ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນເພື່ອສ້າງສາປະເທດຊາດ

ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນເພື່ອສ້າງສາປະເທດຊາດ

(ໃນໂອກາດວັນຢຶດອໍານາດຂອງຫວຽດນາມ ຄົບຮອບ 80 ປີ, 19/8/1945-19/8/2025) ໄຊຊະນະຂອງການປະຕິວັດເດືອນສິງຫາ ຍາມໃດກໍແມ່ນກຳລັງໜູນໃຫ້ແກ່ບັນດາຜົນສຳເລັດຂອງຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

 

ກ່ອນໜ້ານີ້ 80 ປີ, ຊາວຫວຽດນາມ ຫຼາຍກວ່າ 20 ລ້ານຄົນ ໄດ້ລຸກຮື້ຂຶ້ນຕໍ່ສູ້ພວກສັດຕູຮຸກຮານ ເພື່ອຍາດເອົາໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ, ຍາດເອົາອຳນາດການປົກຄອງມາໃຫ້ປະຊາຊົນ. ໄຊຊະນະຂອງການປະຕິວັດເດືອນສິງຫາ, ແມ່ນກຳລັງໜູນໃຫ້ແກ່ບັນດາຜົນສຳເລັດຂອງຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ການປະຕິວັດເດືອນສິງຫາ ແມ່ນໜຶ່ງໃນບັນດາໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນສະຕະວັດທີ XX. ໃນນັ້ນ, ມີບົດເພງວິລະຊົນເດືອນສິງຫາ ກໍແມ່ນໝາກຜົນແຫ່ງການເຕົ້າໂຮມກຳລັງແຮງດ້ານຄຸນທາດ, ພູມປັນຍາ, ບັນຍາກາດອັນສະຫງ່າອົງອາດຂອງຊາດຫວຽດນາມ ໃນຍຸກສະໄໝ ໂຮ່ຈິມິນ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ.

ນຳພາຊາດຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່

ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈິມິນ, ປະຊາຊົນ ຫວຽດນາມ ພ້ອມກັນລຸກຮື້ຂຶ້ນດຳເນີນການຕໍ່ສູ້ຄັ້ງໃຫຍ່, ຍາດເອົາສິດອຳນາດປົກຄອງ. ການລຸກຮື້ຂຶ້ນຕໍ່ສູ້ຄັ້ງໃຫຍ່ຂອງຊາວຫວຽດນາມ ໃຊ້ເວລາພຽງ 15 ວັນເທົ່ານັ້ນ ໃນທ້າຍເດືອນສິງຫາປີ 1945, ກໍຍາດໄດ້ໄຊຊະນະຢ່າງສົມບູນ, ຍາດເອົາອຳນາດການປົກຄອງມາໃຫ້ປະຊາຊົນ.

ໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945 ໄດ້ນຳພາຊາດຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດເອກະລາດຊົນຊາດ ຕິດພັນກັບສັງຄົມນິຍົມ. ປະຊາຊົນຫວຽດນາມ ຈາກທີ່ເປັນຂ້າທາດ ໄດ້ກາຍເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຊາຕະກຳຂອງຕົນ. ການປະຕິວັດເດືອນສິງຫາ ໄດ້ຮັບໄຊຊະນະ ໄດ້ພິສູດໃຫ້ເຫັນການປະຕິບັດແນວທາງທີ່ຖືກຕ້ອງ, ການນຳພາທີ່ສະຫຼາດສ່ອງໃສ, ວິໄສທັດທີ່ມີຍຸດທະສາດຂອງພັກ ແລະ ປະທານ ໂຮ່ຈິມິນ. ການປະຕິວັດເດືອນສິງຫາ ປະສົບຜົນສຳເລັດ ເປັນການຢືນຢັນກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ.

ປະຊາຊົນຫວຽດນາມ, ນອກຈາກມີນ້ຳໃຈຮັກຊາດແລ້ວ, ຍັງແມ່ນເຈດຈຳນົງເປັນເຈົ້າປະເທດຊາດ. ສະນັ້ນ, ປະຊາຊົນຫວຽກນາມ ນັບໝື່ນຄົນ ໄດ້ຕັດສິນໃຈສູງສົ່ງດ້ວຍຈິດໃຈ ແລະ ກຳລັງແຮງ, ເສຍສະຫຼະຊີວິດ, ຊັບສິນ ເພື່ອຮັກສາສິດເສລີ ແລະ ເອກະລາດ. ນີ້ສະແດງໃຫ້ເຖິງເປັນຄວາມເປັນຈິດໜຶ່ງໃຈດຽວກັນ, ເຫັນດີເປັນເອກະພາບ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ລະຫວ່າງ ລັດຖະບານ ແລະ ປະຊາຊົນ, ລະຫວ່າງ ພັກກັບປະຊາຊົນ.

ສ້າງຄວາມໄວ້ເນື້ອເຊື່ອໃຈ, ກຳລັງໜູນໃນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດຕື່ມອີກ

80 ປີຜ່ານມາ, ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດໃນທຸກຂົງເຂດວຽກງານ. ຂອບຂະໜາດ ແລະ ກຳລັງບົ່ມຊ້ອນດ້ານເສດຖະກິດ ເພີ່ມຂຶ້ນຢ່າງວ່ອງໄວ, ຈາກປະເທດທຸກຍາກ, ດ້ອຍພັດທະນາ, ຫວຽດນາມ ໄດ້ກາຍເປັນປະເທດພວມພັດທະນາ, ມີລາຍຮັບປານກາງ. ສູ້ຊົນຮອດປີ 2045, ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ ຕາມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ວາງອອກ.

ພິເສດ, ພາຍຫຼັງ 39 ປີ ແຫ່ງການປະຕິບັດການປ່ຽນແປງໃໝ່ (1986 – 2025), “ປະເທດ ຫວຽດນາມ ບໍ່ມີຍາມໃດມີພາລະກິດໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ມີທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນຄືໃນທຸກວັນນີ້”. ຫວຽດນາມ ພວມສືບຕໍ່ຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນຢ່າງແຮງ ແລະ ເລິກເຊິ່ງກວ້າງຂວາງ, ເສດຖະກິດ ບັນລຸການເຕີບໂຕສູງ ແລະ ມີສະຖຽນລະພາບ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການປັບປຸງ, ເອກະລາດ, ອະທິປະໄຕ, ທ້ອນໂຮມປະເທດຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄດ້ຮັກສາໄວ້ຢ່າງໝັ້ນຄົງ. ບັນດາຜົນງານທີ່ມີຄວາມໝາຍປະຫວັດສາດນັ້ນ ແມ່ນສິ່ງພິສູດໃຫ້ເຫັນຄຳສາບານຕົວເອກະລາດປີ 1945 ແລະ ເປັນການຢັ້ງຢືນນ້ຳໃຈສາມັກຄີ, ເຈດຈຳນົງບໍ່ຍອມຈຳນົນ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງທົ່ວປວງຊົນທັງຊາດ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ.

ປັດຈຸບັນ, ຫວຽດນາມ ພວມອອກແຮງແຂ່ງຂັນປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ແຜນການພັດທະນາເສດຖະກິດ - ສັງຄົມ 5 ປີ (2021 – 2025), ສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ວາງອອກ, ສ້າງທ່ວງທ່າຢ່າງໝັ້ນແກ່ນໃນຕໍ່ໜ້າ. ໃນພິທີສາບານຕົວຂຶ້ນຮັບດຳລົງຕຳແໜ່ງ ໃນວັນທີ 3 ສິງຫາ 2024, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວວ່າ: ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ຊຸດທີ 13 ແມ່ນບັນດາໝູ່ຄະນະທີ່ໝັ້ນຄົງເຂັ້ມແຂງ, ເປັນແກ່ນສານເຕົ້າໂຮມກຳລັງແຮງ, ຊີ້ນຳ-ນຳພາ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ ຢ່າງມີໄຊ. ກ່ອນອື່ນໝົດ ແມ່ນມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ສ້າງພື້ນຖານຢ່າງໝັ້ນແກ່ນ ເພື່ອປະຕິບັດສຳເລັດເປົ້າໝາຍຂອງປະເທດຊາດ 100 ປີ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກ, 100 ປີປະເທດ ປະຊາທິປະໄຕ ສາທາລະນະລັດ ຫວຽດນາມ. ປັດຈຸບັນ, ແມ່ນປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຮອດກາງສະຕະວັດທີ 21, ຫວຽດນາມ ກາຍເປັນປະເທດພັດທະນາ ຕາມການກຳນົດທິດສັງຄົມນິຍົມ.

80 ປີກ່ອນໜ້ານີ້, ດ້ວຍບັນຍາກາດອັນສະຫງ່າອົງອາດຂອງການປະຕິວັດເດືອນສິງຫາ 1945, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ, ຕັດສິນໃຈ ສ້າງບັນດາຜົນງານທີ່ມະຫັດສະຈັນ ໄລຍະທາງແຫ່ງການປະຕິວັດໃໝ່, ສັງກາດໃໝ່ ຂອງຊາດຫວຽດນາມ ວິລະຊົນ.

ໂດຍ: ຫອມໄຊຍະເດດ

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ໃຫ້ການຕ້ອນຮັບ ທ່ານ ອາມານາທາ ຄຣິສຕຽນ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດ ສ ອິນໂດເນເຊຍ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ພະຈິກ ນີ້.
ສຳຜັດສະເໜ່ສະໜາມຫຼວງເກົ່າ ທີ່ບັນຈຸປະຫວັດສາດກວ່າ 100 ປີ ຂອງເມືອງຕ້າຫຼຽນ

ສຳຜັດສະເໜ່ສະໜາມຫຼວງເກົ່າ ທີ່ບັນຈຸປະຫວັດສາດກວ່າ 100 ປີ ຂອງເມືອງຕ້າຫຼຽນ

ຈາກລານກວ້າງໃຈກາງເມືອງ ສູ່ພິພິທະພັນປະຫວັດສາດກາງແຈ້ງ ທີ່ບອກເລົ່າເຖິງຮ່ອງຮອຍໃນອະດີດ ຜ່ານອາຄານເກົ່າແກ່ ແລະ ຖະໜົນທີ່ແຜ່ກະຈາຍອອກໄປຄືລັດສະໝີຂອງດວງຕາເວັນ.
ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດສຸຂະພາບຂອງນູແວນເຊລັງສະລັບຫຼ້າສຸດທີ່ເຜີຍແຜ່ໃນວັນທີ 18 ພະຈິກ ຜ່ານມາ ຊີ້ໃຫ້ເຫັນວ່າ: ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງເຫຼືອ 5.9% ໃນປີ 2025/2026 ຊຶ່ງເປັນຄັ້ງທຳອິດທີ່ຫຼຸດລົງຕໍ່າກວ່າ 6%.
ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ຫວ່າງມໍ່ໆມານີ້, ​ໜັງ​ສື​ພິມ China Daily ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ ທ່ານ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່​ລະ​ບຸ​ວ່າ, ເສດ​ຖະ​ກິດ​ອາ​ຊຽນ​ແລະ​ຈີນ​ພວມ​ຢູ່​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ, ຕະ​ຫຼາດ​ດີຈີ​ຕອນ​ໄດ້​ກາຍ​ເປັນ​ຫົວ​ຈັກ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ.
ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ສິງກະໂປໄດ້ເຜີຍແຜ່ບົດລາຍງານພາບລວມຄອບຄົວໃນອາຊຽນ ປີ 2026 ສະບັບທໍາອິດ, ໂດຍອີງໃສ່ຂໍ້ມູນຈາກອົງການຂອງພາກລັດ ແລະ ຜົນການສຳຫຼວດໃນ 10 ຕົວເມືອງອາຊຽນພົບວ່າ, ປະຊາຊົນໃນບັນດາປະເທດສະມາຊິກອາຊຽນມີທ່າອ່ຽງເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ. ໃນຂະນະທີ່ຄົວເຮືອນທີ່ໄດ້ຮັບການສຳຫຼວດສ່ວນໃຫຍ່ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ທີ່ດີ ໃນລະດັບປານກາງຫາສູງ, ມີຄຸນນະພາບຊີວິດທີ່ດີ ແລະ ມີສາຍພົວພັນໃນຄອບຄົວທີ່ແໜ້ນແຟ້ນ.
ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ໃນວັນ​ທີ 19 ພະ​ຈິກ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ແລະ ທ່ານ​ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງກວາງ​ຕຸ້ງ​ຈີນ. ຜູ້​ນຳ​ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ຈີນ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​​ຄັ້ງ​​ປະ​ຫວັດ​ສາດນີ້. ປະ​ມຸກ​ລັດ​ 3 ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ທັງມຸ່ງໝັ້ນທີ່ຈະຮັກ​ສາ​ສະ​ຖຽນ​ລະ​ພາບທາງ​ຍຸ​ດ​ທະ​ສາດ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ.
ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ ຜ່ານມາຢູ່​ນະ​ຄອນເຊິນ​ເຈິນ ປະ​ເທດຈີນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ​ຂອງເວ​ທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) ​ຄັ້ງ​ທີ 33, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ​ຍ່ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດປະ​ທານ APEC2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານສີຈິນ​ຜິ້ງ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ​​ສຳ​ຄັນ ແລະ ເປີດ​ສາກປີ​ APEC ຫວຽດ​ນາມ2027 ຢ່າງ​ເປັນ​ທາງ​ການ.
ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ-ອຸດສາຫະກໍາ ແລະ ກະຊວງພັດທະນາດີຈີຕອນ-ຂໍ້ມູນຂ່າວສານສິງກະໂປໄດ້ເປີດເຜີຍວ່າ, ສິງກະໂປກໍາລັງສຶກສາຜົນກະທົບທີ່ອາດເກີດຂຶ້ນຈາກມາດຕະການຄວບຄຸມການສົ່ງອອກເຊມິຄອນດັກເຕີຂັ້ນສູງສະບັບໃໝ່ ຂອງສະຫະລັດ ອາເມຣິກາ. ໂດຍຢູ່ໃນລະຫວ່າງການປຶກສາຫາລືກັບບໍລິສັດທີ່ໄດ້ຮັບຜົນກະທົບ ແລະ ປຶກສາຫາລືກັບອົງການທີ່ກ່ຽວຂ້ອງ ຂອງສະຫະລັດ ອາເມຣິກາ ກ່ຽວກັບຂອບເຂດ ແລະ ການບັງຄັບໃຊ້ມາດຕະການດັ່ງກ່າວ.
ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ທະນາຄານກາງອິນໂດເນເຊຍ (BI) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍ 0.25% ເປັນ 6% ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍ ທ່າມກາງຄວາມບໍ່ແນ່ນອນທົ່ວໂລກທີ່ເພີ່ມຂຶ້ນ ແລະ ເພື່ອຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ.
ເພີ່ມເຕີມ