ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X

ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X

ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X
ກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X ໄດ້ປິດລົງໃນຕອນເຊົ້າ ວັນທີ 31 ມີນານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍຫຼັງດຳເນີນມາ 2 ວັນ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ຜນສຳເລດກອງປະຊມຄງປະຖມມະລກ ຂອງລດຖະບານ ຊດທ X - image 1
 


ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
ຮ່າງແຜນດໍາເນີນງານຂອງລັດຖະບານຊຸດທີ X (2026-2030),
ຮ່າງລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານຊຸດທີ X,
ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂອງນາຍົກ-ຮອງນາຍົກລັດຖະມົນຕີ,
ຮ່າງຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງລົງຊ່ວຍນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ,
ບັນຊີໂຄງການລະດັບຊາດ ທີ່ເປັນການລົງທຶນຂອງລັດ,
ບັນຊີໂຄງການລະດັບຊາດໄລຍະ 5 ປີ (2026-2030) ທີ່ດຶງດູດການລົງທຶນຈາກພາກເອກະຊົນ,
ແຜນຜັນຂະຫຍາຍການປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມລົດໄຟຟ້າ (EV) ກໍຄືການນໍາໃຊ້ພະລັງງານທາງເລືອກອື່ນຢູ່ ສປປ ລາວ.
ຜ່ານການພິຈາລະນາບັນດາຫົວຂໍ້ດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນຳໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ສອດຄ່ອງກັບນະໂຍບາຍຫຼັກຂອງພັກ ແລະ ລັດຖະບານ ໂດຍສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ກົດໝາຍ ແລະ ລະບຽບການ ທີ່ໄດ້ປະກາດນໍາໃຊ້ແລ້ວ, ທັງແທດເໝາະກັບທ່າແຮງ ແລະ ເງື່ອນໄຂຕົວຈິງ ຂອງແຕ່ລະຂົງເຂດວຽກງານ-ແຕ່ລະທ້ອງຖິ່ນ ໃນແຕ່ລະໄລຍະ, ຈຳກັດໄດ້ຊ່ອງວ່າງການສວຍໂອກາດຕ່າງໆ, ຮັບປະກັນຄວາມຍືນຍົງ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມທັງ ນຳເອົາບັນດາຂໍ້ຄົງຄ້າງຕ່າງໆ ທີ່ໄດ້ຍົກຂຶ້ນໃນກອງປະຊຸມ ໄປຄົ້ນຄວ້າປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນ ແລະ ໄດ້ຮັບໝາກຜົນເປັນຮູບປະທຳຕົວຈິງ ຢ່າງຈະແຈ້ງ. ສະເພາະການແບ່ງວຽກຂອງນາຍົກ-ຮອງນາຍົກລັດຖະມົນຕີ, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັບຫ້ອງວ່າການສູນກາງພັກ ເພື່ອໃຫ້ລັດຖະບານ ລາຍງານຂໍທິດຊີ້ນຳຈາກກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກຕື່ມ, ພ້ອມດຽວກັນນີ້ ກອງປະຊຸມ ໄດ້ມອບໝາຍໃຫ້ສະມາຊິກລັດຖະບານ ກໍ່ຄືບັນດາກະຊວງ ແລະ ອົງການທຽບເທົ່າ ຮີບຮ້ອນລົງສົມທົບບັນດາແຂວງ ຕາມທີ່ໄດ້ແບ່ງຄວາມຮັບຜິດຊອບນັ້ນ ເພື່ອປຶກສາຫາລື ແລະ ເຮັດບົດບັນທຶກເປັນອັນລະອຽດ ກ່ຽວກັບກົນໄກເຮັດວຽກຮ່ວມ ລະຫວ່າງ ກະຊວງ-ອົງການປົກຄອງທ້ອງຖິ່ນ, ທ້ອງຖິ່ນ ທີ່ຕົນເອງຮັບຜິດຊອບ.
ສຳລັບແຜນວຽກຈຸດສຸມ 5 ປີ (2026-2030), ລັດຖະບານຊຸດທີ X ຫັນເຂົ້າສູ່ “ການເວົ້າໃຫ້ໄປສູ່ການກະທໍາຕົວຈິງ”, ຕ້ອງເດັດດ່ຽວແກ້ໄຂສະພາບ “ເວົ້າຫຼາຍເຮັດໜ້ອຍ ຫຼື ບໍ່ເຮັດ; ເວົ້າມີວາທະສິນຈົບງາມ, ເປັນຕາຟັງ ແຕ່ເຮັດຫຍັງບໍ່ໄດ້ ຫຼື ບໍ່ໄດ້ເຮັດຫຍັງອອກມາໃຫ້ເປັນຜົນໄດ້ຮັບ ຫຼື ເກີດຜົນທີ່ສາມາດຈັບຕ້ອງໄດ້.”, ລັດຖະບານ ຈະເປັນເຈົ້າການ ແລະ ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ບັນດາມະຕິຂອງສະພາແຫ່ງຊາດ ວາງອອກດ້ວຍຄວາມຮັບຜິດຊອບສູງ ດັ່ງຄໍາຂວັນທີ່ວ່າ: "ຍົກສູງຈິດໃຈ ມຸ່ງໜັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົວເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດ ວ່ອງໄວ, ສີຂຽວ ແລະ ຍືນຍົງ".
ສະເພາະແຜນວຽກຈຸດສຸມຈຳນວນໜຶ່ງ ຂອງລັດຖະບານ ໃນເດືອນເມສາ 2026 ມີດັ່ງນີ້:
ສຸມໃສ່ປະຕິບັດທິດຊີ້ນຳ ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີແກ້ໄຂບັນຫານ້ຳມັນເຊື້ອໄຟ ໃນໄລຍະສະພາບເຄັ່ງຮ້ອນ ໂດຍຮີບຮ້ອນຈັດຕັ້ງຜັນຂະຫຍາຍ ຄຳສັ່ງ 40/ນຍ ໃຫ້ເປັນຮູບປະທໍາ.
ໃນຊ່ວງວິກິດການລາຄານ້ຳມັນເຊື້ອໄຟ, ມອບໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງເລິກຊີ້ນຳຕິດຕາມ, ຊຸກຍູ້ວຽກງານກະສິກຳໃຫ້ແທດເຖິງ. ມອບໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ປະຕິບັດໂຄງການ 4 ປູກ 4 ລ້ຽງ ໃຫ້ແຂງແຮງກວ່າເກົ່າ ເພື່ອບໍ່ໃຫ້ກະທົບຕໍ່ວຽກງານພະລາທິການຂອງກອງທັບ.
ໃຫ້ສືບຕໍ່ສົ່ງເສີມການນຳໃຊ້ລົດໄຟຟ້າແລະລົດໂດຍສານສາທາລະນະ,ພ້ອມທັງເອົາໃຈໃສ່ຄຸ້ມຄອງການນໍາເຂົ້າລົດໄຟຟ້າຕາມກົດໝາຍແລະລະບຽບການຢ່າງເຂັ້ມງວດ.
ໃນໄລຍະສະຫຼອງບຸນປີໃໝ່ລາວ, ມອບໃຫ້ແຕ່ລະພາກສ່ວນກ່ຽວຂ້ອງ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການສະຫຼອງບຸນປີໃໝ່ ເປັນໄປຕາມຮີດຄອງປະເພນີ, ຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ໃນນີ້: ເອົາໃຈໃສ່ການຜະລິດສະບຽງອາຫານ, ການສະໜອງສິນຄ້າອຸປະໂພກ-ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ; ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ແລະ ຄ່າບໍລິການຕ່າງໆ ຂອງຜູ້ປະກອບການ, ຫົວໜ່ວຍທຸລະກິດ ບໍ່ໃຫ້ມີການສວຍໂອກາດກັກຕຸນສິນຄ້າ ແລະ ປັບຂຶ້ນລາຄາແບບບໍ່ສົມເຫດສົມຜົນ; ຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນຂອບເຂດທົ່ວປະເທດ, ເອົາໃຈໃສ່ຈັດກຳລັງເວນຍາມຮັກສາຄວາມສະຫງົບ 24 ຊົ່ວໂມງ, ຕິດຕາມສະພາບອຸປະຕິເຫດ ແລະ ອັກຄີໄພຕ່າງໆ; ເພີ່ມທະວີການໂຄສະນາ ກ່ຽວກັບການສະຫຼອງປີໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບປະເພນີ ໂດຍເນັ້ນໃສ່ການບາສີສູ່ຂວັນປີໃໝ່ ຕາມເງື່ອນໄຂຄວາມສະດວກ, ເອົາໃຈໃສ່ຄຸ້ມຄອງບັນດາຜູ້ປະກອບການສະຖານທີ່ບັນເທີງ ໃຫ້ປະຕິບັດໂມງເປີດ-ປິດ ຢ່າງເຂັ້ມງວດ. ສຳລັບພາກລັດ ແມ່ນຫຼີກລ່ຽງການຈັດງານລ້ຽງລັກສະນະສິ້ນເປືອງງົບປະມານ, ຕ້ອງເປັນແບບຢ່າງໃນການປະຢັດ.
ເລັ່ງປັບປຸງສ້ອມແປງເສັ້ນທາງຕ່າງໆ ໃຫ້ສຳເລັດກ່ອນລະດູຝົນຈະມາເຖິງ ໂດຍສະເພາະ ບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ.
ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມຊຸກຍູ້ການໃຫ້ຄວາມຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກ ຕາມທີ່ທ່ານເລຂາທິການໃຫຍ່-ປະທານປະເທດ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳ ໃນໂອກາດລົງພື້ນທີ່ຕົວຈິງ ໂດຍສະເພາະ ດ້ານນະໂຍບາຍການສະໜອງວັດສະດຸອຸປະກອນ ເຊັ່ນ: ກະເບື້ອງມຸງຫຼັງຄາ, ແຮງງານສ້ອມແປງເຮືອນປະຊາຊົນ, ນະໂຍບາຍຄ່າໄຟຟ້າ, ນ້ຳປະປາ ແລະ ອື່ນໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ