ຜູ້ອຳນວຍການໂຮງຮຽນ ມີບົດບາດສຳຄັນໃນການປັບປຸງຜົນການຮຽນຂອງນັກຮຽນ

ຜູ້ອຳນວຍການໂຮງຮຽນ ມີບົດບາດສຳຄັນໃນການປັບປຸງຜົນການຮຽນຂອງນັກຮຽນ
ຜູ້ອໍານວຍການໂຮງຮຽນມີບົດບາດສໍາຄັນ ໃນການປັບປຸງຜົນການຮຽນຂອງນັກຮຽນ ເນື່ອງຈາກສາມາດສ້າງສະພາບແວດລ້ອມຂອງການຮຽນຮູ້ທີ່ປອດໄພ ແລະ ເໝາະສົມສຳລັບການມີສ່ວນຮ່ວມຂອງນັກຮຽນ ແລະ ຄູໃນໂຮງ ຮຽນ ພ້ອມທັງມີຄວາມມຸ່ງໝັ້ນ, ຊຸກຍູ້ການປະກອບສ່ວນຂອງຄູ ເພື່ອສາມາດສ້າງໝາກຜົນອັນໃຫຍ່ຫຼວງຕໍ່ຄຸນນະພາບຂອງການສຶກສາ ແລະ ອະນາຄົດຂອງຄົນຮຸ່ນໃໝ່ໃຫ້ໄດ້ດີກວ່າເກົ່າ.
    ເມື່ອບໍ່ດົນມານີ້, ທີມງານໂທລະພາບ, ວິທະຍຸ ແລະ ໜັງສືພິມຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ສ້າງສາລະຄະດີຄູຕົວແບບຕອນໃໝ່ ຊຶ່ງໄດ້ເລົ່າເລື່ອງຂອງຄູໃນໂຮງຮຽນຂອງລັດແຫ່ງໜຶ່ງທີ່ເມືອງຄຳ ແຂວງຊຽງຂວາງ ທີ່ໄດ້ສ້າງແຮງບັນດານໃຈໃຫ້ຄູ ແລະ ຜູ້ອໍານວຍການໂຮງຮຽນຄົນອື່ນໆຢູ່ໂຮງຮຽນຫຼາຍໆແຫ່ງ. ສາລະຄະດີດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໂດຍເນັ້ນເຖິງບົດບາດສຳຄັນຂອງຜູ້ອຳນວຍການທີ່ຈະໃຫ້ການຊ່ວຍເຫຼືອຄູໃນໂຮງຮຽນ ໂດຍສະເພາະການສອນຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ທີ່ໄດ້ຖືກສອນຢູ່ໃນທຸກຊັ້ນຮຽນ ຊຶ່ງຄູທຸກຊັ້ນຮຽນກໍຕ້ອງການເວລາ ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງ ເພື່ອນຳເອົາວິທີການສອນແບບໃໝ່ໄປຈັດຕັ້ງປະຕິບັດໄດ້ຢ່າງຄົບຖ້ວນ.
    ທ່ານ ບຸນທ່ຽງ ທຳມະວົງແສງ ເປັນຄູສອນນັບແຕ່ປີ 1999 ຢູ່ເຂດຫ່າງໄກສອກຫຼີກ ເປັນເວລາຫຼາຍປີກ່ອນທີ່ຈະມາເປັນຜູ້ອໍານວຍການໂຮງຮຽນເມືອງຄໍາ ແຂວງຊຽງຂວາງ ຊຶ່ງມີຄວາມກະຕືລືລົ້ນ ແລະ ອຸທິດຕົນເພື່ອໜ້າທີ່ວຽກງານ ແລະ ໄດ້ຮັບການຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາຫຼາຍຄັ້ງ. ການເຮັດວຽກຂອງຄູບຸນທ່ຽງ ທຳມະວົງແສງ ໄດ້ມີການວາງແຜນໂດຍສະເພາະໄດ້ຈັດກອງປະຊຸມແລກປ່ຽນບົດຮຽນເປັນປົກກະຕິ ເພື່ອຮັບປະກັນວ່າຄູສອນໃນໂຮງຮຽນໄດ້ຮ່ວມກັນສ້າງສື່ການຮຽນ-ການສອນ, ແກ້ໄຂສິ່ງທ້າທາຍ ແລະ ວາງແຜນຕ່າງໆ ເພື່ອໃຫ້ມີສ່ວນຮ່ວມກັບຄູ ແລະ ຊຸກຍູ້ໃຫ້ເຂົາເຈົ້າສືບຕໍ່ພັດທະນາຄວາມຮູ້, ທັກສະ ແລະ ປະສົບການຂອງຕົນຢ່າງສະໝໍ່າສະເໝີ ພ້ອມທັງນຳໃຊ້ຫຼາຍເຕັກນິກເພື່ອຊ່ວຍເຫຼືອຄູໃນໂຮງຮຽນ ເປັນຕົ້ນຈັດການສອນເປັນຄູ່ລະຫວ່າງຄູສອງຊັ້ນຮຽນທີ່ຕ່າງກັນ ເນື່ອງຈາກວ່າວິທີການນີ້ຈະເຮັດໃຫ້ຄູເຫັນວິທີການສອນໃນຫ້ອງຮຽນທີ່ຕ່າງກັນ ແລະ ຊ່ວຍໃຫ້ເຂົາເຈົ້າສະທ້ອນຄືນເຖິງວິທີການສອນເຊິ່ງກັນ ແລະ ກັນ. ນອກຈາກນີ້, ຍັງໃຊ້ການສັງເກດການສອນໃນຫ້ອງຮຽນ ເພື່ອຊ່ວຍຄູແກ້ໄຂສິ່ງທ້າທາຍ ແລະ ປັບປຸງຄຸນນະພາບການສອນຂອງພວກເຂົາ. ເລື່ອງລາວຂອງຄູບຸນທ່ຽງ ທຳມະວົງແສງ ສາມາດຮັບຊົມໄດ້ທາງຊ່ອງຢູທູບ ວິດີໂອສໍາລັບການພັດທະນາຄູ (Teacher Development Videos) ແລະ ທາງຊ່ອງໂທລະພາບສຶກສາ ແລະ ກິລາທາງຈານດາວທຽມລາວແຊັດຊ່ອງ 8 ຫຼື https://www.youtube.com/watch?v=21E4X1s4o0A.
ແຫຼ່ງຂ່າວ: ຂປລ

ຄໍາເຫັນ

ຂ່າວສືກສາ-ກິລາ

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ໂຮງຮຽນມັດທະຍົມສົມບູນອຸທຸມພອນເມືອງອຸທຸມພອນແຂວງສະຫວັນນະເຂດ, ໄດ້ຈັດກິດຈະກໍາງານແຂ່ງຂັນພາລະສຶກສາ-ສິລະປະສຶກສາ ປະຈໍາປີ 2026-2027ໃນວັນທີ 19 ພະຈິກນີ້ ທີ່ເດິ່ນໂຮງຮຽນດັ່ງກ່າວ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສີວິໄລ ສຸລິໂຍຮອງປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ.
ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວແມ່ເຖົ້າ ພູທອນ ພູມສະຫວັນ ພ້ອມດ້ວຍລູກຫຼານ ທຸ້ມທຶນ 4.5 ຕື້ກີບ ກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ໜອງປີງ ເມືອງບົວລະພາ ແຂວງ​ຄຳ​ມ່ວນເພື່ອສ້າງສະພາບແວດລ້ອມການຮຽນທີ່ດີ ແລະ ຂະຫຍາຍໂອກາດໃຫ້ເດັກນ້ອຍເຂົ້າເຖິງການສຶກສາ.
ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເພີ່ມເຕີມ