ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ສະຫຼຸບວຽກງານປະຈໍາປີ 2025

ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ສະຫຼຸບວຽກງານປະຈໍາປີ 2025

ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ສະຫຼຸບວຽກງານປະຈໍາປີ 2025
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາ ໂດຍເປັນປະທານຮ່ວມຂອງ ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສຶກສາທິການ ແລະກິ ລາແຂວງ, ທ່ານ ນາງ ແກ້ວລາ ມະນີຈິດ ປະທານຄະນະກໍາມະການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ.
ຜບລຫານການສກສາ ແລະ ກລາ ທວແຂວງຫວງພະບາງ ສະຫບວຽກງານປະຈາປ 2025 - image 1
 

ໃນສົກຮຽນ 2024-2025 ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ຢູ່ໃນຊ່ວງໄລຍະທ້າຍສະໄໝ ທັງໄດ້ປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານ, ແຕ່ຍ້ອນຄວາມເອົາໃຈໃສ່ບຸກບືນພະຍາຍາມຂອງຄະນະພັກ, ຄະນະພະແນກ, ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ພະນັກງານ, ຄູ-ອາຈານ ສົມທົບກັບຄະນະພັດທະນາການສຶກສາຂັ້ນບ້ານ, ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ເຮັດໃຫ້ການປັບປຸງຄຸນນະພາບການສຶກສາມີຜົນສໍາເລັດ ພົ້ນເດັ່ນຫຼາຍດ້ານ, ສະແດງອອກຜົນການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນ ໃນສົກຮຽນ 2024-2025 ແຂວງຫຼວງພະບາງ ມີໂຮງຮຽນ 1,034 ແຫ່ງ. ໃນນັ້ນ, ອະນຸບານ 199 ແຫ່ງ, ປະຖົມສຶກສາ 718 ແຫ່ງ, ມີປະຖົມສົມບູນ 637 ແຫ່ງ, ໂຮງຮຽນພາກເອກະຊົນ 79 ແຫ່ງ. ຜ່ານການຈັດຕັ້ງປະຕິບັດບັນດາ 15 ຄາດໝາຍ ທີ່ສະພາປະຊາຊົນຂັ້ນແຂວງຮັບຮອງ ສາມາດບັນລຸໄດ້ 11 ຄາດໝາຍຄື: ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ເພີ່ມຈາກ 84.24% ມາເປັນ 85.21%, ອັດຕານັກຮຽນເຂົ້າຮຽນໃໝ່ ສຸດທິ ປ1 ເພີ່ມຈາກ 99.75% ມາເປັນ 99.85%, ອັດຕາເຂົ້າຮຽນໃໝ່ລວມ ປ5 ຈາກ 99.21% ມາເປັນ 97.59%, ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມ ຈາກ 95.66% ມາເປັນ 95.49%, ອັດຕາເລື່ອນຊັ້ນ ປ5 ຂື້ນ ມ1 (ທຽບໃສ່ນັກຮຽນຕົ້ນປີ ປ5) ເພີ່ມຈາກ 92.08% ມາເປັນ 92.43%, ໃນວາລະດໍາເນີນກອງປະຊຸມ ບັນດາຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ-ນະຄອນ ຫຼວງພະບາງ, ຕະຫຼອດຮອດຄະນະຊີ້ນໍາວຽກງານການສຶກສາ-ກິລາ ໃນແຕ່ລະຂັ້ນ ໄດ້ຜັດປ່ຽນກັນປະກອບຄໍາເຫັນ ຕີລາຄາຄືນ ຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານຮ່ວມກັນ ຕາມຄວາມຮັບຜິດຊອບຂອງຕົນ ເພຶ່ອແນໃສ່ເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຄວາມຖືກຕ້ອງສອດຄ່ອງ ສາມາດບັນລຸຕາມທິດທາງແຜນການທີ່ວາງໄວ້.

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ຄໍາເຫັນ

ຂ່າວສືກສາ-ກິລາ

ມສ ເພຍວັດ ໄດ້ຮັບຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ມສ ເພຍວັດ ໄດ້ຮັບຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ), ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ລົງເຜີຍແຜ່ຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ໃຫ້ແກ່ ໂຮງຮຽນ ມສ ເພຍວັດ ໃນວັນທີ 19 ມີນານີ້ ທີ່ຫ້ອງປະຊຸມຂອງໂຮງຮຽນດັ່ງກ່າວ.
ໂຄສະນາອົບຮົມ ນວ ເຜີຍແຜ່ຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ໂຄສະນາອົບຮົມ ນວ ເຜີຍແຜ່ຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ຄະນະໂຄສະນາອົບຮົມ, ພະແນກໂຍທາທິການ ແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ໄດ້ເຜີຍແຜ່ຄວາມຮູ້-ຄວາມເຂົ້າໃຈກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ໃຫ້ແກ່ ໂຮງຮຽນທີ່ຕິດກັບເສັ້ນທາງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ (ລົດເມດ່ວນ BRT) ໃນວັນທີ 18 ມີນານີ້ ທີ່ໂຮງຮຽນ ມສ ມິດຕະພາບ ລາວ-ໂຮ່ຈິມິນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ເຜີຍແຜ່ຄວາມເຂົ້າໃຈກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງໃຫ້ແກ່ ນັກຮຽນ

ເຜີຍແຜ່ຄວາມເຂົ້າໃຈກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງໃຫ້ແກ່ ນັກຮຽນ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງ ແລະ ປກສ ນະຄອນຫຼວງວຽງຈັນ (ນວ) ຈັດພິໂຄສະນາເຜີຍແຜ່ຄວາມຮັບຮູ້ເຂົ້າໃຈກ່ຽວກັບໂຄງການຂົນ ສົ່ງແບບຍືນຍົງໃນຕົວເມືອງ (BRT) ໃຫ້ແກ່ຄູ-ອາານ ແລະ ນັກຮຽນ ຢູ່ໂຮງຮຽນ ມສ SOS, ໃນວັນທີ 18 ມີນານີ້ ໂດຍມີ ທ່ານ ພຸດທະນູສັກ ປະຖຳມະວົງ ຮອງຜູ້ອຳນວຍການໂຮງຮຽນ ມສ S0S, ມີຄະນະ ຮັບຜິດຊອບໂຄສະນາການຈັດຕັ້ງປະຕິບັດໂຄງການລົດເມດ່ວນ BRT ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ນວ ເຜີຍແຜ່ຄວາມຮູ້ກ່ຽວກັບ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ຄະນະໂຄສະນາອົບຮົມ ນວ ເຜີຍແຜ່ຄວາມຮູ້ກ່ຽວກັບ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ຄະນະໂຄສະນາອົບຮົມ, ພະແນກໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ປກສ ນະຄອນຫຼວງວຽງຈັນ (ນວ) ເຜີຍແຜ່ຄວາມຮູ້-ຄວາມເຂົ້າໃຈກ່ຽວກັບ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ (ລົດເມດ່ວນ BRT) ໃນວັນທີ 13 ມີນາ ຜ່ານມາ ທີ່ໂຮງຮຽນ ມສ ເຈົ້າອະນຸວົງ ເມືອງຈັນທະບູລິ ນະຄອນຫຼວງວຽງຈັນ.
ສະພານັກຮຽນ ໂຮງຮຽນນາໆຊາດອົດສຕາລີມອບຕຽງນອນຄົນເຈັບໃຫ້ເມືອງບໍ່ແຕນ

ສະພານັກຮຽນ ໂຮງຮຽນນາໆຊາດອົດສຕາລີມອບຕຽງນອນຄົນເຈັບໃຫ້ເມືອງບໍ່ແຕນ

ໃນວັນທີ 14 ມີນານີ້ຢູໂຮງໝໍເມືອງບໍແຕນ ແຂວງໄຊຍະບູລີ, ສະພານັກຮຽນໂຮງຮຽນນາໆຊາດອົສຕາລີ (AISstudents council) ໄດນຳເອົາຕຽງນອນຄົນເຈັບມາມອບໃຫ້ໂຮງໝໍເມືອງບໍ່ແຕນ ຊຶ່ງນຳພາໂດຍທ່ານ ຄຳແສນ ສີສະວົງ ປະທານການສຶກສາພາກເອກະຊົນລາວຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ສະມາຊິກສະພາແຫ່ງຊາດຊຸດທີ X ເຂດເລືອກ ຕັງທີ 7 ແຂວງໄຊຍະບູລີ. ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ອານຸສິດ ມະໂນສິນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ເປັນກຽດເຂົາຮ່ວມ.
ແກ່ນທ້າວແຂ່ງຂັນກິລາເປຕັງເພື່ອສ້າງຂະບວນການສະຫຼອງວັນແມ່ຍິງສາກົນ

ແກ່ນທ້າວແຂ່ງຂັນກິລາເປຕັງເພື່ອສ້າງຂະບວນການສະຫຼອງວັນແມ່ຍິງສາກົນ

ທ້າຍອາທິດຜ່ານມານີ້, ຢູ່ທີ່ເດີ່ນກິລາເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກຳການແຂ່ງຂັນກິລາເປຕັງ ຊິງຂັນທ່ານເລຂາຄະນະບໍລິຫານງານພັກເມືອງ ເພື່ອສ້າງຂະບວນການສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910 - 8 ມີນາ 2026) ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີພະນັກງານ-ລັດຖະກອນ ພ້ອມດ້ວຍນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ໄອ-ສະປອດ ສືບຕໍ່ມອບເຄື່ອງນຸ່ງກິລາໃຫ້ທີມນັກຂ່າວສາຍກິລາລາວ

ໄອ-ສະປອດ ສືບຕໍ່ມອບເຄື່ອງນຸ່ງກິລາໃຫ້ທີມນັກຂ່າວສາຍກິລາລາວ

ບໍລິສັດ ຜະລິດ-ຈຳໜ່າຍ ເຄື່ອງກິລາພິມລາຍ ໄອ-ສະປອດ ຫຼື Ai-Sport ລະດັບແຖວໜ້າຂອງປະເທດລາວ ສືບຕໍ່ໃຫ້ການສະໜັບສະໜູນເຄື່ອງນຸ່ງກິລາພິມລາຍ ຈຳນວນ 40 ກວ່າຊຸດ ລວມມູນຄ່າຫຼາຍກວ່າ 10 ລ້ານກີບ ໃຫ້ທີມນັກຂ່າວສາຍກິລາລາວ ຫຼື ລາວສະປອດມິເດຍ ເພື່ອສືບຕໍ່ເຄື່ອນໄຫວອອກກຳລັງກາຍສ້າງກິດຈະກຳຮ່ວມກັບບັນດາພາກສ່ວນຕ່າງໆ ທັງພາກລັດ-ເອກະຊົນປະຈຳປີ 2026 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ.
ອພສ ແຂວງເຊກອງ ເຜີຍແຜ່ສິນລະທັມຢູ່ໂຮງຮຽນ ມສ ເມືອງກະລຶມ

ອພສ ແຂວງເຊກອງ ເຜີຍແຜ່ສິນລະທັມຢູ່ໂຮງຮຽນ ມສ ເມືອງກະລຶມ

ເພື່ອເປັນການສົ່ງເສີມ ອະນຸລັກ ປົກປັກຮັກສາຮີດ 12 ຄອງ 14 ໃຫ້ຄົງຢູ່ຄູ່ກັບຄົນລາວ, ຊາດລາວຕະຫຼອດໄປ, ໃນວັນທີ 12 ມີນາຜ່ານມາ, ອົງການພຸດທະສາສະໜາສັມພັນລາວ (ອພສ) ແຂວງເຊກອງ ໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ເມືອງກະລຶມ ໄດ້ລົງເຜີຍແຜ່ສິນລະທັມຢູ່ໂຮງຮຽນ ມສ ເມືອງກະລືມ ໂດຍມີຄະນະນໍາຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມຮັບຟັງ.
ຮມປຂ ເຊກອງ ມອບໃບຢັ້ງຢືນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ແລະ ຂັ້ນຕົ້ນ ຮຸ່ນທີ Vlll

ຮມປຂ ເຊກອງ ມອບໃບຢັ້ງຢືນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ແລະ ຂັ້ນຕົ້ນ ຮຸ່ນທີ Vlll

ໂຮງຮຽນການເມືອງ-ການປົກຄອງແຂວງເຊກອງ (ຮມປຂ) ໄດ້ຈັດພິທີມອບໃບຢັ້ງຢືນທິດສະດີການເມືອງ ຂັ້ນກາງ ລະບົບ 6 ເດືອນ ຮຸ່ນທີ V, ຂັ້ນຕົ້ນ ລະບົບ 3 ເດືອນ ຮຸ່ນທີ VIlI ພ້ອມເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ lX ປະຈຳປີ 2026 ຂຶ້ນໃນຕອນບ່າຍວັນທີ 11 ມີນາຜ່ານມານີ້ ທີ່ສະໂມສອນແຂວງ, ໂດຍມີສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກ ເລຂາພັກແຂວງ, ມີສະຫາຍ ດາວສະຫວັນ ເຄືອງມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີພະແນກການກ່ຽວຂ້ອງອ້ອມຂ້າງແຂວງ, ຄະນະປະຈໍາພັກເມືອງ 4 ເມືອງ, ຄະນະນໍາໂຮງຮຽນການເມືອງ-ການປົກຄອງແຂວງສາລະວັນ, ແຂວງອັດຕະປື, ແຂວງຈຳປາສັກ ເຂົ້າຮ່ວມ.
ສະພາທິດສະດີສູນກາງພັກ ມອບປຶ້ມໃຫ້ ມຊ

ສະພາທິດສະດີສູນກາງພັກ ມອບປຶ້ມໃຫ້ ມຊ

ຫ້ອງການສະພາທິດສະດີສູນກາງພັກ ມອບປຶ້ມຜົນງານການຄົ້ນຄວ້າທາງດ້ານທິດສະດີ ແລະ ພຶດຕິກຳ ຂອງສະພາທິດສະດີສູນກາງພັກ ໃຫ້ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 12 ມີນານີ້ ທີ່ ມຊ ໂດຍການກ່າວມອບຂອງທ່ານ ຄໍາມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ແລະ ກ່າວຮັບໂດຍທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ