ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2026

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2026

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2026
ໃນຕອນບ່າຍວັນທີ 28 ພຶດສະພານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 27 ແລະ ອັດລົງໃນຕອນເຊົ້າວັນທີ 28 ພຶດສະພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ, ຄະນະປະຈໍາສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2026.
ຜນກອງປະຊມສະໄໝສາມນ ຂອງລດຖະບານ ປະຈຳເດອນພດສະພາ 2026 - image 1
 

 

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ ໃນ 3 ວາລະສໍາຄັນ ຄື:

ວາລະທີ 1: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງ ຄື: (1) ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2026 ຂອງລັດຖະບານ ແລະ ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII; (2) ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການເກັບກູ້ອາວຸດ ແລະ ວັດຖຸລະເບີດ ໃນໄລຍະຜ່ານມາ; (3) ແຜນການປັບປຸງລະບົບການສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3 ແລະ ການສອບເສັງນັກຮຽນເກັ່ງທົ່ວປະເທດ; (4) ການກະກຽມຄວາມພ້ອມ ເພື່ອເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMSTI-22), ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 (COSTI-89) ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 22-26 ມິຖຸນາ 2026; (5) ສະພາບປາຕາຍ ຢູ່ນໍ້າເຊໂດນ, ເມືອງຊະນະສົມບູນ, ແຂວງຈຳປາສັກ. ໃນນັ້ນ:

- ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພຶດສະພາ 2026: ກອງປະຊຸມໄດ້ຕີລາຄາ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງ ຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ສືບຕໍ່ມີຜົນກະທົບເປັນວົງກວ້າງຕື່ມ ລວມເຖິງ ຢູ່ປະເທດລາວເຮົາ ໂດຍສະເພາະ ລາຄາສິນຄ້າ, ການຂົນສົ່ງ ແລະ ອື່ນໆ, ແຕ່ລັດຖະບານ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການ ແລະ ວຽກຈຸດສຸມ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ສຸມຄວາມພະຍາຍາມທຸກວິທີ ເພື່ອຊ່ວຍເຫຼືອກອບກູ້ ປະຊາຊົນ ຈໍານວນ 7 ຄົນ ທີ່ຕິດຢູ່ໃນຖໍ້າຜາ ບ້ານພັນໄຊ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນ; ໄດ້ເພີ່ມທະວີລົງແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ຕາມຄຳສັ່ງ ເລກທີ 46/ນຍ ຢ່າງເຂັ້ມງວດ ແລະ ເດັດຂາດກວ່າເກົ່າ ໂດຍສະເພາະ ຢູ່ແຂວງຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ສະຫວັນນະເຂດ ແລະ ບາງທ້ອງຖິ່ນ ສາມາດພົບເຫັນ ແລະ ຍຶດໄດ້ຂອງກາງ ປະເພດພາຫະນະ-ກົນຈັກ ແລະ ອຸປະກອນຕ່າງໆຫຼາຍສົມຄວນ ພ້ອມທັງ ກັກຕົວຜູ້ລັກລອບ ເພື່ອມາດຳເນີນຕາມກົດໝາຍ ແລະ ລະບຽບການ; ໄດ້ມ້າງເປົ້າໝາຍກຸ່ມແກ້ງສະແກມເມີ ຢູ່ຫຼາຍແຂວງ ແລະ ນະຄອນຫຼວງວຽງຈັນ ຊຶ່ງສາມາດກັກຕົວຜູ້ຕ້ອງຫາ ເປັນຈໍານວນຫຼາຍ ຊຶ່ງມີທັງຄົນລາວ ແລະ ຄົນຕ່າງປະເທດ ພ້ອມທັງໄດ້ດໍາເນີນຕາມກົດໝາຍ; ສາມາດແກ້ໄຂ ແລະ ສະໜອງນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ຊົມໃຊ້ ໃນທົ່ວປະເທດ ກວມອັດຕາສ່ວນສູງຂຶ້ນ; ຈັດເກັບລາຍຮັບເຂົ້າງົບປະມານໄດ້ 40% ຂອງແຜນການປີ, ການປະຕິບັດແຜນລາຍຈ່າຍປະຕິບັດໄດ້ 25% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າຫຼາຍກວ່າ 5 ເດືອນ; ໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 13 ເໜືອ-ໃຕ້, ທາງເລກ 9, 12, ການປັບປຸງສະໜາມບິນ ປາກເຊ ແລະ ການສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບເບື້ອງຕົ້ນ ສະ ໜາມບິນຜົ້ງສາລີ ກໍມີຄວາມຄືບໜ້າດີ; ສໍາເລັດການສອບເສັງນັກຮຽນຊັ້ນປະຖົມ ໃນຂອບເຂດທົ່ວປະເທດ; ໄດ້ເອົາໃຈໃສ່ວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບການເຜີຍແຜ່ວັດທະນະທຳ, ສາມາດດຶງດູດນັກທ່ອງທ່ຽວພາຍໃນເດືອນໄດ້ເກືອບ 5 ແສນເທື່ອຄົນ; ໄດ້ເພີ່ມຄວາມເອົາໃຈໃສ່ເຝົ້າລະວັງພະຍາດໄຂ້ຫວັດສັດປີກໃນຄົນ; ໄດ້ເອົາໃຈໃສ່ການເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີໄຫວພິບ ໂດຍສະເພາະ ການ ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມກອງປະຊຸມສາກົນຕ່າງໆ, ໄດ້ຕິດຕາມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ມາເຄື່ອນໄຫວວຽກງານ ຢູ່ ສປປ ລາວ.

ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ບັນຫາສະແກມເມີ, ການປຸ້ນຈີ້ຊີງຊັບ ແລະ ການສ້າງຄວາມບໍ່ສະຫງົບຢູ່ພາຍໃນສັງຄົມ; ບັນຫາການສະໜອງໄຟຟ້າ (ໄຟຟ້າຕົກ-ໄຟຟ້າດັບ) ແລະ ການສະໜອງນໍ້າປະປາ ບໍ່ພຽງພໍ; ຄວາມເປັນເຈົ້າໃນການຈັດຕັ້ງປະຕິບັດ ທິດຊີ້ນໍາຂອງລັດຖະບານ; ການພັດທະນາ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ ໃຫ້ແຂງແຮງ ລວມທັງ ການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດຖະບານ ໃຫ້ກວ້າງຂວາງ; ການເຄົາລົບປະຕິບັດລະບຽບການ-ກົດໝາຍ ແລະ ອື່ນໆ.

ຜນກອງປະຊມສະໄໝສາມນ ຂອງລດຖະບານ ປະຈຳເດອນພດສະພາ 2026 - image 2
 

ສໍາລັບແຜນວຽກຈຸດສຸມ ໃນເດືອນມິຖຸນາ 2026 ຂອງລັດຖະບານ ຈະຕ້ອງໄດ້ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2026 ທີ່ສະພາແຫ່ງຊາດໄດ້ຮັບຮອງ ຕາມມະຕິ 177/ສພຊ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆ ໃນມະຕິຂອງສະພາແຫ່ງຊາດ ທີ່ພົວພັນກັບລັດຖະບານ, ໃນນີ້ ໃຫ້ເອົາໃຈໃສ່ບາງວຽກຈໍານວນໜຶ່ງ ດັ່ງນີ້:

1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໂດຍສຸມໃສ່ຮັກສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ: ບັນຫາສະແກມເມີ, ບັນຫາຢາເສບຕິດ, ການເກັບກູ້ອາວຸດ ແລະ ວັດຖຸລະເບີດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ; ຄຸ້ມຄອງ ສະຖານທີ່ບັນເທີງ, ສະຖານທີ່ບໍລິການ ແລະ ສະຖານທີ່ພັກເຊົາຕ່າງໆ ທີ່ຄົນຕ່າງປະເທດມາເຊົ່າ ໃຫ້ດໍາເນີນຖືກຕ້ອງຕາມລະບຽບກົດໝາຍ;

2. ສຸມໃສ່ກະກຽມບັນດາເນື້ອໃນ ທີ່ຈະນໍາເຂົ້າລາຍງານຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2026, ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ, ກອງປະຊຸມ ສະໄໝວິສາມັນ ຂອງສະພາແຫ່ງຊາດ ຊຸດທີ X; ສຸມໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມລັດຖະບານຄັ້ງປະຖົມມະລືກ ຊຸດທີ 10 ກໍຄື ທິດຊີ້ນໍາກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ດ້ວຍຄວາມຮັບຜິດຊອບສູງ;

3. ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ສືບຕໍ່ຕິດຕາມ ແລະ ກະກຽມຮັບມື ກັບໄພພິບັດທີ່ອາດຈະເກີດຂຶ້ນ ພ້ອມທັງ ມີມາດຕະການຟື້ນຟູ ຜົນກະທົບຈາກໄພພິບັດ ຢ່າງທັນການ; ສືບຕໍ່ໃຫ້ການຊ່ວຍເຫຼືອປະຊາຊົນທີ່ຕິດຢູ່ຖໍ້າຜາ ບ້ານພັນໄຊ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນ; ພ້ອມດຽວກັນນັ້ນ ກໍໃຫ້ແຂວງໄຊສົມບູນ ຮີບຮ້ອນຄົ້ນຄວ້າຮູບການຍ້ອງຍໍ ຕໍ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ ລວມທັງ ພົນລະເມືອງຕ່າງປະເທດ ທີ່ໃຫ້ການຊ່ວຍເຫຼືອໃນພາລະກິດຄັ້ງນີ້ ໃຫ້ທັນການ ແລະ ເໝາະສົມ;

4. ສຸມໃສ່ການເກັບລາຍຮັບງົບປະມານ ຈາກແຫຼ່ງລາຍຮັບທີ່ມີແລ້ວ ໃຫ້ຄົບຖ້ວນດ້ວຍການສຸມໃສ່ການຫັນເປັນທັນສະໄໝ ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫຼາຍຂຶ້ນ;

5. ໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ດັດສົມເງິນຕາຕ່າງປະເທດ ໃຫ້ສາມາດຮັບປະກັນການສະໜອງເງິນຕາຕ່າງປະເທດ ໃຫ້ການຊໍາລະການນໍາເຂົ້ານໍ້າມັນເຊື້ອໄຟ, ພ້ອມທັງ ຄົ້ນຄວ້າມາດຕະການສະໜັບສະໜູນດ້ານການເງິນ ໃຫ້ສິນເຊື່ອດອກເບ້ຍຕໍ່າ ແກ່ຊາວກະສິກອນ ທີ່ໄດ້ຮັບຜົນກະທົບຈາກລາຄານໍ້າມັນເຊື້ອໄຟ;

6. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ຈັດຕັ້ງ 6 ມາດຕະການ ໃນການແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ຢ່າງເຂັ້ມງວດ ແລະ ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນກໍານົດຈຸດ ແລະ ອອກແບບສາງນໍ້າມັນເຊື້ອໄຟຢູ່ບັນດາແຂວງ ໃຫ້ສໍາເລັດຕາມແຜນການ;

7. ໃຫ້ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເອົາໃຈໃສ່ຊີ້ນໍາພະແນກກະສິກໍາ ແລະ ສິ່ງແວດລ້ອມ ບັນດາແຂວງ ໃນຂອບເຂດທົ່ວປະເທດ ເພີ່ມທະວີເອົາໃຈໃສ່ ການເກັບກ່ຽວຜົນຜະລິດລະດູແລ້ງ ແລະ ການກະກຽມໃຫ້ແກ່ການຜະລິດລະດູຝົນ, ການຟື້ນຟູສ້ອມແປງໂຄງການຊົນລະປະທານ, ສ້ອມແປງ ແລະ ອະນາ ໄມຄອງເໝືອງ, ອ່າງເກັບນໍ້າ ແລະ ກຽມຈັກສູບນໍ້າສໍາຮອງໄວ້ໃນຈຸດທີ່ຈໍາເປັນ, ທັງເອົາໃຈໃສ່ຕິດຕາມ, ເຝົ້າລະວັງ, ຕ້ານ, ສະກັດກັ້ນ ແລະ ປ້ອງກັນ ໂດຍກະກຽມວິຊາການດ້ານສັດຕະວະແພດ ແລະ ເຄື່ອງມືອຸປະກອນ, ຢາກັນພະຍາດ ແລະ ຢາປິ່ນປົວສັດ ເພື່ອພ້ອມຕອບໂຕ້ການລະບາດຂອງພະຍາດສັດ ທີ່ອາດຈະເກີດຂຶ້ນ;

8. ໃຫ້ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການກະກຽມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ພາຍໃຕ້ຄໍາຂວັນ “ຮ່ວມແຮງຮ່ວມໃຈປູກຕົ້ນໄມ້ໃຫ້ໄດ້ ໜຶ່ງຕົ້ນ ຕໍ່ຄົນຕໍ່ປີ; ໃຫ້ກະຊວງສຶກສາທິການ ແລະ ກິລາ ຊີ້ນໍາມະຫາວິທະຍາໄລແຫ່ງຊາດ ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການນໍາຂັ້ນສູງ ເຂົ້າຮ່ວມພິທີປູກຕົ້ນໄມ້ ແລະ ພົບປະນັກຮຽນ-ນັກສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດ; ໃຫ້ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ນະຄອນຫຼວງວຽງຈັນ ກະກຽມປູກຕົ້ນໄມ້ ຢູ່ສວນເຈົ້າອະນຸວົງ;

9. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນປັບປຸງແຜນຜັງເມືອງ ຂອງນະຄອນຫຼວງວຽງຈັນ ໄລຍະທີ 3; ຊຸກຍູ້ບໍລິສັດ ທາງລົດໄຟ ລາວ-ຈີນ ໃຫ້ການຮ່ວມມືກັບຂະແໜງການເງິນ ເພື່ອເຂົ້າໄປຕິດຕັ້ງລະບົບເກັບຄ່າພິເສດ, ການຂົນສົ່ງແຮ່ທາດ; ພ້ອມນັ້ນ ກໍໃຫ້ກະກຽມຄວາມພ້ອມຮອບດ້ານ ເພື່ອສ້ອມແປງທາງໃນລະດູຝົນ ໂດຍສະເພາະ ເສັ້ນທາງຫຼວງ ແຂວງ ຫາ ແຂວງ ບໍ່ໃຫ້ມີເສັ້ນທາງຂາດ;

10. ໃຫ້ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ນໍາຄະນະຊີ້ນໍາລະດັບຊາດ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຮີບຮ້ອນກວດກາຄືນຄວາມຖືກຕ້ອງຕົວເລກຕ່າງໆ ຂອງການສໍາຫຼວດພົນລະເມືອງ ຄັ້ງທີ V ປີ 2025 ໃຫ້ສໍາເລັດໂດຍໄວ;

11. ກະຊວງສາທາລະນະສຸກ ເອົາໃຈໃສ່ຕິດຕາມ ແລະ ວາງມາດຕະການປ້ອງກັນ, ແກ້ໄຂ ການລະບາດຂອງພະຍາດລະດູການ ໂດຍສ້າງແຜນຮັບມືແຕ່ຫົວທີ, ສ້າງລະບົບລາຍງານການລະບາດເປັນລະບົບ ແລະ ໃຫ້ໂລ່ງລ່ຽນ, ຮັບປະກັນສາງຢາມີພຽງພໍ ໂດຍສະເພາະ ວັກຊິນ ແລະ ຢາປິ່ນປົວພື້ນຖານ, ທັງຕິດຕາມຊຸກຍູ້ ແລະ ປະເມີນຄືນ ກ່ຽວກັບວຽກງານພັດທະນາສຸຂະພາບຂັ້ນຕົ້ນ ເປັນຕົ້ນ ນໍ້າສະອາດ, ວິດຖ່າຍ, ບ້ານສຸຂະອະນາໄມ ແລະ ບ້ານສາທາລະນະສຸກແບບຍືນຍົງ;

12. ສຸມໃສ່ແກ້ໄຂບັນດາຂໍ້ສະເໜີຂອງບັນດາແຂວງ ໃຫ້ແຕ່ລະພາກສ່ວນ ກວດກາຄືນບັນດາເອກະສານທາງການ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ທີ່ໄດ້ເຊັນຢັ້ງຢືນຈາກນາຍບ້ານ ໃນເມື່ອກ່ອນ ເພື່ອໃຫ້ສອດ ຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ; ໃຫ້ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ສະໜອງຂໍ້ມູນຜົນການປະເມີນບັນດາໂຄງການຂຸດຄົ້ນບໍ່ແຮ່ ໃຫ້ບັນດາແຂວງ ເພື່ອໃຫ້ແຂວງສະດວກໃນການຕິດຕາມ, ຊຸກຍູ້; ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະສານສົມທົບກັບແຂວງອັດຕະປື ແລະ ແຂວງຈໍາປາສັກ ເພື່ອລົງສໍາຫຼວດເຂດແດນເຊື່ອມຕໍ່ ໃຫ້ລະອຽດຈະແຈ້ງ ແລະ ມີຄວາມຊັດເຈນ;

13. ໃຫ້ແຕ່ລະກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການ: ປະເມີນການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ໂດຍສະເພາະ ການຜັດປ່ຽນກັນມາປະຈໍາການ ມີດ້ານດີ, ດ້ານອ່ອນ ແລະ ຈະຄວນສືບຕໍ່ຄືແນວໃດ ?; ສັງລວມກ່ຽວກັບການຈັດຕັ້ງປະຕິບັດທິດຊີ້ນໍາຂອງລັດຖະບານ ຕາມທີ່ໄດ້ລະບຸໃນມະຕິ, ຄໍາສັ່ງ, ແຈ້ງການຕ່າງໆ ແລ້ວລາຍງານໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຊາບກ່ອນການດໍາເນີນກອງປະຊຸມລັດຖະບານ ແຕ່ລະເດືອນ;

14. ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຕ່າງໆ, ຜົນການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນໍາ ພັກ-ລັດ, ແຜນຮ່ວມມືສອງຝ່າຍ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຂອບການຮ່ວມມືຫຼາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ກະກຽມຕ້ອນຮັບການເດີນທາງຢ້ຽມຢາມ ສປປ ລາວ ຂອງການນຳຂັ້ນສູງຕ່າງປະເທດ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ ແລະ ລັດ ເດີນທາງຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆ ຢູ່ຕ່າງປະເທດ ໃນເດືອນມິຖຸນາ 2026;

ສ່ວນບັນດາບົດລາຍງານ ເປັນຕົ້ນ (1) ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການເກັບກູ້ອາວຸດ ແລະ ວັດຖຸລະເບີດ ໃນໄລຍະຜ່ານມາ; (2) ແຜນການປັບປຸງລະບົບການສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3 ແລະ ການສອບເສັງນັກຮຽນເກັ່ງທົ່ວປະເທດ; (3) ການກະກຽມຄວາມພ້ອມ ເພື່ອເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 22-26 ມິຖຸນາ 2026; (4) ສະພາບປາຕາຍ ຢູ່ນໍ້າເຊໂດນ, ເມືອງຊະນະສົມບູນ, ແຂວງຈຳປາສັກ. ກອງປະຊຸມ ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການກຳນົດທິດທາງແຜນການ, ບັນດາມາດຕະການ ກໍຄືແຜນວຽກຈຸດສຸມໃນຕໍ່ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ຮັບປະກັນຜົນສຳເລັດ, ມີປະສິດທິພາບ ແລະ ປະສິດທິຜົນ, ຫຼີກລ່ຽງບັນຫາຫຍໍ້ທໍ້-ບົກພ່ອງ ທີ່ເຄີຍເກີດຂຶ້ນຜ່ານມາ ບໍ່ໃຫ້ເກີດຂຶ້ນຕື່ມອີກ.

ວາລະທີ 2: ລາຍງານສະພາບລວມການບັນຈຸລັດຖະກອນ ປະຈໍາປີ 2025 ແລະ ແຜນຄວາມຕ້ອງການຈໍານວນຕົວເລກລັດຖະກອນໃໝ່ (ໂກຕ້າ) ປີ 2026 ຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງພັກ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນ. ກອງປະຊຸມ ເຫັນດີຮັບຮອງຕົວເລກລັດຖະກອນໃໝ່ (ໂກຕ້າ) ປີ 2026 ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າກ່ຽວກັບການຈັດແບ່ງຕົວເລກລັດຖະກອນ ປີ 2026 ໃຫ້ແທດເໝາະ ກັບສະພາບຕົວຈິງ ແລ້ວຈິ່ງນໍາສະເໜີຂັ້ນເທິງ ພິຈາລະນາຕາມລະບຽບການ.

ວາລະທີ 3: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 3 ສະບັບຄື: (1) ຮ່າງກົດໝາຍ ວ່າດ້ວຍຄັງເງິນແຫ່ງລັດ; (2) ຮ່າງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ); ແລະ (3) ຮ່າງດໍາລັດ ວ່າດ້ວຍການເຊົ່າ ແລະ ສຳປະທານທີ່ດິນລັດ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕື່ມບາງດ້ານ ເປັນຕົ້ນ: ການຈັດລຽງເນື້ອໃນ ແລະ ໂຄງສ້າງນິຕິກຳ, ການກຳນົດຈຸດປະສົງ, ການອະທິບາຍຄຳສັບ, ການກຳນົດຂໍ້ຫ້າມ, ການກຳນົດເນື້ອໃນ ວຽກງານໂຄສະນາປຸກລະດົມ ແລະ ການມີສ່ວນຮ່ວມຂອງພາກສ່ວນຕ່າງໆ, ເຮັດໃຫ້ບັນດານິຕິກຳມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ ສອດຄ່ອງກັບບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ໄດ້ປະກາດນຳໃຊ້ແລ້ວ ເພື່ອສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນດີ.

ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2026 ທີ່ກອງປະຊຸມ ໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ. (ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ