ຢຸດຢັ້ງ. ກອງປະຊຸມເວທີປຶກສາຫາລືລະດູຮ້ອນປີ 2025 ທີ່ຈັດຂຶ້ນຢູ່ນະຄອນທຽນສິນຂອງຈີນ ໃນລະຫວ່າງວັນທີ 24 ຫາ 26 ມິຖຸນາ ຜ່ານມານີ້ ໄດ້ດຶງດູດແຂກຜູ້ມີກຽດເກືອບ 1.800 ທ່ານ ທີ່ມາຈາກ 90 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກເຂົ້າຮ່ວມ ຊຶ່ງເປັນຈຳນວນຫຼາຍກວ່າໝູ່ໃນຊຸມປີມໍ່ໆມານີ້. ບຸກຄົນໃນວົງການອຸດສາຫະກຳ ແລະ ການຄ້າທັງຫຼາຍຈາກທົ່ວໂລກຕ່າງຫວັງວ່າຈະລົງທຶນຢູ່ຈີນ ແລະ ຄອງຄອຍທີ່ຈະລົງເລິກການຮ່ວມມືດ້ານການຄ້າກັບຈີນ.
ເພີ່ມເຕີມ