ແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍງາມ ມີຫຼາຍກິດຈະກໍາທີ່ໜ້າສົນໃຈ

ພູຜາມ່ານແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍງາມ ມີຫຼາຍກິດຈະກໍາທີ່ໜ້າສົນໃຈ

ພູຜາມ່ານແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍງາມ ມີຫຼາຍກິດຈະກໍາທີ່ໜ້າສົນໃຈ
ໂດຍ: ວັນເພັງ ພູຜາມ່ານ (The rock viewpoint)ເປັນໜຶ່ງສະຖານທີ່ທ່ອງທ່ຽວທໍາມະຊາດພູຫີນປູນທີ່ສວຍສົດງົດງາມ ແລະ ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດຊີວະນາໆພັນທັງເປັນແຫຼ່ງທ່ອງທ່ຽວທີ່ເໝາະສໍາລັບນັກທ່ອງທ່ຽວທີ່ມັກຮັກໃນການພະຈົນໄພ,

 

ຄວາມທ້າທາຍ ແລະ ອື່ນໆ. ປັດຈຸບັນກາຍເປັນຈຸດທ່ອງທ່ຽວສໍາຄັນອີກແຫ່ງໜຶ່ງທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມເປັນຈໍານວນຫຼາຍໃນແຕ່ລະວັນ ພ້ອມມີຫຼາຍກິດຈະກໍາທີ່ໜ້າສົນໃຈ.

ທ່ານ ໂອລາໄຊ ໃສສຸພັນຫົວໜ້າພະແນກກິດຈະກຳບໍລິການທ່ອງທ່ຽວຄົບວົງຈອນຈຸດຊົມວິວພູຜາມ່ານ ເມືອງຄູນຄໍາ ແຂວງຄໍາມ່ວນໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ-ໄທໃນວັນທີ 26 ມັງກອນຜ່ານມາວ່າ: ພູຜາມ່ານ ເປັນແຫຼ່ງທ່ອງທ່ຽວທໍາມະຊາດທີ່ມີຄວາມສວຍສົດງົດງາມທີ່ສຸດ, ມີວິວພູຜາເປັນຫີນປູນແຫຼມທີ່ຕັ້ງລຽງຊ້າຍລ້າຍສະຫຼັບສັບຊ້ອນກັນຢ່າງສວຍສົດງົດງາມ ແລະ ມີປ່າໄມ້ທີ່ອຸດົມສົມບູນ ຊຶ່ງມີເນື້ອທີ່ທັງໝົດ 7,500 ກວ່າເຮັກຕາ. ໃນນັ້ນ, ເນື້ອທີ່ເຮັດກິດຈະກໍາຫຼັກໆມີ 23 ເຮັກຕາໂດຍໄດ້ຮັບການພັດທະນາຈາກບໍລິສັດທ່ອງທ່ຽວກຣີນດິສໂຄເວີຣີ ແລະ ເປີດໃຫ້ບໍລິການມາແຕ່ທ້າຍປີ 2019 ຊຶ່ງມີຫຼາຍກິດຈະກຳຫຼັກຮອດ 10 ລາຍການ.ໃນນັ້ນ, ມີ 3 ລາຍການ (ກິດຈະກໍາ) ທ່ອງທ່ຽວທີ່ທ້າທາຍຄື:ລາຍການທ່ອງທ່ຽວ 2 ຊົ່ວໂມງມີ: ຂີ່ສະລິງ 5 ເສັ້ນ, ໄຕ່ຂົວ, ຍ່າງປ່າ, ຊົມວິວ, ປີນໜ້າຜາ, ໃນນັ້ນ, ມີຈຸດຊົມວິວຖ່າຍພາບງາມໆ 360 ອົງສາ;ລາຍການທ່ອງທ່ຽວທີ 2 ເຄິ່ງວັນມີ:ຂີ່ສະລິງ 12 ເສັ້ນ, ການລອຍໂຕລົງຖໍ້າປ່ອງຄວາມເລິກ 70 ແມັດ; ລາຍການທ່ອງທ່ຽວທີ 3ໜຶ່ງວັນມີ: ສະລິງ 15 ເສັ້ນ, ລອຍໂຕລົງໜ້າຜາ,ການລອຍໂຕລົງຖໍ້າປ່ອງຄວາມເລິກ90 ແມັດ, 170 ແມັດ, ທ່ຽວຊົມຖໍ້າ. ນອກຈາກຂີ່ສະລິງແລ້ວ ຍັງມີກິດຈະກໍາພາຍເຮືອກາຍະ, ທາຢາກິງຖໍ້າກອງລໍ, ທາຢາກິງສາຍນໍ້າຫີນບູນທີ່ໄຫຼອອກມາຈາກຖໍ້າກອງລໍ ແລະ ກິດຈະກໍາອື່ນໆ ນັກທ່ອງທ່ຽວສາມາດເລືອກລາຍການທ່ອງທ່ຽວຕາມຄວາມຕ້ອງການໄດ້. ສໍາລັບກິດຈະກໍາປີນໜ້າຜາສູງຈະເລີ່ມບໍລິການໃຫ້ນັກທ່ອງທ່ຽວໃນໄວໆນີ້ຕື່ມອີກຊຶ່ງກິດຈະກໍາທີ່ນັກທ່ອງທ່ຽວນິຍົມຫຼາຍທີ່ສຸດ ແມ່ນກິດຈະກໍາຂີ່ສະລິງ 2 ຊົ່ວໂມງ, ຕໍ່ມາເຄິ່ງວັນ. ໃນນັ້ນ, ສະຖານທີ່ທ່ອງທ່ຽວພູຜາມ່ານຍັງໄດ້ສຸມໃສ່ອະນຸລັກສັດປ່າຊີວະນາໆພັນເຊັ່ນ: ສັດຄາງລາວ ສາມາດເຫັນໄດ້ໃນໄລຍະຕອນເຊົ້າ 6:00 ໂມງເຊົ້າ ຫາ 9:00 ໂມງເຊົ້າ ແລະ ຕອນບ່າຍ 15:00 ໂມງ ຫາ 17:30 ໂມງ ຫຼືກ່ອນຕາເວັນຕົກດິນ. ໃນນັ້ນ, ຍັງມີນົກ, ກະຮອກ ແລະ ອື່ນໆຫຼາຍຊະນິດໃຫ້ໄດ້ເຫັນຕື່ມອີກ. ປັດຈຸບັນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເປັນຈໍານວນຫຼາຍ ແລະ ເຂົ້າມາທ່ຽວຫຼາຍທີ່ສຸດແມ່ນໄລຍະເດືອນກັນຍາ ຫາເດືອນມີນາ. ສ່ວນຫຼາຍເປັນນັກທ່ອງເອເຊຍ, ເອີຣົບ, ສິງກະໂປ, ຫວຽດນາມ, ມາເລເຊຍ, ຟີລິບປິນ...ໃຫ້ຄວາມສົນໃຈເດີນທາງໄປສໍາຜັດເປັນຈໍານວນຫຼາຍໃນແຕ່ລະວັນ.

ທ່ານ ໂອລາໄຊ ໃສສຸພັນ ກ່າວຕື່ມວ່າ: ຜູ້ມາທ່ຽວບໍ່ຕ້ອງຢ້ານກິດຈະກໍາຕ່າງໆ ທີ່ໃຫ້ບໍລິການແມ່ນມີຄວາມປອດໄພ 100% ເນື່ອງຈາກມີພະນັກງານຮັກສາຄວາມປອດໄພ ໄດ້ຮັບການຝຶກອົບມາເປັນຢ່າງດີ, ພວກເຮົາຍັງມີການກະກຽມຄວາມພ້ອມດ້ານອຸປະກອນ, ກວດສອບອຸປະກອນ, ສາຍສະລິງ,ຕ້ອງມີການຊ້ອມ, ສາທິດກ່ອນການລົງຫຼິ້ນກິດຈະກຳເປັນຕົ້ນສາທິດການນໍາໃຊ້ອຸປະກອນອື່ນໆ ເພື່ອຄວາມປອດໄພທຸກຢ່າງ,ເວລາຫຼິ້ນກິດຈະກໍາພະນັກງານຮັກສາຄວາມປອດໄພຈະຕິດຕາມໄປໃກ້ຊິດຕະຫຼອດໄລຍະລົງຫຼິ້ນຈົນສິ້ນສຸດກິດຈະກໍາ.

ພູຜາມ່ານຕັ້ງຢູ່ເມືອງຄູນຄໍາ ແຂວງຄໍາມ່ວນອອກໄປຕາມເສັ້ນທາງເລກ 8 ເປັນເສັ້ນທາງໄປຫາເມືອງຄໍາເກີດ ອອກສູ່ດ່ານສານກົນນໍ້າພາວ ແຂວງບໍລິຄໍາໄຊ, ພູຜາມ່ານຫ່າງຈາກເສັ້ນທາງເລກທີ 13 ໃຕ້ປະມານ 33 ກິໂລແມັດ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ເພີ່ມເຕີມ