ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ສະຫາຍ ເຈິ່ນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 9 ເມສາ 2026.
ຜປະຈາການຄະນະເລຂາທການສນກາງພກກອມມນດຫວຽດນາມ ຢຽມຢາມ ສປປ ລາວ ຢາງເປນທາງການ - image 1
 

ໃນເວລາ 8 ໂມງ 10 ນາທີ, ສະຫາຍ ເຈິ່ນ ເກີມ ຕູ, ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງ ດ້ວຍເຮືອບິນພິເສດ ມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ; ຕາງໜ້າຄະນະທາງການຝ່າຍລາວ ອອກຕ້ອນຮັບນໍາໂດຍ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍບັນດາສະຫາຍການນໍາ ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ ແລະ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ; ນອກນັ້ນຍັງມີເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ພະນັກງານສະຖານທູດ, ຫົວໜ້າຫ້ອງການຜູ້ຕາງໜ້າຂອງຫວຽດນາມ ປະຈໍາ ລາວ ແລະ ຕາງໜ້າຊາວຫວຽດນາມ ທີ່ອາໃສຢູ່ລາວ ອອກຕ້ອນຮັບຄະນະ.

ຜປະຈາການຄະນະເລຂາທການສນກາງພກກອມມນດຫວຽດນາມ ຢຽມຢາມ ສປປ ລາວ ຢາງເປນທາງການ - image 2
 

ໃນເວລາຕໍ່ມາ, ສະຫາຍ ເຈິ່ນ ເກີມ ຕູພ້ອມດ້ວຍຄະນະ ໄດ້ໄປວາງພວງມາລາຢູ່ ອະນຸສາວະລີນັກຮົບນິລະນາມ ແລະ ຖືກຕ້ອນຮັບໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍ ປະທານສະຫະພັນນັກຮົບເກົ່າ, ຫົວໜ້າຫ້ອງວ່າການ, ເລຂາຄະນະບໍລິຫານງານພັກເມືອງໄຊເສດຖາ ຂອງ ນະຄອນຫຼວງວຽງຈັນ.

ຜປະຈາການຄະນະເລຂາທການສນກາງພກກອມມນດຫວຽດນາມ ຢຽມຢາມ ສປປ ລາວ ຢາງເປນທາງການ - image 3
 

ຈາກນັ້ນ, ທີ່ສໍານັກງານ ຫ້ອງວ່າການສູນກາງພັກ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ, ໂດຍມີ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍ ສະຫາຍການນໍາ ຫ້ອງວ່າການສູນກາງພັກ, ບັນດາສະຫາຍການນໍາ ຄະນະອ້ອມຂ້າງສູນກາງພັກ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ບັນດາກະຊວງ, ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ບໍລິຄໍາໄຊ, ຄໍາມ່ວນ, ຈໍາປາສັກ ແລະ ອັດຕະປື ໃຫ້ການຕ້ອນຮັບຄະນະ.

ຜປະຈາການຄະນະເລຂາທການສນກາງພກກອມມນດຫວຽດນາມ ຢຽມຢາມ ສປປ ລາວ ຢາງເປນທາງການ - image 4
 

ຕໍ່ມາໃນເວລາ 9 ໂມງ 25, ກໍໄດ້ມີການພົບປະທາງການສອງຝ່າຍ ລະຫວ່າງ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວແລະ ສະຫາຍ ເຈິ່ນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຊຶ່ງ ສະຫາຍ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມປິຕິຍິນດີແລະເປັນກຽດຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ສະຫາຍ ເຈິ່ນ ເກີມ ຕູ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຊຶ່ງເປັນການເຄື່ອນໄຫວຕ່າງປະເທດຄັ້ງທໍາອິດ ພາຍຫຼັງ ສໍາເລັດກອງປະຊຸມໃຫຍ່ຂອງ ສອງພັກ, ພາຍຫຼັງສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ກໍຄື ໃນທ່າມກາງບັນຍາກາດທີ່ ສອງປະເທດ ໄດ້ມີການປັບປຸງ ຄະນະລັດຖະບານຊຸດໃໝ່ຂອງສອງປະເທດ ແລະ ໃນບັນຍາກາດການກະກຽມສະເຫຼີມສະຫຼອງປີໃໝ່ລາວ ທີ່ຈະໝູນວຽນມາເຖິງ ຊຶ່ວສິ່ງດັ່ງກ່າວ ເປັນການສະແດງເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນແບບພິເສດຂອງ ພັກ, ລັດ ຫວຽດນາມ ທີ່ມີຕໍ່ ພັກ, ລັດ ລາວ ແລະ ເປັນສິ່ງຢັ້ງຢືນຢ່າງມີຊີວິດຊີວາ ເຖິງຄວາມສາມັກຄີພິເສດທີ່ຫາຍາກ ຂອງຄວາມຜູກພັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ; ເຊື່ອໝັ້ນວ່າ ການມາຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ເຈິ່ນ ເກີມ ຕູພ້ອມດ້ວຍຄະນະຄັ້ງນີ້ ຈະປະສົບຜົນສໍາເລັດຢ່າງຈົບງາມ ແລະ ຈະເປັນແຮງຊຸກຍູ້ອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນພິເສດລາວ-ຫວຽດນາມ “ທີ່ມີໜຶ່ງບໍ່ມີສອງໃນໂລກນີ້”ໃຫ້ແຕກດອກອອກຜົນເປັນຈິງໃນລະດັບໃໝ່ທີ່ສູງກວ່າເກົ່າ,ພ້ອມທັງສະເໜີໃຫ້ສອງຝ່າຍ ສືບຕໍ່ຮັກສາມູນເຊື້ອການແລກປ່ຽນຢ້ຽມຢາມ, ການພົບປະລະຫວ່າງ ການນຳຂັ້ນສູງຂອງສອງພັກ, ສອງລັດ ໃຫ້ເປັນປົກກະຕິ; ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ຖະແຫຼງການ ແລະ ຂໍ້ຕົກລົງຮ່ວມມືຂອງ ສອງລັດຖະບານ, ລວມທັງບັນດາຂໍ້ຕົກລົງຮ່ວມມືໄລຍະໃໝ່ ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ເພື່ອແນໃສ່ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ; ແລກປ່ຽນຄະນະຊ່ຽວຊານ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ; ແລກປ່ຽນທາງດ້ານທິດສະດີ ແລະ ພຶດຕິກໍາ, ວຽກງານບໍາລຸງສ້າງພະນັກງານຂັ້ນຕ່າງໆ; ພົບປະແລກປ່ຽນ ລະຫວ່າງ ບັນດາກະຊວງ,ຄະນະຂອງພັກ, ຂະແໜງການ, ບັນດາອົງການຂອງສະພາແຫ່ງຊາດ, ແນວໂຮມ, ບັນດາອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນຂອງສອງປະເທດ; ຍູ້ແຮງວຽກງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມກ່ຽວກັບ ມູນເຊື້ອສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ. ສືບຕໍ່ຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດ, ເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງ ລະຫວ່າງສອງປະເທດລາວ-ຫວຽດນາມ ແລະ ອື່ນໆ.
ໂອກາດນີ້, ສະຫາຍ ເຈີນ ເກີ້ມ ຕູ໊ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ, ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ. ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ເປັນຄັ້ງທໍາອິດ ແລະ ເປັນການເຄື່ອນໄຫວຕ່າງປະເທດ ໃນຖານະຕໍາແໜ່ງ ຜູ້ປະຈໍາການ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV, ເຊິ່ງມີຂຶ້ນໃນທ່າມກາງບັນຍາກາດທີ່ປະຊາຊົນລາວ ພວມກະກຽມຕ້ອນຮັບບຸນປີໃໝ່ ພສ 2569 ແລະ ສອງປະເທດ ພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ກໍຄື ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ສອງປະເທດໄດ້ຕົກລົງຮ່ວມກັນ; ຍິນດີຮ່ວມກັບຝ່າຍລາວ ຮ່ວມກັນແລກປ່ຽນຢ່າງເລິກເຊິ່ງກ່ຽວກັບທິດທາງ, ມາດຕະການ ເພື່ອແນໃສ່ເສີມຂະຫຍາຍ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ; ພ້ອມນັ້ນ ກໍ່ຢືນຢັນວ່າ ຫວຽດນາມ ຖື ລາວ ເປັນສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ຈະເຮັດສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຮ່ວມມື ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອລາວ, ຮ່ວມກັນຍາດໄດ້ຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ ໃນຕໍ່ໜ້າ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ, ພັດທະນາປະເທດຊາດຕາມທິດ ສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ວັດທະນະຖາວອນ ແລະ ນັບມື້ຍົກສູງບົດບາດໃນເວທີພາກພື້ນ ແລະ ສາກົນ.
ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ສະພາບພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ, ຜົນສໍາເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນຕ່າງໆ ແລະ ການປັບປຸງ ຄະນະລັດຖະບານຊຸດໃໝ່ຂອງສອງປະເທດ;ຕີລາຄາສູງ ແລະ ຊົມເຊີຍຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານແລະມີຄວາມໝາຍທາງປະຫວັດສາດທີ່ປະຊາຊົນສອງປະເທດ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ອັນໄດ້ເຮັດໃຫ້ ສອງປະເທດ ສາມາດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວໃນລະດັບສູງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ການພົວພັນຮ່ວມມຶືກັບຕ່າງປະເທດ ສືບຕໍ່ໄດ້ຮັບການເປີດກວ້າງ, ບົດບາດ ແລະ ອິດທິພົນຂອງສອງປະເທດ ນັບມື້ນັບພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ສອງຝ່າຍ ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ໄດ້ຍົກລະດັບຂຶ້ນສູ່ລະດັບສູງໃໝ່ໃຫ້ສືບຕໍ່ມີການຂະຫຍາຍຕົວຮອບດ້ານ, ເລິກເຊິ່ງ ແລະ ມີຄຸນນະພາບຫຼາຍກວ່າເກົ່າ; ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ແລະ ອື່ນໆ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ.
ສອງຝ່າຍ ຕ່າງກໍສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ, ທັນການ, ມີປະສິດທິຜົນ ແລະ ຈິງໃຈ ທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ມີແກ່ກັນຕະຫຼອດໄລຍະດໍາເນີນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວ ໃນປັດຈຸບັນ.
ໃນໂອກາດນີ້, ສອງຝ່າຍ ກໍໄດ້ມີການລົງນາມ ແລະ ມອບ-ຮັບ ເອກະສານການຮ່ວມມືສອງຝ່າຍ ໂດຍການເປັນສັກຂີພິຍານຂອງ ສອງສະຫາຍ ຜູ້ປະຈໍາການ ຄະນະບໍລິຫານງານສູນກາງພັກ ລາວ ແລະ ຫວຽດນາມ ຊຶ່ງເອກະສານທີ່ລົງນາມ ແລະ ມອບ-ຮັບໃນຄັ້ງນີ້ ປະກອບດ້ວຍ: (1) ໂຄງການຮ່ວມມືກ່ຽວກັບວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ, ຫໍສະໜຸດ ໄລຍະ 2026 – 2030 ລະຫວ່າງ ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ; (2) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ແຂວງຫຼວງນໍ້າທາ ສປປ ລາວ ແລະ ແຂວງດ້ຽນບຽນ ສສ ຫວຽດນາມ ໄລຍະ 2026 – 2029.
ຂ່າວ: ຄຕພ,ພາບ: ສຳນານ

ຄໍາເຫັນ

ຂ່າວການຮ່ວມມື

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ເພີ່ມເຕີມ