ອີງຕາມອົງການຂ່າວເອມິເຣດສ (WAM) ລະບຸວ່າ: ຜູ້ນຳທັງສອງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະສະຖານະການໃນຕາເວັນອອກກາງ ແລະ ຜົນກະທົບຕໍ່ເສລີພາບໃນການເດີນເຮືອ, ຄວາມໝັ້ນຄົງດ້ານພະລັງງານ ແລະ ເສດຖະກິດໂລກ.
ນອກຈາກນັ້ນ, ທັງສອງຝ່າຍໄດ້ທົບທວນຄືນການຮ່ວມມືສອງຝ່າຍ ແລະ ຄວາມພະຍາຍາມຮ່ວມກັນເພື່ອເສີມສ້າງພັນທະມິດຍຸດທະສາດລະຫວ່າງສອງປະເທດໃຫ້ເຂັ້ມແຂງຍິ່ງຂຶ້ນ.
ໃນລະຫວ່າງການສົນທະນາ, ທ່ານ ປູຕິນ ໄດ້ສະແດງຄວາມຂອບໃຈຕໍ່ UAE ສຳລັບຄວາມພະຍາຍາມຢ່າງຕໍ່ເນື່ອງໃນການໄກ່ເກ່ຍການແລກປ່ຽນນັກໂທດລະຫວ່າງຣັດເຊຍ ແລະ ອູແກຣນ ແລະ ເນັ້ນໜັກເຖິງຄວາມສຳຄັນດ້ານມະນຸດສະທຳຂອງການຊ່ວຍເຫຼືອໃນຄັ້ງນີ້.
ຄໍາເຫັນ