ຜູ້ບໍລິຫານການສຶກສາເມືອງຫຼວງ​ນ້ຳ​ທາຫາ​ລືການ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ສຶກ​ສາ

ຜູ້ບໍລິຫານການສຶກສາເມືອງຫຼວງ​ນ້ຳ​ທາຫາ​ລືການ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ສຶກ​ສາ

ຜູ້ບໍລິຫານການສຶກສາເມືອງຫຼວງ​ນ້ຳ​ທາຫາ​ລືການ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ສຶກ​ສາ
ເມືອງຫຼວງນໍ້າທາ ແຂວງຫຼວງ​ນ້ຳ​ທາໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2025-2026 ໃນ​ວັນ​ທີ 27 ສິງ​ຫາ​ຜ່ານ​ມາທີ່ ເມືອງ​ຫຼວງ​ນ້ຳ​ທາໂດຍການເປັນປະທານຂອງທ່ານ ພັນໃຈ ຫົງພະຈັນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຫຼົງມີໄຊ ສອນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຜບລຫານການສກສາເມອງຫວງ​ນຳ​ທາຫາ​ລການ​ປບ​ປງ​ຄນ​ນະ​ພາບ​ການ​ສກ​ສາ - image 1
 

 

ທ່ານ ບຸນທັນ ອໍຕ໋ອງຫວັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ສົກຮຽນ 2025-2026 ຜ່ານມາ ແລະ ທິດທາງແຜນການ ສົກຮຽນ 2026-2027. ໃນນັ້ນ ໄດ້ສະຫຼຸບສັງລວມຜົນການຈັດຕັ້ງປະຕິບັດ 13 ຄາດໝາຍໃຫ້ຮູ້ວ່າ: ສາມາດບັນລຸໄດ້ 8 ຄາດໝາຍ ແລະ ມີ 2 ຄາດໝາຍໃກ້ຈະບັນລຸ, ພ້ອມນັ້ນ ຍັງບໍ່ທັນບັນລຸ 3 ຄາດໝາຍ; ທົ່ວເມືອງຫຼວງນໍ້າທາ ມີໂຮງຮຽນທັງພາກລັດ ແລະ ເອກະຊົນ ທັງໝົດ 158 ແຫ່ງ, ມີນັກຮຽນທັງໝົດ 17,576 ຄົນ, ຍິງ 8,445 ຄົນ ແລະ ຄູສອນ 1,094 ຄົນ, ຍິງ 774 ຄົນ.

ຜບລຫານການສກສາເມອງຫວງ​ນຳ​ທາຫາ​ລການ​ປບ​ປງ​ຄນ​ນະ​ພາບ​ການ​ສກ​ສາ - image 2
 

ອັດຕາເຂົ້າຮຽນຂອງເດັກ 0-2 ປີ ເທົ່າກັບ 16.48%, ເດັກ 3-4 ປີ 94.6%, ເດັກ 3-5 ປີ 95.8%ແລະ ເດັກ 5 ປີ 97.6%; ຊັ້ນປະຖົມສຶກສາອັດຕາເຂົ້າຮຽນໃໝ່ ປ1 ປະຕິບັດໄດ້ 85.5%, ອັດຕາເຂົ້າຮຽນລວມ ປ1 ເທົ່າກັບ 104.6%, ອັດຕາເລື່ອນຊັ້ນ ປ5 ເທົ່າກັບ 98.3%, ແລະ ອັດຕາປະລະການຮຽນຊັ້ນ ປ1 ເທົ່າກັບ 0.9%ແລະ ຊັ້ນມັດທະຍົມຕອນຕົ້ນອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ ເທົ່າກັບ 102.1%, ອັດຕາເລື່ອນຊັ້ນ ແລະ ຈົບຊັ້ນ ເທົ່າກັບ 93.6%ແລະ ອັດຕາປະລະການຮຽນຊັ້ນມັດທະຍົມຕອນຕົ້ນ ເທົ່າກັບ 5.4%.

ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄຳເຫັນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການສຶກສາໃນໄລຍະຜ່ານມາ ເພື່ອຊອກຫາວິທີແກ້ໄຂບັນຫາໃນຕໍ່ໜ້າໃຫ້ດີຂຶ້ນ ເປັນຕົ້ນແມ່ນ ນັກຮຽນປະລະການຮຽນ, ບັນຫານັກຮຽນບໍ່ຢາກມາໂຮງຮຽນ, ມາດຕະການປ້ອງກັນການມົ້ວສຸມຢາເສບຕິດ, ການປັບປຸງຄຸນນະພາບການຮຽນ-ການສອນ ແລະ ການວາງແຜນຊຸກຍູ້ການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ຍັງບໍ່ທັນບັນລຸໃຫ້ສຳເລັດຕາມແຜນ.

ຜບລຫານການສກສາເມອງຫວງ​ນຳ​ທາຫາ​ລການ​ປບ​ປງ​ຄນ​ນະ​ພາບ​ການ​ສກ​ສາ - image 3
 

ທ່ານ ຫຼົງມີໄຊ ສອນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄດ້ໃຫ້ກຽດໂອ້ລົມໂດຍໄດ້ເນັ້ນໜັກໃຫ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນ ເອົາໃຈໃສ່ຍົກລະດັບຄຸນນະພາບການຮຽນ-ການສອນຢ່າງຈິງຈັງ. ພ້ອມທັງຮຽກຮ້ອງໃຫ້ຄູ-ອາຈານ ເອົາໃຈໃສ່ພັດທະນາວິທີການສິດສອນໃຫ້ມີຄວາມໜ້າສົນໃຈ, ແທດເໝາະກັບສະພາບຕົວຈິງຂອງນັກຮຽນ. ພ້ອມກັນນັ້ນ, ຕ້ອງໄດ້ເອົາໃຈໃສ່ຕິດຕາມ ແລະ ປະເມີນຜົນການຮຽນຂອງນັກຮຽນຢ່າງໃກ້ຊິດ ເພື່ອຊອກຫາວິທີຊ່ວຍເຫຼືອນັກຮຽນທີ່ຮຽນອ່ອນ, ຫຼຸດຜ່ອນອັດຕາການຄ້າງຫ້ອງ ແລະ ແກ້ໄຂບັນຫາການປະລະການຮຽນໃຫ້ຫຼຸດລົງຢ່າງເປັນຮູບປະທຳ.

ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທຳ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍຮຽກຮ້ອງໃຫ້ຄະນະຜູ້ບໍລິຫານ ແລະ ຄູອາຈານທຸກພາກສ່ວນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ພ້ອມທັງເນັ້ນໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດ, ຮີດຄອງປະເພນີອັນດີງາມໃຫ້ແກ່ນັກຮຽນ ຄວບຄູ່ໄປກັບການໃຫ້ຄວາມຮູ້ທາງດ້ານວິຊາການ ທັນຍຸກຂໍ້ມູນຂ່າວສານໃນໄລຍະໃໝ່, ສ້າງສະພາບແວດລ້ອມພາຍໃນໂຮງຮຽນໃຫ້ເປັນສະຖານທີ່ສີຂຽວ, ສະອາດ, ປອດໄພ ແລະ ປາສະຈາກຢາເສບຕິດຢ່າງເດັດຂາດ; ເພີ່ມທະວີການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງ ໂຮງຮຽນ, ຄອບຄົວ ແລະ ອົງການປົກຄອງບ້ານ ເພື່ອພ້ອມກັນຕິດຕາມ, ຊຸກຍູ້ລູກຫຼານໃຫ້ມາໂຮງຮຽນ ແລະ ປົກປ້ອງເຍົາວະຊົນໃຫ້ຫ່າງໄກຈາກອະບາຍຍະມຸກຕ່າງໆ.

ຂ່າວ: ເມືອງຫຼວງນ້ຳທາ

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ